ທະນະຄານພັດທະນາເອເຊຍ ຄາດວ່າເງິນກີບຈະລົດຄ່າຕ່ຳລົງກວ່າ 3 ເປີເຊັນ ແລະ
11 ເປີເຊັນ ທຽບກັບເງິນໂດລາສະຫະລັດ ແລະເງິນບາດ ສ່ວນດັດຊະນີລາຄາຜູ້ບໍລິ
ໂພກຈະເກີນກວ່າ 107 ເປີເຊັນ ໃນທ້າຍປີ 2018 ນີ້.
Your browser doesn’t support HTML5
ທ່ານລັດຕະນະໄຕ ຫຼວງລາດບັນດິດ ນັກເສດຖະສາດຂອງທະນາຄານພັດທະນາເອ
ເຊຍ (ADB) ສຳນັກງານປະຈຳລາວຢືນຢັນວ່າ ຄະນະເງິນກີບຂອງລາວຍັງຈະລົດຄ່າ
ຕົກຕ່ຳລົງຢ່າງຕໍ່ເນື່ອງຈົນເຖິງທ້າຍປີ 2018 ນີ້ ສ່ວນອັດຕາເງິນເຟິ້ນັ້ນກໍຍັງສືບຕໍ່ເພີ້ມ
ຂຶ້ນນັບມື້ ໂດຍມີສາເຫດມາຈາກລາຄານ້ຳມັນເຊື້ອໄຟ ແລະສິນຄ້າອຸປະໂພກບໍລິໂພກ
ຕ່າງໆໃນລາວທີ່ປັບໂຕສູງຂຶ້ນນັບມື້ເຊັ່ນດຽວກັນ.
ຊຶ່ງຈະເຫັນໄດ້ຈາກອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນຕາຕ່າງປະເທດ ໂດຍ
ສະເພາະແມ່ນເງິນໂດລາສະຫະລັດ ແລະເງິນບາດຂອງໄທນັ້ນກໍໄດ້ມີການປ່ຽນແປງ
ຈາກອັດຕາສະເລ່ຍ 8,290 ກີບ ຕໍ່ໂດລາສະຫະລັດ ແລະ 239 ກີບ ຕໍ່ 1 ບາດ ໃນໄຕ
ມາດທີ 1 ຂອງປີ 2018 ມາເປັນ 8,540 ກີບ ຕໍ່ໂດລາສະຫະລັດ ແລະ 267 ກີບ ຕໍ່ 1
ບາດ ໃນປັດຈຸບັນນີ້ ຊຶ່ງຄິດເປັນການຕົກຕ່ຳລົງຂອງຄ່າເງິນກີບໃນອັດຕາສະເລ່ຍເກີນ
ກວ່າ 3 ເປີເຊັນ ແລະ 11 ເປີເຊັນ ທຽບໃສ່ໂດລາສະຫະລັດ ແລະເງິນບາດ.
ຍິ່ງໄປກວ່ານັ້ນ ການຕົກຕ່ຳລົງຂອງຄ່າເງິນກີບດັ່ງກ່າວນີ້ ເມື່ອສົມທົບດ້ວຍລາຄານໍ້າ
ມັນເຊື້ອໄຟ ແລະສິນຄ້າຕ່າງໆກໍໄດ້ປັບໂຕສູງຂຶ້ນດ້ວຍເຊັ່ນກັນ ກໍຍັງເຮັດໃຫ້ດັດຊະນີ
ລາຄາຜູ້ບໍລິໂພກໄດ້ປັບໂຕເພີ້ມຂຶ້ນຈາກ 102 ເປີເຊັນ ໃນໄຕມາດທີ 1 ຂອງປີ 2018
ມາເປັນ 105.73 ເປີເຊັນ ໃນເວລານີ້ທັງຄາດໝາຍວ່າຈະ ປັບໂຕສູງຂຶ້ນເກີນກວ່າ 107
ເປີເຊັນ ໃນທ້າຍປີນີ້ ສ່ວນອັດຕາເງິນເຟີ້ໃນໄລຍະດຽວກັນນີ້ ກໍໄດ້ປັບໂຕເພີ້ມຂຶ້ນຈາກ
0.95 ເປີເຊັນ ເປັນ 3.06 ເປີເຊັນ ໃນປະຈຸບັນ. ຊຶ່ງເຖິງແມ່ນວ່າຈະເປັນອັດຕາເງິນເຟີ້
ທີ່ຕ່ຳກວ່າຫຼາຍໆປະເທດໃນພູມີພາກດຽວກັນກໍຕາມ ແຕ່ວ່າກໍຖືເປັນປັດໄຈດ້ານລົບຕໍ່
ການພັດທະນາເສດຖະກິດມະຫາພາກຂອງລາວ ທັງໃນລະຍະກາງ ແລະໄລຍະຍາວ
ອີກດ້ວຍ ດັ່ງທີ່ທ່ານລັດຕະນະໄຕ ໄດ້ໃຫ້ການຢືນຢັນວ່າ:
“ອັດຕາເງິນເຟີ້ໃນທົ່ວເອເຊຍ ແລະປາຊຟິກນີ້ ແມ່ນຢູ່ໃນລະດັບຕ່ຳ ເຖິງແມ່ນວ່າລາ
ຄານ້ຳມັນ ແລະລາຄາອາຫານຈະພຸ້ງສູງຂຶ້ນ ໃນໄລຍະຜ່ານມາໂດຍສະ ເພາະໃນປີ
2018 ມາຫາປັດຈຸບັນນີ້ມັນໄດ້ເຜີຍໃຫ້ເຫັນຄວາມບອບບາງ ແລະຈຸດອ່ອນຢູ່ໃນບັນ
ດາປະເທດສະມາຊິກຂອງເອເຊຍ ແລະປາຊີຟິກນີ້ ຊຶ່ງມັນຮຽກຮ້ອງໃຫ້ພວກເຮົາ
ຕ້ອງມີມາດຕະການເພື່ອຕໍ່ຕ້ານກັບວິກິດການໃນໄລຍະກາງ ແລະໄລຍະຍາວ."
