ປະທານປະເທດ ສີ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ໃນປະເທດ ຣັດເຊຍ

ແຟ້ມຮູບ-ປະທານປະເທດສີ ເຂົ້າຮ່ວມກອງປະຊຸມຄົບຄະນະຂອງກອງປະຊຸມສຸດຍອດ BRICS ປະຈໍາປີ 2023 ຢູ່ສູນກາງການປະຊຸມແຊນຕັນ ໃນນະຄອນໂຈຮັນເນສເບີກ, ອາຟຣິກາໃຕ້, ວັນທີ 23 ສິງຫາ 2023. GIANLUIGI GUERCIA/Pool via REUTERS/File Photo

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ປະທານ​ປະ​ເທດ​ຈີນ ທ່ານ ສີ ຈິ່ນຜິງ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ BRICS ຄັ້ງ​ທີ 16 ຢູ່​ນະຄອນ ກາ​ຊານ​ຂອງ ຣັດ​ເຊຍ ນັບຕັ້ງ​ແຕ່​ວັນ​ທີ 22 ຫາ 24 ຕຸລາ ​ນີ້.

ໃນ​ໄລຍະຂອງ​ການຢ້ຽມຢາມ, ທ່ານ ​ສີ​ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມກັບບັນດາ​ຜູ້​ນຳ, ດໍາເນີນການຫາລື​ຂອງບັນດາ​ຜູ້ນຳ​ຜູ້-​ຊ່ຽວຊານ ​ແລະ​ວຽກງານດ້ານ​ອື່ນໆ, ພ້ອມທັງ​ມີ​ການ​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງກັບ​ຜູ້ນຳ​ຈາກປະເທດຕ່າງໆ ສໍາລັບ​ສະຖານະ​ການ​ສາກົນ​ໃນ​ປັດຈຸ​ບັນ.

ທ່ານ​ນາງ ໝາວ ກ່າວ​ວ່າ ຈີນ ​ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ກັບ​ທຸກ​ຝ່າຍ ເພື່ອ​ຊຸກຍູ້​ການ​ດໍາເນີນງານຮ່ວມ​ມືກັບ BRICS, ເພື່ອນໍາໄປ​ສູ່​ຍຸກ​ສະໄໝ​ແຫ່ງ​ຄວາມ​ສາມັກຄີໃໝ່ ​ແລະ​ເປັນ​ເຈົ້າ​ຕົນ​ເອງ​ ຢູ່ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ລະ​ດັບ​ຕ່ຳ, ​ພ້ອມທັງ​ຮ່ວມ​ກັນ​ຊຸກຍູ້​ສັນຕິພາບ​ ແລະ​ການ​ພັດທະນາ​ຢູ່ໃນ​ໂລກ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

BEIJING, Oct 18 (Reuters) - Chinese President Xi Jinping will attend the 16th BRICS summit in Kazan, Russia, from Oct. 22 to 24, the Chinese foreign ministry said on Friday.

During his visit, Xi will attend the leaders' meeting, the expert leaders' dialogues and other activities, and have in-depth exchanges with leaders on the current international situation, Mao Ning, a ministry spokesperson, said at a regular news conference.

China is ready to work with all parties to promote BRICS cooperation, to usher in a new era of unity and self-reliance in the Global South, and jointly promote peace and development in the world, Mao said.