ADB ຄາດວ່າ​ ເສດຖະກິດ​ລາວ ​ຈະ​ຂະຫຍາຍຕົວ ​ເພີ່ມ​ຂຶ້ນ ​ໂດຍສະ​ເລ່ຍ 7.9% ​ໃນປີນີ້

ທ່ານ A. Barend Frielink, ຫົວໜ້າ ທະນາຄານພັດທະນາເອເຊຍ ປະຈໍາລາວ ແລະ ທ່ານ ສຸລິນທອນ ເລືອງຄໍາສິງ ນັກເສດຖະສາດໃຫຍ່ ປະຈໍາທະນາຄານ ພັດທະນາເອເຊຍ ປະຈໍາລາວ

ທະນາຄານ​ພັດທະນາ​ເອ​ເຊຍຄາດໝາຍ​ວ່າ​ເສດຖະກິດ​ຂອງ​ລາວ​
ຈະ​ຂະຫຍາຍຕົວ ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 7.9% ​ໃນ​ຕະຫຼອດ
​ປີ 2012 ນີ້ ​ເນື່ອງ​ຈາກ​ໄດ້​ຮັບ​ຜົນ ກະທົບ​ຈາກ​ວິ​ກິດ​ການ​ເສດຖະ
ກິດ​ໃນ​ສະຫະລັດ​ແລະ​ຢູ​ໂຣບ.

ທະນາຄານ​ພັດທະນາ​ເອ​ເຊຍ ຫຼື ADB ​ໄດ້​ສະ​ເໜີ​ລາຍ​ງານ​ເມື່ອ
​ບໍ່​ດົນ​ມາ​ນີ້​ວ່າ ວິ​ກິດ​ການ​ເສດຖະກິດທັງ​ທີ່ຢູ່​ໃນ​ສະຫະລັດອະ​ເມຣິ
ກາ ​ແລະ​ສະຫະພາບ​ຢູ​ໂຣບ​ໃນ​ເວລາ​ນີ້ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ
​ການ​ທາງ​ເສດຖະກິດ​ໂດຍ​ລວມຂອງ​ພູມີ​ພາກ​ເອ​ເຊຍ​ຕາ​ເວັນ​ອອກ
ຢ່າງ​ຫຼີກ​ລ່ຽງບໍ່​ໄດ້ ​ແລະ​ກໍ​ເຮັດ​ໃຫ້​ສາມາດ​ຄາດໝາຍ​ໄດ້​ວ່າ ​ເສ​ດ
ຖະກິດ​ໂດຍ​ລວມຂອງ​ເອ​ເຊຍ​ຕາ​ເວັນ​ອອກ ​ຈະ​ຂະຫຍາຍ​ຕົວ​ຫລຸດ
​ລົງໃນ​ປີ 2012 ຕໍ່​ເນື່ອງ​ເຖິງ​ປີ 2013 ດ້ວຍ.

​ກ່ອນ​ໜ້າ​ນີ້ ADB ​ເຄີຍ​ໄດ້​ໃຫ້ການ​ຄາດໝາຍ​ໄວ້​ວ່າ​ເສດຖະກິດ​ໃນເອ​ເຊຍ​ຈະຂະຫຍາຍ
ຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 6.9% ​ໃນ​ປີ 2012 ​ແລະ 7.3% ​ໃນ​ປີ 2013 ​ແຕ່​ດ້ວຍ​ວິ​ກິດ​
ການ​ເສດຖະກິດ​ທັງ​ໃນ​ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ ທີ່ຍັງ​ແກ່ຍາວ​ຈົນເຖິງຂະນະ​ນີ້
ກໍ​ໄດ້​ເຮັດ​ໃຫ້ ADB ຕ້ອງ​ປັບ​ປ່ຽນ​ລະດັບ​ຄາດໝາຍການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ຂອງ​ພູມີ​ພາກ​ເອ​ເຊຍ​ຕາ​ເວັນ​ອອກ​ລົງ​ມາ​ເປັນ 6.1% ​ແລະ 6.7% ຕາມ​ລໍ​າດັບ.

