ເກົາຫຼີໃຕ້ ແລະຈີນ ຕິຕຽນ ຄຳປາໄສ ຕໍ່ສະພາ ສະຫະລັດ ຂອງທ່ານ Abe

Your browser doesn’t support HTML5

ລັດຖະບານ​ຂອງ​ເກົາຫຼີ​ໃຕ້​ແລະ​ຈີນ ​ແມ່ນ​ຕຳ​ນິຕິ​ຕຽນ​ນາຍົກ
ລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ທີ່​ບໍ່​ໄດ້ກ່າວ​ເຖິງ ​ໃນ​ອັນ​ທີ່
​ພວກ​ເຂົາ​ເຈົ້າ​ມອງ​ເຫັນ​ວ່າ ​ເປັນ​ການ​ຂໍອະ​ໄພ ໂທດຢ່າງພຽງພໍ
ໃນການກໍ່ໂທດກຳຕ່າງໆ​ ​ຢູ່ໃນປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ.

​ໃນ​ການ​ກ່າວ​ຄຳ​ປາ​ໄສ​ໃນ​ວັນ​ພຸດ​ວານ​ນີ້ ຕໍ່​ລັດຖະສະພາ​ສະຫະ
ລັດນັ້ນ ນາຍົກລັດຖະມົນຕີ Abe ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ
ສຳນຶກ​ຜິດ​ຢ່າງເລິກເຊິ່ງ ກ່ຽວກັບການກະທຳໃນອະດີດ ຜ່ານມາ
ຂອງ​ຈັກກະພັດນິຍົມຍີ່ປຸ່ນ ​ແລະໄດ້ກ່າວ​ວ່າ ​ໂຕ​ກຽວ ຈະ​ບໍ່​ນິ້​ງເສີຍ
ດູດາຍ​ກ່ຽວ​ກັບ​ພວກ​ທີ່​ໄດ້ຮັບຜົນ​ກະທົບ​ທີ່​ຮ້າຍ​ກາດ ​ເມື່ອ​ປາງ​ສົງຄາມ​ນັ້ນ.

ທ່ານ ​Abe ໄດ້​ກ່າວ​ປິດຄຳ​ປາ​ໄສ​ ທີ່ມີການຕິດຕາມເບິ່ງຢ່າງໃກ້ຊິດນັ້ນວ່າ “ການ​ກະທຳ​ຂອງ​ພວກ​ເຮົາ ​ແມ່ນ​ໄດ້​ກໍ່ໃຫ້ເກີດ​ຄວາມ​ທຸກ​ທໍລະ​ມານ​ຂອງ​ຜູ້​ຄົນ​ໃນ​ບັນດາ​ປະ​ເທດ​ເອ​ເຊຍ. ພວກ​ເຮົາ​ແມ່ນ​ບໍ່​ໄດ້​ລະ​ເລີຍ​ສາຍຕາ​ຈາກ​ເຫດການ​ທີ່​ວ່າ​ນັ້ນ​ເລີຍ.”

​ແຕ່​ວ່າ​ທ່ານ​ບໍ່​ໄດ້ກ່າວ​ຍ້ຳ​ ​ໃນ​ພາສາ ທີ່​ໃຊ້​ໃນ​ການ​ຂໍ​ຂະ​ມາ​ໂທດ​ຢ່າງ​ເປັນທາງ​ການ ​ໂດຍ​ອະດີດນາຍົກລັດຖະມົນຕີຍີ່​ປຸ່ນ ຄົນ​ກ່ອນໆ ​ແຕ່ກັບ​ກ່າວ​ວ່າ ທ່ານຈະ “ຍຶດໝັ້ນ​ຕໍ່​ທັດສະ ນະຄວາມເຫັນ” ​ຂອງ​ພວກ​ອະດີດຜູ້ນຳຄົນກ່ອນໆ.

ຄຳ​ປາ​ໄສ​ທີ່​ວ່າ​ນີ້ ບໍ່​ໄດ້​ເປັນ​ທີ່​ພໍ​ໃຈ​ຕໍ່​ຊາວ​ເກົາຫຼີ​ໃຕ້ ​ແລະ​ຈີນ ຫຼາຍໆ​ຄົນ ຊຶ່ງ​ກ່າວ​ຫາຜູ້ນຳ​ນິຍົມແນວ​ທາງ​ເດີມ​ຂອງ​ຍີ່ປຸ່ນວ່າ ຖື​ເບົາ​ໃນ​ບົດບາດ​ຂອງ​ໂຕ​ກຽວ​ໃນ​ອະດີດ ຊຶ່ງ​ຮວມທັງ​
ການ​ໃຊ້​ພວກແມ່ຍິງເອເຊຍເປັນ​ຂ້າ​ທາດ​ທາງ​ເພດ​ໃນ​ປາງ​ສົງຄາມ​ໂລກ​ຄັ້ງ​ທີ 2 ພຸ້ນ.

ຖະແຫຼງການຂອງ​ກະຊວງ​ການ​ຕ່າງປະ​ເທດເກົາຫຼີ​ໃຕ້ ກ່າວວ່າ ມັນ​ເປັນເລື້ອງ “ທີ່ໜ້າເສຍ ໃຈທີ່ສຸດ” ທີ່ບໍ່ມີ “ການ​ຂໍ​ຂະ​ມາ​ໂທດ​ຢ່າງ​ຈິງ​ໃຈ” ​ໃນ​ຄຳ​ປາ​ໄສ​ນັ້ນ ແລະຖະແຫຼງການ​ກ່າວ​ຕື່ມ​ວ່າ ທ່ານ Shenzo ​ໄດ້​ພາດ​ໂອກາດ​ໃນ​ການ​ທີ່​ຈະ​ສ້າງຄວາມປອງດອງກັນຢ່າງ​ແທ້​ຈິງ.

ສ່ວນກະຊວງ​ການ​ຕ່າງປະ​ເທດຈີນ ​ໄດ້​ກ່າວ​ໃນ​ວັນ​ພະຫັ​ດມື້​ນີ້​ວ່າ “ຕົນ​ຈະ​ສືບຕໍ່​ຮຽກຮ້ອງໃຫ້​ລັດຖະບານ​ຍີ່ປຸ່ນ​ແລະ​ບັນດາ​ຜູ້ນຳທັງຫຼາຍ ເອົາທ່າທີແບບມີຄວາມຮັບຜິດຊອບ​ຕໍ່ປະຫວັດ ສາດ.”