ທ່ານນາງຈັນພອນ ສິນລະປະໄຊ ມີອາຍຸໄດ້ພຽງ 4 ປີໃນຕອນທີ່ພໍ່ແມ່ຂອງທ່ານ ນາງພາຄອບຄົວອົບພະຍົບອອກຈາກລາວໃນປີ 1979. 40 ປີຕໍ່ມາ ກໍຄືໃນທ້າຍປີ 2021 ທ່ານນາງໄດ້ຖືກແຕ່ງຕັ້ງໃຫ້ຜູ້ພິພາກສາອາເມຣິກັນຜູ້ທໍາອິດທີ່ມີເຊື້ອ ສາຍລາວຢູ່ໃນສະຫະລັດ. ທ່ານນາງຮັບຜິດຊອບພິຈາລະນາ ແລະຕັດສິນ ທັງຄະ ດີແພ່ງ ແລະຄະດີອາຍາຢູ່ໃນສານປົກຄອງ ຫລື Circuit Court ຂອງເມືອງເມົາໂນມາ (Multnomah), ລັດອໍຣີກອນ. ໃນການປະຕິ ບັດວຽກງານກົດໝາຍ ນັ້ນ ທ່ານນາງຍຶດໝັ້ນແນວທາງຂອງທ່ານນາງຣູດ ເບເດີກິນສ໌ເບີກ (Ruth Bader Ginsburg), ອະດີດຜູ້ພິພາກສາສານສູງສຸດຂອງສະຫະລັດທີ່ເປັນ ຊາວຢິວທີ່ພະຍາຍາມນໍາເອົາຄວາມ ຍຸຕິທໍາມາໃຫ້ຊຸມຊົນສ່ວນນ້ອຍ ແລະ ເສຍຊີວິດໄປໃນປີ 2020. ທ່ານນາງຈັນພອນເວົ້າເຖິງທ່ານນາງເບເດີກິນສ໌ເບີກ ວ່າ:
“ທ່ານນາງເຂົ້າໃຈການສູ້ຊົນກັບສິ່ງທີ່ເຫັນວ່າ ຖືກເບິ່ງໂດຍຜິວເຜີນວ່າເປັນຄົນ ບໍ່ມາຄ່າ ຫຼືອັນອື່ນ ຊຶ່ງຊາວອາເມຣິກັນຫຼາຍຄົນຢູ່ທົ່ວປະເທດຮູ້ສຶກໃນປັດຈຸບັນນີ້ ເຂົາເບິ່ງວ່າເຈົາວ່າເປັນຄົນບໍ່ດີພໍ ຫລືເຈົ້າບໍ່ມີຄ່າພໍຍ້ອນເບິ່ງຈາກປະຫວັດຂອງບັນພະບຸລຸດເຂົາເຈົ້າ ຫຼືຍ້ອນວ່າເຈົ້າເປັນຄົນເຂົ້າເມືອງ ແລ້ວເຂົາຄິດວ່າເຈົ້າບໍ່ຄວນໄດ້ຢູ່ໃນກຸ່ມຂອງເຂົາ ນັ້ນຄືແນວທາງໃນການຕັດສິນຄະດີຂອງທ່ານນາງ ແລະຂ້າພະເຈົ້າຢາກເວົ້າວ່ານັ້ນເປັນປັດຊະຍາຂອງເພິ່ນທີ່ໃຊ້ໃນການຕັດສິນ ຄະດີ.”
ທ່ານນາງຈັນພອນຮຽນຈົບກົດໝາຍຈາກມະຫາວິທະຍາໄລ Northwestern School of Law at Lewis & Clark College ໃນປີ 2002. ກ່ອນຈະມາກໍາຕໍາ ແໜ່ງເປັນຜູ້ພິພາກສານີ້ ທ່ານນາງເປັນເຈົ້າຂອງຮ່ວມບໍລິສັດທີ່ປຶກສາດ້ານກົດ ໝາຍທີ່ຊື່ວ່າ ມາແຣນດັສ ສິນລະປະໄຊ ກາເຊຍ (Marandas Sinlapasai Garcia) ໃນນະຄອນປອດແລນ. ໃນຕອນນັ້ນ ທ່ານນາງຮັບເປັນທະນາຍຄວາມ ຂອງຄະດີທຸກປະເພດທີ່ກ່ຽວຂ້ອງກັບເລື້ອງຄົນເຂົ້າເມືອງເຊັ່ນພວກທີ່ຖືກທາລຸນຂົ່ມເຫັງແລ້ວຖືກຈັບ ແລະຖືກພິຈາລະນາໃຫ້ເນລະເທດລວມທັງຄົນລາວຈໍານວນ ນຶ່ງທີ່ກໍາລັງຢູ່ໃນຂັ້ນຕອນທີ່ຈະຖືກສົ່ງກັບປະເທດລາວ. ທ່ານນາງເວົ້າເຖິງສາເຫດ ທີ່ພາໃຫ້ຄົນຖືກເນລະເທດວ່າມັນສັບສົນດັ່ງນີ້:
