ກອງປະຊຸມສຸດຍອດ ອາຊຽນ ມ້ວນທ້າຍລົງ ດ້ວຍການປະຊຸມ ລະຫວ່າງ ສະຫະລັດ ແລະ ອາຊຽນ ໃນວັນທີ 11 ຕຸລາ 2024

Your browser doesn’t support HTML5

ກອງປະຊຸມສຸດຍອດ ອາຊຽນ ທີ່ລາວ ໄດ້ເປັນປະທານຈັດງານ ກໍມ້ວນທ້າຍລົງໃນວັນທີ 11 ຕຸລາ 2024

ໃນກອງປະຊຸມ ອາຊຽນ-ສະຫະລັດ ທີ່ຖືກຈັດຂຶ້ນໃນວັນທີ 11 ຕຸລາມື້ນີ້, ທ່ານ ແອນໂທນີ ບລິງເຄັນ ລັດຖະມົນຕີການຕ່າງປະເທດ ສະຫະລັດ ໄດ້ຍົກບັນຫາ ທີ່ສຳຄັນຕ່າງໆຂຶ້ນທາປຶກສາຫາລືໃນກອງປະຊຸມ ດັ່ງກ່າວ, ບໍ່ວ່າຈະເປັນບັນ ຫາຄວາມບໍ່ສະຫງົບໃນປະເທດ ມຽນມາ, ບັນຫາຄວາມຂັດແຍ້ງໃນທະເລຈີນໃຕ້ ເຊິ່ງ ຈີນ ໄດ້ອ້າງເອົາເຂດແດນໃນທະເລດັ່ງກ່າວທັບກັບບັນດາປະເທດໃນພາກ ພື້ນເອເຊຍຕາເວັນອອກ ສຽງໃຕ້ຈຳນວນນຶ່ງ ພ້ອມກັບການຂະຫຍາຍການ ຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະລັດ ແລະ ບັນ ຫາອື່ນໆ.

ໃນຄຳປາໄສຢູ່ພິທີເປີດກອງປະຊຸມດັ່ງກ່າວ, ທ່ານ ແອນໂທນີ ບລິງເຄັນ ໄດ້ ເວົ້າວ່າ “ທຸກໆມື້, ການຮ່ວມ ມືຂອງພວກເຮົາແມ່ນກຳລັງຊ່ວຍເຫຼືອຊີວິດຂອງ ພວກເຮົາທີ່ປະກອບມີ 1 ພັນລ້ານຄົນໃຫ້ດີຂຶ້ນກວ່າເກົ່າ, ສ້າງໂອກາດທາງ ດ້ານເສດຖະກິດ, ສົ່ງເສີມນະວັດຕະກຳໃໝ່ດ້ານເທັກໂນໂລຈີ, ພັດທະນາວິ ໄສທັດຮ່ວມ ກັນສຳລັບພາກພື້ນອິນໂດປາຊີຟິກ ທີ່ເປີດກວ້າງ, ຈະເລີນຮັ່ງມີ ແລະ ປອດໄພກັບ ອາຊຽນ ຢູ່ແກນກາງ ຂອງເຂົາເຈົ້າ. ພວກເຮົາໄດ້ເສີມ ຂະຫຍາຍສາຍພົວພັນດານເສຖະກິດທີ່ໄດ້ນຳເອົາປະເທດຂອງພວກເຮົາ ມາຮ່ວມກັນເປັນເວລາດົນນານ. ສະຫະລັດ ຍັງຄົງເປັນແຫຼ່ງການລົງທຶນຕ່າງ ປະເທດໂດຍກົງອັນດັບນຶ່ງ ຢູ່ໃນບັນດາປະເທດອາຊຽນ. ນີ້ແມ່ນມາດຕະການ ຂອງຄວາມຊ່ວຍເຫຼືອ ແລະ ຄວາມໝັ້ນໃຈທີ່ມີຄວາມ ໝາຍໃນອະນາຄົດ.”

