ລາວຈະສະເຫລີມສະຫຼອງຄົບຮອບ 450ປີ ຂອງການສ້າງຕັ້ງ ນະຄອນຫຼວງວຽງຈັນ

ທາງການລາວປະກາດແຜນການສະເຫລີມ ສະຫຼອງຄົບຮອບ450 ປີ ຂອງການສະຖາ ປະນານະຄອນຫຼວງວຽງຈັນເປັນເວລາ 11 ເດືອນຕິດຕໍ່ກັນ, ໂດຍການສະເຫລີມສະ ຫຼອງຄັ້ງໃຫຍ່ທີ່ສຸດນັ້ນກຳນົດໃຫ້ມີຂຶ້ນ ໃນ ໂອກາດດຽວກັນກັບການສະຫລອງບຸນ ພະທາດຫລວງ ປີ 2010 ນີ້.

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກລັດຖະມົນຕີຜູ້ປະຈຳການຄະນະ ລັດຖະບານລາວ ໄດ້ຖະແຫຼງຢືນຢັນວ່າ ການຈັດ​ງານ​ສະ​ເຫລີມສະຫຼອງການສະຖາປານາ ນະຄອນຫລວງວຽງຈັນຄົບຮົບ 450 ປີໃນປີ 2010 ນີ້ ຈະເປັນການສະເຫລີມສະຫຼອງ ຢ່າງເປັນຂະບວນການນັບຕັ້ງແຕ່ ເດືອນມັງກອນໄປຈົນເຖິງ ເດືອນພຶດສະຈິກາ ໂດຍສຳ ລັບໃນເດືອນພຶດສະຈິການັ້ນ ຈະເປັນການສະເຫລີມສະຫຼອງໃຫຍ່ ໃນໂອກາດດຽວກັນກັບ ບຸນນະມັດສະການພະທາດຫຼວງ ຊຶ່ງຈະຈັດຂື້ນໃນລະຫວ່າງວັນທີ່ 15-21 ພຶດສະຈິກາ.

ໂດຍສຳລັບການສະເຫລີມສະຫຼອງໃນເດືອນມັງກອນ ເອີ້ນວ່າສັບປະດາກຳລັງປະ ກອບອາວຸດ ທີ່ຈະຕໍ່ເນື່ອງດ້ວຍສັບປະດາທ່ອງທ່ຽວນະຄອນຫລວງວຽງຈັນໃນເດືອນກຸມ ພາ. ສ່ວນໃນເດືອນມີນາ ກໍ່ຈະເປັນສັບປະດາທົ່ວພັກປະຊາຊົນປະຕິວັດລາວຕິດຕາມ ດ້ວຍສັບປະດາໄວໜຸ່ມລາວ ໃນເດືອນເມສາ, ສັບປະດາກຳມະບານລາວໃນ ເດືອນພຶດ ສະຈິກາ, ສັບປະດາກະສິກຳ ແລະ ສັບປະດາ ​ແລະ ​ເຍົາວະ​ຊົນໃນເດືອນ ມິຖຸນາ.

ສ່ວນໃນ​ເດືອນ​ກໍ​ລະ​ກົດ ກໍ​ຈະ​ເປັນສັບປະ ດາປັນຍາ​ຊົນ ແລະ ແມ່ຍິງລາວ, ຕາມຕິດ ດ້ວຍສັບປະດາແນວລາວສ້າງຊາດ ແລະ ນັກຮົບເກົ່າໃນເດືອນສິງຫາ ແລະໃນເດືອນ ກັນຍາ ກໍ່ຈະເປັນສັບປະດາຂອງການລົນ ນະລົງ 6 ສ ໃນທົ່ວນະຄອນຫຼວງວຽງຈັນ ຊຶ່ງກໍຄືການເຮັດໃຫ້ວຽງຈັນເປັນນະຄອນ ຫຼວງທີ່ ສະ​ງົບ-ສະອາດ-ສີຂຽວ-ສະຫວ່າງ- ສີວີໄລ-ສະ​ເນ່ ສັບປະດາ ແລະ ຕະຫຼອດ ເດືອນຕຸລານັ້ນ ກໍ່ຈະເປັນການຕຽມຄວາມ ພ້ອມໃນທຸກໆດ້ານເພື່ອຮອງຮັບການ ສະ​ເຫລີມສະຫຼອງໃນເດືອນພຶດສະຈິກາ ດັ່ງກ່າວ.

