ສະພາ ສະກອດແລນປະຊຸມສຸກເສີນເພື່ອທົບທວນເບິ່ງ ການປ່ອຍໂຕຜູ້ວາງລະເບີດ

ທີ່ Scotland : ສະພາຂອງ Scotland ​ໄດ້​ຮຽກ​ປະຊຸມ​ສຸກ​ເສີນ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ເພື່ອ ທຳ​ການ​ສອບສວນ​ກໍລະນີການ​ຕັດສິນ​ໃຈ​ປ່ອຍ​ໂຕ​ຜູ້ວາງ​ລະ​ເບີດ​ເຮື​ອບິນ Pan AM ທີ່​ໃກ້​ຈະ​ຕາຍ ບົນພື້ນຖານ​ຂອງຄວາມ​ເມດ​ຕາ​ສົງສານນັ້ນ. ທາງ​ສະພາ​ຢາກ​ທຳ​ການ​ສອບ​ຖາມ​ທ່ານ Kenny McAskill ຣັຖມຸນຕີ ​ກະຊວງ​ຍຸຕິ​ທັມ ​ກ່ຽວ​ກັບ​ຄຳ​ຕັດ​ສິນ​ໃຈ​ຂອງ​ທ່ານ ​ໃນ​ການ​ປ່ອຍ​ໂຕ​ນາຍ Abdel Baset al-Megrahi ຊຶ່ງ​ເປັນຄົນ​ດຽວ​ທ່ີ​ຖືກສານ​ຕັດສິນ​ວ່າ​ມີ ຄວາມ​ຜິດ​ໃນ​ຂໍ້​ຫາ​ວາງ​ລະ​ເບີດ​ໃສ່​ຖ້ຽວ​ບິນ​ເລກທີ 103 ຂອງ​ສາຍການ ບິນ Pan Am ​ໃນ​ປີ 1988 ທ່ີ​ໄດ້​ເຮັດ​ໃຫ້​ຜູ້​ໂດຍສານ​ພ້ອມ​ທັງ​ລູກ​ເຮືອ 270 ຄົນ​ເສັຍ​ຊີວິດ​ໄປ​ນັ້ນ. ພວກ​ພັກ​ຝ່າຍ​ຄ້ານ​ພາກັນ​ວາງ​ແຜນ​ ທີ່​ຈະລົງ​ມະຕິ​ບໍ່ໄວ້​ວາງ​ໃຈຣັຖບານ​ກ່ຽວ​ກັບ​ການຕັດສິນ​ໃຈ​ດັ່ງກ່າວ ​ຊື່​ງມີ​ທາງ​ເປັນ​ໄປ​ໄດ້​ວ່າ ອາດຈະພາ​ໃຫ້​ມີ​ການ​ຊັບຊ້ອນ​ຄນະຣັຖບານ​ຢ່າງສີ້​ນ​ເຊີງ. ໄດ້​ມີ​ການ​ຕຳ​ໜິຕິຕຽນ​ຢ່າງ​ໃຫຍ່ ຕໍ່​ການ​ປ່ອຍ​ໂຕ​ນາຍ Megrahi ໃນ​ ອາທິດ​ແລ້ວ​ນີ້. ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ຣັຖມຸນຕີ​ການ​ຕ່າງປະ​ເທດ Hillary Clinton ພ້ອມ​ທັງ​ຫົວໜ້າ​ຫ້ອງການ​ສັນຕິ​ບານ FBI ຂອງ​ສະຫະຣັດ ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ແຮງ​ອອກ​ມາ. ນອກ​ນັ້ນ ​ຍັງ​ມີ​ການ​ຂົ່ມຂູ່​ຈາກ​ພົນລະ​ເມືອງ​ສະຫະຣັດ ທ່ີ​ຈະ boycott ຫລື​ຄັດຄ້ານ​ ບໍ່ຊຶ້ນສິນຄ້າ​ ແລະ​ການ​ບໍລິການຕ່າງໆ​ຂອງ Scotland ​ເຊັ່ນ​ກັນ. ນາຍ Megrahi ​ໄດ້​ເດີນທາງ​ກັບ​ຄືນ​ສູ່​ລີ​ເບັຍ​ໃນ​ວັນ​ພະຫັດ​ອາທິດ​ແລ້ວ​ນີ້ ​ໂດຍ​ໄດ້​ຮັບ​ການ​ຕ້ອນຮັບແບບ​ວິຣະບຸຣຸດ. ກ່າວ​ກັນ​ວ່າ ຜູ້ກ່ຽວວາງ​ ແຜນ​ຈະ​ຂຽນ​ປຶ້ມ​ຫົວ​ນຶ່ງ​ ທ່ີ​ຈະ​ເລົ່າ​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ ​ໂດຍຈະ​ເປີດ​ເຜີຍຂໍ້​ມູນ​ໃໝ່​ໆ ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງ​ພວກກໍ່​ການ​ຮ້າຍ​ ທ່ີ​ມີ​ຜູ້​ຄົນ ເສັຍ​ຊີວິດ​ຫລາຍ​ທ່ີ​ສຸດ ​ໃນ​ອັງກິດ​ນັ້ນ.
