ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດໄລຍະກາງ ໃນຂະນະທີ່ ໂຊລ ກະກຽມການເລືອກຕັ້ງຄັ້ງໃຫຍ່ ໃນທ້າຍເດືອນນີ້

Your browser doesn’t support HTML5

ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດໄລຍະກາງ ທີ່ຖືກສົງໄສວ່າ ຕົກລົງໃນທະເລ ນອກຊາຍຝັ່ງກ້ຳຕາເວັນອອກ ໃນວັນອັງຄານມື້ນີ້, ອີງຕາມກອງທັບເກົາຫຼີໃຕ້. ເກົາຫຼີເໜືອເຄີຍທົດລອງເຕັກໂນໂລຈີ ທີ່ຄ້າຍຄືກັນນີ້ມາກ່ອນໜ້ານີ້ແລ້ວ, ດັ່ງທີ່ເຫັນຢູ່ໃນວິດີໂອສື່ມວນຊົນຂອງລັດ ກ່ຽວກັບການທົດລອງ ໃນປີ 2023.