ທາງການລາວວາງແຜນການທີ່ຈະຟື້ນຟູສະພາບປ່າໄມ້ໃນປະເທດໃຫ້ໄດ້ຫລາຍກວ່າ ຫົກລ້ານເຮັກຕ້າພາຍໃນປີ 2020 ເພື່ອເຮັດໃຫ້ສະພາບປ່າໄມ້ຂອງລາວມີອັດຕາຄວາມໜາແໜ້ນເພີ້ມຂຶ້ນເປັນ 70% ຂອງພື້ນທີ່ທັງໝົດໃນທົ່ວປະເທດ, ຫາກແຕ່ວ່າການຕັດໄມ້ທຳລາຍປ່າໃນໄລຍະທີ່ຜ່ານມາ ກໍເຮັດໃຫ້ລາວນັ້ນ ຕ້ອງປະເຊີນກັບໄພພິບັດທາງທຳມະຊາດຢ່າງໜັກໜ່ວງຫລາຍຂຶ້ນນັບມື້.
ທ່ານ ທອງພັດ ວົງມະນີ ຮັກສາການຫົວໜ້າກົມປ່າໄມ້ ກະຊວງ ກະສິກຳ ແລະ ປ່າໄມ້ ຂອງລາວ ໄດ້ຖະແຫລງໃນ ໂອກາດວັນ ປູກຕົ້ນໄມ້ແຫ່ງຊາດ ທີ່ກຳນົດມີຂຶ້ນເປັນປະ ຈຳທຸກໆປີ ໃນວັນທີ 1 ມິຖຸນາ ນັ້ນວ່າ ສຳລັບໃນປີ 2009 ນີ້ ທາງການລາວ ໄດ້ມີ ການຕັ້ງເປົ້າໝາຍທີ່ຈະ ປູກຕົ້ນໄມ້ໃຫ້ ໄດ້ໃນພື້ນທີ່ບໍ່ໜ້ອຍກວ່າ 30.000 ເຮັກຕ້າ ໃນ ທົ່ວປະເທດ ຊຶ່ງຖືເປັນພາກສ່ວນໜຶ່ງ ໃນແຜນ ການຟື້ນຟູສະພາບປ່າໄມ້ຂອງຊາດ ໃຫ້ມີອັດຕາ ຄວາມໜາແຫນ້ນ ຫລື ມີການປົກຫຸ້ມຄຶດເປັນສັດສ່ວນເຖິງ 70% ຂອງພື້ນ ທີ່ທັງໝົດ ໃນທົ່ວປະເທດ ໃຫ້ໄດ້ ພາຍໃນປີ 2020. ໂດຍທ່ານ ທອງພັດ ໄດ້ຢືນຢັນ ວ່າ ໃນປະຈຸບັນສະພາບປ່າໄມ້ຂອງລາວຍັງຄົງມີ ຄວາມໜາແຫນ້ນໃນອັດຕາສະເລ່ຍ 41.5% ຂອງພື້ນທີ່ທັງ ໝົດໃນທົ່ວປະເທດ. ຫາກແຕ່ວ່າ ການທີ່ຈະເຮັດໃຫ້ສາມາດ ບັນລຸເປົ້າໝາຍຕາມແຜນການທີ່ວາງເອົາໄວ້ ພາຍໃນປີ 2020 ດັ່ງກ່າວໄດ້ນັ້ນ ກໍມີຄວາມ ຈຳເປັນຢ່າງຍິ່ງ ທີ່ທຸກພາກສ່ວນໃນລາວຈະຕ້ອງຮ່ວມມືກັນ ເຂົ້າໃນການປູກຕົ້ນໄມ້ ແລະ ຟື້ນຟູສະພາບປ່າໄມ້ທີ່ເຊື່ອມໂຊມ ໃຫ້ກັບຄືນມາສູ່ສະພາບການ ຂອງຄວາມ ອຸດົມສົມ ບູນໃຫ້ໄດ້ ໃນເນື້ອທີ່ບໍ່ໜ້ອຍ ກວ່າ 6.000.000 ເຮັກຕ້າ ດ້ວຍການດຳເນີນງານຢ່າງ ເປັນຂັ້ນເປັນ ຕອນ ນັບຈາກປະຈຸບັນເປັນຕົ້ນໄປ, ຊຶ່ງກໍຄືການຟື້ນຟູສະພາບປ່າໄມ້ຄືນ ໃໝ່ໃຫ້ໄດ້ຫລາຍກວ່າ 2 ລ້ານ 5 ແສນ ເຮັກຕ້າ ໃນປີ 2010 ຫລື ທຽບໄດ້ກັບ 40% ຂອງເປົ້າໝາຍ ໃນປີ 2020 ໂດຍການດຳເນີນ ງານຄຽງຄູ່ກັນໄປກັບການປູກຕົ້ນໄມ້ ໃຫ້ໄດ້ໃນພື້ນທີ່ 150.000 ເຮັກຕ້າ ໃນຊ່ວງປີ 2009 ຫາ ປີ 2010 ແລະ ເພີ້ມຂຶ້ນເປັນ 200.000 ເຮັກຕ້າໃນຊ່ວງປີ 2011 ຫາ ປີ 2015 ແລະສຳລັບ ໃນປີ 2016 ຫາ ປີ 2020 ນັ້ນ ກໍຈະຕ້ອງປູກຕົ້ນໄມ້ ເພີ້ມຂຶ້ນອີກໃຫ້ໄດ້ ໃນພື້ນທີ່ເຖິງ 560.000 ເຮັກຕ້າ ຊຶ່ງຖ້າຫາກວ່າ ສາມາດປະຕິບັດໄດ້ ຕາມແຜນການທີ່ວາງເອົາ ໄວ້ດັ່ງກ່າວ ກໍຈະເຮັດ ໃຫ້ລາວ ມີພື້ນທີ່ປ່າໄມ້ປົກຫຸ້ມ ເພີ້ມຂຶ້ນເປັນ 53% ຂອງພື້ນ ທີ່ທັງໝົດໃນປີ 2010 ແລະ ເພີ້ມຂຶ້ນເປັນ 70% ຂອງພື້ນທີ່ທັງໝົດພາຍໃນປີ 2020 ຢ່າງແນ່ນອນ.
