ຍານາງພູທອນ ຊະນະມານ ນັກທຸລະກິດປູກຕົ້ນໄມ້ຂາຍ ເພື່ອປະດັບປະດາ ບ້ານເຮືອນ ແລະສວນສາທາລະນະ

  • ກິ່ງ​ສະຫວັນ ປະ​ຖັມມະ​ວົງ

ຍານາງພູທອນ ຊະນະມານ ເຈົ້າຂອງສວນປູກຕົ້ນໄມ້ຂາຍ ຢູ່ລັດຫລູຍເຊຍນາ

ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຍານາງພູທອນ ຊະນະມານ ເຈົ້າຂອງທຸລະກິດປູກຕົ້ນໄມ້ສຳລັບເອ້ ຢູ່ຕາມບ້ານເຮືອນ ຮ້ານຄ້າ ແລະທຸລະກິດຕ່າງໆ ທີ່ເມືອງ Glenmora ລັດຫລຸຍເຊຍນາ.

Your browser doesn’t support HTML5

ເຊີນຟັງລາຍການຊີວິດຊາວລາວຂອງ ວີໂອເອ

ຢູ່ໂຕເມືອງນ້ອຍ ແລະໃຫຍ່ ຂອງສະຫະລັດອາເມຣິກາ ເຮົາຈະສັງເກດເຫັນການປູກຕົ້ນໄມ້ ດອກໄມ້ ເອ້ຢູ່ຕາມໜ້າບ້ານເຮືອນ ບໍລິສັດຮ້ານຄ້າ ແລະສະຖານທີ່ສຳຄັນຕ່າງໆ ໂດຍສະເພາະຢູ່ສວນອຸທະຍານ. ເຫັນແລ້ວງາມຕາ ເຮັດໃຫ້ມີອາລົມພັກຜ່ອນຢ່ອນໃຈເປັນພິເສດ ອັນເປັນປະເພີນີຂອງຊາວເອເມຣິກັນ ທີ່ນຳໄປສູ່ການເຮັດທຸລະກິດ ການປູກຕົ້ນໄມ້ຂາຍ. ຢູ່ໃນສະຫະລັດ ມີິຢູ່ສີ່ລະດູການ ເພາະສະນັ້ນ ມີຕົ້ນໄມ້ທີ່ທົນທານກັບອາກາດໜາວ ຕົ້ນໄມ້ທີ່ມີດອກໃນລະດູບານໃໝ່ ຕົ້ນໄມ້ລະດູຮ້ອນ ແລະຕົ້ນໄມ້ຊະນິດທີ່ປ່ຽນສີໃນລະດູໃບໄມ້ຫລົ່ນ ບັນຍາກາດທັງໝົດນີ້ ຈະຂຶ້ນຢູ່ຕາມພູມີພາກຂອງປະເທດ.

ຍານາງພູທອນ ຊະນະມານ ແລະລູກເຕົ້າພາກັນເຮັດທຸລະກິດສວນປູກຕົ້ນໄມ້ຂາຍມີຊື່ວ່າ ເຣດບານ
(Red Barn Nursery) ມາເປັນເວລາກວ່າສອງທົດ ສະວັດຢູ່ເມືອງກລັນໂມຣາ (Glenmora) ໃນລັດຫລຸຍເຊຍນາ ຕັ້ງຢູ່ໃນ​ເຂດພາກກາງ​ຕອນໃຕ້ຂອງສະຫະລັດ. ເຂົາເຈົ້າສາມາດສ້າງລາຍໄດ້ປະມານສອງລ້ານໂດລາຕໍ່ປີກ່ອນຕັດຄ່າໃຊ້ຈ່າຍຕ່າງໆ. ຍານາງພູທອນ ເຈົ້າຂອງສວນປູກຕົ້ນໄມ້ ໄດ້ກ່າວກ່ຽວກັບການເຮັດທຸລະກິດດັ່ງກ່າວສູ່ ວີໂອເອ ຟັງດັ່ງນີ້:

ຍານາງ ພູທອນ ຊະນະມານ

Your browser doesn’t support HTML5

ເຊີນຟັງຍານາງພູທອນ ຊະນະມານ

ຍານາງອາມອນລັດ ແລະແມ່ ຍານາງພູທອນ ຊະນະມານ

ນາງອາມອນລັດ ຊະນະມານ ຜູ້ບໍລິຫານທຸລະກິດທົ່ວໄປ ໄດ້ກ່າວເຖິງຂັ້ນຕອນ ການຂາຍຍົກຕົ້ນໄມ້ສູ່ຟັງດັ່ງນີ້:

Your browser doesn’t support HTML5

ເຊີນຟັງຍານາງອາມອນລັດ ຊະນະມານ

ຕົ້ນໄມ້ທີ່ປູກສົ່ງອອກຂາຍຍົກ ທີ່ສວນ Red Barn Nursery

ຍານາງພູທອນ ໄດ້ກ່າວມ້ວນທ້າຍເຖິງລາຍໄດ້ລາຍຈ່າຍຂອງການບໍລິຫານ ສູ່ ວີໂອເອ ຟັງວ່າ:

Your browser doesn’t support HTML5

ເຊີນຟັງຍານາງພູທອນ ຊະນະມານ

ທຸລະກິດປູກຕົ້ນໄມ້ເປັນວຽກທີ່ເຮັດຢູ່ນອກ ຕາກແດດຕາກຝົນ ຊຶ່ງເປັນວຽກທີ່ຊາວອາເມຣິກັນໂດຍທົ່ວໄປບໍ່ມັກເຮັດ. ເພາະສະນັ້ນ ສວນຂອງຍານາງພູທອນ ຕ້ອງໄດ້ຂໍອະນຸຍາດ ຈາກກົມແຮງງານເພື່ອເອົາຊາວເມັກຊິກໂກ ທີ່ເປັນປະຊາ ຊົນປະເທດເພື່ອນບ້ານ ເຂົ້າມາຊ່ວຍເຮັດວຽກ. ນອກຈາກນັ້ນແລ້ວ ທຸລະກິດທຸກດັ່ງກ່າວນີ້ ມີການແຂ່ງຂັນກັນ ຕ້ອງຮູ້ຈັກບໍລິຫານ ຮູ້ຈັກລູກຄ້າ ເພື່ອຄວາມໝັ້ນຄົງ ແລະໃຫ້ດຳເນີນໄປດ້ວຍດີ.