ສະຫະຣັດ ຈະນຳເຜີຍແຜ່ລາຍງານ ກ່ຽວກັບແຜນການ ວາງ ຣະເບີດໂຈມຕີ ເຮືອບິນໂດຍສານ ທີ່ລົ້ມແຫລວນັ້ນ

  • ໄພສານ

ສາຍການບິນ - ຄວາມປອດພັຍ: ມີກຳນົດ ວ່າ ທຳນຽບຂາວ ຈະໃຫ້ລາຍລະອຽດ ເພີ້ມຕື່ມ ກ່ຽວກັບຄວາມລົ້ມແຫລວ ໃນດ້ານສືບລັບທີ່ພາ ໃຫ້ມີການ ພະຍາຍາມວາງຣະເບີດ ໂຈມຕີເຮືອ ບິນໂດຍສານຂອງສະຫະຣັດ ໃນວັນບຸນຄຣິສຕ໌ ມາສ ຜ່ານມານັ້ນ. ໂຄສົກ ຂອງທຳນຽບຂາວ ທ່ານ ROBERT GIBBS ກ່າວວ່າ ເຈົ້າໜ້າທີ່ ຈະເປີດເຜີຍໃຫ້ຊາບ ລາຍງານການສືບສວນໃນ ສ່ວນທີ່ບໍ່ໄດ້ຖືກຈັດວ່າ ເປັນຄວາມລັບ ກ່ຽວກັບ ຜູ້ຊາຍ ຊາວໄນຈີເຣັຽຄົນນຶ່ງ ທີ່​ຖືກ ກ່າວຫາວ່າ ພະຍາຍາມ ວາງຣະເບີດໂຈມຕີ ເຮືອບິນໂດຍ ສານ ທີ່ກຳລັງບິນມາ ໃກ້ຈະຮອດ ສນາມບິນ ນະຄອນ DETROIT ນັ້ນ. ​ແລະຄາດກັນວ່າ ປະທານາທິບໍດີ BARACK OBAMA ກໍຈະກ່າວຖແລງ ຕໍ່ປະເທດຊາດ ກ່ຽວກັບເຣື່ອງນີ້ ໃນວັນພະຫັດມື້ນີ້​ເຊັ່ນ​ກັນ. ທ່ານ JAMES JONES ທີ່ປຶກສາ ທາງດ້ານຄວາມປອດພັຍ ແຫ່ງຊາດ ຂອງສະຫະຣັດ ກ່າວຕໍ່ໜັງສືພິມ USA TODAY ວ່າ ປະຊາຊົນອະເມຣິກັນ ຈະຮູ້ສຶກຕື່ນຕົກໃຈ ເວລາເຂົາເຈົ້າ​ ຮູ້ຈັກວ່າ ໄດ້ເກີດຄວາມພິດພາດ ແບບໃດຂຶ້ນ ແຕ່ທ່ານ ກໍເວົ້າວ່າ ປະທານາທິບໍດີ ມີຄວາມຕັ້ງໃຈ ທີ່ຈະແກ້ໄຂ ບັນຫາດັ່ງກ່າວນີ້.

