ນາຍົກລັດຖະມົນຕີຍີ່ປຸ່ນ ທີ່ຢືນຄຽງຂ້າງປະທານາທິບໍດີສະຫະລັດ ໄດ້ຢືມຄຳເວົ້າປະ
ໂຫຍກນຶ່ງ ຂອງປະທານາທິບໍດີ ດໍໂນລ ທຣໍາ ໃນວັນຈັນວານນີ້ ທີ່ເຫັນພ້ອມນຳວ່າ
“ທາງເລືອກທັງໝົດຢູ່ເທິງໂຕະ” ເມື່ອເວົ້າເຖິງການຮັບມືກັບໂຄງການພັດ ທະນາອາ
ວຸດຂອງເກົາຫລີເໜືອ.
ທ່ານ Abe ຢູ່ທີ່ກອງປະຊຸມນັກຂ່າວກັບທ່ານທຣໍາ ຢູ່ທຳນຽບ Akasaka ໃນນະຄອນ
Tokyo ກ່າວວ່າ “ບໍ່ມີຈຸດໃນການສົນທະນາເພື່ອໃຫ້ມີການສົນທະນາກັນ ກັບເກົາຫຼີ
ເໜືອ” ແລະເວລາໄດ້ມາເຖິງແລ້ວ ທີ່ຈະຕ້ອງໃຊ້ຄວາມກົດດັນຢ່າງເຕັມທີ່ຕໍ່ພຽງຢາງ.
ທ່ານ Abe ແລະທ່ານທຣໍາ ຫລັງຈາກມື້ທີສອງຂອງການປະຊຸມແລ້ວ ໄດ້ຢືນຢັນວ່າ
ເກົາຫລີເໜືອແມ່ນຫົວຂໍ້ສຳຄັນສຸດໃນການສົນທະນາຂອງພວກທ່ານ.
Your browser doesn’t support HTML5
North Korea Dominates Trump-Abe Talks in Tokyo
ປະທານາທິບໍດີສະຫະລັດ ໄດ້ຮ້ອງ ການຊອກຫາຄວາມສາມາດໃນການຕິດຕັ້ງຫົວ
ລະເບີດນິວເຄລຍຂອງໃສ່ລູກສອນໄຟຂີປະນາວຸດຂ້າມທະວີບຂອງພຽງຢາງວ່າ “ເປັນ
ການຂົ່ມຂູ່ຕໍ່ຄວາມສີວິໄລຂອງໂລກ ສັນຕິພາບແລະສະຖຽນລະພາບຂອງນາໆຊາດ.”
ປະທານາທິບໍດີທຣໍາ ໄດ້ກ່າວຢໍ້າວ່າ ຍຸກສະໄໝຂອງຍຸດທະສາດແຫ່ງຄວາມອົດທົນ
ໃນຄວາມພະຍາຍາມທີ່ຈະຮັບມືກັບພຽງຢາງນັ້ນ ໄດ້ສິ້ນສຸດລົງແລ້ວ.
ປະທານາທິບໍດີ ດໍໂນລ ທຣໍາ ພ້ອມດ້ວຍ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ລະຫວ່າງກອງປະຊຸມນັກຂ່າວ ທີທຳນຽບ Akasaka ປະເທດຍິ່ປຸ່ນ.
ປະທານາທິບໍດີໄດ້ກ່າວຕິຕຽນການຮັບມືຂອງລັດຖະບານຊຸດກ່ອນຂອງສະຫະລັດວ່າ
“ບາງຄົນກ່າວວ່າ ຄຳເວົ້າຂອງຂ້າພະເຈົ້າແມ່ນແຮງໂພດ ແຕ່ເບິ່ງດຸວ່າມີຫຍັງເກີດຂຶ້ນ
ກັບຄຳເວົ້າທີ່ອ່ອນແອໃນໄລຍະ 25 ປີ ທີ່ຜ່ານມາ.” ແຕ່ທ່ານໄດ້ປະຕິເສດ ທີ່ຈະຕອບ
ຄຳຖາມນັກຂ່າວຍີ່ປຸ່ນ ກ່ຽວກັບວ່າ ທ່ານກະກຽມທີ່ຈະເຮັດສົງຄາມກັບເກົາຫລີເໜືອຫຼືບໍ່.
ທ່ານ Kim Jong Un ກ່າວລະຫວ່າງກອງປະຊຸມຄັ້ງທີ 7 ຂອງສູນກາງພັກແຮງງານ (WPK) ທີ່ທຳນຽບ Kumsusan.
ປະທານາທິບໍດີຍັງໄດ້ຖືກຖາມກ່ຽວກັບວ່າ ທ່ານມີຄຳເຕືອນໃໝ່ຫຍັງແດ່ຕໍ່ທ່ານ Kim
Jong Un ຊຶ່ງນັກຂ່າວຂອງອົງການຂ່າວ Reuters ໃຫ້ຂໍ້ສັງເກດວ່າ ປະທານາທິບໍດີ
ທຣໍາ ທີ່ຕອບຄຳຖາມນັກຂ່າວ ວີໂອເອ ຢູ່ເທິ່ງເຮືອບິນປະຈຳຕຳແໜ່ງ Air Force One
ທີ່ກຳລັງເດີນທາງໄປຍີ່ປຸ່ນ ຊຶ່ງທ່ານໄດ້ກ່າວເຖິງ ປະ ຊາຊົນເກົາຫລີເໜືອວ່າ ເປັນຄົນ|
ປະເທດອຸດສາຫະກຳ ແລະມີຄວາມອົບອຸ່ນ.