ໜ່ວຍປ່ອນບັດເປີດແລ້ວ ສຳລັບການເລືອກຕັ້ງ ໃນອາຟຣິກາໃຕ້

ອາຟຣິກາໃຕ້ - ເລືອກຕັ້ງ: ຊາວອາຟຣິກາໃຕ້ ກຳລັງ ພາກັນ ເຂົ້າແຖວ ຍາວຢຽດ ເພື່ອໄປລົງ ຄະແນນສຽງ ໃນການ ປ່ອນບັດ ເລືອກຕັ້ງ ແຫ່ງຊາດ ທີ່ຄາດວ່າ ຈະໃຫ້ການ ຢືນຢັນ ກ່ຽວກັບ ການຄອບງຳ ຂອງພັກຣັຖບານ ຄືພັກ ຣັຖສະພາ ແຫ່ງຊາດ ອາຟຣິກາ ທີ່ເອີ້ນຫຍໍ້ ເປັນພາສາ ອັງກິດວ່າ ANC. ພວກທີີ່ເຫັນ ເຫດການ ຢູ່ຕາມ ໜ່ວຍປ່ອນບັດ ຕ່າງໆ ທີ່ມີເກືອບ 20 ພັນບ່ອນ ໃນອາຟຣິກາໃຕ້ ລາຍງານວ່າ ມີຜູ້ໄປ ລົງຄະແນນສຽງ ເປັນຈຳນວນ ຫລວງຫລາຍ ໃນການປ່ອນ ບັດສອງ-ສາມ ຊົ່ວໂມງທຳອິດ ໃນວັນພຸດ ມື້ນີ້. ເຈົ້າໜ້າທີ່ ເລືອກຕັ້ງ ກ່າວວ່າ ມີຜູ້ຈົດທະບຽນ ທັງໝົດ 23 ລ້ານຄົນ. ການຢ່ັງ ຫາງສຽງ ສະແດງ ໃຫ້ເຫັນວ່າ ພັກ ANC ຈະໄດ້ຮັບ ຄະແນນສຽງ ຢ່າງນ້ອຍ 60% ທັງໆທີ່ໄດ້ ຮັບການທ້າທາຍ ຈາກພັກ ຣັຖສະພາ ປະຊາຊົນ ທີ່ແຍກໂຕ ອອກໄປນັ້ນ. ພັກຣັຖສະພາ ປະຊາຊົນ ໄດ້ຖືກ ສ້າງຕັ້ງຂຶ້ນ ໂດຍສະມາຊິກ ກຸ່ມນຶ່ງ ຂອງພັກ ANC ທີ່ມີຄວາມ ບໍ່ພໍໃຈ ເວລາ ພວກຜູ້ນຳ ຂອງພັກ ໄດ້ບີບບັງຄັບ ໃຫ້ປະທານາທິບໍດີ ອາຟຣິກາໃຕ້ ທ່ານ THABO MBEKI ລາອອກ ໃນທ້າຍ ປີກາຍນີ້. ມີທ່າທາງວ່າ ຖ້າຫາກ ໄດ້ຮັບ ໄຊຊະນະ ຕາມທີ່ໄດ້ ຄາດໝາຍໄວ້ ພັກ ANC ຈະເລືອກເອົາ ທ່ານ JACOB ZUMA ຜູ້ນຳຂອງພັກ ໃຫ້ເປັນ ປະທານາທິບໍດີ ຄົນຕໍ່ໄປ ຂອງອາຟຣິກາໃຕ້.