“ສິ່ງທີ່ຂ້າພະເຈົ້າຢາກເນັ້ນໜັກແທ້ໆ ບໍ່ແມ່ນວ່າທຸກຄົນທີ່ຢູ່ໃນຂັ້ນຕອນການເນລະເທດຈະເປັນອາດຊະຍາກອນໝົດ. ຫຼາຍຄົນເວົ້າວ່າມີແຕ່ອາດຊະຍາກອນເທົ່ານັ້ນທີ່ຖືກເນລະເທດ, ນັ້ນເປັນຄວາມຄິດທີ່ຜິດ. ຢ່າລືມວ່າການຄຸ້ມຄອງຄົນເຂົ້າເມືອງແມ່ນມີຄວາມຫມາຍວ່າ ຖ້າເຈົ້າຖືກຈັບຢູ່ນີ້ຍ້ອນເຈົ້າເຂົ້າມາແລ້ວຢູ່ ເກີນກໍານົດວີຊາ ຫຼືວ່າ ເມື່ອຜົວ ຫຼືແຟນເຈົ້າໄດ້ຍື່ນຄໍາຮ້ອງຂໍໃຫ້ເຈົ້າເຂົ້າໂດຍໃຊ້ ວີຊ່າຄູ່ຫມັ້ນແລ້ວໄປກັນບໍ່ໄດ້ ຫຼືເຂົາຂົ່ມເຫັງ ຫຼືມີເລື້ອງທີ່ພາໃຫ້ຜິດກັນ ແລ້ວ ໃນທີ່ສຸດພວກເຈົ້າກໍບໍ່ໄດ້ແຕ່ງງານກັນ ອັນນັ້ນມັນສາມາດພາໃຫ້ເຈົ້າຢູ່ຕົກໄປຢູ່ໃນສະຖານະການທີ່ຈະຖືກເນລະເທດໄດ້. ສຳລັບນັກຮຽນທີ່ມັກຈະຢູ່ໜີ້ ເຂົາເຈົ້າບໍ່ສາມາດກັບປະເທດໄດ້ຫລັງຈາກຮຽນຈົບ ເພາະຄວາມຢ້ານຍ້ອນວ່າເຂົາເຈົ້າເປັນເກ ຫຼື LGBTQ ຫຼື ເຂົາເຈົ້າເປັນຄົນປ່ຽນເພດ, ຖ້າພວກເຂົາກັບໄປເຂົາເຈົ້າອາດຈະຖືກຂ້າຕາຍ.”
ແມ່ຍິງອີກຄົນນຶ່ງທີ່ອົບພະຍົບມາຈາກລາວແຕ່ນ້ອຍແລ້ວໄດ້ມີບົດບາດສູງຢູ່ໃນ ສະຫະລັດເມື່ອໃຫຍ່ຂຶ້ນມາ ກໍຄືທ່ານນາງຈັນນະພາ ຄໍາວົງສາ, ຜູ້ກໍ່ຕັ້ງ ແລະ ອະດີດຫົວໜ້າອົງການມໍລະດົກຫລັງສົງຄາມ ຫລື Legacies of War ຊຶ່ງເປັນອົງການບໍ່ຫວັງຜົນກໍາໄລຂຶ້ນໃນປີ 2004 ເພື່ອເຄື່ອນໄຫວລະດົມທຶນຈາກ ສະຫະລັດໄປຊ່ວຍເກັບກູ້ລະເບີດບໍ່ທັນແຕກ ຫລື UXO ຢູ່ໃນລາວເພີ້ມຂຶ້ນ. ທ່ານນາງເວົ້າເຖິງສິ່ງທີ່ຈູງໃຈພາໃຫ້ເຮັດເຊັ່ນນັ້ນສູ່ພວກເຮົາຟັງວ່າ:
“ຕອນແຕ່ກີ້ກະຂ້າພະເຈົ້າເລີ້ມດ້ວຍຮຽນຮູ້ປະຫວັດຂອງຕົນເອງວ່າ ເປັນຫຍັງຄອບຄົວຂອງພວກເຮົາຈຶ່ງມາໜີ້ີ້. ໃນການຄົ້ນຄວ້າ ແລະຮຽນຮູ້ວ່າເປັນຫຍັງຄອບຄົວຂອງພວກເຮົາຈຶ່ງມາຕັ້ງຖິ່ນຖານຢູ່ທີ່ນີ້ແລ້ວ ກໍເລີ່ມຮຽນຮູ້ປະຫວັດສາດຂອງສະຫະລັດ ແລະຂອງລາວຫຼາຍຂຶ້ນ. ຈາກນັ້ນຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບສ່ວນກ່ຽວຂ້ອງຂອງສະຫະລັດຢູ່ໃນລາວໃນສະໄໝສົງຄາມຫວຽດນາມ ຫຼືສົງຄາມອາເມລິກາ. ແລະກໍໄດ້ເລີ່ມຮຽນຮູ້ກ່ຽວກັບການຖິ້ມລະເບີດທີ່ເກີດຂຶ້ນໃນຕອນນັ້ນ. ຂ້າພະເຈົ້າຍັງໄດ້ຮຽນຮູ້ອີກວ່າມັນບໍ່ໄດ້ເປັນພຽງປະຫວັດສາດ, ຮູ້ບໍ່ຜູ້ຄົນຍັງ ໄດ້ຮັບຜົນກະທົບຈາກມັນໃນ 20-30 ປີຕໍ່ມາ ຄົນຍັງຖືກຂ້າຕາຍ ຫລືເສຍອົງຄະ ຍ້ອນມັນ. ຂ້າພະເຈົ້າໄດ້ອອກຈາກລາວຕອນ ອາຍຸ 6 ປີ. ມາຮອດປານນີ້ກໍຍັງມີຄົນເສຍຊີວິດ ແລະບາດເຈັບຍ້ອນມັນຢູ່.”
