Your browser doesn’t support HTML5
ອົງການນາຍຈ້າງໃນ ໄທ ຄັດຄ້ານການຂຶ້ນຄ່າຈ້າງຂັ້ນຕໍ່າເປັນ 400 ບາດຕໍ່ວັນ
ທ່ານ ສະນິນ ຊະລິສາພົງ ກຳມະການສະພາຫໍການຄ້າແຫ່ງປະເທດ ໄທ ຖະແຫຼງວ່າອົງການນາຍຈ້າງທີ່ປະກອບດ້ວຍ 90 ສະມາຄົມທີ່ເປັນຕົວແທນຂອງຜູ້ປະກອບວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຈຳນວນຫຼາຍກວ່າ 15,000 ລາຍຈາກ 76 ຈັງຫວັດໃນທົ່ວປະເທດ ໄທໄດ້ຍື່ນຈົດໝາຍເຖິງລັດຖະມົນຕີກະຊວງແຮງງານ ໄທ ແລ້ວ ເພື່ອສະແດງການຄັດຄ້ານຕໍ່ແຜນການທີ່ລັດຖະບານ ໄທ ຈະປັບຂຶ້ນອັດຕາຄ່າຈ້າຂັ້ນຕໍ່າໃນ ໄທ ຈາກ 345 ບາດເປັນ 400 ບາດຕໍ່ວັນນັບຈາກວັນທີ 1 ຕຸລາ 2024 ເປັນຕົ້ນໄປດ້ວຍເຫດຜົນທີ່ວ່າການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າດັ່ງກ່າວຈະສົ່ງຜົນກະທົບຕໍ່ບັນດາຜູ້ປະກອບກິດຈະການ SME ໃນໄທ ຢ່າງຮຸນແຮງເພາະຈເຮັດໃຫ້ຕົ້ນທຶນການຜະລິດສິນຄ້າເພີ່ມຂຶ້ນໃນຂະນະທີ່ລາຍໄດ້ຂອງບັນດາຜູ້ປະກອບກິດຈະການ SME ນັ້ນບໍ່ໄດ້ເພີ່ມຂຶ້ນແຕ່ຢ່າງໃດ ຊຶ່ງຜົນຕາມມາກໍຄືການປະເຊີນກັບສະພາວະຂາດທຶນຈົນຕ້ອງເລີກກິດຈະການໃນທີ່ສຸດນັ້ນເອງ.