ສັນຕະປາປາເບເນດິກສະເດັດປະພາດພາກຕາເວັນອອກກາງ: ເວລານີ້ພຣະສັນຕະປາປາ ເບເນດິກ ກຳລັງທຳການຢ້ຽມຢາມນະຄອນ Jerusalem ອັນເປັນເຂດນຶ່ງທ່ີຫລໍ່ແຫລມທ່ີສຸດໃນການ
ສະເດັດປະພາດດິນແດນ ສັກສິດແຫ່ງສາສນາຄຣີສຕ໌.ປະມຸກສາສນາໂຣມັງກາໂຕລິກ ອົງນີ້ ໄດ້ຮັບການຕ້ອນ
ຮັບໂດຍປະທານາທິບໍດີອີສຣາແອນ ທ່ານຊີມົງເປເຣສ ທ່ີສນາມບິນ ໃນກຸງແຕນອາວີວ ໃນວັນຈັນມື້ນີ້ ກ່ອນຈະບິນໄປຍັງນະຄອນ Jerusalem ທາງ
ເຮືອບິນ ເຮລີຄອບເຕີ. ການສະເດັດປະພາດຂອງ ພຣະອົງມີຂຶ້ນ ທ່າມກາງຄວາມບໍ່ພໍໃຈໃນບັນດາ ຊາວຢີວອີສຣາແອນ ຫລາຍຄົນ ທ່ີພາກັນໂກດແຄ້ນກ່ຽວ ກັບການຕັດສິນໃຈຂອງ ພຣະອົງ ທ່ີແຕ່ງຕັ້ງໃຫ້ສັງຄະ
ນາຍົກ ທ່ີປະຕິເສດວ່າ ບໍ່ໄດ້ມີ ການສັງຫານໝູ່ຊາວຢີວນັ້ນ ໃຫ້ມາດຳຣົງ ຕຳແໜ່ງຄືນໃໝ່.ທີ່ປາກີສຖານ: ທາງການປາກີສຖານກ່າວວ່າ ຜູ້ວາງລະເບີດສະລະຊີບຄົນນຶ່ງໄດ້ໂຈມຕີດ່ານກວດກາຄວາມປອດໄພແຫ່ງ ນຶ່ງ ໃນພາກຕາເວັນຕົກສຽງເໜືອ ເຮັດໃຫ້ 10 ຄົນເສັຍຊີວິດ ແລະຢ່າງນ້ອຍ 7 ຄົນໄດ້ຮັບບາດເຈັບ.ບັນດາເຈົ້າໜ້າທ່ີກ່າວວ່າ ການໂຈມຕີດັ່ງກ່າວເກີດຂຶ້ນໃນວັນຈັນມື້ນີ້ ລະຫວ່າງເມືອງ Peshawar ເມືອງໃຫຍ່ໃນແຂວງຊາຍແດນພາກ ຕາເວັນຕົກສຽງເໜືອຂອງປະເທດ ແລະເມືອງ Darra Adam Khel. ບໍ່ມີຜູ້ໃດອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດຄັ້ງນີ້ ແຕ່ກຳລັງຮັກສາຄວາມສງົບໄດ້ຕົກເປັນເປົ້າໝາຍຢູ່ເລື້ອຍໆ ຂອງພວກຫົວຮຸນແຮງມຸສລິມ ທ່ີທຳການເຄື່ອນໄຫວຢູ່ໃນຂົງເຂດເລາະຊາຍແດນຕິດ ກັບອັຟການີສຖານນັ້ນ. ໃນຂ່າວນຶ່ງອີກຕ່າງຫາກ ໃນວັນຈັນມື້ນີ້ ໜັງສືພິມ New York Times ໄດ້ລາຍງານຂ່າວອ້າງຄຳເວົ້າຂອງເຈົ້າໜ້າທີ່ສືບລັບສະຫະຣັດ ແລະປາກີສຖານ ທີ່ກ່າວວ່າ ກຸ່ມ al-Qaida ກຳລັງສວາຍໂອກາດ ຄວາມປັ່ນປ່ວນທີ່ເກີດຂຶ້ນໃນປາກີສຖານນັ້ນ ເສີມກຳລັງແລະການມີໜ້າຂອງຕົນໃນທີ່ນັ້ນໃຫ້ແຂງແຮງຂຶ້ນ ແລະສົ່ງເສີມພວກກຸ່ມນັກຕໍ່ສູ້ຫົວຮຸນແຮງອື່ນໆ.
