ເຮືອບິນຣົບປາກິສຖານ ຖິ້ມຣະເບີດໂຈມຕີ ພວກທາລີບານ ໃນເຂດຮ່ອມພູສວາທ

  • ໄພສານ

ປາກິສຖານ: ປາກິສຖານ ໄດ້ທຳການ ໂຈມຕີ ທາງອາກາດ ເທື່ອໃໝ່ ຕໍ່ບ່ອນ ທີ່ສົງສັຍວ່າ ເປັນທີ່ຕັ້ງ ຂອງພວກ ຫົວຮຸນແຮງ ທາລີບານ ໃນເຂດຮ່ອມພູ SWAT ທາງພາກ ຕາເວັນຕົກ ສຽງເໜືອ ຂອງ ປາກິສຖານ ນຶ່ງມື້ ຫລັງຈາກ ນາຍົກ ຣັຖມຸນຕຣີ ໄດ້ສັ່ງໃຫ້ ທາງກອງທັບ ປາບປາມ ພວກຫົວຮຸນແຮງ ຢູ່ໃນເຂດ ດັ່ງກ່າວ ໃຫ້ສິ້ນຊາກ. ໃນວັນສຸກ ມື້ນີ້ ເຮືອບິນຣົບ ແລະ ເຮຣີຄອບເຕີ້ ໄດ້ໂຈມຕີ ເປົ້າໝາຍຕ່າງໆ ຢູ່ໃນເຂດ KABAL ຊຶ່ງເປັນ ເຂດທີ່ໝັ້ນ ຂອງພວກ ທາລີບານ ທາງກ້ຳ ຕາເວັນຕົກ ສຽງເໜືອ ຂອງເມືອງ MINGORA ຫົວເມືອງ ສຳຄັນສຸດ ໃນເຂດຮ່ອມພູ SWAT. ນອກນັ້ນ ທາງກອງທັບ ປາກິສຖານ ຍັງໄດ້ສົ່ງ ທະຫານໃໝ່ ຈຳນວນນຶ່ງ ໄປເສີມ ກຳລັງ ພາກພື້ນດິນ ໃນເຂດດັ່ງກ່າວ. ໃນການຖແລງ ທາງໂທຣະພາບ ມື້ວານນີ້ ນາຍົກ ຣັຖມຸນຕຣີ YOUSUF RAZA GILANI ຮຽກຮ້ອງໃຫ້ ປະເທດຊາດ ມີຄວາມ ປຸ້ມລຸມ ສາມັກຄີກັນ ເພື່ອຮັບມື ກັບ ພວກຫົວຮຸນແຮງ. ນອກນັ້ນ ທ່ານຍັງໄດ້ ຮຽກຮ້ອງໃຫ້ ປະຊາຄົມ ນາໆຊາດ ໃຫ້ການຊ່ອຍເຫລືອ ແກ່ພວກອົພຍົບ ທີ່ຫລົບໜີ ການສູ້ຣົບ ໃນເຂດ ຮ່ອມພູ SWAT.

