ສະຫະຣັດ ເປີດສາກບຸກໂຈມຕີຄັ້ງໃຫຍ່ ຢູ່ໃນອັຟການິສຖານ

  • ໄພສານ

ອັຟການິສຖານ: ທະຫານມາຣີນ ສະຫະຣັດ ປະມານ 4 ພັນຄົນ ໄດ້ເຄື່ອນກຳລັງ ​ໄປ​ຍັງທີ່ໝັ້ນ ຂອງພວກທາລີບານ ໃນພາກໃຕ້ ອັຟການິສຖານ ໃນວັນພະຫັດມື້ນີ້ ​ໃນ​ການເລີ້ມ ການປະຕິບັດງານ ທາງທະຫານ ທີ່ສຳຄັນ ເທື່ອທຳອິດ ພາຍໃຕ້ຍຸທສາດໃໝ່ ເພື່ອສ້າງ ຄວາມທຸ່ນທ່ຽງ ໃຫ້ແກ່ອັຟການິສຖານ ຂອງ ປະທານາທິບໍດີ BARACK OBAMA. ກຳ ລັງສະຫະຣັດ ພ້ອມດ້ວຍທະຫານ ແລະຕຳຣວດ ອັຟການິສຖານ ປະມານ 650 ຄົນ ໄດ້ບຸກເຂົ້າ ໄປ ໃນເຂດ ທີ່ຮາບລຸ່ມ ແມ່ນ້ຳ HELMAND ຊຶ່ງເປັນຈຸດສູນກາງ ໃນການກໍ່ກະບົດ ຂອງພວກ ທາລີບານ ໃນຕອນເຊົ້າມືດ ມື້ນີ້. ກອງ​ທະຫານ ຈຳນວນ​ນື່ງ​ ໄດ້​ເຄື່ອນ​ເຂົ້າ​ໄປ ​ໃນ​ຫລາຍເມືອງ ​ແລະ​ບ້ານ ​ໃນ​ຂະບວນຣົດຫຸ້ມ​ເກາະ ຂນະ​ທີ່​ ອີກ​ຈຳນວນ​ນື່ງ ​ເຄື່ອນເຂົ້າ​ໄປ​ໂດຍ​ທາງ​ ເຮ​ລິ​ຄອບ​ເຕີ້. ກອງທັບສະຫະຣັດ ກ່າວວ່າ ການປະຕິບັດງານ ຂອງພວກທະຫານ ໃນເທື່ອນີ້ ກໍແມ່ນເພື່ອຂັບໄລ່ ພວກກະບົດ ອອກໄປຈາກເຂດດັ່ງກ່າວ ແລະຮັກສາ ຄວາມສະງົບ ກ່ອນໜ້າການເລືອກຕັ້ງ ປະທານາທິບໍດີ ຊຶ່ງຈະມີຂຶ້ນ ໃນວັນທີ 20 ສິງຫາ ຈະມານີ້.

