ການປ່ອຍຕົວແມ່ຍິງຄຣິສຕຽນຄົນນຶ່ງຢູ່ປາກິສຖານ ທີ່ຖືກພົບເຫັນວ່າ ບໍ່ມີຄວາມຜິດ ໂດຍສານສູງສຸດ ໃນຂໍ້ຫາໝິ່ນປະໝາດສາສະໜາ ເມື່ອຕົ້ນອາທິດນີ້ ໄດ້ມີການຊັກຊ້າ.
ນາງເອເຊຍ ບີບີ ໄດ້ຖືກພົບເຫັນວ່າ ບໍ່ມີຄວາມຜິດໃນວັນພຸດຜ່ານມາ ຊຶ່ງໄດ້ພາໃຫ້ມີການປະທ້ວງໃນທົ່ວປະເທດ. ການປະທ້ວງຢູ່ທົ່ວປະເທດ ກຳນົດຈະມີຂຶ້ນອີກ ຫລັງຈາກພິທີສວດມົນພາວະນາ ໃນວັນສຸກມື້ນີ້.
ພວກທະຫານໄດ້ເຕືອນວ່າ ຄວາມອົດທົນກ່ຽວກັບການປະທ້ວງ ໃກ້ຈະໝົດລົງແລ້ວ.
ໂຄສົກຂອງກອງທັບ ທ່ານອາຊິຟ ກາຟົວ ກ່າວວ່າ “ພວກເຮົາຈະບໍ່ຍອມຮັບເອົາ ການໃຫ້ຄວາມເຫັນໃດໆກ່ຽວກັບພວກເຮົາ ແຕ່ການເອົາມາດຕະການສາມາດມີຂຶ້ນ ອີງຕາມກົດໝາຍແລະລັດຖະທຳມະນູນ. ຢ່າບັງຄັບໃຫ້ພວກເຮົາ ເອົາບາດກ້າວດັ່ງກ່າວ.”
ນັບເປັນມື້ທີ 2 ລຽນຕິດ ທີ່ພວກຫົວຮຸນແຮງອິສລາມ ໂຮມຊຸມນຸມປະທ້ວງ ປະນາມການຕັດສິນ ຂອງສານສູງສຸດ ທີ່ໃຫ້ປ່ອຍ ນາງເອເຊຍ ບີບີ
ນາງບີບີ ທີ່ເຮັດວຽກຫາລ້ຽງຊີບປະຈຳວັນ ໄດ້ຖືກຈັບ ຫລັງຈາກຜິດກັນກັບພວກແມ່ຍິງ ທີ່ນາງໄປເກັບໝາກແບຣີນຳນັ້ນ.
ອີງຕາມຄຳເວົ້າຂອງນາງຢູ່ສານແລ້ວ ນາງບີບີໄດ້ຖຽງກັນຢ່າງແຮງກັບພວກແມ່ ຍິງ ຫຼັງຈາກພວກແມ່ຍິງ ໄດ້ປະຕິເສດ ບໍ່ຍອມດື່ມນ້ຳທີ່ນາງໄປຕັກມາໃຫ້ເຂົາເຈົ້າ ຍ້ອນນາງນັບຖືສາສະໜາຄຣິສຕຽນ.