ໃນປີ 2004 ສະຫະລັດໃຫ້ທຶນຊ່ວຍເຫລືອລາວໃນການເກັບກູ້ລະເບີດບໍ່ທັນແຕກ ພຽງແຕ່ 1.3 ລ້ານໂດລາຕໍ່ປີເທົ່ານັ້ນ ຊຶ່ງທ່ານນາງຈັນນະພາເຫັນວ່າ ມັນໜ້ອຍ ຫລາຍເມື່ອທຽບໃສ່ຄວາມຕ້ອງການຂຸດຄົ້ນ UXO ໃນລາວ ແລ້ວທ່ານນາງກໍ ໄດ້ພະຍາຍາມປຸກລະດົມໃຫ້ຄົນອາເມຣິກັນເຂົ້າໃຈ ກ່ຽວກັບຜົນກະທົບຂອງ ລະເບີດທີ່ຕົກຄ້າງໃນລາວ ໂດຍສະເພາະແມ່ນບັນດາສະມາຊິກຂອງລັດຖະສະ ພາ ຊຶ່ງວຽກງານນີ້ໄດ້ມີສ່ວນຊ່ວຍເຮັດໃຫ້ເງິນຂອງສະຫະລັດສໍາລັບຊ່ວຍລາວ ຂຸດຄົ້ນ UXO ເພີ້ມຂຶ້ນເປັນ 3 ລ້ານໂດລາຕໍ່ປີໃນປີ 2008. ຈາກນັ້ນກໍເພີ້ມຂຶ້ນ ເລື້ື້ອຍໆ ເປັນ 30 ລ້ານຕໍ່ປີໃນປີ 2017 ຫາ 2019 ພາຍຫລັງທີ່ອະດີດປະທານາ ທິບໍດີບາຣັກ ໂອບາມາ ເຊັນມອບການຊ່ວຍເຫລືອດ້ານນີ້ໃນຈໍານວນ 90 ລ້ານ ໂດລາສໍາລັບ 3 ປີໃນຕອນເພິ່ນໄປຢ້ຽມຢາມລາວປີ 2016. ຈາກນັ້ນ ມັນກໍສືບຕໍ່ ເພີ້ມຂຶ້ນເລື້ອຍໆ ເປັນປີລະ 40 ລ້ານໂດລາໃນປີ 2020 ແລະ 2021, ອີງຕາມ ລາຍງານພິເສດຂອງ Legacies of War ປີ 2021
ສອງປີຕໍ່ມາ ກໍຄື 2022 ແລະ 2023 ເງິນຊ່ວຍເຫລືອຂອງສະຫະລັດແກ່ລາວ ໃນດ້ານນີ້ກໍຍິ່ງເພີ້ມຂຶ້ນອີກເປັນປີລະ 45 ລ້ານໂດລາ.
ປັດຈຸບັນ ເຖິງແມ່ນວ່າໄດ້ມອບພາລະກິດດ້ານນີ້ໃຫ້ແກ່ຜູ້ອື່ນສືບທອດໄປແລ້ວ ກໍຕາມ ແຕ່ທ່ານນາງຈັນນະພາຍັງສືບຕໍ່ຫາທາງຊ່ວຍເຫລືອປະຊາຊົນລາວ ໂດຍການຫາຊ່ອງທາງສົ່ງອອກຜະລິດຕະພັນຂອງລາວມາຍັງສະຫະລັດ. ໃນເດືອນກັນຍາຜ່ານມາທ່ານນາງໄດ້ຈັດງານວາງສະແດງສິນຄ້າຫັດຖະກໍາ, ແຜ່ນແພ ແລະອາຫານສໍາເລັດຮູບຢູ່ໃນເຂດຄຸ້ມຫລັງຫໍລັດຖະສະພາສະຫະລັດ ໃນນະຄອນຫລວງວໍຊິງຕັນເພື່ອເຜີຍແຜ່ຜະລິດຕະພັນຈາກລາວ.