ອິນເດັຽ - ຄວາມຮຸນແຮງ: ຕຳຣວດ ໃນພາກ ຕາເວັນອອກ ອິນເດັຽ ກ່າວວ່າ ພວກກະບົດ ຄອມມູນິສ ໄດ້ປ່ອຍ ຜູ້ໂດຍສານ ຣົດໄຟ ຫລາຍຮ້ອຍຄົນ ທີ່ພວກເຂົາ ຈັບໄວ້ ເປັນໂຕ ປະກັນ ໃນມື້ນີ້ ນຶ່ງມື້ ກ່ອນການ ປ່ອນບັດຮອບໃໝ່ ໃນການ ເລືອກຕັ້ງ ທົ່ວໄປ ຂອງອິນເດັຽ. ສື່ມວນຊົນ ລາຍງານວ່າ ພວກກະບົດ ປະມານ 200 ຄົນ ໄດ້ບຸກເຂົ້າຢຶດ ຂະບວນໄຟ ໃນວັນພຸດ ມື້ນີ້ ທີ່ຣັດ JHARKHAND ໃນພາກ ຕາເວັນອອກ ຂອງອິນເດັຽ ແລະ ບັງຄັບໃຫ້ ຄົນຂັບ ນຳຣົດໄຟ ໄປຍັງ ເຂດທີ່ ສອກຫລີກ ຫ່າງໄກ. ຕຳຣວດ ກ່າວວ່າ ຜູ້ໂດຍສານ ບໍ່ໄດ້ຮັບ ອັນຕະລາຍ ແຕ່ຢ່າງໃດ. ໃນເຫດຮ້າຍ ຢູ່ອີກບ່ອນນຶ່ງ ໃນມື້ນີ້ ຕຳຣວດ ກ່າວວ່າ ພວກກະບົດ ໄດ້ຈູດ ຣົດບັນທຸກ ຢ່າງນ້ອຍ 6 ຄັນ ທີ່ຣັດ BIHAR ແລະໄດ້ສັງຫານ ຄົນຂັບຣົດ ຜູ້ນຶ່ງ. ສື່ມວນຊົນ ພາຍໃນປະເທດ ລາຍງານວ່າ ນອກນັ້ນ ພວກກະບົດ ຍັງໄດ້ທຳລາຍ ສະຖານີຣົດໄຟ ໜ່ວຍປ່ອນບັດ ບ່ອນນຶ່ງ ແລະໂຮງການ ຣັຖບານ ແຫ່ງນຶ່ງ. ພວກກະບົດ ນິຍົມເໝົາເຊຕຸງ ຊຶ່ງເປັນ ພາກສ່ວນນຶ່ງ ຂອງກຸ່ມກະບົດ ທີ່ມີຊື່ວ່າ NAXALITES ໄດ້ເພີ້ມ ການປະຕິບັດງານ ໂຈມຕີ ຂອງ​ພວກ​ເຂົາຂື້ນ ເມື່ອໄວໆມານີ້ ເພື່ອຣົບກວນ ການເລືອກຕັ້ງ ທົ່ວໄປ ໃນອິນເດັຽ.

ສຣີລັງກາ: ກອງທັບ​ ສຣີລັງ​ກາ ກ່າວ​ວ່າ ​ເຈົ້າໜ້າ​ທີ່​ ສຳຄັນ​ ຂອງ​ພວກ​ ກະບົດ​ ເສືອ​ທະ​ມີນ ສອງ​ຄົນ ​ໄດ້ເຂົ້າມອບ​ໂຕ ໃນ​ວັນ​ພຸດ​ມື້​ນີ້ ຂນະ​ທີ່​ທະຫານ​ ຂອງ​ຝ່າຍຣັຖບານ​ ບຸກເລິກ​ ເຂົ້າ​ໄປ​ ໃນ​ດິນ​ແດນ​ ຂອງ​ພວກ​ກະບົດ ​ແລະ​ວ່າ​ ຜູ້ທີ່​ເຂົ້າມອບ​ໂຕ ​ແມ່ນ​ໂຄສົກ ຂອງ​ພວກ​ກະບົດ ທີ່ຊື່ວ່າ DAYA MASTER ກັບ​ຜູ້​ຊ່ວຍ ​ຂັ້ນສູງ​ ທາງ​ການ​ເມືອງ ​ຄົນ​ນື່ງ. ​ໂຄສົກ​ ຝ່າຍ​ປ້ອງ​ກັນ​ ປະ​ເທດ​ ຂອງ​ສຣີລັງກາ​ ກ່າວ​ວ່າ ​ເວລາ​ນີ້​ ທາງ​ກອງທັບ ​ໄດ້​ໄລ່​ລ່າ ພວກ​ກະບົດ ​ໃຫ້​ໄປ​ຈົນ​ມຸມ ​ຢູ່​ໃນ​ເຂດ​ນື່ງ ກ້ວາງ​ປະມານ 13 ກິ​ໂລ​ແມັດ ມົນທົນ ​ໃນ​ພາກ​ ຕາ​ເວັນ​ອອກ ​ສຽງ​ເໜືອ ບ່ອນທີ່ ທະຫານ ຣັຖບານ ພວມບຸກໂຈມຕີ ຂັ້ນສຸດທ້າຍ ເພື່ອກຳຈັດ ພວກກະບົດ ເສືອທະມິລ ໃຫ້ສິ້ນຊາກ ແລະເຮັດໃຫ້ ສົງຄາມ ກາງເມືອງ ທີ່ດຳເນີນມາ ເປັນເວລາ 26 ປີ ສິ້ນສຸດລົງ. ເຈົ້າໜ້າທີ່ ສະຫະຣັດ ແລະບັນດາ ອົງການຈັດຕັ້ງ ນາໆຊາດ ໄດ້ສແດງ ຄວາມວິຕົກ ກັງວົນ ເປັນທີ່ສຸດ ກ່ຽວກັບ ຄວາມປອດພັຍ ຂອງພົລເຮືອນ ທີ່ຍັງຕົກຄ້າງ ຢູ່ໃນເຂດສູ້ຣົບ ທີ່​ມີ​ເນື້ອ​ທີ່​ ຫລຸດນ້ອຍ​ລົງ​ ຢ່າງ​ໄວ​ນັ້ນ. ​ເຈົ້າໜ້າ​ທີ່ ສຣີລັງກາ ກ່າວວ່າ ມີພົລເຮືອນ ຫລາຍກວ່າ 81 ພັນຄົນ ໄດ້ພາກັນ ຫລົບໜີ ການສູ້ຣົບ ຣະຫວ່າງ ທະຫານ ຣັຖບານ ແລະ ພວກກະບົດ ເສືອທະມິລ ໃນໄລຍະ ສອງ-ສາມມື້ ຜ່ານມານີ້.

