ລະບົບ THAAD ສ້າງຄວາມແຕກແຍກ ໃຫ້ຜູ້ສະໝັກ ປະທານາທິບໍດີ ເກົາຫຼີໃຕ້

ພວກປະທ້ວງພາກັນຖືໂຕໜັງສື ທີ່ອ່ານວ່າ "NO THAAD" ໃນລະຫວ່າງ ການຊຸມນຸມ ເພື່ອຄັດຄ້ານ ແຜນການຕິດຕັ້ງ ລະບົບປ້ອງກັນລູກສອນໄຟ ຂອງສະຫະລັດ ທີ່ທັນສະໄໝ ເອີ້ນວ່າ ໜ່ວຍປ້ອງກັນລູກສອນໄຟ ລະບົບ ຕໍ່ຕ້ານລູກສອນໄຟ ທີ່ຍິງມາໃນລະດັບສູງ ຫຼື THAAD, ຢູ່ໃກ້ກັບ ສະຖານທູດ ສະຫະລັດ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 26 ເມສາ 2017.

ບັນດາຜູ້ລົງແຂ່ງຂັນເປັນປະທານາທິບໍດີ ເກົາຫຼີໃຕ້ ທີ່ນຳໜ້າໝູ່ ໄດ້ຕຳນິ ການຟ້າວ
ຕິດຕັ້ງ ລະບົບຕໍ່ຕ້ານລູກສອນໄຟ THAAD ຂອງສະຫະລັດ ພຽງໜ້ອຍກວ່າ ສອງ
ສັບປະດາເທົ່ານັ້ນ ກ່ອນໜ້າການເລືອກຕັ້ງ.

ພາບຖ່າຍນີ້ ສະໜອງໂດຍ ກອງກຳລັງສະຫະລັດ ໃນເກົາຫຼີໃຕ້, ສະແດງໃຫ້ເຫັນພວກລົດບັນທຸກ ຖານຍິງລູກສອນໄຟ ແລະ ອຸປະກອນອື່ນໆ ຂອງສະຫະລັດ ທີ່ຕ້ອງການ ເພື່ອຕິດຕັ້ງ ໜ່ວຍລະບົບຕໍ່ຕ້ານລູກສອນໄຟ ທີ່ຍິງໃນລະດັບສູງ ຫຼື (THAAD) ໄດ້ເດີນທາງໄປຮອດ ຖານທັບອາກາດ Osan ໃນເມືອງ Pyeongtaek ຂອງເກົາຫຼີໃຕ້, ວັນທີ່ 6 ມີນາ 2017.

ເມື່ອຕອນເຊົ້າວັນພຸດວານນີ້ ຂະບວນລົດບັນທຸກທະຫານ 20 ຄັນ ແລະ ລົດພ້ວງ
ຈຳນວນນຶ່ງ ໄດ້ຂົນສົ່ງອຸປະກອນຕ່າງໆ ສຳລັບ ໜ່ວຍປ້ອງກັນລູກສອນໄຟ ລະບົບ
ຕໍ່ຕ້ານລູກສອນໄຟ ທີ່ຍິງມາໃນລະດັບສູງ ຫຼື THAAD ໄປຍັງຈຸດທີ່ໄດ້ຖືກກຳນົດ
ໃຫ້ເປັນບ່ອນຕິດຕັ້ງ ຢູ່ທີ່ສະໜາມກອັຟ ຊຶ່ງບໍລິສັດ Lotte ເປັນເຈົ້າຂອງ ໃນຊານ
ເມືອງ Seongju ທາງພາກຕາເວັນອອກສຽງໃຕ້ຂອງປະເທດ. ລວມຢູ່ໃນອຸປະກອນ
ແມ່ນມີອົງປະກອບຕ່າງໆ ທີ່ສຳຄັນ ສາມາດເຮັດໃຫ້ລະບົບ THAAD ນັ້ນ ປະຕິບັດ
ງານໄດ້ ປະກອບດ້ວຍ: ຖານຍິງເຄື່ອນທີ່ໃນຖະໜົນ ເຄື່ອງສະກັດລູກສອນໄຟ ທີ່
ຕິດຕັ້ງດ້ວຍລະບົບສະແຫວງຫາ ດ້ວຍແສງ infrared ທີ່ແນ່ນອນອັນທັນສະໄໝ
ແລະ ລະບົບເຣດາ ທີ່ມີປະສິດທິພາບສູງ ເພື່ອແນໃສ່ລູກສອນໄຟຂອງສັດຕູ.

