ໃນລາຍການຊີວິດຊາວລາວສຳລັບວັນພະ ຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ທ່ານປ້ອງ ຫລື Patrick ຊຸມພົນພັັກດີ ພະນັກງານບໍລິສັດ Texas Environmental Plastics ມາສະເໜີທ່ານ. ເຊິ່ງລາວແມ່ນ ຜູ້ທີ່ມີໜ້າທີ່ຮັບຜິດຊອບກ່ຽວກັບ ການຝັງເຄື່ອງເສດເຫລືອຈາກໂຮງງານອຸດສາຫະກຳຕ່າງໆລົງໃນຂຸມຂະໜາດໃຫຍ່ ເພື່ອປ້ອງກັນບໍ່ໃຫ້ກະທົບຕໍ່ສິ່ງ ແວັດລ້ອມແລ້ວສິ່ງເສດເຫຼືອທັງຫຼາຍນັ້ນຈະກາຍມາເປັນ ແກັສເພື່ອນໍາໃຊ້ເປັນ ພະລັງງານຄືນໃໝ່ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ.
Your browser doesn’t support HTML5
ເຊີນຟັງລາຍການຊີວິດຊາວລາວ
ບໍລິສັດ Texas Environmental Plastics ແມ່ນບໍລິສັດເອກກະຊົນ ຕັ້ງຢູ່ໃນລັດເທັກຊັສ ຮັບເໜົາມ້ຽນສິ່ງເສດເຫລືອຈາກໂຮງຈັກ, ໂຮງງານເພື່ອ ປ້ອງກັນສິ່ງແວດລ້ອມທຳມະຊາດ ແລະ ຫັນປ່ຽນ ໃຫ້ເປັນພະລັງງານແກັສ. ບໍລິສັດ Texas Environmental Plastics ເປັນຜູ້ຊ່ຽວຊານຮັບເໝົາ ບໍ່ພຽງ ແຕ່ຢູ່ໃນສະຫະລັດເທົ່ານັ້ນ ແຕ່ຢູ່ນອກປະເທດກໍຮັບເຊັ່ນກັນ.
ທ່ານປ້ອງ ຫລື Patrick ອາຍຸ 62 ປີ ພະນັກງານລາວອາເມຣິກັນຄົນນຶ່ງທີ່ ເຮັດວຽກໃຫ້ບໍລິສັດ Texas Environmental Plastics ມາເປັນເວລາກວ່າ 20 ປີ ໄດ້ອະທິບາຍສູ່ຟັງວ່າ ເຂົາເຈົ້າມີໜ້າທີ່ປູຜ້າຢາງໃຫຍ່ໃສ່ເວີງຂຸມອັນ ກວ້າງໃຫຍ່ທີ່ຖືກຂຸດລໍຖ້າໄວ້ແລ້ວນັ້ນ ເພື່ອນຳເອົາສິ່ງເສດເຫລືອມາຝັງຖີ້ມໃສ່ ໄວ້ຊຶ່ງທ່ານແພຕຣິກ ໄດ້ກ່າວສູ່ີ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງທ່ານແພຕຣິກ ຊຸມພົນພັກດີ
ຫລັງຈາກສິ່ງເສດເຫລືອຕ່າງໆຖືກຖີ້ມລົງໃສ່ຂຸມທີ່ປູດ້ວຍຜ້າປາສຕິກ ທີ່ມີຄວາມ ໜາ ແລະສາມາດຕ້ານທານກັບດິນຟ້າອາກາດໄດ້ຮຽບຮ້ອຍແລ້ວ, ຂຸມຈະຖືກ ປິດ ແລະ ຖົມປົກດ້ວຍຂີ້ດິນຈົນກາຍເປັນເດີ່ນຫຍ້າ ແຕ່ສິ່ງເສດເຫລືອຢູ່ໃນດິນ ຈະກາຍມາເປັນເຊື້ອແກັສທີ່ນຳມາໃຊ້ໄດ້ ຊຶ່ງທ່ານ Patrick ກ່າວສູ່ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງທ່ານແພຕຣິກ ຊຸມພົນພັກດີ
ວຽກງານດັ່ງກ່າວນີ້ເປັນວຽກອອກແຮງງານ ທີ່ພົວພັນກັບດ້ານເທັກນິກ ແລະ ຕ້ອງໄດ້ເດີນທາງໄປປະຕິບັດງານຢູ່ຫລາຍແຫ່ງໃນສະຫະລັດ ແລະນອກປະ ເທດ ຊຶ່ງທ່ານ Patrick ໄດ້ກ່າວເຖິງລາຍໄດ້ປະຈຳປີດັ່ງນີ້
Your browser doesn’t support HTML5
ເໍຊີນຟັງທ່ານແພຕຣິກ ຊຸມພົນພັກດີ
ນາງຜາດີ ຊຸມພົນພັກດີ ພັນລະຍາຂອງທ່ານ Patrick ແມ່ນແມ່ຍິງຄົນອາເມຣິ ກັນເຊື້ອສາຍລາວຄົນດຽວມີໜ້າທີ່ເຮັດວຽກທົ່ວໄປໃຫ້ແກ່ບໍລິສັດ Texas Environmental Plastics ເຊັ່ນກັນກໍໄດ້ກ່າວມ້ວນທ້າຍ ກ່ຽວກັບ ວຽກງານ ດັ່ງນີ້:
Your browser doesn’t support HTML5
ເຊີນຟັງນາງຜາດີ ຊຸມພົນພັກດີ
ທ່ານ Patrick ແລະພັນລະຍານາງຜາດີ ຄູ່ຜົວເມຍ ເຮັດວຽກເດີນທາງໄປມາ ຮ່ວມກັນ ໄດ້ເຫັນຫລາຍບ້ານຫລາຍເມືອງຢູ່ໃນສະຫະລັດ ແລະບາງຄັ້ງອອກ ນອກປະເທດ ມາເປັນເວລາ 20 ກວ່າປີ. ສ່ວນພວກລູກເຕົ້າພາໃຫຍ່ມີຄອບຄົວ ຂອງໃຜລາວ. ທ່ານແພຕຣິກ ແລະນາງຜາດີ ສາມາດສ້າງລາຍໄດ້ປີນຶ່ງເກືອບ ສອງແສນໂດລາ ແລະອີກບໍ່ດົນກໍຈະອອກບໍານານ.