ທ່ານນາງ Reynolds ເສຍຊີວິດ ນຶ່ງມື້ ຫຼັງຈາກ ການຈາກໄປຂອງລູກສາວ

Your browser doesn’t support HTML5

ທ່ານນາງ Debbie Reynolds

ນັກສະ​ແດງອາເມຣິກັນ​ ທ່ານ​ນາງ Debbie Reynolds ​ໄດ້​ເສຍຊີວິດ​ໃນ​ວັນ​ພຸດ​ວານ​ນີ້ ຍ້ອນ​ໂຣກລົມ​ສະລະ​ບາດ ພຽງ​ແຕ່​ນຶ່ງ​ມື້ ຫຼັງ​ຈາກ​ລູກ​ສາວ​ຂອງ​ທ່ານ​ນາງທີ່​ເປັນ​ນັກ
ສະ​ແດງ Carrie Fisher ​ໄດ້​ເສຍ​ຊີວິດ​ໄປ​.

ທ່ານ​ນາງ Debbie Reynolds ​ໄວ 84 ປີ ​ໄດ້​ເປັນ​ລົມ​ສາລະ​ບາດ​ໃນ​ຕອນ​ບ່າຍ​ມື້​ວັນ​ພຸດ​ວານ​ນີ້​ທີ່​ບ້ານ​ຂອງ​ລູກ​ຊາຍຜູ້ກ່ຽວ ​ໃນເມືອງ Beverly Hills, ລັດ California. ນັກສະ​ແດງ​ຜູ້​ຊຶ່ງ​ເປັນ​ຕຳນານ ​ໄດ້​ເຂົ້າ​ຮັກສາ​ພະຍາບານ​ໃນ​ເວລາ​ສັ້ນໆຈົນ​ເຖິງເວລາ​ລົດ​ພະຍາບານ ​ໄດ້​ຖືກ​ເອີ້ນ​ມາ​ຍັງ​ບ້ານ​ລູກ​ຊາຍ​ຂອງ​ທ່ານນາງ.

ທ່ານນາງ Debbie Reynolds ຮ້ອງເພງໃຫ້ແກ່ ພວກທະຫານບົກ ສຳນັກງານໃຫຍ່ທີ 8 ໃນໂຊລ, ເກົາຫຼີໃຕ້, 23 ພຶດສະພາ, 1955.


ລູກ​ຊາຍ​ຂອງ​ທ່ານ​ນາງ Reynolds ທ່ານ Todd Fisher ​ໄດ້ຢືນຢັນ​ການ​ຕາຍ​ຂອງ​ທ່ານ​ນາງ​ໃນ​ແຫຼ່ງ​ຂ່າວ​ຕ່າງໆວ່າ “ທ່ານ​ນາງ​ຕ້ອງການ​ຈະ​ໄປ​ຢູ່​ກັບ ນາງ Carrie” ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Fisher.

“ປະຈຸ​ບັນ​ນີ້ ທ່ານ​ນາງ​ໄດ້ໄປ​ຢູ່​ກັບ ນາງ Carrie​ ແລ້ວ ​ແລະ ພວກ​ເຮົາ​ທັງ​ໝົດ​ແມ່ນ​ເສົ້າ​
ສະ​ລົດ​ໃຈ​ແລະ​ເສຍ​ໃຈ​ໃນ​ເລື້ອງ​ນີ້,”
ທ່ານ ​ໄດ້ກ່າວຈາກ​ໂຮງພະຍາບານ Cedars-Sinai Medical Center ​ໃນ​ນະຄອນ Los Angeles ບ່ອນທີ່​ແມ່​ຂອງ​ລາວ ​ໄດ້​ຖືກ​ນຳ​ໄປ​ສົ່ງ​ໂດຍ​ລົດ​ສຸກ​ເສີນ​ນັ້ນ. ທ່ານ​ໄດ້​ກ່າວ​ວ່າ ການ​ຈາກ​ໄປ​ຂອງ​ນ້ອງ​ສາວ ​ແມ່ນ​ເປັນ​ເລື້ອງ​ໜັກ​ໜາ​ສາ​ຫັດ​ ແລະ​ເສົ້າ​ໂສກ​ເສຍ​ໃຈ ​ເປັນ​ທີ່​ສຸດ ສຳ​ຫຼັບ ທ່ານ​ນາງ Reynolds.