ຮົງກົງ - ປະທ້ວງ: ພວກປະທ້ວງຈຸນຶ່ງ ໄດ້ຖືກ ບັງຄັບ ດ້ວຍກຳລັງ ໃຫ້ອອກໄປຈາກ ສຳນັກງານ ຂອງ ຣັຖບານຮົງກົງ ໃນຕອນເຊົ້າ ຂອງວັນພະຫັດ ມື້ນີ້ ບໍ່ເທົ່າໃດຊົ່ວໂມງ ລຸນຫລັງ ທີ່ໄດ້ມີ ການໂຮມ ຊຸມນຸມ ຄັ້ງໃຫຍ່ ເນື່ອງໃນໂອກາດ ວັນຄົບຮອບ ການໂອນ ອະດີດອານານິຄົມ ຂອງອັງກິດ ແຫ່ງນີ້ ໃຫ້ໄປຢູ່ ພາຍໃຕ້ ການປົກຄອງ ຂອງຈີນ. ພວກ ປະທ້ວງ ໄດ້ຮ້ອງຄຳຂວັນ ປະຊາທິປະໄຕ ຂະນະທີ່ ພວກເຂົາເຈົ້າ ບໍ່ເອົາຫົວຊາ ຕໍ່ຄຳເຕືອນ ຂອງຕຳຣວດ ໃຫ້ພວກເຂົາເຈົ້າ ອອກໄປ ຈາກບໍຣິເວນດັ່ງກ່າວ ໂດຍຮຽກຮ້ອງ ຢາກພົບປະ ແບບເຊິ່ງໜ້າ ກັບທ່ານ DONALD TSANG ຫົວໜ້າ ຄະນະບໍຣິຫານ ຮົງກົງ ກ່ອນທີ່ ພວກເຂົາເຈົ້າ ຈະຖືກລາກໂຕໄປ. ເຈົ້າໜ້າທີ່ ເວົ້າວ່າ ເຂົາເຈົ້າ ບໍ່ມີທາງເລືອກ ແຕ່ຈຳເປັນຕ້ອງ ໄດ້​ໃຊ້​ກຳລັງ ຍົກຍ້າຍ ພວກປະທ້ວງຈຸນີ້ ຫລັງຈາກໄດ້ ທຳການເຕືອນ ຫລາຍໆຄັ້ງ. ບໍ່ມີຜູ້ໃດຖືກຈັບ ໃນເຫດການ ວຸ້ນວາຍດັ່ງກ່າວ. ບັນດາ ຜູ້ຈັດການປະ​ທ້ວງ ເວົ້າວ່າ ມີພວກປະທ້ວງ 76 ພັນຄົນ ເຂົ້າຮ່ວມ ການເດີນຂະບວນ ທີ່ຮົງກົງ ເນື່ອງໃນໂອກາດ ວັນຄົບຮອບ ປີທີ 12 ໃນການໂອນຮົງກົງ ໃຫ້ໄປຢູ່ ພາຍໃຕ້ ການປົກຄອງ ຂອງຈີນ.

ເກົາຫລີເໜືອ - ນິວເຄລັຽ: ເກົາຫລີໃຕ້ ກ່າວວ່າ ເກົາຫລີເໜືອ ໄດ້ຍິງທົດລອງລູກສອນໄຟໄລຍະໃກ້ 2 ລູກ. ໂຄສົກຄົນນຶ່ງ ຂອງກະຊວງ ປ້ອງກັນປະເທດ ເກົາຫລີໃຕ້ ກ່າວວ່າ ມີການຍິງ ລູກສອນໄຟ ຈາກ ພາກພື້ນດິນ ຫາເຮືອ 2 ລູກ ໃນວັນພະຫັດ ມື້ນີ້ ໃນໄລຍະຫ່າງກັນ 40 ນາທີ ໃກ້ໆເມືອງ WONSAN ທີ່ຕັ້ງຢູ່ແຄມທະເລນັ້ນ. ການເຄື່ອນໄຫວ ທີ່ວ່ານີ້ ມີຂຶ້ນ ຂະນະທີ່ ຄວາມເຄັ່ງຕຶງ ເພີ້ມທະວີຂຶ້ນ ໃນແຫຼມເກົາຫລີ ກ່ຽວກັບ ການທົດລອງ ອາວຸດນິວເຄລັຽ ຂອງ ເກົາຫລີເໜືອ ໃນວັນທີ 25 ພຶສະພາ ແລະ ການ​ທົດລອງ ລູກສອນໄຟ ທີ່ມີມາ ເປັນລຳດັບ. ສະພາ ຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ ໄດ້ທຳການ ລົງໂທດ ຢ່າງໜັກ ທາງດ້ານການເງິນ ຕໍ່ເກົາຫຼີເໜືອ ໃນເດືອນແລ້ວ ເພື່ອເປັນການ ຕອບໂຕ້ ຕໍ່ການທົດລອງ ອາວຸດນິວເຄລັຽ ແລະ ລູກສອນໄຟ. ໜັງສືພິມ JOONG ANG ILBO ຂອງເກົາຫລີໃຕ້ ລາຍງານ ໃນເຊົ້າມື້ ນີ້ວ່າ ມີທ່າທາງວ່າ ພຽງຢາງ ຈະທຳການຍິງ ລູກສອນໄຟ ໄລຍະໃກ້ ແລະ ໄລຍະປານກາງ ຈາກຖານຍິງ​ແຫ່ງຕ່າງໆ ທີ່ຕັ້ງຢູ່ ຕາມແຄມທະເລ ກ້ຳຕາເວັນອອກ ຂອງເກົາຫລີເໜືອ ພາຍໃນບໍ່ເທົ່າໃດມື້ ຂ້າງໜ້ານີ້.