ອີຈິບ - ຄຣິສຕຽນ: ເຈົ້າໜ້າທີ່ອິຈິບ ກ່າວວ່າ ມືປືນກຸ່ມ​ນຶ່ງ​ ໄດ້ຣະດົມ​ຍິງ​ໃສ່ ພວກທີ່ນັບຖືສາສ ນາຄຣິສຕ໌ ຢູ່ນອກໂບດແຫ່ງນຶ່ງໃນພາກໃຕ້ຂອງ ປະເທດເຮັດໃຫ້ມີຜູ້ເສັຽຊີວິດ 7 ຄົນ. ເຈົ້າໜ້າທີ່ ກ່າວວ່າ ຄົນ​ຮ້າຍໄດ້ຂີ່ຣົດຜ່ານມາ ແລ້ວຍິງປືນ ສາດໃສ່ພວກເຄາະ​ຮ້າຍ ໃນຕອນແລງມື້ວານນີ້ ທີ່ແຂວງ QENA ຂະນະພວກທີ່ນັບຖືສາສນາ ຄຣິສຕ໌ ນິກາຍຄອັບຕິກພວມອອກ​ຈາກ​ໂບດ​ມາ ລຸນຫລັງທີ່ໄດ້ເຂົ້າຮ່ວມ ພິທີທາງສາສນາ ເພື່ອ ສເລີມສລອງ ບຸນຄຣິສຕ໌ມາສ ຂອງນິກາຍຄອັບ ຕິກ. ການໂຈມຕີີທີ່ເມືອງ NAG HAMADI ເຮັດໃຫ້ພວກທີ່ໄປຮ່ວມ ສລອງບຸນ 6 ຄົນ ແລະເຈົ້າໜ້າທີ່ ຮັກສາຄວາມສະງົບ ຄົນນຶ່ງ ເສັຽຊີວິດ ແລະອີກຫລາຍໆຄົນ ໄດ້ຮັບບາດເຈັບ. ພຣະສັງຄະຣາດ ຂອງສາສນາຄຣິສຕ໌ ນິກາຍຄອັບຕິກ ໃນເມືອງ NAG HAMADI ກ່າວຕໍ່ອົງການຂ່າວເອພີວ່າ ເພິ່ນເຊື່ອວ່າ ພວກມຸສລິມ ຫົວຮຸນແຮງຈັດ ເປັນຜູ້ຢູ່ເບື້ອງຫລັງ ການໂຈມຕີໃນເທື່ອນີ້ ​ແລະ​ກ່າວ​ອີກວ່າ ການ​ປະກອບພິທີທາງສາສນາ ເນື່ອງໃນວັນບຸນຄຣິສຕ໌ມາສຂອງເພິ່ນ ໄດ້​ຢຸດຕິລົງກ່ອນ ກຳນົດ ນຶ່ງຊົ່ວໂມງ ຍ້ອນໄດ້ມີການຂົ່ມຂູ່ ຕໍ່ປະຊາຄົມ ຄຣິສຕຽນທີ່ນັ້ນ.

ອັຟການິສຖານ: ໄດ້ເກີດເຫດຣະເບີດ ທີ່ໂຮງ ການແຂວງແຫ່ງນຶ່ງ ໃນອັຟການິສຖານ ຊຶ່ງເຮັດ ໃຫ້ເຈົ້າແຂວງ ແລະເຈົ້າໜ້າທີ່ ຄົນສຳຄັນຫຼາຍໆ ຄົນ ໄດ້ຮັບບາດເຈັບ. ເຈົ້າໜ້າທີ່ ອັຟການິສຖານ ກ່າວໃນວັນພະຫັດມື້ນີ້ວ່າ ຣະເບີດລູກນຶ່ງທີ່ເຊື່ອງ ໄວ້ ໃນຖັງຂີ້ເຫຍື້ອ ຢູ່ນອກຫ້ອງການຂອງຜູ້ຮັກ ສາການຕຳແໜ່ງເຈົ້າແຂວງຊົ່ວຄາວຂອງແຂວງ KHOST ທ່ານ TAHR KHAN SABARI ໄດ້ແຕກຂຶ້ນ ແລະສະເກັດແກ້ວ ທີ່ແຕກຈຳນວນ ນຶ່ງ ໄດ້ຟົ້ງຖືກເຈົ້າແຂວງ. ນອກນັ້ນແລ້ວ ທີ່ແຂວງ KHOST ໃນມື້ນີ້ ເຈົ້າໜ້າທີ່ ຮັກສາຄວາມສະງົບ ຂອງອັຟການິສຖານ ກ່າວວ່າ ຕົນໄດ້ສັງຫານ ພວກທີ່ອາດຈະເປັນ ຜູ້ໂຈມຕີ ສະລະຊີບດ້ວຍຣະເບີດ 2 ຄົນ. ແຂວງ KHOST ມີຊາຍແດນຕິດກັບ ເຂດຊົນເຜົ່າ ທີ່ແບ່ງອັຟການິສຖານ ອອກຈາກປາກິສຖານ ຊຶ່ງເປັນເຂດ ທີ່ເຊື່ອກັນວ່າ ເປັນທີ່ໝັ້ນ ຂອງພວກທາລີບານ ແລະພວກຫົວຮຸນແຮງ AL-QAIDA. ໃນມື້ວານນີ້ ເຫດຣະເບີດ ທີ່ຕລາດໃນເມືອງ KHOST ເຮັດໃຫ້ມີ 9 ຄົນ ໄດ້ຮັບບາດເຈັບ ແລະເມື່ອນຶ່ງອາທິດ ກວ່າໆຜ່ານມານີ້ ໄດ້ມີການໂຈມຕີ ດ້ວຍຣະເບີດສະລະຊີບ ທີ່ຄ້າຍທະຫານ ອະເມຣິກັນແຫ່ງນຶ່ງ ເຮັດໃຫ້ເຈົ້າໜ້າທີ່ສືບລັບ 7 ຄົນ ເສັຽຊີວິດ.