ປີນີ້ເປັນປີທີ 47 ຂອງສາຍພົວພັນລະຫວ່າງ ອາຊຽນ ແລະ ສະຫະລັດ. ຜົນ ສຳເລັດທີ່ສຳຄັນຂອງເຂົາເຈົ້າພາຍໃຕ້ການເປັນຮູ້ຮ່ວມມືຍຸດທະສາດຮອບດ້ານມີິ:​ ອົງການເພື່ອການພັດທະນາລະຫວ່າງປະເທດຂອງ ສະຫະລັດ ຫຼື USAID ຂະຫຍາຍເວລາຂໍ້ຕົກລົງການຮ່ວມມືເພື່ອການພັດທະນາລະດັບພາກພື້ນ ລະຫວ່າງ ສະຫະລັດ ແລະ ອາຊຽນ ອອກໄປຈົນເຖິງ​2029 ເຮັດໃຫ້ສາມາດ ເປີດຕົວໂຄງການຫຸ້ນສ່ວນອາຊຽນ USAID ສະບັບໃໝ່ໄລຍະເວລາ 5 ປີໄດ້ ໃນເດືອນມີນາ 2024.

ສະຫະລັດ ມີແຜນຈະດຳເນີນການຊ້ອມເດີນເຮືອທາງທະເລຄັ້ງທີສອງລະຫວ່າງ ສະຫະລັດ ແລະ ອາຊຽນໃນປີ 2025, ຮ່ວມຈັດໂດຍ ອິນໂດເນເຊຍ.

ໃນເດືອນສິງຫາ 2024, ສະຫະລັດ ແລະ ອາຊຽນ ໄດ້ຕົກລົງກັນທີ່ຈະທຳການ ຮ່ວມມືດ້ານສາທາລະນະສຸກຢ່າງເປັນທາງການ, ຍົກລະດັບການພົວການມີສ່ວນ ຮ່ວມຂອງເຮົາໄປສູ່ການປະຊຸມຫາລືລະຫວ່າງລັດຖະມົນຕີສາທາລະນະສຸກ ສະຫະລັດ ແລະ ອາຊຽນທຸກໆສອງປີ. USAID ຍັງໄດ້ເປີດໂຄງການປ້ອງກັນ ໂຣກຕິດຕໍ່ທາງອາກາດ ສະຫະລັດ-ອາຊຽນ ເພື່ອຂະຫຍາຍຄວາມສາມາດທີ່ຈະ ຕອບໂຕ້ໂຣກອະຮິວາຂອງພາກພື້ນ.

ສະຫະລັດ ເປີດໂຄງການຝຶກອົບຮົມຄວາມປອດໄພທາງໄຊເບີສຳລັບເລຂາ ທິການອາຊຽນ ແລະ ໃນປີ 2023, ສະຫະລັດ ແລະ ອາຊຽນ ໄດ້ເປີດການ ເຈລະຈາຮອບປະຖົມມະເລີກ ກ່ຽວກັບ ສິດທິຂອງຜູ້ເສຍ ອົງຄະເພື່ອພັດທະນາ ສິດທິຂອງຜູ້ເສຍອົງຄະໃນທົ່ວພາກພື້ນເອເຊຍຕາເວັນອອກສຽງໃຕ້.

ນອກນັ້ນປີນີ້ຍັງເປັນຂີດໝາຍສອງທົດສະວັດຂອງໂຄງການລິເລີມຜູ້ນຳໄວໜຸ່ມເອເຊຍຕາເວັນອອກສຽງໃຕ້ ຫຼື YSEALI ເຊິ່ງແມ່ນໂຄງການທີ່ສົ່ງເສີມການ ຮ່ວມມືຂ້າມເຂດຊາຍແດນ ກ່ຽວກັບ ສິ່ງທ້າທາຍໃນພາກ ພື້ນ ແລະ ໂລກ. ໃນໂຄງການ YSEALI ສະຫະລັດ ໄດ້ລົງທຶນຫຼາຍກວ່າ 1 ລ້ານ 8 ແສນ ໂດລາ ເພື່ອສົ່ງເສີມສ້າງສັກກະຍະພາບໃຫ້ແມ່ຍິງ ດັ່ງກັບສ່ວນນຶ່ງຂອງສະຖາ ບັນການເປັນຜູ້ນຳຂອງແມ່ຍິງ YSEALI.

ແຕ່ລະປີມີຄົນລາວໄດ້ຮັບທຶນແລກປ່ຽນ YSEALI 3 ຄົນ, ເຊິ່ງເຂົາເຈົ້າຈະເຮັດກິດຈະກຳຕ່າງໆໃນຫຼາຍລັດຂອງ ສະຫະລັດ.