ສິງກະໂປ: ເຈົ້າໜ້າທີ່ ສິງກະໂປ ກ່າວວ່າ ຜູ້ຊາຍຄົນນຶ່ງ ທີ່ສົງສັຍວ່າ ເປັນຜູ້ນຳ ຂອງກຸ່ມ ກໍ່ການຮ້າຍ ທີ່ພົວພັນ ກັບກຸ່ມ AL-QAIDA ນັ້ນ ໄດ້ຖືກຈັບໂຕ ຄືນອີກ ຫລັງຈາກ ໄດ້ໃຊ້ເວລາ ນຶ່ງປີກວ່າໆ ທຳການ ຫລົບລີ້. ໃນຖແລງຂ່າວ ສະບັບນຶ່ງ ທີ່ນຳອອກ ເຜີຍແຜ່ ມື້ນີ້ ເຈົ້າໜ້າທີ່ ສິງກະໂປ ໃຫ້ການ ຢືນຢັນວ່າ ນາຍ MAS SALEMAT KASTARI ໄດ້ຖືກຈັບ ທີ່ມາເລ ເຊັຽ. ຜູ້ກ່ຽວ ໄດ້ຫລົບໜີ ຈາກບ່ອນຄຸມຂັງ ໃນເດືອນກຸມພາ ປີກາຍ ແລະເຊື່ອວ່າ ໄດ້ທຳການ ຫລົບລີ້ ຢູ່ໃນ ສິງກະໂປ ແລະ ອິນໂດເນເຊັຽ. ນາຍ KASTARI ເປັນຜູ້ຕ້ອງ ສົງສັຍວ່າ ພົວພັນນຳ ການວາງແຜນ ເພື່ອຈີ້ເຮືອບິນ ແລະນຳເອົາ ເຮືອບິນດັ່ງກ່າວ ເຂົ້າຕຳ ຕຶກອາຄານ ແລະເຮືອບິນ ທີ່ສນາ ບິນ CHANGI ຂອງສິງກະໂປ. ເຈົ້າໜ້າທີ່ ກ່າວວ່າ ຜູ້ກ່ຽວ ເປັນຫົວໜ້າ ຂອງກຸ່ມ ຫົວຮຸນແຮງ JEMAAH ISLAMIYAH ທີ່ເປັນ ເຄືອຂ່າຍ ຂອງກຸ່ມ ກໍ່ການຮ້າຍ ຂ້າມຊາດ AL-QAIDA ນັ້ນ.

ລາວ - ອັງກິດ: ອັງກິດ ກ່າວວ່າ ແມ່ຍິງ ທີ່ຖືພາມານ ຄົນອັງກິດ ທີ່ຕິດຄຸກ ຢູ່ໃນລາວ ອາດສາມາດ ກັບຄືນ ໄປຮັບໃຊ້ໂທດ ຢູ່ປະ ເທດອັງກິດ ຖ້າສານຂອງລາວ ຫາກພົບເຫັນວ່າ ນາງມີຄວາມຜິດ ໃນຂໍ້ຫາ ລັກລອບ ຄ້າຢາເສບ ຕິດນັ້ນ. ກະຊວງ ການຕ່າງປະເທດ ອັງກິດ ກ່າວວ່າ ທ່ານ DAVID MILLIBAND ຣັຖມຸນຕຣີ ກະຊວງ ການຕ່າງປະເທດ ອັງກິດ ແລະຮອງນາຍົກ ຣັຖມຸນຕຣີ ຂອງລາວ ທ່ານທອງລຸນ ສີສຸລິດ ໄດ້ລົງນາມ ໃນຂໍ້ຕົກລົງ ແລກປ່ຽນນັກໂທດ ໃນລະຫວ່າງ ການພົບປະກັນ ທີ່ກຸງລອນດອນ ມື້ວານນີ້. ທ່ານ BILL RAMMELL ຣັຖມຸນຕຣີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ອັງກິດ ຊຶ່ງໄດ້ເຂົ້າຮ່ວມ ການພົບປະ ໃນຄັ້ງນີ້ນຳ ກ່າວວ່າ ຮອງນາຍົກ ຣັຖມຸນລາວ ໄດ້ຕົກລົງວ່າ ແມ່ຍິງອັງກິດ ອາຍຸ 20 ປີຄົນນີ້ ມີສິດ ທີ່ຈະໄດ້ ທາງເລືອກ ທີ່ວ່ານີ້ ພາຍໃຕ້ຂໍ້ຕົກລົງ ເວລາໃດ ຂໍ້ຕົກລົງນີ້ ຫາກມີຜົນ ບັງຄັບໃຊ້ແລ້ວ. ນາງ SAMANTHA OROBATOR ປະເຊີນກັບ ຂໍ້ຫາ ລັກລອບ ຄ້າຢາເສບຕິດ ທີ່ມີໂທດ ເຖິງຕາຍ ຫລັງຈາກ ເຈົ້າໜ້າທີ່ລາວ ກ່າວຫາວ່າ ໄດ້ຈັບນາງ ຂະນະທີ່ ພະຍາຍາມ ຈະຂຶ້ນເຮືອບິນ ຢູ່ທີ່ ສນາມບິນ ວັດໄຕ ພ້ອມດ້ວຍ ເຮໂຣອີນ 680 ກຣາມ ໃນເດືອນສິງຫາ ປີກາຍນີ້.

