ສະຖາບັນສຸຂະພາບແຫ່ງຊາດ ຫລື NIH ເຊິ່ງເປັນອົງການຄົ້ນ ຄວ້າດ້ານການແພດ ທີ່ໄດ້ຮັບທຶນ ຊ່ວຍເຫລືອຈາກລັດຖະບານ ກາງສະຫະລັດ ກຳລັງນຳພາໃນການສ້າງ ຕັ້ງສູນກາງປິ່ນປົວພະຍາດເຮື້ອຮັງ ໃນບັນ ດາປະເທດກຳລັງພັດທະນາ 11 ປະເທດ ບ່ອນທີ່ໂຣກຕ່າງໆ ເຊັ່ນໂຣກເບົາຫວານ, ໂຣກມະເຮັງ ແລະ ພະຍາດຫົວໃຈໄດ້ກາຍ ເປັນບັນຫາໃຫຍ່ທີ່ເຮັດໃຫ້ຄົນເສັຽຊີວິດ ຫລາຍກວ່າໂຣກ ທີ່ເກີດມາຈາກເຊື້ອ Bacteria ຫລືຕິດຕໍ່ຜ່ານເຊື້ອແບັກທີເຣັຍ.ພະຍາດເຮື້ອຮັງຫລືໂຣກຊ້ຳເຮື້ອຕ່າງໆທີ່ກ່ຽວຂ້ອງກັບວິຖີການດຳລົງຊີວິດແລະມີສາ
ເຫດມາຈາກການຂາດການອອກກຳລັງກາຍແລະການກິນອາຫານປະເພດໄວທັນໃຈທີ່ ຫາຊື້ກິນໄດ້ງ່າຍໆເພື່ອຄວາມສະດວກຢູ່ຕາມຮ້ານຂາຍຂອງກິນຫລືທີ່ອີ້ນກັນວ່າ fast food ນັ້ນແມ່ນເປັນສາເຫດຂອງປະມານ 60% ຂອງການຕາຍຂອງຜູ້ຄົນຢູ່ໃນບັນ ດາປະເທດກຳລັງພັດທະນາຊື່ງນັບວ່າເປັນ ຜົນເສຍຫາຍຕໍ່ສຸຂະພາບຂອງປວງຊົນທີ່ຮ້າຍ ແຮງກວ່າພວກໂຣກຕ່າງໆທີ່ເກີດຈາກພະຍາດກາຝາກຫລືໂຣກທີ່ສືບເນື່ອງມາຈາກ ເຊື້ອພະຍາດຊຶ່ງກໍເປັນໂຣກ ທີ່ພາໃຫ້ເກີດການເຈັບປ່ວຍແລະລົ້ມຕາຍຫລາຍເຊ່ນກັນ ໃນພວກປະເທດທີ່ທຸກຈົນທີ່ສຸດນັ້ນ.
ບັນດານັກຊ່ຽວຊານເວົ້າວ່າ ຖ້າຫາກບໍ່ມີການເອົາບາດກ້າວໃດໆ ເພື່ອຢຸດຢັ້ງທ່າອ່ຽງທີ່ບໍ່ ດີນີ້ແລ້ວ ພາຍໃນປີ 2015 ກໍແມ່ນຈະມີຮອດ 41 ລ້ານຄົນໃນທົ່ວໂລກ ທີ່ຈະຕ້ອງເສັຍຊີວິດໄປໃນແຕ່ລະປີ ຍ້ອນ ການເຈັບປ່ວຍເປັນໂຣກຕ່າງໆ ເຊ່ນໂຣກເບົາຫວານ ແລະ ພະຍາດ ຫົວໃຈ, ເຊິ່ງເຄິງນຶ່ງຂອງພວກທີ່ເຄາະຮ້າຍ ແມ່ນເປັນຊາວໜຸ່ມ ອາຍຸບໍ່ ເຖິງ 70 ປີ.