ວຽດນາມ - ສິດທິມະນຸດ: ສະມາຊິກ ສະພາສູງ ຂອງສະຫະຣັດ ກຸ່ມນຶ່ງ ຮຽກຮ້ອງໃຫ້ ປະທານາທິບໍດີ ວຽດນາມ ທ່ານ NGUYEN MINH TRIET ປ່ອຍ ພຣະຂອງສາສນາ ກາໂຕລິກ ອົງນຶ່ງ ທີ່ໄດ້ຖືກຄຸມຂັງ ຍ້ອນໃຫ້ການ ສນັບສນຸນ ສິດທິມະນຸດ. ສະມາຊິກ ສະພາສູງ ສະຫະຣັດ 37 ທ່ານ ໄດ້ລົງນາມ ໃນຈົດ ໝາຍສະບັບນຶ່ງ ຮຽກຮ້ອງໃຫ້ ປ່ອຍຄຸນພໍ່ NGUYEN VAN LY ໃນທັນທີ ແລະ ໂດຍປາສຈາກ ເງື່ອນໄຂ ໃດໆທັງໝົດ. ຈົດໝາຍ ສະບັບດັ່ງກ່າວ ໄດ້ຖືກສົ່ງ ໄປຍັງ ສະຖານທູດ ວຽດນາມ ທີ່ກຸງວໍຊິງຕັນ ໃນວັນພຸດ ວານນີ້. ໃນຈົດໝາຍ ສະບັບນີ້ ບັນດາ ສະມາຊິກ ສະພາສູງ ສະຫະຣັດ ຊຶ່ງມີຮວມທັງ ສະມາຊິກ ພັກເດໂມແຄຣັທ ທ່ານນາງ BARBARA BOXER ແລະສະມາຊິກ ພັກຣີພັບຣີກັນ ທ່ານ SAM BROWNBACK ໄດ້ເວົ້າເຖິງ ການດຳເນີນຄະດີ ແບບຮວບຮັດ ຕັດຕອນ ຕໍ່ຄຸນພໍ່ LY ໃນປີ 2007 ນັ້ນວ່າ ເປັນຂໍ້ບົກຜ່ອງ ທີ່ຮ້າຍແຮງ. ຄຸນພໍ່ LY ອາຍຸ 63 ປີ ໄດ້ຖືກຕັດສິນວ່າ ມີຄວາມຜິດ ໃນການໂຄສະນາ ຊວນເຊື່ອ ຕ້ານຣັຖບານ ຄອມມູນິສ ວຽດນາມ ແລະໄດ້ຖືກ ຕັດສິນໂທດ ຈຳຄຸກເປັນ ເວລາ 8 ປີ. ສະຖານທູດ ວຽດນາມ ຍັງບໍ່ທັນ ໃຫ້ຄວາມເຫັນໃດໆ ກ່ຽວກັບ ເຣື່ອງດັ່ງກ່າວນີ້.