ກ່ຽວ​ກັບ​ໄຟ​ປ່າ​ທີ່​ປະ​ເທດ Greece: ພວກ​ດັບ​ເພີງ​ໃນ​ປະ​ເທດ Greece ​ຍັງສືບ​ຕໍ່​ ​ຕໍ່ສູ້​ກັບໄຟ​ປ່າ​ອີກ​ໃນ​ມື້​ນີ້ ຢູ່​ນອກ​ກຸງ Athens ​ໂດຍ​ໃຊ້​ພວກ​ເຮືອບິນ​ທັມມະ​ດາ​ແລະ​ເຮືອບິນ​ເຮ​ລີຄອບ​ເຕີ ຖິ້ມ​ຖົງ​ນ້ຳ​ລົງ​ໃສ່​ແປວ​ໄຟ​ ທ່ີ​ກຳລັງ​ລຸກລາມ​ໄໝ້​ໄປ​ຢູ່​ນັ້ນ. ການ​ປະຕິບັດ​ງານ​ດັ່ງກ່າວ​ໄດ້​ເຣີ່ມຂຶ້ນ​ຄືນ​ ໃນ​ຕອນ​ເຊົ້າ​ມືດ​ວັນ​ຈັນ​ມື້​ນີ້ ໂດຍ​ມີ​ພນັກ​ງານ​ມອດ​ໄຟ​ຫລາຍ​ກວ່າ 2 ພັນ​ຄົນ ຊ່ວຍກັນເຮັດ​ວຽກ​ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ໄຟ​ລາມ​ໄປ​ໄໝ້​ພວກ​ບ້ານ​ເຮືອນ​ ຢູ່​ໃນ​ເຂດ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະຄອນຫລວງ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ​ໄຟຍັງ​ສືບ​ຕໍ່​ລາມ​ໄປ​ສູ່​ພວກ​ປະຊາ​ຄົມ​ຕ່າງໆ​ຢູ່ ​ເຖິງ​ແມ່ນເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ຢ່າງ​ຂຸ້ນຂ້ຽວ ເພື່ອ​ມອດ​ໄຟ​ໄໝ້​ໃນ​ລະຫວ່າງ​ທ່ີ​ລົມໄດ້​ເຊົາພັດ​ແຮງໄປ​ຊົ່ວໄລຍະ​ນື່ງກໍ​ຕາມ. ຄາດ​ວ່າ​ລົມ​ຈະພັດແຮງ​ຂຶ້ນ​ອີກ ໃນ​ຕອນ​ ສວາຍມື້ນີ້. ພວກ​ປະຊາຊນຊາວ Greece ຫລາຍ​ພັນ​ຄົນ ​ໄດ້​ພາກັນ​ນອນ​ຄ້າງ​ຄືນ​ວັນອາທິດ​ວານ​ນີ້​ຢູ່​ນອກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ຫລັງ​ຈາກ​ອົບພະຍົບ ໜີອອກຈາກ​ບໍລິ​ເວນ​ໄຟ​ໄໝ້ນັ້ນ​ແລ້ວ. ໄຟ​ໄໝ້​ໄດ້​ເຣີ່ມຂຶ້ນ​ໃນ​ວັນ​ສຸກ​ຜ່ານ​ມາ ​ແລະ​ໄດ້​ລາມ​ໄປ​ທົ່ວ​ບໍລິ​ເວນ​ກວ້າງ 50 ຫລັກ​ກິ​ໂລ​ແມັດ.