ກ່ຽວກັບສີລັງກາ: ອົງການສະຫະປະຊາຊາດ ໄດ້ປະນາມການສັງຫານພວກພົນລະເຮືອນເຜົ່າທະມິນຫລາຍຮ້ອຍຄົນໃນສີ ລັງການັ້ນ ໂດຍເອີ້ນຄວາມຮຸນແຮງທີ່ ເກີດຂຶ້ນໃນພາກເໜືອຂອງປະເທດໃນຫວ່າງໄວໆມານີ້ວ່າ ເປັນເຫດ ການນອງເລືອດອັນນຶ່ງ. ທ່ານ Gordon Weiss ໂຄສົກອົງການສະ ຫະປະຊາຊາດກ່າວຕໍ່ VOA ວ່າ ຣັຖບານສີລັງກາບໍ່ໄດ້ດຳເນີນການຢ່າງພຽງພໍ ເພື່ອຫລີກລ່ຽງການບາດເຈັບລົ້ມຕາຍຂອງພົນລະເຮືອນ ແລະພວກກະບົດເສືອທະມິນກໍຍັງສືບຕໍ່ໃຊ້ ພົນລະເຮືອນຫລາຍໝື່ນຄົນເປັນເຄື່ອງກຳບັງ ລະຫວ່າງພວກເຂົາແລະຝ່າຍທະຫານຣັຖບານນັ້ນ. ກອງທັບສີລັງກາແລະພວກກະບົດເສືອທະມິນ ຕ່າງຄົນຕ່າງກ່າວຫາກັນແລະກັນວ່າ ລະດົມຍິງປືນໃຫຍ່ໂຈມຕີຢູ່ໃນເຂດສົງຄາມໃນພາກເໜືອຂອງປະເທດ ນັ້ນ. ພວກນາຍແພດກ່າວວ່າ ການຍິງປືນໃຫຍ່ໃສ່ກັນໄດ້ສັງຫານພົນລະເຮືອນ 378 ຄົນ ແລະເຮັດໃຫ້ບາດເຈັບປະມານ1100 ຄົນ. ມີການຄຶດກັນວ່າ ພົນລະເຮືອນຫລາຍໝື່ນຄົນຍັງຕົກຄ້າງຢູ່ໃນບໍລິເວນເນື້ອທີ່ ຍາວ 4 ຫລັກກິໂລແມັດ ເລາະຕາມແຄມທະເລຝັ່ງຕາເວັນອອກສຽງເໜືອ ທີ່ພວກກະບົດເສືອທະມິນ ຍັງຄວບຄຸມຢູ່ນັ້ນ.
ໂຣກໄຂ້ຫວັດໃຫຍ່ທ່ີຈີນ: ກະຊວງສາທາຣະນະສຸກຈີນຢືນຢັນໃນວັນຈັນມື້ນີ້ວ່າ ຊາຍຄົນນຶ່ງ ວັຍ 30 ປີ ໄດ້ເປັນຄົນທຳອິດໃນປະເທດຈີນ ທ່ີຕິດເຊື້ອໄຂ້ຫວັດໃຫຍ່ ພັນ A H1N1 ທີ່ເອີ້ນກັນທົ່ວໄປວ່າ ເຊື້ອໄວຣັສໄຂ້ຫວັດໝູນັ້ນ. ບັນດາເຈົ້າໜ້າທ່ີກ່າວວ່າ ຜູ້ຊາຍຈີນຄົນນີ້ໄດ້ບິນໄປຍັງກຸງປັກກິງໃນວັນເສົາຜ່ານມາ ໂດຍຜ່ານກຸງໂຕກຽວ ແລະໄປຈາກສະຫະຣັດ ບ່ອນທ່ີຜູ້ ກ່ຽວໄດ້ເຂົ້າຮຽນໃນມະຫາວິທຍາໄລ. ຈາກກຸງປັກກິງ ລາວໄດ້ຂີ່ເຮືອ ບິນໄປຍັງເມືອງ Chengdu ແລະໄດ້ໄປຍັງໂຮງໝໍຫລັງຈາກເດີນທາງ ໄປຮອດແລ້ວ ແລະເວລານີ້ ຍັງຖືກແຍກໂຕຢູ່ໃນຫ້ອງກວດພະຍາດ ຕິດແປດຢູ່ທ່ີນັ້ນ. ອົງການຂ່າວທາງການຈີນກ່າວວ່າ ທາງການໄດ້ຕາມຫາພວກຄົນໂດຍ ສານເກືອບທັງໝົດທ່ີເດີນທາງມານຳເຮືອບິນລຳດຽວກັບຜູ້ກ່ຽວ ແລະໄດ້ ແຍກໂຕພວກເຂົາເຈົ້າ ໃຫ້ຢູ່ໃນຫ້ອງກວດພະຍາດຕິດແປດ. ອົງການ ຂ່າວຊິນຫົວກ່າວວ່າ ແຟນຂອງຊາຍຄົນນີ້ພ້ອມທັງພໍ່ຂອງລາວ ແລະ ຄົນຂັບລົດຕັກຊີ ກໍໄດ້ຖືກແຍກໃຫ້ໄປຢູ່ຫ້ອງກວດພະຍາດຕິດຕໍ່ເຊ່ນກັນ.
