ປາກິສຖານ ທຳການໂຈມຕີທາງອາກາດ ໃນເຂດຮ່ອມພູສວາທ

  • ໄພສານ

ປາກິສຖານ: ພົລເຮືອນ ກຳລັງ ພະຍາຍາມ ພາກັນ ຫລົບໜີ ຈາກການສູ້ຣົບ ໃນເຂດຮ່ອມພູ SWAT ທາງພາກ ຕາເວັນຕົກ ສຽງເໜືອ ຂອງປາກິສຖານ ຂະນະທີ່ ທະຫານ ຣັຖບານ ເພີ້ມທະວີ ການບຸກໂຈມຕີ ພວກຫົວຮຸນແຮງ ຫລັງຈາກ ຂໍ້ຕົກລົງ ສັນຕິພາບ ຢູ່ໃນຂົງເຂດ ພັງທະລາຍລົງ. ເຮືອບິນ ເຮຣີຄອບເຕີ້ ແລະ ເຮືອບິນຣົບ ຂອງກອງທັບ ໄດ້ໂຈມຕີ ທີ່ຕັ້ງຂອງ ພວກທາລີບານ ໃນເຂດ ຮ່ອມພູ SWAT ໃນວັນພະຫັດ ມື້ນີ້. ເຈົ້າໜ້າທີ່ ໄດ້ຜ່ອນຜັນ ຂໍ້ຫ້າມ ອອກນອກເຮືອນ ຢູ່ໃນຂົງເຂດ ເປັນການ ຊົ່ວຄາວ ແລະ ເຈົ້າໜ້າທີ່ ປະຈຳແຂວງ ກຳລັງ ກະກຽມ ເພື່ອຮັບມື ກັບການ ຫລັ່ງໄຫລໜີ ຂອງ ຜູ້ຫລົບພັຍ ພົລເຮືອນ ຈຳນວນ ຫລາຍໆສິບ ພັນຄົນ. ໂຄສົກ ຄົນນຶ່ງ ຂອງທ່ານ SUFI MUHAMMAD ນັກສອນ ສາສນາ ອິສລາມ ຫົວຮຸນແຮງ ທີ່ໄດ້ຊ່ອຍ ໃນການ ເຈຣະຈາ ຂໍ້ຕົກລົງ ສັນຕິພາບ ທີ່ມີ ອາຍຸສັ້ນໆນັ້ນ ກ່າວວ່າ ລູກຊາຍ ຄົນນຶ່ງ ຂອງທ່ານ MUHAMMAD ໄດ້ເສັຽຊີວິດ ໃນມື້ນີ້ ເວລາ ຣະເບີດ ຫລື ລູກປືນໃຫຍ່ ຕົກໃສ່ ເຮືອນຂອງທ່ານ ໃນເຂດເມືອງ DIR. ກອງທັບ ປາກິສຖານ ກ່າວວ່າ ມີພວກຫົວຮຸນແຮງ ທາລີບານ ຫລາຍກວ່າ 80 ຄົນ ແລະທະຫານ ຣັຖບານ 2 ຄົນ ເສັຽຊີວິດ ໃນເຂດ ຮ່ອມພູ SWAT ແລະເມືອງ BUNER ທີ່ຕັ້ງຢູ່ ໃກ້ຄຽງ ໃນມື້ວານນີ້.

