ທ່ານ Abbott ສັນຍາວ່າ ຈະຄົ້ນຫາສາເຫດ ການເຂົ້າຢຶດ ຮ້ານອາຫານ ໃນຊິດນີ

ບັນດາສະມາຊິກ ມວນຊົນຊາວອອສເຕຣເລຍ ໄດ້ພາກັນວາງດອກໄມ້ໄວ້ເຖິງຫົ້ວໃກ້ໆກັບ ສະຖານທີ່ເກີດເຫດ ຂອງຮ້ານອາຫານ ທີ່ຖືກເຂົ້າຢຶດເອົາ ໃນນະຄອນຊິດນີ ຄຸ້ມ Martin Place ເພື່ອໄວ້ອາໄລແກ່ຜູ້ເຄາະຮ້າຍ, ວັນທີ 17 ທັນວາ 2014.

ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ສືບ
ສວນ​ສອບສວນເບິ່ງວ່າ ດ້ວຍ​ວິທີໃດ ​ຄົນ​ຮ້າຍ​ຜູ້​ມີ​ຈິດ​ໃຈ​ບໍ່​ສົມ
ປະກອບ ​ທີ່​ເກີດ​ຢູ່​ປະ​ເທດ​ອີຣ່ານ ພ້ອມ​ກັບ​ມີປະຫວັດ ຂອງ
​ຄວາມ​ຮຸນ​ແຮງ​ ແລະພົວພັນ​ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດນັ້ນ​ ສາມາດ
ປະຕິບັດການ​ໂຈມ​ຕີ​ຮ້ານ​ອາຫານ ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຫຼາຍ
ຄົນ ໃນນະຄອນ​ຊິດ​ນີ ເມື່ອ​ອາທິດ​ນີ້.

ທ້າວ Man Haron Monis ເ​ມື່ອ​ວັນ​ຈັນ​ຜ່ານ​ມາ ​ໄດ້​ຈູ່​ໂຈມ​ຮ້ານ​
ອາຫານ Lindt Chocolate Café ຢູ່​ໃນ​ນະຄອນ​ຊິດ​ນີ ​ແລ້ວ​ຈັບ
​ເອົາ​ໂຕ​ປະກັນ 17 ຄົນ. ຜູ້​ຕ້ອງ​ສົງ​ໄສ ໄວ 5​0 ປີ ພ້ອມ​ກັນ​ກັບ​ໂຕ
​ປະກັນ 2 ຄົນ ຖືກ​ຂ້າ​ຕາຍ ​ໃນ​ເວລາ​ຕຳຫລວດໜ່ວຍ​ກ້າ​ຕາຍ ​ບຸກ
​ເຂົ້າ​ໄປໃນຮ້ານ​ອາຫານ​ດັ່ງກ່າວ.

ທ້າວ Monis ຜູ້ທີ່ບັນ​ເຈົ້າໜ້າ​ທີ່​ຕຳຫລວດອອສ​ເຕຣ​ເລຍ ​ຮູ້​ຈັກລາວດີ. ລາວ​ໄດ້​ຖືກ​ປ່ອຍ
ດ້ວຍ​ການ​ປະກັນ​ໂຕ ຫຼັງຈາກ​ທີ່​ຖືກ​ກ່າວ​ຟ້ອງ​ວ່າ ​ມີ​ສ່ວນ​ກ່ຽວພັນ ໃນ​ການ​ຄາດ​ຕະກຳ​
ຂອງ​ມື້​ລາງ​ອະດີດ​ພັນ​ລະ​ຍາ​ຂອງ​ລາວ. ຜູ້ກ່ຽວ​ຍັງ​ປະ​ເຊີນ​ໜ້າ​ກັບ​ການ​ກ່າວ​ຟ້ອງ​ຫຼາຍ
ກວ່າ 40 ​ຂໍ້​ຫາ ​ໃນ​ການ​ລວນລາມທາງເພດ ​ແລະການ​ອະນາຈານຕ່າງໆ.

​ໃນ​ວັນ​ພຸດ​ມື້​ນີ້ ນາຍົກລັດຖະມົນຕີ Tony Abbott ກ່າວ​ທີ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວວ່າ
ທ່ານ​ຕ້ອງການ​ຢາກ​ຮູ້​ວ່າ ​ເປັນ​ຫຍັງ ທ້າວ Monis ບໍ່​ໄດ້​ຖືກ​ຕິດຕາມ​ເບິ່ງ ຫຼື ກັກ​ໂຕ​ໄວ້
ທັງໆ​ທີ່​ຜູ້ກ່ຽວໄດ້​ກໍ່​ຄວາມ​ຮຸນ​ແຮງ​ຜ່ານ​ມາ ມີສະພາບ​ຈິດ​ບໍ່​ທຸ່ນ​ທ່ຽງ ​ແລະ ມີ​ຄວາມ​ຫລົງ
ໃຫລ​ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ​.

ທ່ານ Abbott ​ເວົ້າວ່າ “ພວກ​ເຮົາ​ຕ້ອງການ​ຢາກ​ຮູ້​ວ່າ ​ເປັນ​ຍ້ອນ​ຫຍັງ​ຜູ້​ກະທຳ​
ຄວາມ​ໂຫດຮ້າຍ​ອັນ​ໜ້າ​ໂກດແຄນ​ນີ້ ສາມາດໄດ້​ຮັບອະນຸຍາດ ໃຫ້ອາ​ໄສ​ຢູ່
ໃນປະເທດ​ໄດ້ ຢ່າງ​ຖາວອນ. ພວກ​ເຮົາຕ້ອງການ​ຢາກ​ຮູ້​ວ່າ ດ້ວຍວິທີ​ໃດ ​ຜູ້ກ່ຽວ​
ຈຶ່ງສາມາດໄດ້​ຮັບການ​ຊ່ວຍ​ເຫຼືອດ້ານ​ສັງຄົມສົງເຄາະ ​ເປັນ​ເວລາ​ຫຼາຍປີ. ພວກ​
ເຮົາ​ຕ້ອງການ​ຢາກ​ຮູ້​ວ່າ ​ແມ່ນ​ຫຍັງ​ບຸກຄົນ​ນີ້ ສາມາດ​ມີ​ໃບອະນຸຍາດ​ຖື​ປືນໄດ້. ​
ໂດຍ​ສະ​ເພາະ​ແລ້ວ ພວກ​ເຮົາຢາກ​ຮູ້​ວ່າ​ ດ້ວຍວິທີ​ໃດ ຄົນ​ບາງ​ຄົນທີ່​ມີ​ປະ​ຫວັດ​
ຂອງ​ຄວາມ​ຮຸນ​ແຮງ​ອັນ​ຍາວ​ນານ ​ມີ​ປະຫວັດ​ກ່ຽວ​ກັບ​ສະພາບ​ຈິດ​ບໍ່​ທຸ່ນ​ທ່ຽງ ຈຶ່ງ
ຖືກ​ປ່ອຍ​ອອກ​ມາ​ ດ້ວຍ​ການ​ປະ​ກັນໂຕ.”

Your browser doesn’t support HTML5

AUSTRALIA SECURITY SOTVO