ທ່ານ Abbott ກ່າວວ່າ ການຈູ່ໂຈມ ຮ້ານອາຫານ ໃນຊິດນີ ສາມາດລີກເວັ້ນໄດ້

ຜູ້ຍິງຄົນໜຶ່ງ ຊຸກລໍ້ຜ່ານ ສະຖານທີ່ໄວ້ອາໄລຊົ່ວຄາວ ໃກ້ໆກັບ ຮ້ານອາຫານ Lindt Chocolate cafe ໃນສູນກາງທຸລະກິດ ຂອງນະຄອນຊິດນີ ປະເທດອອສເຕຣເລຍ ບ່ອນທີ່ພວກຄົນທີ່ຜ່ານກາຍ ຍັງສືບຕໍ່ ວາງດອກໄມ້ ເພື່ອລະນຶກເຖິງຜູ້ເຄາະຮ້າຍເມື່ອວັນພະຫັດ ທີ 18 ທັນວາ 2014.

ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ກ່າວ​ວ່າ ການ​ໂຈມ​ຕີ​ຮ້ານ
​ອາຫານ​ ຢູ່​ໃນ​ນະຄອນ​ຊິດ​ນີ ທີ່ພາໃຫ້ມີການ​ເສຍ​ຊີວິດ ​ໃນ
ອາທິດ​ນີ້ ​ແມ່ນ​ເປັນ​ “ສັນຍານເຕືອນທີ່ໜ້າ​ຢ້ານ​ກົວ​” ສຳຫລັບ
ບັນດາ​ເຈົ້າໜ້າ​ທີ່​ທັງຫຼາຍ ​ແລະ ມັນ​ອາດ​ສາມາດລີກ​ເວັ້ນ​ໄດ້.

​ໃນ​ຄຳສຳ​ພາດ​ ຢູ່​ສະຖານີ​ວິທະຍຸ​ອອສ​ເຕຣ​ເລຍ ​ເມື່ອ​ວັນ
​ພະຫັດ​ມື້​ນີ້ ນາຍົກລັດຖະມົນຕີ Tony Abbott ຍັງ​ໃຫ້​ຄຳ
​ໝັ້ນສັນຍາ​ວ່າ ລັດຖະບານ​ຂອງ​ທ່ານ ຈະທຳ​ການ​ສືບສວນ​
ສອບ​ສວນການ​ໂຈມ​ຕີ​ນີ້ ຢ່າງ “ວ່ອງ​ໄວ ​ແລະ ລະອຽດ
ຮອບ​ດ້ານ.”

ຄົນ​ຮ້າຍ​ຜູ້ຊາຍທີ່​ເກີດ​ຢູ່​ປະ​ເທດ​ອີຣ່ານ ມີ​ປືນລ່າ​ສັດທີ່​ຖືກ​ຕັດ​ເລົາ​ອອກນັ້ນ ​ໄດ້ບຸກເຂົ້າຢຶດ ຮ້ານ​ອາຫານ Lindt Chocolate Café ​ແລ້ວ​ຈັບ​ເອົາ​ໂຕ​ປະກັນ 17 ຄົນ​ ແລະ ຄຸມໂຕ​ພວກ​ເຂົາ​ເຈົ້າ​ໄວ້ເປັນ​ເວລາ 16 ຊົ່ວໂມງ ໃນ​ວັນ​ຈັນ​ຜ່ານ​ມາ. ຜູ້ກ່ຽວ​ ​ແລະ ​ໂຕ​ປະກັນ​ສອງ​ຄົນ​ໄດ້​ຖືກຂ້າ​ຕາຍ ໃນເວລາ​ເຈົ້າໜ້າ​ທີ່​ ຕຳຫລວດ​ໄດ້​ບຸກ​ເຂົ້າໄປ​ໃນ​ຮ້ານ​ອາຫານ​ດັ່ງກ່າວ.

ມື​ປືນ​ ​ໄວ 50 ປີຄົນນີ້ ມີ​ຊື່ວ່າ Man Haron Monis ​ໄດ້​ຖືກ​ປະກັນ​ໂຕ​ອອກ​ມາ ຫຼັງຈາກ​ຖືກ​ ກ່າວ​ຟ້ອງ​ວ່າ ​ມີ​ສ່ວນ​ກ່ຽວພັນ ໃນ​ການ​ຄາດ​ຕະກຳ​ ຂອງ​ອະດີດ​ພັນ​ລະ​ຍາ​ຂອງ​ລາວ. ຜູ້ກ່ຽວ​ຍັງໄດ້​ຖືກ ກ່າວ​ຟ້ອງ​ ຫຼາຍກວ່າ 40 ​ຂໍ້​ຫາ ​ໃນ​ການ​ລວນລາມທາງເພດ.

​ໃນ​ວັນ​ພຸດ​ວານ​ນີ້ ທ່ານ Abbott ​ໄດ້​ປະກາດ​ການ​ສືບສວນ​ສອບ​ສວນ ​ເບິ່ງ​ວ່າ ເປັນ​ຍ້ອນ
ຫຍັງ ທ້າວ Monis ຈຶ່ງ​ໄດ້​ຖືກຕັດ​ອອກ​ຈາກ​ບັນຊີຕິດຕາມ​ເບິ່ງ ຂອງ​ພວກ​ກໍ່​ການ​ຮ້າຍ
​ເປັນ​ຍ້ອນຫຍັງ​ ຜູ້ກ່ຽວຈຶ່ງ​ຖືກ​ປະ ກັນ​ໂຕ​ອອກ​ມາ​ໄດ້ ​ແລະ ​ເປັນ​ຍ້ອນ​ຫຍັງຜູ້ກ່ຽວສາມາດ
​ຊື້​ປືນລ່າ​ສັດ ໄດ້ ທີ່ປາກົດ​ວ່າ​ຖືກຕ້ອງ​ຕາມ​ກົດໝາຍ.

Your browser doesn’t support HTML5

AUSTRALIA SECURITY VO