ອັຟການິສຖານ: ພວກເດີນຂະບວນ ທີ່ມີ ຄວາມໂກດແຄ້ນ ໄດ້ພາກັນ ແກວ່ງກ້ອນຫີນ ເຂົ້າໃສ່ ຕຶກໂຮງການ ຣັຖບານ ໃນພາກ ຕາເວັນຕົກ ຂອງ ອັຟການິສຖານ ມື້ນີ້ ເພື່ອປະທ້ວງ ຕໍ່ການ ເສັຽຊີວິດ ຂອງພົລເຮືອນ ເມື່ອບໍ່ດົນ ຜ່ານມາ ທີ່ມີ ການຖິ້ມໂທດ ໃສ່ວ່າ ເປັນຍ້ອນ ການໂຈມຕີ ທາງອາກາດ ຂອງ ສະຫະຣັດນັ້ນ. ປະຊາຊົນ ທີ່ເມືອງຟາຣາ​ ເວົ້າວ່າ ມີສຽງປືນ ດັງຂຶ້ນ ຂະນະທີ່ ຕຳຣວດ ປະເຊີນໜ້າ ກັບ ພວກປະທ້ວງ ແຕ່ຍັງບໍ່ທັນ ເປັນທີ່ຈະແຈ້ງ ເທື່ອວ່າ ສຽງປືນນັ້ນ ດັງມາແຕ່ໃສ? ພວກເດີນຂະບວນ ໄດ້ພາກັນ ປະທ້ວງ ຕໍ່ເຫດຮ້າຍ ທີ່ເກີດຂຶ້ນ ຢູ່ແຂວງຟາຣາ ໃນຕົ້ນອາທິດນີ້ ຊຶ່ງ ເຈົ້າໜ້າທີ່ ທ້ອງຖິ່ນ ອັຟການິສຖານ ກ່າວວ່າ ການໂຈມຕີ ທາງອາກາດ ຂອງ ສະຫະຣັດ ແລະ ການສູ້ຣົບ ທີ່ກ່ຽວຂ້ອງ ກັນນັ້ນ ເຮັດໃຫ້ມີ ປະຊາຊົນ ເສັຽຊີວິດ ຫລາຍກວ່າ 100 ຄົນ ຊຶ່ງສ່ວນໃຫຍ່ ເປັນພົລເຮືອນ. ແຕ່ ຜູ້ບັນຊາການ ກຳລັງ ທະຫານ ອະເມຣິກັນ ແລະອົງການ ນາໂຕ້ ໃນ ອັຟການິສຖານ ນາຍພົນ DAVID McKIERNAN ກ່າວ ໃນມື້ວານ ນີ້ວ່າ ຫລັກຖານ ໃນຂັ້ນຕົ້ນ ສະແດງ ໃຫ້ເຫັນວ່າ ກຳລັງ ອະເມຣິກັນ ອາດຈະບໍ່ແມ່ນ ຜູ້ຮັບຜິດຊອບ ກ່ຽວກັບ ການເສັຽຊີວິດ ເຫລົ່ານີ້.

ສະຫະຣັດ - ຈີນ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ສົນທະນາ ຫາຣື ທາງໂທຣະສັບ ກ່ຽວ​ກັບ​ບັນຫາ​ ຫລາຍ​ເຣື່ອງ ກັບປະທານ ປະເທດຈີນ ໃນວັນພຸດ ວານນີ້ ຊື່​ງໂຮມ​ທັງ ເຣື່ອງເສຖກິດ ຂອງໂລກ ແລະ ບັນຫາຕ່າງໆ ທາງດ້ານ ອະນາມັຍ ຕລອດທັງ ຄວາມວິຕົກ ກັງວົນ ກ່ຽວກັບ ປາກິສຖານ ແລະ ເກົາຫລີເໜືອ. ອົງການຂ່າວ ຊິນຫວາ ຂອງ ທາງການຈີນ ລາຍງານວ່າ ປະທານ ປະເທດຈີນ ທ່ານ HU JINTAO ແຈ້ງໃຫ້ ທ່ານ OBAMA ຊາບວ່າ ປະເທດ ຂອງທ່ານ ຢາກໃຫ້ມີ ການຮ່ວມມືກັນ ໃນການ ແກ້ໄຂ ວິກິຕການ ທາງດ້ານການເງິນ ຕລອດທັງ ບັນຫາອື່ນໆ ຂອງໂລກ ແລະບັນຫາ ໃນເຂດ ທ້ອງຖິ່ນ. ຣັຖບານ ປະທານາທິບໍດີ OBAMA ໄດ້ຖືເອົາ ປາກິສຖານ ເປັນຈຸດສູນກາງ ໃນການຕໍ່ສູ້ ປາບປາມ ພວກກໍ່ການຮ້າຍ ແລະກຸ່ມ ກໍ່ການຮ້າຍ ຂ້າມຊາດ AL-QAIDA ແລະມອງ ເຫັນວ່າ ການຮ່ວມມື ຈາກຈີນ ແມ່ນເປັນ ພາກສ່ວນ ທີ່ສຳຄັນ ໃນການ ດຳເນີນ ຄວາມພະຍາຍາມ ດັ່ງກ່າວ. ຈີນ ມີຄວາມສັມພັນ ອັນໃກ້ຊິດ ກັບ ປາກິສຖານ ແລະ ມີຊາຍແດນ ຕິດກັບ ອັຟການິສຖານ.