ເກົາຫລີ - ຄວາມເຄັ່ງຕຶງ: ເກົາຫລີເໜືອ ໄດ້ກ່າວຫາ ເກົາຫລີໃຕ້ວ່າ ໄດ້ຍ້າຍ ຫລັກໝາຍ ຊາຍແດນ ໃນເຂດທີ່ ມີການຍາມ ຮັກສາການ ຢ່າງໜາແໜ້ນ ທີ່ແບ່ງ ປະເທດທັງສອງ ອອກຈາກກັນ ແລະຂູ່ວ່າ ຈະທຳການ ຕອບໂຕ້ ຖ້າເກົາຫລີໃຕ້ ຫາກບໍ່ ຍ້າຍຄືນ. ​ໃນລາຍງານຂ່າວ ຂອງທາງການ ມື້ນີ້ ເກົາຫລີເໜືອ ໄດ້ກ່າວຫາ ເກົາຫລີໃຕ້ວ່າ ໄດ້ຫຍັບ ຫລັກໝາຍ ຊາຍແດນ ຫຼາຍສິບແມັດ ຂຶ້ນໄປທາງເໜືອ ໂດຍເອີ້ນ ການເຄື່ອນໄຫວ ນີ້ວ່າ ເປັນການ ທ້າທາຍ ເກາະຜິດ ຢ່າງຮ້າຍແຮງ ທາງທະຫານ. ພຽງຢາງ ເວົ້າວ່າ ຕົນຈະ ດຳເນີນມາຕການ ເພື່ອປ້ອງກັນໂຕ ແລະເກົາຫລີໃຕ້ ຈະຕ້ອງ ຮັບຜິດຊອບ ຕໍ່ຜົນສະທ້ອນ ທີ່ຈະຕິດຕາມມາ. ການຂົ່ມຂູ່ ຂອງ ເກົາຫລີເໜືອ ມີຂຶ້ນພຽງ ນຶ່ງມື້ ຫລັງຈາກ ທັງສອງຝ່າຍ ໄດ້ເປີດ ການເຈຣະຈາ ເທື່ອທຳອິດ ໃນຮອບ ນຶ່ງປີກວ່າໆ ທີ່ເຂດ ອຸສາຫະກັມຮ່ວມ ຊຶ່ງຕັ້ງຢູ່​ ໃນ​ເກົາຫລີ​ເໜືອ ​ໃກ້ໆ​ກັບ​ຊາຍ​ແດນ. ການພົບປະກັນ ເປັນເວລາ 22 ນາທີ ໄດ້ສິ້ນສຸດລົງ ໂດຍປາສຈາກ ຄວາມກ້າວໜ້າ ໃດໆ ແລະເກົາຫລີເໜືອ ໄດ້ປະຕິເສດ ທີ່ຈະປ່ອຍ ຄົນງານ ເກົາຫລີໃຕ້ ຄົນນຶ່ງ ທີ່ຖືກຈັບໂຕໄວ້ ໃນເຂດດັ່ງກ່າວ.

