ຊາວຄິວບາໄດ້ພາກັນລຽນແຖວກັນ ໃນວັນຈັນວານນີ້ ເພື່ອໄປສະແດງຄວາມເຄົາລົບຕໍ່ ທ່ານ Fidel Castro ຢູ່ທີ່ຈະຕຸລັດປະຕິວັດ ໃນນະຄອນ Havana ໃນຂະນະທີ່ປະເທດດັ່ງກ່າວເລີ້ມໄວ້ອາໄລເປັນເວລານຶ່ງອາທິດ ໃນການສັ່ງລາ ຕໍ່ຜູ້ນຳປະຕິວັດຂອງປະເທດເກາະດອນ ຊຶ່ງເປັນບຸກຄົນທີ່ຫລາຍໆຄົນ ພາກັນຮັກຫອມແລະຫລາຍໆຄົນກໍບໍ່ພໍໃຈນຳ ນັ້ນ.
ພວກນັກສຶກສາພາກັນຢືນໄວ້ອາໄລ ຖືຮູບຂອງທ່ານ Fidel Castro ທີ່ມະຫາວິທະຍາໄລ ບ່ອນທີ່ທ່ານ Castro ສຶກສາດ້ານກົດໝາຍໃນເວລາທີ່ເປັນຊາວໜຸ່ມ.
ພິທີໄວ້ອາໄລໄດ້ເລີ້ມຂຶ້ນໃນຕອນເຊົ້າວັນຈັນວານນີ້ ຫລັງຈາກໄດ້ມີການຍິງປືນໃຫຍ່ 21 ນັດຕິດຕໍ່ກັນເພື່ອສະແດງຄວາມເຄົາລົບ ຢູ່ທີ່ນະຄອນຫລວງ ແລະຢູ່ ທີ່ເມືອງ Santiago ໃນພາກຕາເວັນອອກ ບ່ອນທີ່ທ່ານ Castro ໄດ້ເລີ້ມການປະຕິວັດຂອງຄິວບາ ໃນປີ 1953.
ທ່ານ Castro ອາຍຸ 90 ປີ ໄດ້ເຖິງແກ່ມໍລະນະກຳໃນວັນສຸກທີ່ຜ່ານມາ ຫລັງຈາກບໍ່ສະບາຍມາເປັນເວລານານ. ສາເຫດຂອງການເສຍຊີວິດຍັງບໍ່ທັນໄດ້ປະ ກາດໃຫ້ຊາບເທື່ອ.
ທ່ານ Castro ໄດ້ຖືກເຜົາໃນວັນເສົາແລ້ວນີ້ ແລະໄດ້ປະກາດໄວ້ອາໄລເປັນເວລາເກົ້າມື້.
ຂີ້ເທົ່າສົບຂອງທ່ານຈະຖືກນຳໄປຝັງໃນວັນອາທິດຈະມານີ້ ທີ່ເມືອງ Santiago de Cuba ຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດ.
ບັນດາສະມາຊິກປະຊາຄົມຄິວບາ ພາກັນສະຫລອງຕໍ່ການເສຍຊີວິດຂອງ ທ່ານ Fidel Castro ຢູ່ຕໍ່ໜ້າຮ້ານອາຫານ Versailles ຢູ່ທີ່ຄຸ້ມບ້ານ Little Havana ໃນນະຄອນ Miami.