ລາວ - ອັງກິດ: ເຈົ້າໜ້າທີ່ ອັງກິດ ແລະລາວ ພົບປະກັນ ທີ່ ກຸງລອນດອນ ໃນວັນພະຫັດ ມື້ນີ້ ເພື່ອປຶກສາ ຫາຣື ກ່ຽວກັບ ຊະຕາກັມ ຂອງແມ່ຍິງ ຖືພາມານ ຄົນອັງກິດ ທີ່ໄດ້ຖືກຄຸກ ຢູ່ລາວ ໃນຂໍ້ຫາ ລັກລອບ ຄ້າຢາເສບຕິດ. ນາງ SAMANTHA OROBATOR ອາຍຸ 20 ປີ ຈະຖືກນຳໂຕ ຂຶ້ນສານ ໃນອາທິດໜ້າ ແລະ ເຈົ້າໜ້າທີ່ ລາວ ເວົ້າວ່າ ເຂົາເຈົ້າ ຈະຈັດຫາ ທະນາຍຄວາມ ໃຫ້ນາງ ກ່ອນການ ດຳເນີນຄະດີ ຈະມີຂຶ້ນ. ມີລາຍງານວ່າ ນາງ OROBATOR ໄດ້ຖືພາມານ ໃນເດືອນທັນວາ ຫລື ເດືອນມັງກອນ ຜ່ານມາ ຂະນະທີ່ ຖືກຄຸມຂັງ ຢູ່ຄຸກໂພນຕ້ອງ ​ແລະ​ຕາມ ​ການ​ກ່າວຫານັ້ນ ນາງ OROBATOR ໄດ້ຖືກຈັບ ທີ່ສນາມບິນວັດໄຕ ພ້ອມດ້ວຍ ເຮໂຣອີນ 680 ກຣາມ ຂະນະທີ່ພວມ ຈະຂຶ້ນ ເຮືອບິນ ຈາກລາວ ໄປໄທ. ກົດໝາຍຂອງລາວ ​ແມ່ນກຳນົດ ການຕັດສິນໂທດ ປະຫານຊີວິດ ໃຫ້ແກ່ ບຸກຄົນໃດກໍຕາມ ທີ່ຖືກຈັບ ພ້ອມກັບ ເຮໂຣອີນ ແຕ່ 500 ກຣາມຂຶ້ນໄປ. ແຕ່ແນວໃດ ກໍຕາມ ລາວ ບໍ່ໄດ້ມີການ ປະຫານຊີວິດ ນັບແຕ່ປີ 1989 ເປັນຕົ້ນມາ ແລະຍົກເວັ້ນ ໂທດປະຫານ ໃຫ້ແກ່ແມ່ຍິງ ທີ່ຖືພາມານ. ໃນມື້ ວັນອັງຄານ ຜ່ານມານີ້ ນັກການທູດ ອັງກິດ ໄດ້ໄປຢ້ຽມ ນາງ OROBATOR ທີ່ພວມ ຖືກຄຸມຂັງ ຢູ່ທີ່ຄຸກ.

