ບັນດາເຈົ້າໜ້າທີ່ປະຕິບັດກົດໝາຍ ກ່າວວ່າ ນັກສະແດງດາ
ຣາຕະຫລົກອາເມຣິກັນ Robin Williams ໄດ້ຂ້າໂຕຕາຍ
ດ້ວຍການແຂວນຄໍທີ່ບ້ານພັກຂອງລາວໃນລັດ California.
ເຈົ້າໜ້າທີ່ປະຈໍາ ຫ້ອງການຕຳຫລວດທ້ອງຖິ່ນຄົນນຶ່ງໄດ້ເປີດ
ເຜີຍລາຍລະອຽດເຖິງການເສຍຊີວິດຂອງນັກໃຫ້ຄວາມບັນ
ເທິງ ໃນວັນອັງຄານວານນີ້ ໂດຍກ່າວວ່າ ທ່ານໄດ້ຖືກພົບ
ເຫັນເສຍຊີວິດ ໃນວັນຈັນທີ່ຜ່ານມາ ໂດຍຜູ້ຊ່ວຍປະຈຳໂຕ.
ມີລາຍງານວ່າ ທ່ານ Williams ອາຍຸ 63 ປີ ໄດ້ພົບເຫັນຍັງ
ມີຊີວິດເທື່ອສຸດທ້າຍ ຢູ່ທີ່ເຮືອນຂອງທ່ານ ໃນຕອນແລງວັນອາທິດແລ້ວ.
Your browser doesn’t support HTML5
In Hollywood, Fans Remember Robin Williams
ຖະແຫລງຂ່າວ ຈາກຜູ້ຕາງໜ້າຂອງທ່ານ ກ່າວວ່າ ທ່ານ Williams ໄດ້ຕໍ່ສູ້ກັບໂຣກຊຶມ
ເສົ້າ. ທ່ານ Williams ຍັງໄດ້ດີ້ນລົນຕໍ່ສູ້ມາເປັນເວລານານກັບການໃຊ້ຢາເສບຕິດແລະ
ການດື່ມເຫລົ້າຫລາຍ ຊຶ່ງເປັນທີ່ຮູ້ກັນດີ. ພຽງແຕ່ເດືອນແລ້ວນີ້ ທ່ານໄດ້ຂໍເຂົ້າໄປປິ່ນປົວ
ຢູ່ສູນກາງບຳບັດ ເພື່ອຊ່ວຍຮັກສາໃຫ້ທ່ານຫາຍດີຈາກ ການດື່ມເຫຼົ້າ.
ປະທານາທິບໍດີ Barack Obama ໄດ້ສັນລະເສີນທ່ານ Williams ວ່າ ເປັນນັກສະແດງ
“ທີ່ບໍ່ນຳແບບໃຜ” ທີ່ໄດ້ສຳພັດທຸກໆພາກສ່ວນ ຂອງຈິດໃຈມະນຸດ.
ດາລາ ຕະຫລົກ Robin Williams