ຮ້ານຂາຍຄໍາຮ້ານນຶ່ງ ທີ່ຕະຫລາດເຊົ້າໃນນະຄອນວຽງຈັນຂອງລາວ


​ແຕ່​ຢ່າງໃດ​ກໍ​ຕາມ ສໍາລັບ​ລາວ​ນັ້ນ ADB ກໍ​ຍັງ​ເຊື່ອວ່າ​ເສດຖະກິດ​
ໂດຍ​ລວມຂອງລາວ​ຍັງ​ຈະ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ
​ເລ່ຍ 7.9% ​ໃນ​ປີ 2012 ນີ້ ຊຶ່ງ​ກໍສອດຄ່ອງ​ກັນ​ກັບ​ລາຍ​ງານ​ຂອງ
The Economist ວາລະສານ​ທາງ​ເສດຖະກິດ​ລະດັບ​ນໍາ​ຂອງ​
ໂລກ ທີ່​ໄດ້​ສະ​ເໜີ​ລາຍ​ງານ​ຕາມ​ຄາດໝາຍ​ການ​ເຕີບ​ໂຕ​ທາງ
​ເສດຖະກິດ​ຂອງ​ໂລກ​ປະ​ຈໍາປີ 2012 ນີ້​ວ່າ​ ລາວ​ເປັນ​ປະ​ເທດ​ນຶ່ງ
​ທີ່​ຖືກ​ຄາດໝາຍ​ວ່າ​ຈະ​ມີ​ອັດຕາ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ
​ສູ​ງສຸດ​ໃນ 10 ອັນ​ດັບ​ຂອງ​ໂລກ

ຊຶ່ງ​ປະກອບ​ດ້ວຍ ມາ​ເກົ໊າ ມອງ​ໂກ​ເລຍ ລີ​ເບຍ ອີ​ຣັກ ​ແອ​ງ​ໂກລາ ​ໄນ​ຈີ​ເຣຍ ຈີນ ​ເອທິ​ໂອ​ເປຍ ຣະວັນ​ດາ ​ແລະ​ລາວ​ຕາມ​ລໍາດັບ ​ໂດຍ​ຄາດໝາຍ​ວ່າ ​ເສດຖະກິດ​ຈະ​ຂະຫຍາ​ຍຕົວ​ໃນ​ອັດຕາ​ສະ​ເລ່ຍຕັ້ງ​ແຕ່ 7.9% ຈົນ​ເຖິງ 14.8% ຊຶ່ງ​ກໍ​ໝາຍ​ຄວາມວ່າ ​ລາວ​ທີ່​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ 10 ຂອງ​ໂລກ​ນັ້ນ ​ກໍ​ມີ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ ໃນ​ອັດ​ຕາສ​ະ​ເລ່ຍບໍ່​ຕໍ່າ​ກວ່າ 7.9% ​ໃນ​ຕະຫຼອດ​ປີ 2012 ນີ້​ນັ້ນ​ເອງ.

ທາງ​ດ້ານ​ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ​ແລະ​ການ​ລົງທຶນ ກໍ​ຖະ
​ແຫຼ​ງຍອມຮັບ​ກ່ອນ​ໜ້າ​ນີ້​ວ່າ ການ​ປະຕິບັດ​ຈັດ​ຕັ້ງ​ແຜນການ​ພັດທະນາທາງ​ເສດຖະກິດ​ປະ​ຈໍາປີ 2011-2012 ທີ່​ສິ້ນ​ສຸດແຜນການ​ລົງ​ໃນ​ທ້າ​ນ​ເດືອນ​ກັນຍາ​ນີ້ ​ບໍ່​ສາມາດ​ບັນລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ ​ເນື່ອງ​ຈາກ​ວ່າ​ໃນ​ຂະນະ​ທີ່​ລັດຖະບານ​ລາວ​ໄດ້​ວາງເປົ້າໝາຍ​ໄວ້​ວ່າ ​ຜະລິດ​ຕະພັນ​ລວມ​ພາຍ​ໃນ GDP ​ໃນ​ແຜນ ການ​ປີ 2011-2012 ນີ້​ຈະ​ມີ​ມູນ​ຄ່າ​ລວມ​ເຖິງ 73,200 ຕື້​ກີບ ຫຼືຄິດ​ເປັນ​ອັດຕາສະ​ເລ່ຍທີ່​ເພີ່ມ​ຂຶ້ນຈາກ​ແຜນການ​ປີ 2010 -2011 ​ເຖິງ 8.3% ນັ້ນ ຫາກ​ແຕ່ ຈາກ​ການ​ປະ​ຕິບັດ​ຕົວ​ຈິງ​ກໍ​ປາກົດ​ວ່າ GDP ​ໄດ້​ຂະ ຫຍາຍຕົວ​ເພີ່ມ​ຂຶ້ນພຽງ 8% ​ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ​ສົມ​ດີ ​ໄດ້​ຖະ​ແຫຼ​ງຊີ້​ແຈງ​ວ່າ:

“ໝົດ​ສົກ​ປີ 2011-2012 ຄາດ​ຄະ​ເນ​ວ່າ​ຈະ​ຂະຫຍາຍຕົວ​ປະມານ 8% ​ແລະ​ສາ ມາດ​ສ້າງ​ມູນ​ຄ່າ​ເພີ່ມ​ໃນ​ລາຄາ​ປັດຈຸບັນ​ໄດ້​ປະມານ 70,600 ຕື້​ກີບ ຫຼື​ເທົ່າ​ກັບ 8.8%​ ຕື້ໂດ​ລາ​ສະຫະລັດ ຖ້າ​ທຽບ​ໃສ່​ແຜນການ​ຄາດ​ວ່າ​ຈະ​ບັນລຸ​ຕາມ​ຄາດໝາຍ​ແຜນການທີ່​ວາງ​ໄວ້ 8.3%.”

ທ່ານນາງ Karen B. Stwart ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ບໍລິຈາກເງິນ 2 ລ້ານກີບ ແກ່ຜູ້ປະສົບບັນຫາ ໄພນໍ້າຖ້ວມໃ ນປີ 2011


ທັງ​ນີ້​ ​ນອກຈາກ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດ​ຖະກິດ​ໃນ​ສະ
ຫະລັດ​ແລະ​ບັນຫາໜີ້​ສິນ​ພາກ​ລັດ​ໃນ​ສະຫະພາບ​ຢູ​ໂຣບ​ແລ້ວ
ກໍ​ຍັງ​ມີ​ສາ​ເຫດ​ມາ​ຈາກ​ໄພ​ນໍ້າ​ຖ້ວມຄັ້ງ​ໃຫຍ່​ທີ່​ເກີດ​ຈາກ​ພາ​ຍຸ
ໂຊນ​ຮ້ອນ​ໃນ​ທ້າຍ​ປີ 2011 ທີ່​ໄດ້​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້ການ​
ຜະລິດ​ທັງ​ໃນ​ພາກ​ກະສິກໍາ ​ແລະ ພາກ​ອຸດສາຫະກໍາ ​ບໍ່​ສາມາດ​
ປະຕິບັດ​ໄດ້ຕາມ​ແຜນການ​ທີ່​ວາງ​ໄວ້ ກໍ​ຄື​ໃນ​ຂະນະ​ທີ່​ລັດຖະ
ບານ​ລາວ​ໄດ້​ວາງ​ເປົ້າໝາຍ​ການ​ຂະຫຍາຍຕົວ​ໃນ​ພາກ​ກະສິກໍາ
​ແລະ​ອຸດສາຫະກໍາ​ໄວ້​ທີ່​ລະດັບ 3.5%​ ກັບ 16.8% ຫາກ​ແຕ່
​ໃນ​ການ​ປະຕິບັດ​ຕົວ​ຈິງ​ກໍ​ປາກົດ​ວ່າ​ພາກ​ກະສິກໍາ​ຂະຫຍາຍ
ຕົວ​ພຽງ 2.7% ​ແລະ​ພາກ​ອຸດສາຫະກໍາ​ກໍ​ຂະຫຍາຍຕົວ​ພຽງ 13% ​ເທົ່າ​ນັ້ນ.