ຫົວໜ້າບໍລິຫານຂອງອັຟການິສຖານ ທ່ານ Abdullah Abdulla
ກ່າວວ່າ ອັຟການິສຖານ ແລະສະຫະລັດ ໄດ້ເລີ້ມຕົ້ນ “ບົດຕອນ
ໃໝ່” ໃນສາຍພົວພັນລະຫວ່າງກັນ ຂະນະທີ່ທ່ານ ແລະ ປະທານາ
ທິບໍດີ Ashraf Ghani ສືບຕໍ່ການຢ້ຽມຢາມສະຫະລັດຄັ້ງທຳອິດ
ນັບຕັ້ງແຕ່ ໄດ້ມີການຈັດຕັ້ງລັດຖະບານທີ່ຄອງອຳນາດຮ່ວມກັນ.
ຜູ້ນຳທັງສອງ ໄດ້ພົບປະກັບປະທານາທິບໍດີ ບາຣັກ ໂອບາມາ
ລັດຖະມົນຕີຕ່າງປະເທດ ທ່ານ John Kerry ແລະ ບັນດາ
ເຈົ້າໜ້າທີ່ລະດັບສູງ ໃນອັນທີ່ ທ່ານ Abdullah ໄດ້ບັນລະຍາຍ
ວ່າ ເປັນການປຶກສາຫາລືກັນ ໃນຂອບເຂດທີ່ກວ້າງຂວາງ
ທີ່ວໍຊິງຕັນ.
Your browser doesn’t support HTML5
Afghan Leader Maps Path Forward to US Lawmakers
ທ່ານ Abdullah ກ່າວຕໍ່ ລາຍການ TV Ashna ຂອງວີໂອເອ ໃນວັນພຸດວານນີ້ ວ່າ
“ມັນເປັນເຫດການທີ່ພິເສດ ແລະ ມັນຈະມີຜົນດີ ເປັນຜົນອັນຍາວນານ ຕໍ່ການ
ສືບຕໍ່ ໃນສາຍສຳພັນອັນດີງາມລະຫວ່າງ ທັງສອງປະເທດ.”
ທັດສະນະໃນແງ່ດີດັ່ງກ່າວ ແມ່ນເປັນຂີດໝາຍໃນທາງກົງກັນຂ້າມກັບ ການພົວພັນລະຫວ່າງບັນດາເຈົ້າໜ້າທີ່ສະຫະລັດ ແລະ ອະດີດປະທານາທິບໍດີອັຟການິສຖານ ທ່ານ Hamid Karzia ທີ່ສ່ວນຫຼາຍແລ້ວ ແມ່ນຕຶງຄຽດຢູ່ສະເໝີ.
ທ່ານ Abdullah ກ່າວວ່າ ໃນເວລາທີ່ທ່ານ ແລະ ທ່ານ Ghani ໄດ້ເຂົ້າຮັບຕຳແໜ່ງ ເມື່ອ
ເດືອນກັນຍາຜ່ານມາ “ຄວາມຫວັງໃໝ່ໆ ໄດ້ເກີດຂຶ້ນ” ທັງສຳຫລັບ “ປະຊາຊົນ
ອັຟການິສຖານ ແລະ ບັນດາປະເທດພາຄີໃນທົ່ວໂລກ.”
Your browser doesn’t support HTML5
President Ghani US Visit