ໃນລາຍການຊີວິດຊາວລາວ ໃນຕ່າງແດນຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບຍານາງຊູຫົົວ ໂບເວີນ ອາຍຸ 41 ປີ ຄົນອາເມຣິກັນເຊື້ອສາຍລາວ ຊຶ່ງໃນປັດຈຸບັນນີ້ຍານາງຊິວຫົວ ເປັນສະມາຊິກສະພາເມືອງແຊນ ລຽນໂດຣ (San Leandro) ໃນລັດຄາລິຟໍເນຍ.
Your browser doesn’t support HTML5
ເຊີນຟັງລາຍການຊີວິດຊາວລາວ
ຍານາງຊູຫົວ ໂບເວີນ ອາຍຸ 41 ປີ ຄົນອາເມຣິກັນເຊື້ອສາຍລາວອີກຄົນນຶ່ງ ທີ່ໄດ້ຮັບໃຊ້ຢູ່ໃນ ອົງການຈັດຕັ້ງທີ່ບໍ່ຫາຜົນກຳໄລ ຕະຫລອດໄລຍະການປະກອບວິຊາອາຊີບ. ຍານາງໄດ້ມີບົດບາດອັນສຳຄັນໃຫ້ເຫັນຫຼາຍໆຢ່າງໂດຍການຮັບໃຊ້ສັງຄົມທົ່ວໄປ. ຍານາງເປັນປາກສຽງໃຫ້ແກ່ສັງຄົມ ໂດຍສະເພາະ ໃຫ້ແກ່ພວກແມ່ຍິງ ເດັກນ້ອຍ ແລະຄອບຄົວທີ່ມີໂອກາດໜ້ອຍ.
ໃນເດືອນພະຈິກ ປີ 2022 ຍານາງຊູຫົວ ເປັນແມ່ຍິງຄົນເອເຊຍ ແລະຄົນອາເມຣິກັນເຊື້ອສາຍລາວ ຄົນທຳອິດທີ່ຖືກເລືກຕັ້ງເປັນສະມາຊິກສະພາເມືອງແຊນ ລຽນໂດຣ ເຂດ 5 ຕັ້ງຢູ່ກົງກັນຂ້າມອ່າວນະຄອນແຊນແຟຣນຊິສໂກ ລັດຄາລິຟໍເນຍ ຊຶ່ງຍານາງຊູຫົວ ໄດ້ອະທິບາຍເຖິງໜ້າທີ່ຄວາມຮັບຜິດຊອບຕໍ່ວີໂອເອ ຟັງ ດັ່ງນີ້”
ບັນດາຍາ່ດຄິພີ່ນ້ອງ ແລະເພື່ອນຝູງ ທີ່ໃຫ້ການສະໜັບສະໜູນ
Your browser doesn’t support HTML5
ເຊີນຟັງນາງຊິນຫົວ ໂບເວິນ
“ສະມາຊິກສະພາເມືອງແຊນ ລຽນໂດຣ ມີຢູ່ເຈັດຄົນ ພ້ອມດ້ວຍຜູ້ປົກຄອງເມືອງ. ຂ້າພະເຈົ້າເປັນຜູ້ຕາງໜ້າເຂດ 5 ພວກເຮົາມີໜ້າທີ່ດູແລ ຜູ້ບໍລິຫານເມືອງ ແລະທະນາຍຄວາມຂອງເມືອງ ໃນການບໍລິຫານເມືອງທັງໝົດ. ພວກເຮົາວາງນະໂຍບາຍ ເປັນຜູ້ຕາງໜ້າຊ່ວຍບໍລິການສະມາຊິກປະຊາຄົມ ພວກເຮົາຢູ່ໃນແຕ່ລະເຂດ ຂອງໃຜລາວໃນເມືອງແຊນ ລຽນໂດຣ. ຫລັງຈາກນັ້ນພວກຂ້າພະເຈົ້າພົບປະ ກັບຄະນະສະມາຊິກ ເພື່ອສົນທະນາວ່າ ຈະທຳການ ສ້າງສາຢ່າງໃດ. ປະຊາຊົນໃນເມືອງແຊນ ລຽນໂດຣ ມີຢູ່ປະມານ 95,000 ຄົນ ບໍ່ມີຊົນກຸ່ມໃຫຍ່ 38 ເປີເຊັນ ແມ່ນຄົນເອເຊຍທີ່ມາຈາກເຂດເອເຊຍປາຊິຟິກ ເພາະສະນັ້ນເກືອບ 40 ເປີເຊັນແມ່ນຄົນເຊຍ. ຄວາມຕ້ອງການອັນຮີບດ່ວນກໍຄືເຄຫະສະຖານທີ່ພັກເຊົາ ເມື່ອກ່າວເຖິງຄົນ ບໍ່ມີທີ່ຢູ່ອາໄສ ໂຄງຮ່າງ ແລະຄວາມປອດໄພສາທາລະນະ. ເທື່ອຫລ້າສຸດທີ່ພວກເຮົາໄດ້ນັບມີປະມານ 400 ກວ່າຄົນທີ່ບໍ່ມີທີ່ຢູ່ອາໄສ ໂຕເລກໄດ້ເພີ້ມຂຶ້ນ ນັບແຕ່ໄດ້ເກີດໂຄວິດ ຢູ່ໃນເຂດ Bay Area. ຢູ່ເມືອງແຊນ ລຽນໂດຣ ບໍ່ມີຄົນລາວຫລາຍ ໜ້າທີ່ວຽກການຂອງຂ້າພະເຈົ້າ ເປັນວຽກບໍ່ເຕັມເວລາ ແລະຂ້າພະເຈົ້າມີໜ້າທີ່ວຽກການຢູ່ກັບອົງການທີ່ບໍຫວັງຜົນກຳໄລ ແຫ່ງອື່ນ.”
ຍານາງສາຍສະໝອນ ພາພອນ ແມ່ນສະມາຊິກສັງຄົມເຊື້ອສາຍລາວຄົນນຶ່ງຢູ່ໃນເຂດເມືອງແຊນ ລຽນໂດຣ ແລະເປັນເພື່ອນຍານາງຊູຫົວ ຊຶ່ງໄດ້ກ່າວຕໍ່ ວີໂອເອ ດັ່ງນີ້:
Your browser doesn’t support HTML5
ເຊີນຟັງຍານາງສາຍສະໝອນ ພາພອນ
ຍານາງຊິວຫົວ ມີແຊລ ຈິງ ນ້ອງສາວຂອງຍານາງຊູຫົວ ແມ່ນຄົນລາວອາເມຣິກັນ ເກີດຢູ່ໃນສະຫະລັດ ຫາກໍສຳເລັດປະລິນຍາເອກຈາກ ມະຫາວິທະນາໄລຮາເວີດ ຝ່າຍການສຶກສາ ແລະຕັ້ງຖິ່ນຖານຢູ່ເມືອງແຊນ ລຽນໂດຣ ໄດ້ກ່າວມ້ວນທ້າຍ ກ່ຽວກັບເອື້ອຍຂອງຍານາງສູ່ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງຍານາງຊຽວຫົວ ໃຮແຊລ ຈິງ