ລາວ - ສຸຂພິບານ: ທະນາຄານໂລກ ກ່າວວ່າ ລາວ ກຳລັງສູນເສັຽ ເງິນເກືອບ 200 ລ້ານໂດລາ ​ໃນ​ແຕ່ລະປີ ຍ້ອນມີຣະບົບ ສຸຂພິບານ ທີ່ບໍ່ດີ ແລະພະຍາດ ໂຣຄາ ຕ່າງໆ ທີ່ເກີດຈາກການຂາດແຄນ ສ້ວມຖ່າຍ ແລະນ້ຳ ທີ່ບໍ່ສະອາດ. ທ່ານ GUY HUTTON ນັກເສຖສາດ ຂອງທະນາຄານໂລກ ກ່າວໃນວັນພະຫັດ ມື້ນີ້ວ່າ ການສຶກສາ ຂອງທາງ ທະນາຄານໂລກ ພົບເຫັນວ່າ ລາວໄດ້ມີການສູນເສັຽ ຢ່າງໃຫຍ່ ທາງດ້ານ ເສຖກິດ ໃນການປິ່ນປົວ ຜູ້ຕິດພະຍາດ 3 ລ້ານກໍຣະນີ ແລະ ໃຫ້ການຊ່ອຍເຫລືອ ແກ່ພວກທີ່ເສັຽຊີວິດ ກ່ອນກຳນົດ 6 ພັນຄົນ ໃນແຕ່ລະປີ. ສ່ວນການໃຊ້ຈ່າຍອື່ນໆ ແມ່ນຮວມທັງ ການຊື້ແກ້ວນ້ຳ ແລະ ການຂຸດນ້ຳສ້າງ ເພື່ອໃຫ້ໄດ້ມາ ຊຶ່ງແຫຼ່ງນ້ຳສະອາດ ຢູ່ໃນປະເທດ ທີ່ແມ່ນ້ຳລຳທານ ເຕັມໄປດ້ວຍ ຂີ້ເຫຍື້ອ ແລະມີຄວາມ ເປື້ອນເປິະນັ້ນ. ການສຶກສາ ແຈ້ງວ່າ ການສູນເສັຽ ທາງດ້ານເສຖກິດ ທັງໝົດ ຈາກການມີ ຣະບົບ ສຸຂພິບານທີ່ບໍ່ດີຢູ່ລາວ ແມ່ນປະມານ 5.6% ຂອງຍອດຜລິດຮວມ ພາຍໃນ ຫລື GDP ຂອງປະເທດ. ທະນາຄານໂລກ ກ່າວວ່າ ການປັບປຸງ ຣະບົບສຸຂພິບານ ອາດຈະຊ່ອຍ ໃຫ້ລາວ ບັນລຸເປົ້າໝາຍ ໃນການພັທນາ ທັງໝົດ.

ຮອນດູຣາສ: ຜູ້ນຳຣັຖບານຊົ່ວຄາວ ຂອງ ຮອນດູຣາສກ່າວວ່າ ປະເທດຂອງທ່ານຈະ ບໍ່ຍອມກົ້ມຫົວ ຮັບເອົາ ການກົດດັນ ຂອງຕ່າງ ປະເທດ ແລະແຕ່ງຕັ້ງໃຫ້ ປະທານາທິບໍດີ MANUEL ZELAYA ທີ່ຖືກຂັບໄລ່ ອອກຈາກອຳນາດນັ້ນ ກັບຄືນເຂົ້າ ຮັບຕຳແໜ່ງອີກ. ທ່ານ ROBERTO MICHELETTI ປະທານາທິບໍດີ ຮັກສາການ ຊົ່ວຄາວ ຂອງຮອນດູຣາສ ບໍ່ໄດ້ໃຫ້ ຄວາມສຳຄັນໃດໆ ຕໍ່ຄຳຂາດ ຂອງອົງການ ບັນດາປະເທດ ໃນທະວີບ ອາເມຣິກາ ທີ່​ທວງ​ໃຫ້ ແຕ່ງຕັ້ງທ່ານ ZELAYA ເຂົ້າຮັບຕຳແໜ່ງຄືນໃໝ່ ພາຍໃນວັນເສົາ ຫລືບໍ່ດັ່ງນັ້ນ ກໍຈະຖືກຂັບໄລ່ ອອກຈາກ ອົງດານດັ່ງກ່າວ. ປະທານາທິບໍດີ ຮັກສາການ ຂອງຮອນດູຣາສ ກ່າວວ່າ ທ່ານມີຄວາມ ເຊື່ອໝັ້ນວ່າ ຮອນດູຣາສ ຈະບໍ່ຖືກໂດດດ່ຽວ ເປັນເວລາດົນນານ ແລະປະເທດອື່ນໆ ຈະເຫັນວ່າ ຣັຖບານໃໝ່ ຊ່ອຍປົກປັກຮັກສາ ປະເທດຮອນດູຣາສໄວ້. ທ່ານ ZELAYA ຈະປະເຊີນ ກັບການຖືກຈັບ ຖ້າຜູ້ກ່ຽວ ຫາກເດີນທາງ ກັບຄືນໄປ ຮອນດູຣາສ ຊຶ່ງທ່ານກ່າວວ່າ ທ່ານ​ຈະ​ເດີນທາງ​ໄປ ໃນວັນເສົາ ຈະມານີ້. ປັດຈຸບັນ ທ່ານກຳລັງຢູ່ທີ່ ປະເທດປານາມາ ເພື່ອເຂົ້າຮ່ວມ ພິທີສາບານໂຕ ເຂົ້າຮັບຕຳແໜ່ງ ຂອງ ປະທານາທິບໍດີ RICARDO MARTINELLI.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.