ພວກນັກເຄື່ອນໄຫວ ໃນທົ່ວ ສຫລ ພາກັນ ຍ່າງປະທ້ວງ ເພື່ອຄວາມຍຸຕິທຳ ດ້ານຜີວພັນ

ພວກປະທ້ວງ ພາກັນຮ້ອງໂຮຄຳຂວັນ ຢູ່ Freedom Plaza ໃນນະຄອນຫຼວງ ວໍຊິງຕັນ ໃນການຍ່າງປະທ້ວງ ເມື່ອວັນທີ 13 ທັນວາ 2014.

ປະຊາຊົນ​ຫຼາຍ​ໝື່ນ​ຄົນ​ໄດ້ພາກັນ​ໂຮມ​ຊຸມນຸມ​ ໃນ​ນະຄອນ
​ນີວຢອກ ນະຄອນຫຼວງ​ວໍ​ຊິງ​ຕັນ ​ແລະ​ໃນ​ຫົວ​ເມືອງ​ອື່ນໆ​ ໃນ​
ສະຫະລັດ​ ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່​ການສັງຫານ
ພວກ​ຜູ້​ຊາຍແລະ​ເດັກ​ໜຸ່ມຜີວ ດຳ​ ​ໂດຍຕຳຫຼວດ ​ແລະ​ຮຽກ
ຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ພາກ​ສວ່ນ​ການຈັດ​ຕັ້ງ​ປະຕິບັດ​ກົດ
ໝາຍ​.

ພວກ​ຍາດຕິ​ພີ່ນ້ອງ​ຂອງ​ທ້າວ Michael Brown, ນາຍ Eric
Garner, ທ້າວ Tamir Rice ​ແລະ​ທ້າວ Trayvon Martin
ຊຶ່ງທັງ 4 ຄົນ​ເສຍ​ຊີວິດ​ໃນ​ເຫດການ​ຕ່າງໆ​ທີ່​ເກີດ​ຂຶ້ນ ​ໃນ​ຫວ່າງ
2 ປີຜ່ານມາ​ນັ້ນ ໄດ້​ເຂົ້າ​ຮ່ວມໃນການ​ຍ່າງ​ປະ​ທ້ວງຢູ່ນະຄອນ
ຫຼວງ​ວໍ​ຊິງ​ຕັນ ທີ່ເອີ້ນ​ວ່າ​ “ການ​ຍ່າງ​ເພື່ອຄວາມຍຸຕິ​ທຳ​ສຳລັບໝົດ​ທຸກ​ຄົນ”.

ພວກ​ປະ​ທ້ວງ​ຫຼາຍ​ພັນ​ຄົນ​ພາກັນ​ຍ່າງ​ຈາກ​ບໍລິ​ເວນທຳນຽບຂາວ ​ໄປ​ຍັງ​ຕຶກລັດຖະສະພາ​ສະຫະລັດ ຊຶ່ງ​ບາງ​ຄົນ​ພາກັນ​ຖື​ປ້າຍ ທີ່​ປະກາດ​ວ່າ “ຊີວິດ​ຂອງ​ຊາວ​ຜີວ​ດຳ ກໍ​ສຳຄັນ”.
ຢູ່​ໃກ້ໆ​ກັບ​ຕຶກ​ລັດຖະສະພາ ພວກ​ປະ​ທ້ວງ​ໄດ້​ຟັງ​ຄຳ​ປາ​ໄສ​ ຈາກ​ບັນດາ​ສະມາຊິກ​ຄອບຄົວ
​ແລະ​ຈາກທ່ານ Al Sharpton ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ພົນລະ​ເມືອງ ທີ່​ເປັນ​ຜູ້ຈັດຕັ້ງ​
ການ​ຍ່າງ​ປະ​ທ້ວງນີ້.

ການ​ເດີນ​ຂະ​ບວນປະ​ທ້ວງ​ທີ່​ໃຫຍ່​ກວ່າ ມີ​ຂຶ້ນ​ທີ່​ນະຄອນ​ນີວຢອກ ບ່ອນ​ທີ່​ປະຊາຊົນ​ຫຼາຍ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ ໃນ​ການ​ປະ​ທ້ວງ​ທີ່​ເອີ້ນ​ວ່າ Millions March ຫຼື ການ​ຍ່າງ​ຫຼາຍ​ລ້ານ​ຄົນ. ການ​ເດີນ​ຂະ​ບວນປະ​ທ້ວງ​ແລະໂຮມ​ຊຸມນຸນຕ່າງໆ ​ໄດ້​ມີ​ຂຶ້ນ​ໃນ​ຫົວ​ເມືອງ​ອື່ນໆ​ເຊັ່ນ​ກັນ ຮວມທັງ ຢູ່​ນະຄອນ Boston, Chicago ​ແລະ​ San Francisco.