ພ້ອມກັນນີ້ ADB ຍັງໄດ້ປັບຄາດໝາຍການເຕີບໂຕທາງເສດຖະກິດຂອງລາວປີ
2018 ນີ້ຈາກເດີມທີ່ອັດຕາສະເລ່ຍ 7 ເປີເຊັນລົງມາເປັນ 6.6 ເປີເຊັນ ເພາະໄພນ້ຳ
ຖ້ວມຄັ້ງໃຫຍ່ ໃນຊ່ວງເດືອນມັງກອນຫາເດືອນກັນຍາ 2018 ເຮັດໃຫ້ການຜະລິດ
ດ້ານກະສິກຳໄດ້ຕ່ຳກວ່າແຜນການທີ່ວາງໄວ້ ໂດຍຄາດວ່າຈະຂະ ຫຍາຍໂຕພຽງ 2
ເປີເຊັນເທົ່ານັ້ນ ທຽບໃສ່ປີ 2017 ສ່ວນການຜະລິດດ້ານແຮ່ ທາດຈະລົດລົງ 2 ເປີ
ເຊັນເປັນຢ່າງນ້ອຍທັງຍັງຈະຕ້ອງປະເຊີນກັບການຂາດດູນການຄ້າຕ່າງປະເທດ
ເພີ້ມຂຶ້ນອີກດ້ວຍ.
ສ່ວນທ່ານສຸລິນທອນ ເລື່ອງຄຳສິງ ນັກເສດຖະສາດຂອງ ADB ປະຈຳ ສປປ ລາວ
ຢືນຢັນວ່າ ການຂາດດຸນການຄ້າຕ່າງປະເທດດັ່ງກ່າວ ກໍຍັງເຮັດໃຫ້ທຶນສຳລອງເງິນ
ຕາຕ່າງປະເທດຈຳນວນຫຼາຍ ເພື່ອຊຳລະລາຄາສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ
ເພີ້ມຂຶ້ນນັບມື້ນັ້ນເອງ.
ໂດຍເມື່ອສົມທົບກັບໄພນໍ້າຖ້ວມຄັ້ງໃຫຍ່ໃນຊ່ວງເດືອນກໍລະກົດ ຫາກັນຍາ 2018
ຊຶ່ງກະທົບຕໍ່ການຜະລິດໃນພາກກະສິກຳຂອງລາວຢ່າງກວ້າງຂວາງ ແລະເຮັດໃຫ້
ຄາດໝາຍໄດ້ວ່າການສົ່ງອອກສິນຄ້າກະສິກຳຂອງລາວຈະລົດລົງໃນປີນີ້ ເຊັ່ນດຽວ
ກັນກັບການຜະລິດດ້ານການຂຸດຄົ້ນແຮ່ທາດທີ່ຄາດວ່າຈະລົດລົງເກີນກວ່າ 2 ເປີ
ເຊັນທຽບກັບປີ 2017 ຂະນະທີ່ການນຳເຂົ້າສິນຄ້າຕ່າງປະເທດ ຍັງສືບຕໍ່ເພີ້ມຂຶ້ນ
ຊຶ່ງກໍເຮັດໃຫ້ສາມາດຄາດໝາຍໄດ້ວ່າ ທຶນສຳຮອງເງິນຕາຕ່າງປະເທດຂອງລາວ
ຈະລົດລົງເຫຼືອຕ່ຳກວ່າ 1,000 ລ້ານໂດລາສະຫະລັດ ຊຶ່ງເທົ່າກັບການນຳເຂົ້າສິນ
ຄ້າຕ່າງປະເທດໄດ້ພຽງເດືອນເຄິ່ງເທົ່ານັ້ນ ທັງຍັງມີທ່າອຽງຈະລົດລົງອີກ ຫາກບໍ່
ຄວບຄຸມການນຳເຂົ້າສິນຄ້າຢ່າງແທ້ຈິງ.