ອິນເດັຽ - ແຄັສເມັຽ: ກຳລັງຮັກສາຄວາມ ສະງົບ ໃນແຄວ້ນແຄັສເມັຽ ຂອງອິນເດັຽໄດ້ ບຸກເຂົ້າໄປ ໃນໂຮງແຮມແຫ່ງນຶ່ງ ຢູ່ທີ່ເມືອງ SRINAGAR ເມືອງເອກ ຂອງແຄ້ວນແຄັສ ເມັຽ ແລະໄດ້ສັງຫານມືປືນ 2 ຄົນ ຫລັງຈາກ ໄດ້ມີການປະເຊີນໜ້າກັນ ເປັນເວລາ 22 ຊົ່ວໂມງ. ຜູ້ອຳນວຍການໃຫຍ່ ຂອງຕຳຣວດ ທີ່ແຄວ້ນແຄັສເມັຽ ທ່ານ KULDEEP KHODA ກ່າວວ່າ ມືປືນຄົນນຶ່ງ ໄດ້ຈູດໄຟເຜົາ ໃນຄວາມພະຍາຍາມ ເພື່ອຈະຫລົບໜີ. ທ່ານກ່າວວ່າ ສ່ວນມືປືນ ທີ່ຕາຍອີກຄົນນຶ່ງນັ້ນ ເປັນຄົນສັນຊາດ ປາກິສຖານ ແລະເປັນຜູ້ບັນຊາການ ກຸ່ມຫົວຮຸນແຮງ LASHKAR-E-TAIBA ທີ່ມີຖານປະຕິບັດງານ ຢູ່ປາກິສຖານ ແລະເອີ້ນການໂຈມຕີ ໃນເທື່ອນີ້ວ່າ ເປັນຮ່ອງຮອຍ ສະແດງໃຫ້ເຫັນ ເຖິງການເຂົ້າຕາຈົນ ຂອງພວກຫົວຮຸນແຮງ. ຕຳຣວດກ່າວວ່າ ກຳລັງຂອງຕົນ ໄດ້ບຸກເຂົ້າໄປ ໃນໂຮງແຮມດັ່ງກ່າວ ຫຼັງຈາກໄດ້ຍົກຍ້າຍ ພົລເຮືອນຄົນສຸດທ້າຍ ຂອງຈຳນວນຫລາຍໆຮ້ອຍຄົນ ທີ່ໄດ້ຫຼົບລີ້ ຢູ່ໃນຕຶກອາຄານ ທີ່ໃກ້ຄຽງອອກໄປ. ການປະເຊີນໜ້າກັນ ເລີ້ມຂຶ້ນ ໃນມື້ວັນພຸດວານນີ້ ເວລາພວກມືປືນ ແກວ່ງຣະເບີດມື ແລະຣະດົມຍິງ​ໃສ່ຕຳຣວດ ຊຶ່ງເປັນເຫດໃຫ້ ຕຳຣວດຄົນນຶ່ງ ແລະພົລເຮືອນຄົນນຶ່ງ ເສັຽຊີວິດ ກ່ອນທີ່ຈະວາງ ເຄື່ອງກີດຂວາງ ຕັນຕົນເອງ ຢູ່ຂ້າງໃນໂຮງແຮມ.