ນັກຮ້ອງ Eddie Fisher ແລະຄູ່ໝັ້ນ ທ່ານນາງ Debbie Reynolds, ມອງຕາກັນທີ່ສະໜາມບິນ Idlewild, 19 ເມສາ, 1955, ໃນນະຄອນ New York ທີ່ເດີນທາງມາຈາກອັງກິດ.



ທ່ານ​ນາງ Reynolds ​ໄດ້​ສະ​ແດງ​ຮ່ວມ​ກັບ​ນັກສະ​ແດງ​ຝ່າຍ​ຊາຍ ທ່ານ Gene Kelly ​ໃນ​ປີ 1952 ​ໃນ​ຮູບ​ເງົາ classic “Singin” in the Rain ​ແລະ​ໄດ້​ຖືກ​ສະ​ເໜີ​ຊື່​ເຂົ້າ​ຊີງ​ລາງ​ວັນ Oscar ​ໃນ​ບົດບາດ​ທີ່​ທ່ານ​ນາງ​ໄດ້​ຮັບ​ໃນ​ລະຄອນ​ດົນຕີ​ເລື້ອງ “The Unsinkable Molly Brown.” ທ່ານ​ນາງ​ຍັງ​ໄດ້​ຖືກ​ສະ​ເໜີ​ຊື່​ເຂົ້າ​ຊີງ​ລາງວັນ Tony Award ​ໃນ​ປີ 1973 ​ໃນ​ຜົນງານ​ການສະ​ແດງ ​ໃນ​ລະຄອນ​ເວທີ​ດົນຕີ​ເລື້ອງ “Irene.”

ນັກສະແດງ Carrie Fisher ມອບລາງວັນໃຫ້ແກ່ Debbie Reynolds ກັບນັກສະແດງລາງວັນ Guild life achievement award ໃນພິທີມອບລາງວັນ ຄັ້ງທີ 21st ທີ່ Shrine Auditorium, Los Angeles. 25 ມັງກອນ, 2015.



ທ່ານ​ນາງ​ໄດ້​ຮັບ​ລາງວັນ​ກິ​ຕິ​ມະ​ສັກ Oscar ​ໃນ​ປີ 2015 ​ແລະ​ລາງວັນ Jean Hersholt Humanitarian Award ​ແຕ່​ວ່າ​ທ່ານ​ນາງ​ບໍ່​ສະບາຍ​ຈົນບໍ່​ສາມາດ​ທີ່ຈະເຂົ້າ​ຮ່ວມ​ພິທີ​ໄດ້. ຫຼານ​ສາວ​ຂອງ​ທ່ານ​ນາງ ສິນລະປິນ Billie Lourd ​ໄດ້​ເຂົ້າ​ຮັບ​ເອົາລາງວັນ​ຕາງໜ້າ
​ທ່ານ​ນາງ. ທ່ານ​ນາງ Reynolds ​ໄດ້​ເປັນ​ທີ່​ຍອມຮັບ​ໃນ​ການ​ເອົາ​ໃຈ​ໃສ່​ໃນ​ອົງການ​ກຸສົນ​ຕ່າງໆ ຊຶ່ງ​ຮວມທັງ ອົງການ​ໂຣກປະສາດ ທີ່​ທ່ານ​ນາງ​ເປັນ​ຜູ້​ລິ​ເລີ້ມ ທີ່​ມີ​ຊື່ວ່າ Thalians.

ທ່ານ​ນາງ Reynolds ​ເກີດ​ທີ່​ເມືອງ El Paso ລັດ Texas, Mary Frances ​“Debbie” Reynolds ​ໄດ້​ແຕ່ງງານ 3 ຄັ້ງ. ທ່ານ​ນາງ​ມີ​ລູກ 2 ຄົນ ກັບ​ມື້​ລາງນັກ​ຮ້ອງ ທ່ານ Eddie
Fisher ຜູ້​ຊຶ່ງ​ຢ່າ​ຮ້າງ​ທ່ານ​ນາງ ​ແລ້ວ​ໄປ​ແຕ່ງງານ​ກັບ ນັກສະ​ແດງ Elizabeth Taylor.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Legendary Actress Debbie Reynolds Dies at 84