ສຫລ ປະຕິເສດ ວ່າ ກຸ່ມອິສລາມ ບໍ່ໄດ້ຍິງ ເຮືອບິນ F-16 ຂອງຈໍແດນ ຕົກ

ຮູບພາບຂອງສູນການຂ່າວ ເມືອງ Raqqa ຂອງກຸ່ມລັດອິສລາມ ສະແດງຮູບພາບ ຂອງພວກນັກຕໍ່ສູ້ຫົວຮຸນແຮງ ຈັບນັກບິນ ທີ່ເຊື່ອວ່າ ເປັນຂອງຈໍແດນ (ຄົນໃສ່ເສື້ອຂາວ) ວັນທີ 24 ທັນວາ 2014.

ກອງທັບ​ສະຫະລັດ​ກ່າວ​ວ່າ ກຸ່ມ​ຫົວ​ຮຸນ​ແຮງລັດ​ອິສລາມ ບໍ່​ໄດ້
​ຍິງ​ເຮືອບິນ​ລົບ​ໄອ​ພົ່ນ F-16 ຂອງ​ຈໍ​ແດນ ​ທີ່​ຕົກລົງ​ໃນ​ຊີ​ເຣຍ​
ໃນ​ວັນ​ພຸດ​ວານ​ນີ້.

ກອງບັນຊາ​ການ​ຂອງສະຫະລັດໃນເຂດພາກຕາເວັນອອກກາງ
ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ວ່າ ຫຼັກ​ຖານ​ຊີ້​ໃຫ້​ເຫັນ​ຢ່າງ​
ຈະ​ແຈ້ງ ວ່າ​ກຸ່ມ​ລັດ​ອິສລາມ​ບໍ່​ໄດ້​ຍິງ​ເຮືອບິນລຳ​ນີ້​ຕົກ ດັ່ງ​ທີ່​ພວກ​
ຫົວ​ຮຸນ​ແຮງ​ໄດ້​ກ່າວ​ອ້າງ​ໄປ​ນັ້ນ.

ນາຍ​ພົນ Lloyd Austin ທີ່​ເປັນ​ຜູ້​ກຳກັບ​ດູ​ແລ​ການ​ສູ້​ລົບ​ຂອງ​
ກຳລັງ​ຂອງແນວໂຮມ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ ​ໃນ
​ຊີ​ເຣຍ​ແລະ​ໃນ​ອີຣັກໄດ້​ປະນາມ​ຢ່າງ​ເ​ເຂ​ງ​ແຮງຕໍ່ພວກ​ຫົວ​ຮຸນແຮງ ທີ່​ໄດ້​ຈັບ​ກຸມ​ນັກ​ບິນ​ປະ ຈຳເຮືອບິນ​ລົບ​ລຳ​ດັ່ງກ່າວ ​ແລະ​ກ່າວ​ຕື່ມ​ວ່າ ຝ່າຍ​ກຳລັງ​ປະສົມ​ຈະ​ບໍ່​ໂຍະຍານ​ຕໍ່​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ພວກ​ເຂົາ ​ເພື່ອ​ສວຍ​ໃຊ້​ເຮືອບິນ​ຕົກ​ນີ້ ​ເພື່ອເປົ້າ​ໝາຍຂອງ​ພວກ​
ເຂົາ​ເອງ.

ມ. Raqqa ຂອງຊີເຣຍ

​ເຮືອບິນ​ລຳ​ນີ້ ​ໄດ້​ຕົກລົງ​ໃກ້ໆ​ກັບ​ເມືອງ Raqqa ​ໃນ​ພາກ​ເໜືອ​
ຂອງ​ຊີ​ເຣຍ ຊຶ່ງ​ເປັນ​ທີ່​ໝັ້ນ​ແຫ່ງ​ສຳຄັນ ​ຂອງ​ກຸ່ມ​ລັດ​ອິສລາມ ທີ່​
ໄດ້​ຍຶດ​ເອົາຫຼາຍ​ພາກສ່ວນ​ຂອງ​ຊີ​ເຣຍ​ແລະ​ອິຣັກ​ໄປ​ໃນ​ຕົ້ນ​ປີນີ້.

ກອງທັບ​ຈໍ​ແດນ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຕົນ​ແມ່ນຖືວ່າ​ ພວກ
​ຫົວ​ຮຸນ​ແຮງ ​ເປັນ​ຜູ້​ຮັບຜິດຊອບ​ສຳລັບ​ຊີວິດ ​ແລະ​ຄວາມ​ປອດ
​ໄພ​ຂອງ​ນັກ​ບິນ ຄົນ​ນີ້.

ນັກ​ບິນ​ຄົນ​ດັ່ງກ່າວ ​ເປັນນັກບິນ​ຄົນ​ທຳ​ອິດ​ຂອງແນວໂຮມພາຍ
ໃຕ້​ການ​ນຳພາ​ຂອງ​ສະຫະລັດ ທີ່ໄດ້ຖືກຈັບ.

Your browser doesn’t support HTML5

islamicstate25december14