ສະຖາບັນດ້ານຫົວໃຈ, ປອດ ແລະ ເລືອດແຫ່ງຊາດສະຫະຣັດກຳລັງໃຫ້ການຊ່ວຍເຫລືອ ໃນການສ້າງຕັ້ງສູນກາງປິ່ນປົວພະຍາດ ຊ້ຳເຮື້ອ ຢູ່ໃນບັນດາປະເທດກຳລັງພັດທະນາ 11 ປະເທດ ຊຶ່ງລວມທັງ ອິນເດັຍ, ຈີນ, ກົວເຕມາລາ, ເຄັນຢາ, ອາຟຣິກາໃຕ້, ທັນຊາ ເນຍ, ຕູນີເຊຍ ແລະ ໃນເຂດຊາຍແດນລະຫວ່າງ ສະຫະຣັດ ກັບ ແມັກຊິກໂກ. ຈຸດປະ ສົງຂອງສູນກາງເຫລົ່ານີ້ ກໍແມ່ນເພື່ອໃຫ້ຄວາມຮູ້ແກ່ຄົນທົ່ວໄປ ກ່ຽວກັບການເຈັບປ່ວຍ ຍ້ອນພະຍາດຊ້ຳເຮື້ອຕ່າງໆ ແລະ ຊ່ວຍປິ່ນປົວຄົນເຈັບ.
ທ່ານ Richard Smith ຜູ້ອຳນວຍການອົງການ ຣິເຣິ່ມປິ່ນປົວໂຣກຊ້ຳເຮື້ອ United Health ຫລື United Health Chronic Disease Initiative ທີ່ນະຄອນ ຫລວງລອນດອນ ປະເທດອັງກິດ, ຊື່ງທຳງານ ຮ່ວມກັນ ກັບສະຖາບັນສຸຂພາບຂອງສະຫະຣັດເວົ້າວ່າມີຄົນເປັນໂຣກຊ້ຳເຮື້ອເພີ້ມຂຶ້ນຢ່າງ ສະຫມໍ່າສະເໝີຢູ່ໃນ ບັນດາປະເທດພວມພັດທະນາໃນຂະນະທີ່ ປະຊາຊົນຍົກຍ້າຍຈາກເຂດຊົນນະບົດເຂົ້າໄປຢູ່ໃນຫົວເມືອງ ໃຫຍ່ແລະຫັນປ່ຽນໄປໃຊ້ຊີວິດແບບຊາວຕາເວັນຕົກ.ທ່ານ Smith ເວົ້າອີກວ່າທາງອົງການອະນາໄມໂລກ ຫລື WHO ກໍໄດ້ພະຍາຍາມປະ ສານງານໃຫ້ມີການຕອບສະນອງຫລືຕອບໂຕ້ຮ່ວມກັນຕໍ່ບັນຫາຂອງໂຣກຊໍ້າເຮື້ອນີ້. ຫາກແຕ່ວ່າເງິນທີ່ພວກປະເທດທີ່ໃຫ້ຄວາມຊ່ວຍເຫລືອມອບໃຫ້ເພື່ອໃຊ້ເປັນທຶນໃນການດຳ
ເນີນໂຄງການແກ້ໄຂບັນຫາໂຣກຊ້ຳເຮື້ອນັ້ນກັບໄດ້ຖືກໄປນຳໃຊ້ໃນການປາບພວກພະຍາດ
ທີ່ມີສາເຫດມາຈາກເຊື້ອໂຣກຫລືແບັກທີເຣັຍຫລືພະຍາດຕິດແປດຜ່ານເຊື້ອໂຣກນັ້ນ.
ເກືອບໝົດ. ສະຖາບັນສຸຂະພາບແຫ່ງຊາດຂອງສະຫະຣັດໄດ້ອະນຸມັດເງິນຊ່ວຍເຫລືອໃຫ້ 26 ລ້ານໂດລາ ເພື່ອເປັນທຶນໃນຂັ້ນຕົ້ນ ສຳລັບໂຄງການສ້າງສູນກາງປິ່ນປົວ ພະຍາດເຮື້ອຮັງໃນ 11 ປະເທດພວມພັທນາ ຊື່ງມີກຳໜົດ 5 ປີນັ້ນ