ມຽນມາ: ສື່ມວນຊົນ ຂອງທາງການ ມຽນມາ ລາຍງານວ່າ ຜູ້ຊາຍ ສັນຊາດ ອະເມຣິກັນ ຄົນນຶ່ງ ໄດ້ຖືກຈັບ ຫຼັງຈາກ ມີການ ກ່າວຫາວ່າ ຜູ້ກ່ຽວ ໄດ້ລອຍຂ້າມ ທະເລສາບ ແລ້ວລັກລອບ​ ເຂົ້າ​ໄປ ໃນບ້ານພັກ ຂອງທ່ານນາງ ອອງຊານຊູຈີ ຜູ້ນຳ ພັກຝ່າຍຄ້ານ ມຽນມາ ທີ່ຖືກກັກ ບໍຣິເວນ ຢູ່ໃນເວລານີ້. ລາຍງານຂ່າວ ແຈ້ງວ່າ ເມື່ອໄວໆ ມານີ້ ຜູ້ຊາຍ ຄົນດັ່ງກ່າວ ໄດ້ໄປເຊົ່າ ໂຮງແຮມ ແຫ່ງນຶ່ງ ໃນນະຄອນ ຢ່າງກຸ້ງ ຊຶ່ງຕັ້ງຢູ່ ອີກຟາກນຶ່ງ ຂອງທະເລສາບ ກົງກັນຂ້າມ ກັບບ້ານພັກ ຂອງທ່ານນາງ ອອງຊານຊູຈີ. ຂ່າວເວົ້າວ່າ ຜູ້ຊາຍຄົນນີ້ ໄດ້ສາຣະພາບວ່າ ລາວ ໄດ້ລອຍຂ້າມ ທະເລສາບ INYA ໃນມື້ ວັນອາທິດແລ້ວ. ຜູ້ກ່ຽວ ຖືກຈັບ ຂະນະທີ່ ພະຍາຍາມ ຈະລອຍກັບຄືນ ໄປຍັງ ໂຮງແຮມ ໃນຕອນແລງ ຂອງມື້ ວັນອັງຄານ. ສະຖານທູດ ສະຫະຣັດ ທີ່ນະຄອນ ຢ່າງກຸ້ງກ່ າວວ່າ ຕົນໄດ້ເຫັນ ລາຍງານຂ່າວ ນີ້ແລ້ວ ແລະກຳລັງ ພະຍາຍາມ ​ຊອກ​ຫາ​ ຂໍ້​ມູນຕື່ມ ອີກຢູ່. ສື່ມວນຊົນ ຂອງທາງການ ມຽນມາ ເວົ້າວ່າ ຜູ້ຊາຍຄົນນີ້ ຖືໜັງສືເດີນທາງ ສະຫະຣັດ ແລະມີຊື່ວ່າ JOHN WILLIAM YEATTAW.

ໂອບາມາ - ງົບປະມານ: ທຳນຽບຂາວ ກ່າວວ່າ ຣັຖບານ ປະທານາທິບໍດີ OBAMA ມີກຳນົດ ທີ່ຈະ ເປີດເຜີຍ ຂໍ້ສເນີໃໝ່ ຈຳນວນນຶ່ງ ກ່ຽວກັບ ການຕັດ ງົບປະມານລົງ ໃນຈຳນວນ ປະມານ 17 ພັນ ລ້ານໂດລາ. ເຈົ້າໜ້າທີ່ ກ່າວວ່າ ປະທານາທິບໍດີ BARACK OBAMA ຈະເປີດເຜີຍ ໃນວັນພະຫັດ ມື້ນີ້ ກ່ຽວກັບ ລາຍຊື່​ ໂຄງການ ຂອງ ຣັຖບານກາງ ຈຳນວນທັງ​ໝົ​ດ 121 ໂຄງການ ທີ່ຈະຖືກຕັດ ຫລືຫລຸດລົງ ໃນການ ດຳເນີນ ຄວາມພະຍາຍາມ ເພື່ອຕັດ ງົບປະມານ ສຳລັບ ປີໜ້າ. ຈຳນວນ​ ງົບ​ປະມານ​ ທີ່​ຈະ​ຕັດ​ລົງ​ນີ້ ເປັນພຽງ ສັດສ່ວນ ນ້ອຍໆ ເທົ່ານັ້ນ ຂອງ ຮ່າງງົບປະມານ ມູນຄ່າ 3 ພັນ 500 ຕື້ໂດລາ ທີ່ໄດ້ຮັບ ການອະນຸມັດ ໂດຍຣັຖສະພາ ສະຫະຣັດ ໃນເດືອນແລ້ວ ແລະສະມາຊິກ ຣັຖສະພາ ບາງທ່ານ ເຄີຍຄັດຄ້ານ ມາແລ້ວ ຕໍ່ການທີ່ ຈະຕັດ ໂຄງການເຫລົ່ານີ້ ໃນອະດີດຜ່ານມາ. ທ່ານ JOHN BOEHNER ຜູ້ນຳ ສຽງສ່ວນນ້ອຍ ໃນສະພາຕ່ຳ ສະຫະຣັດ ກ່າວວ່າ ສະມາຊິກ ສະພາ ສັງກັດ ພັກຣີພັບຣີກັນ ຂໍສເນີແນະວ່າ ຄວນມີ ການຕັດລົງ ຫລາຍກວ່ານີ້ອີກ.

ເຊີນຟັງຂ່າວລາຍລະອຽດໂດຍຄລິກບ່ອນສຽງ.