ສານສູງສຸດຂອງມຽນມາ ໄດ້ປະຕິເສດການຂໍອຸທອນ ຂອງນັກຂ່າວຣອຍເຕີຣ໌ 2 ຄົນ ທີ່ໄດ້ຖືກລົງໂທດໃນຖານະທີ່ໄດ້ລະເມີດມາດຕາຂອງຄວາມລັບຂອງທາງການ ທີ່ມີມາໄດ້ ຫຼາຍໆສັດຕະວັດແລ້ວນັ້ນ.
ທ່ານ Wa Lone ແລະທ່ານ Kyaw Soe Oo ໄດ້ໄປເກັບກຳຂ່າວທີ່ຮ້າຍກາດ ຂອງການໂຄສະນາຊວນເຊື່ອທາງທະຫານ ໃນລັດຣັກໄຄນ໌ ທີ່ພາໃຫ້ຊາວໂຣຮິງຢາ ທີ່ເປັນຊາວມຸສລິມ ໄດ້ໜີຂ້າມປະເທດໄປຍັງບັງກລາເດັຊ ໃນເດືອນສິງຫາ ປີ 2017 ນັ້ນ. ພວກເຂົາເຈົ້າໄດ້ຖືກຈັບກຸມໃນເດືອນທັນວາ 2017 ຫຼັງຈາກທີ່ພົບປະກັບຕຳຫຼວດ 2 ຄົນໃນຮ້ານອາຫານແຫ່ງນຶ່ງ ໃນນະຄອນຢ່າງກຸ້ງ ໂດຍໄດ້ຮັບເອກກະສານຈຳນວນຫຼວງຫຼາຍນັ້ນ. ທັງສອງໄດ້ໄປສືບສວນການສັງຫານໂຫດ ຊາວໂຣຮີງຢາ 10 ຄົນ ໂດຍພວກຕຳຫຼວດແລະທະຫານ ໃນບ້ານອິນ ດິນ, ພວກເຂົາຖືກກ່າວໂທດ ໃນເດືອນກັນຍາ ປີກາຍນີ້ ແລະໄດ້ໃສ່ໂທດຕິດຄຸກເປັນເວລາ 7 ປີ.
ພວກຄອບຄົວຂອງພວກນັກຂ່າວ ທັງ ທ່ານ Wa Lone ແລະ Kyaw Soe Oo ທີ່ຖືກຕິດຄຸກ ນັ້ນ ໄດ້ກ່າວຕໍ່ສື່ ຫຼັງຈາກທີ່ໄດ້ເຂົ້າຮ່ວມທັງການໃຫ້ການຂອງສານສູງສຸດຂອງມຽນມາ ໃນເມອງຫຼວງ Naypyitaw, ມຽນມາ, 26 ມີນາ 2019.
ສານສູງສຸດບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບສາເຫດວ່າ ເປັນຫຍັງຈຶ່ງໄດ້ປະຕິເສດຕໍ່ການຂໍອຸທອນຂອງທັງສອງນັ້ນ. ທະນາຍຄວາມຂອງພວກເຂົາເຈົ້າ ໄດ້ກ່າວວ່າ ພວກນັກຂ່າວທັງສອງຄົນນີ້ ໄດ້ຖືກວາງກັບດັກ ໂດຍຕຳຫຼວດດ້ວຍເຫດຜົນດັ່ງກ່າວນີ້ ຈຶ່ງຮ້ອງຮຽນໃຫ້ຍົກເລີກການໃສ່ໂທດຕົ້ນຕໍນັ້ນ. ໃນຈຸດໃດນຶ່ງຂອງການທຳເນີນຄະດີ, ເຈົ້າໜ້າທີ່ຮັກສາກົດໝາຍ ໄດ້ໃຫ້ປາກຄຳວ່າ ລາວໄດ້ວາງແຜນເລື້ອງເອກກະສານເຫຼົ່ານີ້.
ທ່ານ Wa Lone ແລະທ່ານ Kyaw Soe Oo ໄດ້ຮັບລາງວັນ Pulitzer Prize ນາໆຊາດ ທີ່ລາຍງານວຽກການຂອງພວກເຂົາເຈົ້າ ທີ່ເກັບກຳຂ່າວຂອງການສັງຫານໝູ່ ທີ່ບໍ່ເປີດເຜີຍນີ້ ຊຶ່ງພວກເຂົາເຈົ້າໄດ້ແບ່ງປັນວຽກງານຂອງພວກເຂົາເຈົ້າກັບເພື່ອນຮ່ວມງານອີກ 2 ທ່ານ ຜູ້ຊຶ່ງໄດ້ສະຫຼຸບເລື້ອງທັງໝົດ ຫຼັງຈາກໄດ້ຖືກລົງໂທດແລ້ວ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ຕຳຫຼວດຄຸມຂັງ ທ່ານ Moe Yan Naing ແມ່ນໄດ້ຖືກຄຸມຕົວໂດຍຕຳຫຼວດ ຫຼັງຈາກທີ່ໄດ້ໄປຮອດສານ ເພື່ອຮັບຟັງຄຳໃຫ້ການ, ມຽນມາ, 6 ພຶດສະພາ 2019.