ລົດເມ ຕົກຜາ ໃນປະເທດເປຣູ ມີຜູ້ເສຍຊີວິດ 25 ຄົນ
Your browser doesn’t support HTML5
ເຈົ້າໜ້າທີ່ ເປຣູ ກ່າວວ່າ ລົດເມຄັນນຶ່ງໄດ້ເກີດອຸບັດເຫດ ຢູ່ທາງພາກເໜືອຂອງ ພາກພື້ນ ຄາຈາມາຄາ ໃນວັນຈັນມື້ນີ້ ຊຶ່ງເຮັດໃຫ້ 25 ຄົນເສຍຊີວິດ.
ພວກເຂົາເຈົ້າໄດ້ລາຍງານວ່າ ອຸບັດຕິເຫດດັ່ງກ່າວເປັນອຸບັດຕິເຫດຢູ່ທາງຫຼວງທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດໃນເປຣູ ໃນຮອບສອງປີ, ແລະຍັງໄດ້ສົ່ງ 17 ຄົນໄປໂຮງໝໍດ້ວຍອາການ ບາດເຈັບ.