ແຕ່ຢ່າງໃດກໍຕາມ ຈາກການປະຕິ ບັດພາກຕົວຈິງໃນໄລຍະທີ່ຜ່ານ ມາກໍປະ ກົດວ່າ ໃນສ່ວນຂອງການປູກຕົ້ນໄມ້ນັ້ນ ສາມາດປະຕິບັດ ໄດ້ບໍ່ເຖິງ 70% ຂອງເປົ້າໝາຍ ທີ່ວາງເອົາໄວ້ໃນ ແຕ່ລະປີ. ທັງນີ້ ກໍເນື່ອງຈາກວ່າ ບໍ່ໄດ້ມີການຮ່ວມມືຈາກພາກປະຊາຊົນ ແລະ ພາກເອກະຊົນ ຢ່າງເທົ່າທີ່ຄວນ ຈຶ່ງເຮັດໃຫ້ຕົ້ນໄມ້ ທີ່ໄດ້ລົງມືປູກ ໄປແລ້ວນັ້ນຕ້ອງລົ້ມຕາຍໄປ ໃນສັດສ່ວນ ທີ່ເກີນກວ່າ 30% ຂອງຈຳນວນກ້າໄມ້ທັງໝົດທີ່ໄດ້ລົງມືປູກໃນ ແຕ່ລະປີ.
ຍິ່ງໄປກວ່ານັ້ນ ກໍຍັງຄົງມີບັນຫາ ກ່ຽວກັບການຕັດໄມ້ເກີນໂຄຕ້າ ເກີດຂຶ້ນຢູ່ໃນທຸກ ເຂດແຂວງທົ່ວປະເທດລາວ ແລະ ໃນຂະນະດຽວກັນ ການລັກລອບຕັດໄມ້ ເພື່ອການ ຄ້າໜີ ພາສີ ຫລື ການຄ້າເຖື່ອນນັ້ນ ກໍຍັງຄົງດຳເນີນໄປຢ່າງກ້ວງຂວາງ ໂດຍການ ຮ່ວມມື ແລະ ແບ່ງປັນຜົນປະ ໂຫຍດກັນລະຫວ່າງເຈົ້າໜ້າທີ່ຂອງລັດຖະບານ ກັບບັນ ດານັກທຸລະກິດໃນແຕ່ລະທ້ອງຖິ່ນ ໂດຍສະເພາະ ແມ່ນຢູ່ໃນເຂດຕິດຕໍ່ຊາຍແດນກັບ ປະເທດເພື່ອນບ້ານນັ້ນ ນັບເປັນເຂດທີ່ມີການລັກລອບຕັດໄມ້ທຳລາຍປ່າເພື່ອ ການຄ້າ ເຖື່ອນຫລາຍທີ່ສຸດ. ຊຶ່ງພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງບໍ່ພຽງແຕ່ຈະເຮັດໃຫ້ສະພາບ ປ່າໄມ້ ຂອງລາວຫລຸດລະດັບຄວາມໜ້າແຫນ້ນຢ່າງໄວວາເທົ່ານັ້ນ ຫາກແຕ່ຍັງເຮັດໃຫ້ ປະຊາຊົນລາວຕ້ອງປະເຊີນ ແລະ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດຫລາຍ ຂຶ້ນນັບມື້ອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກົມ ປ່າໄມ້ຂອງລາວທ່ານໜຶ່ງໄດ້ ໃຫ້ການອະທິບາຍວ່າ:
ບັນຫາສິ່ງເວດລ້ອມໃນປະຈຸບັນນີ້ ຖືວ່າ ສະພາບດິນຟ້າອາກາດນີ້ ຖືວ່າ ມີການ ປ່ຽນແປງຫລາຍ ເນາະ. ສ່ວນໂລກເຮົານີ້ ນັບມື້ນັບຮ້ອນຂຶ້ນ, ປະກົດການຕ່າງໆ ກໍມີຫລາຍ, ເປັນຕົ້ນວ່າ ຝົນຕົກແຮງ, ນ້ຳຖ້ວມ, ຕ່າງໆກໍເຫັນວ່າເກີດຂຶ້ນຫລາຍ. ອັນນີ້ ກໍເນື່ອງຈາກວ່າ ພວກເຮົານີ້ ຍັງບໍ່ທັນເປັນເຈົ້າການໃນການຮັກສາສິ່ງແວດ ລ້ອມປ່າໄມ້. ຄັນວ່າພວກເຮົາຊິມີລະບຽບຮັກສາປ່າໄມ້ ຜູ້ຕັດກໍຕ້ອງປູກທົດແທນ.
ຊົງຣິດ ໂພນເງິນ ລາຍງານຈາກບາງກອກໃນ ວັນທີ 29 ພຶດສະພາ 2009