Your browser doesn’t support HTML5

Thousands March in Washington Over Police Killings

ທີ່​ມະຫາວິທະຍາ​ໄລ​ລັດ California ທີ່​ເມືອງ Berkely ບ່ອນ​ທີ່​ການ​ປະ​ທ້ວງ​ຍັງດຳ​ເນີນ​ໄປຢູ່​ນັ້ນ ມີຮູບ​ຈຳລອງ​ທີ່​ເຮັດ​ດ້ວຍ​ກະດາດແຂງໆ ຂອງ​ພວກຄົນ​ຜີວ​ດຳ 3 ຄົນ ທີ່​ໄດ້​ເສຍ​ຊີວິດ​ໄປ​ນັ້ນ ​ຫ້ອຍ​ຢູ່​ໃນ​ສະພາບ​ມີ​ເຊືອກ​ມັດ​ຄໍ ຢູ່​ໃນ​ບ່ອນ​ຕ່າງໆ​ໃນ​ວັນ​ເສົາ​ວານ​ນີ້. ຮູບ​ຈຳລອງ​ ຢ່າງ​ໜ້ອຍ ​ແຜ່ນ​ນຶ່ງ ມີ​ຄຳ​ຂວັນຂຽນໄວ້​ວ່າ “ຂ້ອຍ​ຫາຍ​ໃຈ​ບໍ່​ໄດ້” ຊຶ່ງ​ເປັນ​ຄຳ​ເວົ້າ​ສຸດ​ທ້າຍ​ຂອງ​ນາຍ Garner ກ່ອນ​ເສຍ​ຊີ​ວີ​ດຍ້ອນ​ຖືກ​ຕຳຫລວດ​ຮັດ​ຄໍນັ້ນ. ບັນດາ​ເຈົ້າໜ້າ​ທີ່​ມະຫາວິທຍາ​ໄລ ກ່າວ​ວ່າ ຮູບ​ຈຳລອງທັງ 3 ແຜ່ນ ​ໄດ້​ຖືກ​ປົດ​ລົງ​ແລ້ວ ​ແລະ​ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ໃຜ​ເປັນຜູ້ເອົາຮູບ​ຈຳລອງ​ເຫຼົ່າ​ນີ້ ​ໄປ​ຫ້ອຍ​ໄວ້.

ການ​ປະ​ທ້ວງ​ຕ່າງໆ ​ໄດ້​ມີ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ຕັ້ງ​ແຕ່​ເດືອນ​ແລ້ວ​ນີ້ ​ເປັນ​ຕົ້ນ​ມາ ​ເວລາ​ຄະ
ນະ​ຕຸລາການ​ຈຸ​ນຶ່ງ​ຕັດສິນ ບໍ່​ທຳ​ການ​ຟ້ອງ​ຮ້ອງຕຳຫຼວດ​ຄົນ​ຜີວ​ຂາວ​ຄົນ​ນຶ່ງ ທີ່​ຍິງ​ທ້າວ Michael Brown ໄວ 18 ປີ​ ຕາຍ​ທີ່​ເມືອງ Ferguson ​ເຂດ​ຊານ​ເມືອງ St. Louis ລັດ Missouri ​ໃນ​ເດືອນ​ສິງຫາ​ຜ່ານ​ມາ​ນັ້ນ.

ການ​ເດີນ​ຂະ​ບວນປະ​ທ້ວງ ​ໄດ້​ເກີດ​ຂຶ້ນ​ອີກ ​ເວລາ​ຄະນະ​ຕຸລາການ​ຈຸ​ນຶ່ງ​ໃນ​ນະຄອນ​ນີວ
ຢອກ​ ຕັດສິນບໍ່​ຍອມ​ຟ້ອງ​ຮ້ອງຕຳຫຼວດ​ຄົນ​ນຶ່ງໃນ​ການເຮັດ​ໃຫ້​ນາຍ Garner ​ເສຍ​ຊີວິດ
​ໄປ​ໃນ​ເດືອນ​ກໍລະກົດ​ ຍ້ອນການ​ຮັດ​ຄໍລາວ ​ເຖິງ​ແມ່ນ​ເຈົ້າ​ໜ້າ​ທີ່​ການແພດພິສູດ​ຊາກ​ສົບ​ຄົນ​ນຶ່ງ ​ຂອງ​ນະຄອນ​ນີວຢອກ​ ​ໄດ້​ລົງ​ຄວາມ​ເຫັນ​ວ່າ ການ​ຕາຍ​ຂອງ​ຜູ້ກ່ຽວ​ເມື່ອ​ເດືອນ​ກໍ
ລະກົດ​ນັ້ນ ​ແມ່ນ​ເປັນ​ຍ້ອນ​ຖືກ​ຮັດ​ຄໍ ກໍ​ຕາມ.

Your browser doesn’t support HTML5

usprotests14december14