ສະຫະຣັດແລະອັຟການີສຖານ: ສະຫະຣັດກ່າວວ່າ ຕົນຈະບໍ່ຢຸດທຳການໂຈມຕີທາງອາກາດໃນອັຟການີສຖານ ຕາມຄຳຮຽກຮ້ອງຂອງປະທານາທິບໍດີ Hamid Karzai ນັ້ນ ເຖິງແມ່ນມີການກ່າວຫາວ່າ ການໂຈມຕີດັ່ງກ່າວໄດ້ເຮັດໃຫ້ພວກພົນ ລະເຮືອນ ຈຳນວນຫລາຍຮ້ອຍຄົນ ເສັຍຊີວິດໄປໃນທົ່ວປະເທດກໍຕາມ. ທ່ານ James Jones ທ່ີປຶກສາດ້ານຄວາມປອດໄພແຫ່ງຊາດປະຈຳ ທຳນຽບຂາວກ່າວໃນວັນອາທິດວານນີ້ວ່າ ການໂຈມຕີທາງອາກາດໃນ ຂັ້ນຕໍ່ໄປ ມີທາງເປັນໄປໄດ້. ແຕ່ທ່ານກ່າວວ່າ ສະຫະຣັດຈະໃຊ້ຄວາມ ພະຍາຍາມເພ່ີມຂຶ້ນອີກເປັນສອງເທົ່າ ເພື່ອກຳຈັດຄວາມເສັຍຫາຍແກ່ ພວກພົນລະເຮືອນນັ້ນ. ຜູ້ນຳອັຟການີສຖານໄດ້ຮຽກຮ້ອງໃຫ້ສະຫະຣັດຢຸດທຳການໂຈມຕີທາງອາກາດ ຊື່ງທ່ານກ່າວວ່າ ໄດ້ສັງຫານ ພົນລະເຮືອນໃນຈຳນວນເຖິງ 130 ຄົນໃນແຂວງ Farah ທາງພາກຕາເວັນຕົກຂອງປະເທດ ໃນ ສັບປະດາຜ່ານມານີ້. ແຕ່ກອງທັບສະຫະຣັດກ່າວວ່າ ການສືບສວນຮ່ວມກັບທາງການອັຟການີສຖານສະແດງໃຫ້ເຫັນວ່າ ພວກນັກຕໍ່ສູ້ຫົວຮຸນແຮງກຸ່ມຕາລີບັນໄດ້ໃຊ້ພວກພົນລະເຮືອນເປັນ ເຄື່ອງກຳບັງ ແລະວ່າຈຳນວນຜູ້ເສັຍຊີວິດບໍ່ສາມາດກຳນົດໄດ້ຢ່າງແນ່ນອນ ເພາະວ່າສົບຂອງພວກເສັຍຊີວິດທັງໝົດແມ່ນໄດ້ຖືກນຳໄປຝັງ ກ່ອນທີ່ພວກເຈົ້າໜ້າທ່ີສືບສວນຈະເດີນທາງໄປຮອດບ່ອນເກີດເຫດ.