ເກົາຫລີໃຕ້ - ສະຫະຣັດ: ຄະນະ ກັມມະການນຶ່ງ ຂອງສະພາ ແຫ່ງຊາດ ເກົາຫລີໃຕ້ ໄດ້ໃຫ້ການ ອະນຸມັດ ຕໍ່ຂໍ້ຕົກລົງ ການຄ້າເສຣີ ກັບສະຫະຣັດ ແລ້ວ ຊຶ່ງແຜ້ວທາງ ໄປສູ່ ການລົງຄະແນນສຽງ ເພື່ອຮັບຮອງເອົາ ຂໍ້ຕົກລົງດັ່ງກ່າວ ໂດຍສະພາແຫ່ງຊາດ ຄົບຄະນະ. ພັກໃຫຍ່ແຫ່ງຊາດ ຊຶ່ງເປັນພັກ ຣັຖບານ ຂອງເກົາຫລີໃຕ້ ກ່າວວ່າ ຮ່າງກົດໝາຍ ທີ່ວ່ານີ້ ໄດ້ຮັບ ການອະນຸມັດ ໂດຍຄະນະ ກັມມະການ ກິຈການຕ່າງປະເທດ ແລະ ການຄ້າ ຂອງສະພາ ແຫ່ງຊາດ ໃນວັນພຸດ ມື້ນີ້ ທັງໆທີ່ ໄດ້ມີການປະທ້ວງ ຈາກສະມາຊິກ ພັກຝ່າຍຄ້ານ. ຂໍ້ຕົກລົງ ທີ່ວ່ານີ້ ຊຶ່ງເປັນ ຂໍ້ຕົກລົງ ທີ່ໃຫຍ່ທີ່ສຸດ ນັບແຕ່ສະຫະຣັດ ໄດ້ລົງນາມ ໃນສັນຍາ ການຄ້າເສຣີ ໃນທະວີບ ອະເມຣິກາເໜືອ ກັບ ການາດາ ແລະເມັກຊິໂກ ໃນປີ 1994 ນັ້ນ ໄດ້ມີ ການລົງນາມກັນ ເມື່ອ 2 ປີກ່ອນ. ການຮັບຮອງເອົາ ຮ່າງກົດໝາຍ ສະບັບນີ້ ໂດຍຄະນະ ກັມມະການ ກິຈການ ຕ່າງປະເທດ ແລະ ການຄ້າ ແມ່ນມີ ຄວາມຈຳເປັນ ກ່ອນທີ່ຈະ ມີການ ລົງຄະແນນສຽງ ຂອງສະພາ ແຫ່ງຊາດ ຄົບຄະນະ. ພັກຣັຖບານ ຢາກໃຫ້ ການລົງ ຄະແນນສຽງ ມີຂຶ້ນ ໃນເດືອນມິຖຸນາ ຫລັງຈາກ ການພົບປະສຸດຍອດ ຣະຫວ່າງ ຜູ້ນຳຂອງ ປະເທດທັງສອງ ຕາມທີ່​ໄດ້​ ມີ​ການວາງ​ແຜນ​ ໄວ້​ນັ້ນ.

ສະຫະຣັດ - ຊີໄອເອ: ລາຍງານ ສະບັບໃໝ່ ໂດຍຄະນະ ກັມມະການນຶ່ງ ຂອງຣັຖສະພາ ສະຫະຣັດ ໄດ້ໃຫ້ ລາຍລະອຽດ ກ່ຽວກັບ ເທັກນິກ ການສອບ ປາກຄຳ ທີ່ຮຸນແຮງ ທີ່​ໃຊ້​ກັບ ພວກທີ່ ສົງສັຍວ່າ ເປັນຜູ້ກໍ່ ການຮ້າຍ ໃນຣະຫວ່າງ ສມັຍຣັຖບານ ປະທານາທິບໍດີ BUSH ຮວມທັງ ພວກທີ່ຖືກ ຄຸມຂັງ ຢູ່ອ່າວ GUANTANAMO ປະເທດຄິວບາ ອີຣັກ ແລະອັຟການິສຖານ. ການສືບສວນ ໂດຍຄະນະ ກັມມະການ ກອງທັບ ຂອງສະພາສູງ ສະຫະຣັດ ພົບເຫັນວ່າ ເທັກນິກ ເຫລົ່ານີ້ ແມ່ນໄດ້ຮັບ ການດັດແປງ ໃຫ້ເໝາະສົມ ຈາກໂຄງການ ທີ່ໃຊ້ ເພື່ອຝຶກແອບ ທະຫານ ອະເມຣິກັນ ໃຫ້ຕ້ານຢັນ ກັບການສອບຖາມ ທີ່ ໂຫດຫ້ຽມ ຂອງພວກ ສັດຕຣູ ຊື່​ງຮວມທັງ ການໃຫ້ ອົດຫລັບ ອົດນອນ ແລະເອົາຫົວ ຈຸ່ມນ້ຳ ຫລື​ຖອກນ້ຳ​ໃສ່​ໜ້າ ​ເພື່ອ​ໃຫ້​ຮູ້ສຶກ​ ຄື​ກັນ​ກັບ​ວ່າ​ ກຳລັງຈະຈົມນ້ຳຕາຍ. ອະດີດ ຣັຖມຸນຕຣີ ປ້ອງກັນ ປະເທດ ສະຫະຣັດ ທ່ານ DONALD RUMSFELD ໄດ້ອະນຸຍາດ ໃຫ້ນຳໃຊ້ ເທັກນິກ ໃນການ ສອບປາກຄຳ ທີ່ຮຸນແຮງ 15 ຢ່າງ ທີ່ອ່າວ GUANTANAMO ປະເທດ ຄິວບາ ໃນທ້າຍປີ 2002.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ໂດຍຄລິກບ່ອນສຽງ.