ຈີນ - ອາຟຣິກາ: ປະທານາທິບໍດີ ເຄນຢາ ກ່າວວ່າ ຈີນມີຄວາມຕັ້ງ​ໃຈ ທີ່ຈະຊ່ອຍເຄນຢາ ສ້າງທ່າກຳປັ່ນ ແຫ່ງທີ 2 ຢູ່ໃນບໍຣິເວນແຄມຝັ່ງ ທະເລ ກ້ຳຕາເວັນອອກສຽງເໜືອ ຂອງປະເທດ ພ້ອມທັງໂຄງລ່າງພື້ນຖານ ທີ່ກ່ຽວຂ້ອງອື່ນໆ. ປະທານທິບໍດີ MWAI KIBAKI ໄດ້ປະກາດ ກ່ຽວກັບເຣື່ອງນີ້ ໃນມື້ວັນພຸດວານນີ້ ລຸນຫລັງ ການພົບປະ ກັບຣັຖມຸນຕຣີ ການຕ່າງປະເທດ ຈີນ ທ່ານ YANG JIECHI ທີ່ກຳລັງຢ້ຽມຢາມ ເຄນຢາ ໃນຖານະທີ່ເປັນ ພາກສ່ວນນຶ່ງ ຂອງ ແຜນການ ເດີນທາງຢ້ຽມຢາມອາຟຣິກາ ແລະພາກຕາເວັນອອກກາງ ເປັນເວລາ 2 ອາທິດ. ທ່ານ KIBAKI ກ່າວໃນຖແລງການ ສະບັບນຶ່ງວ່າ ທ່ານມີ​ຄວາມ​ຍິນ​ດີ​ນຳ ຄວາມໝາຍໝັ້ນຕັ້ງໃຈຂອງຈີນ ທີ່ຈະສ້າງທ່າກຳປັ່ນ ແຫ່ງທີ 2 ໃຫ້ເຄນຢາ ທີ່ເມືອງ LAMU. ນອກນັ້ນ ແຜນການ​ກໍ່ສ້າງ ໂຄງການຂນາດໃຫຍ່ ທີ່ວ່ານີ້ ຍັງຮວມທັງ ການສ້າງທາງຣົດໄຟ ແລະທາງຫລວງຮາຍ-ເວຍ໌ ລະຫວ່າງປະເທດນຳດ້ວຍ. ທ່ານ YANG ບໍ່ໄດ້ໃຫ້ການຢືນຢັນ ກ່ຽວກັບການຕົກລົງ ໃນເຣື່ອງນີ້ ແຕ່ກໍກ່າວວ່າ ຈີນມີຄວາມສົນໃຈ ໃນການທີ່ຈະເພີ້ມ ການຮ່ວມມື ກັບເຄນຢາ.

ຈີນ - ຢາເສບຕິດ: ກຸ່ມປົກປ້ອງສິດທິມະນຸດ ນາໆຊາດກຸ່ມນຶ່ງ ກ່າວວ່າ ບັນດາສູນກາງກັກ​ກັນ ພວກຕິດຢາເສບຕິດຂອງຈີນ ແມ່ນເຕັມໄປດ້ວຍ ການລ່ວງລະເມີດສິດທິມະນຸດ ຊຶ່ງຮວມທັງການ ທຸບຕີແລະການບີບບັງຄັບໃຊ້ແຮງງານ. ໃນລາຍ ງານ ທີ່ນຳອອກເຜີຍແຜ່ ໃນວັນພະຫັດມື້ນີ້ ກຸ່ມ ປົກປ້ອງ ສິດທິມະນຸດ HUMAN RIGHTS WATCH ເວົ້າວ່າ ພວກຕິດຢາເສບຕິດ ຊາວ ຈີນມັກຈະບໍ່ໄດ້ຮັບການປິ່ນປົວທີ່ຖືກຕ້ອງເໝາະ ສົມ ແລະມີຄວາມຍຸ່ງຍາກ ໃນການທີ່ຈະໄດ້ຮັບ ການປິ່ນປົວ ຂັ້ນພື້ນຖານ. ລາຍງານເວົ້າວ່າ ຕາມປົກກະຕິແລ້ວ ພວກຕິດຢາເສບຕິດ ຈະ ຖືກສົ່ງ ເຂົ້າຮັບການປິ່ນປົວ ທີ່ສູນກາງຟື້ນຟູ ຄົນຕິດຢາຂອງຣັດ ເປັນເວລາ ຢ່າງນ້ອຍ 2 ປີ ໂດຍປາສຈາກ ການຖືກກ່າວຫາ ຫລືຟ້ອງຮ້ອງໃດໆ. ກຸ່ມປົກປ້ອງ ສິດທິມະນຸດດັ່ງກ່າວ ຍັງເວົ້າວ່າ ກົດໝາຍສະບັບປີ 2008 ທີ່ມີຈຸດປະສົງ ຈະສນອງ​ ການຊ່ອຍ​ເຫລືອ​ ທີ່​ດີ​ຂຶ້ນ ​ໃຫ້ແກ່ພວກຕິດຢາເສບຕິດນັ້ນ ບໍ່ໄດ້ປັບປຸງ ສະຖານະການ ຂອງ​ພວກ​ເຂົາ​ເຈົ້າ ໃຫ້ດີຂຶ້ນ​ເລີຍ ແລະໃນບາງກໍຣະນີ ກັບເຮັດໃຫ້ ສະພາບການ ຊຸດໂຊມລົງກວ່າເກົ່າ ອີກ​ຊ້ຳ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.