ໃນວັນພະຫັດມື້ນີ້ ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ໄດ້ກ່າວວ່າ ລະບົບ
THAAD ໄດ້ຖືກສົ່ງໄປປະຈຳການລ່ວງໜ້າກ່ອນກຳນົດ ເພື່ອຮັບມືກັບໄພຂົ່ມຂູ່
ທີ່ເພີ່ມຂຶ້ນ ຈາກອາວຸດນິວເຄລຍ ແລະ ລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ.

ບັນດາຜູ້ສະໝັກເປັນປະທານາທິບໍດີ ເກົາຫຼີໃຕ້ (ຈາກຊ້າຍ) ທ່ານ Yoo Seung-min ຈາກພັກ Bareun, ທ່ານ Ahn Cheol-soo ຈາກພັກຂອງປະຊາຊົນ, ທ່ານ Hong Joon-pyo ຈາກພັກປົດປ່ອຍເກົາຫຼີ, ທ່ານ Moon Jae-in ຈາກພັກປະຊາທິປະໄຕ ຂອງເກົາຫຼີ ແລະ ທ່ານນາງ Sim Sang-jung ຈາກພັກຍຸຕິທຳ, ວາງທ່າ ກ່ອນໜ້າການໂຕ້ວາທີ ທີ່ຖ່າຍທອດ ທາງໂທລະພາບ ໃນນະຄອນຫຼວງໂຊລ ເມື່ອວັນອາທິດ ທີ 23 ເມສາ 2017.

ທ່ານ Moon Sang-kyun ໂຄສົກຂອງກະຊວງດັ່ງກ່າວ ກ່າວວ່າ “ອີງຕາມຄວາມ
ເຂົ້າໃຈຮ່ວມກັນ ລະຫວ່າງ ເກົາຫຼີໃຕ້ ແລະ ສະຫະລັດ ແລະ ສະຖານະການ
ຄວາມປອດໄພ ທີ່ຮ້າຍແຮງ ຢູ່ແຫຼມເກົາຫຼີ ຈຶ່ງຈຳເປັນຕ້ອງໄດ້ຕິດຕັ້ງ ຢ່າງຮີບດ່ວນ
ຄວາມອາດສາມາດຂອງລະບົບ THAAD ໃຫ້ປະຕິບັດງານໄດ້ ໃນທັນທີທັນໃດ.”

ພົນເຮືອເອກ Harry Harris ຜູ້ບັນຊາການ ກອງບັນຊາການ ເຂດປາຊີຟິກ ຂອງ
ສະຫະລັດ ຫຼື PACOM ໄດ້ບອກ ຄະນະລັດຖະສະພາ ໃນການຮັບຟັງ ຄຳ​ໃຫ້ການ
ຢູ່ທີ່ວໍຊິງຕັນ ໃນວັນພຸດວານນີ້ວ່າ ລະບົບ THAAD ຈະປະຕິບັດງານໄດ້ “ໃນສອງ
ສາມມື້ຂ້າງໜ້ານີ້.”

ແຕ່ເປັນທີ່ບໍ່ໜ້າເຊື່ອເລີຍ ການປະຕິບັດການຂ້າມຄືນ ໄດ້ມີຂຶ້ນ ກ່ອນໜ້າການກໍ່ສ້າງ
ແລະ ການກວດສອບໃນດ້ານສະພາບແວດລອມ ຢູ່ທີ່ຈຸດຕິດຕັ້ງ ໄດ້ສຳເລັດໄປແລ້ວ
ແລະ ບໍ່ດົນກ່ອນໜ້າການເລືອກຕັ້ງປະທານາທິບໍດີ ໃນວັນທີ 9 ພຶດສະພາ ຊຶ່ງລະບົບ
THAAD ໄດ້ກາຍເປັນເລື່ອງບັນຫາແຕກແຍກ ໃນການໂຄສະນາຫາສຽງ ຂອງບັນດາ
ຜູ້ສະໝັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