ໂດຍສຳລັບການ-ສະເຫລີມສະຫຼອງໃຫຍ່ໃນລະຫວ່າງວັນທີ່ 15-21 ພຶດສະຈິກາ ນັ້ນ ທາງການລາວກໍ່ຈະມີການຈັດງານຢູ່ສະຖານທີ່ 3 ແຫ່ງດ້ວຍກັນ ຊຶ່ງກໍ່ຄືງານໂຮນຊຸມນຸມ ໃຫຍ່ ແລະ ການສະແດງທາງດ້ານສິນລະປະວັດທະນາທຳຕ່າງໆນັ້ນ ຈະຈັດຢູ່ສະໜາມກິ ລາເຈົ້າ ອານຸວົງ ຫຼື ສະໜາມກິລາແຫ່ງຊາດບ່ອນເກົ່າ ແລະ ຢູ່ບໍລິເວນສະໜາມພະທາດ ຫຼວງ ກໍ່ຈະຈັດການວາງສະແດງສິນຄ້າກະ​ເສດ ແລະ ອຸດ​ສະຫະ​ກຳ. ສ່ວນຢູ່ສູນ ITECC ກໍ່ຈະວາງສະແດງສິນຄ້າຈາກຕ່າງປະເທດເປັນດ້ານຫຼັກ.

ຍິ່ງໄປກວ່ານັ້ນ ທາງການລາວກໍ່ຍັງໄດ້ກຳນົດໂຄງການພັດຖະນາຈຳນວນ 21 ໂຄງ ການ ເພື່ອເປັນການສະ​ເຫລີ​ມສະຫຼອງ 450 ປີ ຂອງ​ການ​ສະຖາປະນານະຄອນຫຼວງວຽງ ຈັນ ອີກດ້ວຍ ຊຶ່ງໃນໂຄງການເຫຼົ່ານັ້ນກໍ່ລວມເຖິງການກໍ່ສ້າງສະໜານກິລາແຫ່ງຊາດຢູ່ ຫຼັກ 18 ຖະນົມເລກ 13 ໃຕ້ຢູ່ເມືອງໄຊທານີ ຊຶ່ງທາງການຈີນສ້າງໃຫ້ ຮອງຮັບການເປັນ ເຈົ້າພາບຈັດການແຂ່ງຂັນກິລາຊີເກມຄັ້ງທີ່ 25 ເມື່ອວັນທີ່ 9-18 ທັນວາທີ່ຜ່ານມາດ້ວຍ.

ນອກຈາກນີ້ ກໍ່ມີໂຄງການປ້ອງກັນຕາຝັ່ງເຈື່ອນ ຢູ່ແຄມນໍ້າຂອງຈາກເກົ້າລ້ຽວ ​ໄປຈົນເຖິງທາດ ຂາວ, ໂຄງການຖະນົນ 450 ປີ ວຽງຈັນ ແລະ ໂຄງການພັດທະນາປັບປຸງ ແລະ ຂະຫຍາຍສະ ໜາມທາດຫຼວງເປັນຕົ້ນ.

ແຕ່ຢ່າງໃດກໍຕາມເນື່ອງຈາກວ່າການພັດທະນາ ໂຄງການຕ່າງໆນັ້ນຈະຕ້ອງໃຊ້ຈ່າຍງົບປະມານ ຢ່າງຫຼວງຫຼາຍໃນຂະນະທີ່ລັດຖະບານລາວນັ້ນ ກໍ່ມີງົບປະມານຢ່າງຈຳກັດຈຶ່ງຕ້ອງຂໍຄວາມຊ່ວຍເຫຼືອ ແລະ ກູ້ຢືມຈາກທັງພາຍໃນ ແລະ ຕ່າງປະເທດ ເປັນດ້ານຫຼັກເຊັ່ນໂຄງການພັດທະນາປັບປຸງ ແລະ ຂະຫຍາຍສະໜາມ ທາດຫຼວງນັ້ນກໍ່ຈະຕ້ອງງົບປະມານລວມ ເກືອບ 100 ຕື້ກີບ ແລະ ຈະຕ້ອງດໍາເນີນການ ໃຫ້ແລ້ວ​ເສັດກ່ອນເດືອນພຶດສະຈິກາ ຈຶ່ງເຮັດໃຫ້ທາງການລາວ ລົນນະລົງໃຫ້ປະຊາຊົນ ປະກອບສ່ວນຢ່າງກ້າງຂວາງໃນເວລານີ້.