​ຂ່າວ​ກ່ຽ​ວກັບ ​ອົງການສືບ​ລັບ CIA: ໜັງສືພິມ​ໃຫຍ່​ສະບັບ​ນຶ່ງ​ໃນ​ສະຫະຣັດລາຍ​ງານ​ວ່າ ກະຊວງ​ຍຸຕິ​ທັມ​ຂອງ​ສະຫະຣັດກຳລັງ​ສະ​ເໜີ​ແນະໃຫ້ດຳ​ເນີນ​ຄະດີບາງ​ກໍລະນີ​ ທ່ີ​ມີ​ການ​ກ່າວ​ຫາ​ວ່າ ພນັກ​ງານ​ສອບ​ສວນ​ຂອງອົງການ​ CIA ​ໄດ້​ລະເມີດສິດ​ທິ ຂອງ​ພວກນັກ​ໂທດນັ້ນ​. ໜັງສືພິມ New York Times ອ້າງ
​ແຫ​ລ່ງຂ່າວ​ທ່ີ​ບໍ່​ບອກ​ຊື່​ ວ່າຫ້ອງການ​ວ່າ​ດ້ວຍ​ຄວາມ​ຮັບຜິດຊອບ​ດ້ານ​ອາຊີບ ​ຫລື Office of Professional Responsibility ​ໄດ້​ໃຫ້​ຄຳ​ສະ​ເໜີ​ແນະ​ດັ່ງກ່າວ​ ຕໍ່ທ່ານ Eric Holder ຣັຖມຸນຕີ​ກະຊວງ​ຍຸຕິ​ທັມ​ຂອງ​ສະຫະຣັດ ​ແລະເວລາ​ນີ້ ທ່ານ​ Holder ກໍກຳລັງ​ຊັ່ງຊາພິຈາຣະນາ​ວ່າ​ ຈະ​ແຕ່ງ​ຕັ້ງ​ໄອ​ຍະ​ການ​ຂຶ້ນ​ຫລື​ບໍ ​ເພື່ອ​ທຳ​ການ​ສືບສວນກ່ຽວ​ກັບ​ວິທີ​ການ​ປະຕິບັດ​ການ​ສອບ​ປາກຄຳ​ຂອງ​ພນັກ​ງານ​ CIA ​ໃນ​ສ​ໄມຣັຖບານ​ອະດີດ​ປະທານາທິບໍດີ George W. Bush ນັ້ນ ຊື່​ງການ​ເຄື່ອນ​ໄຫວ​ທ່ີວ່າ​ນີ້ ​ສາມາດ​ເຜີຍແບ ພວກ​ພນັກ​ງານ​ແລະ​ພວກ​ສັນຍາ​ຈ້າງ​ຂອງ​ອົງ ການ CIA ໃຫ້​ຖືກດຳ​ເນີນ​ຄະດີອາຍາ​ໄດ້​ ໃນ​ຂໍ້​ຫາ​ຖານປະຕິບັດ​ຢ່າງ​ບໍ່ຖືກຕ້ອງ​ຕໍ່​ພວກ​ຜູ້​ຕ້ອງ​ສົງ​ໄສ​ເປັນ​ຜູ້​ກໍ່​ການ​ຮ້າຍ​ນັ້ນ.
​ແຕ່​ປະທານາທິບໍດີບາຣົກ ໂອ​ບາ​ມາ ​ເຄີຍ​ກ່າວ​ວ່າ​ທ່ານ​ຢາກ​ປ່ອຍ​ເຣື່ອງ ນີ້ໃຫ້​ເປັນ​ອະດີດ​ໄປ ​ເພື່ອ​ຫລີກ​ລ່ຽງບໍ່​ຢາກ​ໃຫ້​ລາຍ​ການຂອງຣັຖບານ​ຂອງ​ທ່ານ​ ຈົມ​ຢູ່​ໃນ​ການ​ຂັດ​ແຍ່ງ​ຜິດ​ຖຽງກັນ​ ​ກ່ຽວ​ກັບບັນຫາ​ຕ່າງໆ​ໃນ​ອະດີດ​ນັ້ນ.
ທີ່ອັຟກາ​ນີສຖານ: ອົງການ NATO ກ່າວ​ວ່າ ທະຫານ​ຂອງ​ຕົນ 2 ຄົນ​ເສັຍ​ຊີວິດ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້ ​ໃນ​ມື້​ດຽວ​ກັນກັບ​ທີ່ນາຍ​ທະຫານ​ຂັ້ນ​ສູງ​ສຸດ​ຂອງ​ສະຫະຣັດ ກ່າວ​ວ່າ ສະຖານະ​ການ​ໃນ​ອັຟກາ​ນິສຖານ ​ກຳລັງ​ຮ້າຍ​ແຮງ​ຫລາຍແລະ​ເຊື່ອມ​ໂຊມ​ລົງນັບ​ມື້. ໃນ​ການ​ໃຫ້​ສັມພາດ​ຂ່າວ​ ທາງ​ໂທຣະພາບ​ກັບ​ອົງການ​ຂ່າວ CNN ພົນ​ເຮືອ​ເອກ Mike Mullen ປະທານ​ຫົວໜ້າ​ເສນາ​ທິການ​ຮ່ວມຂອງກອງທັບ​ສະຫະຣັດ ກ່າວ​ວ່າ ພວກ​ກະບົດ​ຕາ​ລີ​ບັນ​ໄດ້​ມີ​ຍຸດທະວິທີ​ທ່ີ​ທັນ​ສ​ໄມ ​ຂຶ້ນ​ກວ່າ​ເກົ່າ. ​ໃນ​ການ​ໃຫ້​ສັມພາກ​ບັນນື່ງອີກຕ່າງຫາກ ພົນ​ເອກ Mullen ກ່າວ​ວ່າ ທ່ານ​ມີຄວາມ​ເປັນ​ຫ່ວງ​ ວ່າຈະສູນ​ເສັຍການສນັບ​ສນຸນຈາກ​ປະຊາຊົນ​ອະ​ເມຣິກັນ​ ສຳລັບ​ສົງຄາມ​ໃນ​ອັຟກາ​ນີສຖານ​ນັ້ນ. ທ່ານ​ກ່າວ​ຕື່ມ​ວ່າ ກອງທັບສະຫະຣັດ​ ​ເພ່ງ​ເລັງ​ໃສ່​ການ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ກໍ່​ການ​ຮ້າຍທຳ​ ການ​ໂຈມ​ຕີ​ອີກ​ຄັ້ງ​ໃໝ່​ໃນ​ແຜ່ນດິນ​ຂອງ​ສະຫະຣັດ ​ແລະຍຸດ​ທະ​ສາດ​ທີ່ ທາງກອງທັບດຳ​ເນີນ​ຢູ່ໃນ​ປັດຈຸບັນ ​ໃນ​ອັຟກາ​ນີສຖານນັ້ນ​ ກໍມີ​ເຈດ​ຕະນາ​ເພື່ອ​ທຳລາຍ​ແລະປາບ​ພວກເຄືອ​ຂ່າຍ al-Qaida ​ໃຫ້ຜ່າ​ຍ​ແພ້ ພ້ອມ​ທັງ​ກຸ່ມ​ຕາ​ລີບັນ​ແລະ​ພວກ​ພັນທະ​ມິດ​ຫົວ​ຮຸນ​ແຮງ​ຈັດ​ຂອງ​ເຂົາ.
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ: ນັກ​ການ​ທູດ​ຂັ້ນ​ອາວຸ​ໂສ​ຂອງ​ສະຫະຣັດທ່ານ​ນຶ່ງ​ກ່າວ​ວ່າ ຣັຖບານ​ກຸງວໍ​ຊິງ​ຕັນ​ກຳລັງ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ກັບ​ເກົາຫລີ​ໃຕ້ ​ເພື່ອ​ໃຫ້​ໜັ້ນໃຈ​ວ່າ ການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ​ຕໍ່​ເກົາຫລີ​ເໜືອ​ນັ້ນ ​ໄດ້​ຮັບ​ການປະຕິບັດ​ຕາ​ມ. ທູດ​ພິ​ເສດ​ຂອງ​ສະຫະຣັດ ທ່ານ Philip Goldberg ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ຮື້​ຟື້ນ​ລາຍການທ່ອງ​ທ່ຽວຂອງ​ເກົາຫລີ​ໃຕ້ ​ໄປ​ຍັງ​ເກົາຫລີ​ເໜືອ ​ແລະ​ການ​ຂະຫຍາຍ​ເຂດ​ອຸດສາຫະກຳ​ຮ່ວມ​ອອກ​ໄປ​ນັ້ນ ຄົງ​ຈະບໍ່​ແຊກ​ແຊງ​ການ​ປະຕິບັດ​ມາດຕາ​ການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ ຕໍ່​ເກົາຫລີ​ເໜືອ​ ​ແຕ່​ຢ່າງ​ໃດ. ຫລັງ​ຈາກ​ການ​ປະຊຸມ​ກັນ​ຫລາຍ​ຄັ້ງ​ກັບ​ບັບນດາ​ເຈົ້າ​ໜ້າ​ທ່ີ​ເກົາຫລີ​ໃຕ້ໃນ​ວັນ​ຈັນ​ມື້​ນີ້​ທ່ີ​ກຸງ​ໂຊນ ທ່ານ Goldberg ກ່າວ​ວ່າ ສະຫະຣັດຈະ​ທຳ ຄວາມ​ກົດ​ດັນ​ຕໍ່​ເກົາຫລີ​ເໜືອ ຕໍ່​ໄປ ​ເພື່ອໃຫ້​ຢຸດ​ໂຄງການ​ຜລິດ​ອາວຸດ​ນີວ​ເຄລັຍນັ້ນ. ທ່ານ Goldberg ​ໄດ້​ທຳ​ການ​ຢ້ຽມຢາມ​ສິງກະ​ໂປແລະ​ໄທ​ມາ​ແລ້ວ ​ແລະ​ມີກຳນົດ​ຈະ​ເດີນທາງ​ຕໍ່​ໄປ​ຍັງ​ກຸງ​ໂຕ​ກຽວ ​ຫລັງ​ຈາກ​ ຢຸດ​ແວ່ທ່ີ​ກຸງ​ໂຊນ​ແລ້ວ ​ຊື່ງເປັນ​ພາກສ່ວນ​ນຶ່ງ​ໃນ​ການເຄື່ອນ​ໄຫວ​ຢ້ຽມຢາມຂົງ​ເຂດ​ນັ້ນ.