ວຽດນາມ - ສິດທິມະນຸດ: ເປັນທີ່ຄາດກັນວ່າ ພວກຕຳໜິ ຕິຕຽນປະວັດໃນການ ເຄົາຣົບ ນັບຖື ສິດທິມະນຸດ ຂອງວຽດນາມ ຈະພາກັນ ປະທ້ວງ ທີ່ນະຄອນ GENEVA ປະເທດ SWITZER LAND ໃນວັນສຸກ ມື້ນີ້ ຂະນະທີ່ ສະພາ ສິດທິມະນຸດ ຂອງອົງການ ສະຫະປະຊາຊາດ ທຳການ ທົບທວນເບິ່ງ ການປະຕິບັດງານ ຂອງຣັຖບານ ວຽດນາມ. ສະພາ ສິດທິມະນຸດ ກຳລັງ ກວດສອບເບິ່ງ ປະເທດວຽດນາມ ໃນຖານະ ທີ່ເປັນ ພາກສ່ວນນຶ່ງ ຂອງການ ທົບທວນ ເປັນບາງຄັ້ງ ບາງຄາວ ເບິ່ງ ສະມາຊິກ ທັງໝົດ 192 ປະເທດ. ພວກຕຳໜິ ຕິຕຽນ ເວົ້າວ່າ ຣັຖບານ ວຽດນາມ ໄດ້ລ່ວງລະເມີດ ການເຄົາຣົບ ນັບຖື ສິດທິມະນຸດ ຂອງພວກ ຊົນກຸ່ມນ້ອຍ ພື້ນເມືອງ ເຊັ່ນພວກ ຂແມກຣອມ. ເຂົາເຈົ້າເວົ້າວ່າ ຣັຖບານ ວຽດນາມ ໄດ້ຢຶດເອົາດິນ ຂອງພວກ ຊາວຂແມ ແລະຈຳກັດ ຮັດແຄບ ກິຈກັມຕ່າງໆ ທາງດ້ານ ວັທນະທັມ ແລະສາສນາ ຂອງພວກ ເຂົາເຈົ້າ. ອົງການຈັດຕັ້ງ ຂແມອົງການນຶ່ງ ເປັນຜູ້ຊ່ອຍ ໃນຈັດແຈງ ກ່ຽວກັບ ການໂຮມຊຸມນຸມ ປະທ້ວງ ທີ່ວ່ານີ້.

ເກົາຫລີເໜືອ - ນິວເຄລັຽ: ເກົາຫລີເໜືອ ປະກາດວ່າ ຕົນຈະ ເສີມຂຍາຍ ຄັງອາວຸດ ນິວເຄລັຽ ຍ້ອນວ່າ ມັນບໍ່ມີ ປໂຍດຫຍັງ ທີ່ຈະ ເຈຣະຈາ ຫາຣື ກັບສະຫະຣັດ. ລາຍງານຂ່າວ ຂອງສື່ມວນຊົນ ທາງການ ເກົາຫລີເໜືອ ໃນວັນສຸກ ມື້ນີ້ ແຈ້ງວ່າ ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດ ຄົນນຶ່ງ ຂອງ ເກົາຫລີເໜືອ ກ່າວວ່າ ບໍ່ມີປໂຍດ ຫຍັງເລີຍ ທີ່ຈະນັ່ງ ເຈຣະຈາ ກັບ ສະມາຊິກ ຣັຖບານ ສະຫະຣັດ ຂອງ ປະທານາທິບໍດີ BARACK OBAMA. ລາຍງານ ເວົ້າວ່າ ເກົາຫລີເໜືອ ໄດ້ທຳການ ສຶກສາເບິ່ງ ກ່ຽວກັບ ຣັຖບານ ປະທານາທິບໍດີ OBAMA ໃນໄລຍະ 100 ມື້ ຜ່ານມາ ແລະໄດ້ ຕັດສິນໃຈ ແລ້ວວ່າ ນະໂຍບາຍ ຂອງ ຣັຖບານ ສະຫະຣັດ ຊຸດປັດຈຸບັນ ທີ່ມີ ຕໍ່ຕົນນັ້ນ ຍັງສືບຕໍ່ ເປັນປໍຣະປັກຢູ່. ການໃຫ້ ຄວາມເຫັນ ດັ່ງກ່າວ ຂອງ ເກົາຫລີເໜືອ ມີຂຶ້ນ ຂະນະທີ່ ທ່ານ STEPHEN BOSWORTH ທູດພິເສດ ຂອງທ່ານ OBAMA ເດີນທາງ ໄປຍັງ ຂົງເຂດ ໃນການ ດຳເນີນ ຄວາມພະຍາຍາມ ເພື່ອຊັກຊວນ ໃຫ້ພຽງຢາງ ກັບຄືນ ເຂົ້າສູ່ ໂຕະເຈຣະຈາ ຄືນໃໝ່.

ໄຂ້ຫວັດໝູ: ທີ່ຮົງກົງ ແຂກ ແລະ ພະນັກງານ ປະມານ 300 ຄົນ ທີ່ໄດ້ຖືກກັກ ບໍຣິເວນ ຢູ່ທີ່ ໂຮງແຮມ ແຫ່ງນຶ່ງ ໃນ ສັບປະດາແລ້ວ ຍ້ອນມີ ຄວາມຢ້ານກົວ ກ່ຽວກັບ ເຊື້ອໄວຣັສ ໄຂ້ຫວັດ ໃຫຍ່ H1N1 ນັ້ນ ມີກຳນົດ ທີ່ຈະ ຖືກປ່ອຍ ໃນມື້ນີ້. ພວກເຂົາເຈົ້າ ໄດ້ຖືກກັກ ບໍຣິເວນ ໃຫ້ຢູ່ໃນ ໂຮງແຮມ ເມື່ອ ສັບປະດາແລ້ວ ຫຼັງຈາກ ແຂກຄົນນຶ່ງ ທີ່ໄປຈາກ ເມັກຊິໂກ ໄດ້ຖືກກວດ ພົບວ່າ ຕິດເຊື້ອໄວຣັສ ຊຶ່ງເປັນທີ່ຮູ້ກັນ ໃນນາມ ໄຂ້ຫວັດໝູນັ້ນ. ທີ່ບາງກອກ ຣັຖມຸນຕຣີ ສາທາຣະນະສຸກ ຂອງເອເຊັຽ ໄດ້ຕົກລົງກັນ ທີ່ຈະເພີ້ມ ການເກັບ ສະສົມຢາ ເພື່ອຮັບມື ກັບເຊື້ອໄວຣັສ ແລະ ພິຈາຣະນາ ເບິ່ງຊ່ອງທາງ ໃນການ ທີ່ຈະແບ່ງປັນ ຢາເຫລົ່ານີ້ ໄປໃຊ້ ໃນກໍຣະນີ ທີ່ເກີດ ການແຜ່ລະບາດ ຢ່າງຮ້າຍແຮງ. ການເຈຣະຈາ ຫາຣື ທີ່ວ່ານີ້ ແມ່ນຮວມທັງ ຣັຖມຸນຕຣີ ສາທາຣະນະສຸກ ຂອງ ສະມາຄົມ ອາຊ່ຽນ ຫລືບັນດາ ປະຊາຊາດ ໃນເຂດ ເອເຊັຽ ຕາເວັນອອກ ສຽງໃຕ້ ພ້ອມກັບ ເຈົ້າໜ້າທີ່ ຈາກຈີນ ຍີ່ປຸ່ນ ແລະ ເກົາຫລີໃຕ້. ອົງການ ອະນາມັຍ ໂລກ ເຕືອນວ່າ ເຊື້ອໄວຣັສນີ້ ອາດສາມາດ ແຜ່ລະບາດ ແລະເປັນພັຍ ຂົ່ມຂູ່ຕໍ່ 1 ສ່ວນ 3 ຂອງ ປະຊາກອນ ໂລກ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.