ນາຍົກລັດຖະມົນຕີຂອງລາວ ທ່ານສອນໄຊ ສີພັນດອນ ໄດ້ຮັບມອບ ຕຳແໜ່ງປະທານວຽນໃຫ້ຄົນຕໍ່ໄປຂອງອາຊຽນ ຈາກປະທານາທິບໍດີອິນໂນເນເຊຍ ທ່ານໂຈໂກ ວີໂດໂດ ໃນຕອນທ້າຍຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ທີ່ນະຄອນຫຼວງຈາກາຕາ ເມື່ອວັນທີ 7 ກັນຍາ ປີ 2023 ອີງຕາມຖະແຫຼງຂ່າວຂອງອາຊຽນ-ອິນໂດເນເຊຍ ແລະອົງການຂ່າວຫວຽດນາມ .
ປະທານາທິບໍດີວີໂດໂດ ກ່າວວ່າ “ມັນເຖິງເວລາແລ້ວທີ່ຈະຕ້ອງມອບການເປັນປະທານໃຫ້ແກ່ ສປປ ລາວ. ຂໍໃຫ້ພວກເຮົາຈົ່ງສືບຕໍ່ ເສີມຂະຫຍາຍການເຮັດວຽກແລະການຮ່ວມມືກັນເພື່ອໃຫ້ອາຊຽນມີຄວາມວັດທະນາຖາວອນ ແລະໂລກກາຍເປັນບ່ອນທີ່ດີຂຶ້ນ ສຳລັບທຸກໆຄົນ.
ນາຍົກລັດຖະມົນຕີລາວ ທ່ານສອນໄຊ ສີພັນດອນ ໃຫ້ຄຳໝັ້ນສັນຍາວ່າ ທ່ານ ຈະສືບຕໍ່ ຊຸກຍູ້ຜົນສຳເລັດທີ່ອິນໂດເນເຊຍໄດ້ຮັບມາ ໃນລະຫວ່າງການເປັນປະທານຂອງປະເທດດັ່ງກ່າວ.
ນອກນັ້ນ ທ່ານຍັງໄດ້ກ່າວຢ້ຳວ່າ ໃນຖານະປະທານວຽນຂອງອາຊຽນປີ 2024 ລາວຈະເພັ່ງເລັງໃສ່ການຊຸກຍູ້ການເຊື່ອມຕໍ່ ເປີດໂອກາດໃຫ້ມີການຮ່ວມມືແລະແກ້ໄຂບັນຫາທ້າທາຍຕ່າງໆຢູ່ໃນໂລກທີ່ພວມມີການປ່ຽນແປງເມື່ອເວົ້າເຖິງດ້ານພູມີສາດການເມືອງ.
“ພວກເຮົາຍັງຈະສືບຕໍ່ເສີມຂະຫຍາຍການເຊື່ອມຕໍ່ ຫຼຸດຜ່ອນຊ່ອງຫວ່າງການພັດທະນາໃນບັນດາປະເທດສະມາຊິກຂອງອາຊຽນ ຊຸກຍູ້ຄວາມເປັນກາງທາງດ້ານຄາບ່ອນ ແລະຜັກດັນໃຫ້ມີການຫັນປ່ຽນໄປສູ່ດີຈີໂຕ ຢູ່ໃນຂົງເຂດ” ທ່ານສອນໄຊກ່າວ.
ນາຍົກລັດຖະມົນຕີສອນໄຊຍັງໄດ້ກ່າວວ່າ ສປປ ລາວ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືກັບທຸກໆປະເທດສະມາຊິກແລະພາຄີຂອງອາຊຽນ ເພື່ອຄ້ຳປະກັນຄວາມສຳເລັດ ໃນການເປັນປະທານວຽນອາຊຽນຂອງລາວ. ທ່ານກ່າວວ່າ “ພວກເຮົາຫວັງວ່າຈະໄດ້ຕ້ອນຮັບບັນດາທ່ານທຸກໆຄົນໄປຢ້ຽມຢາມ ສປປ ລາວ.”
ອາຊຽນ ທີ່ສ້າງຕັ້ງຂຶ້ນມາ ໃນປີ 1967 ແມ່ນປະກອບດ້ວຍບຣູນາຍ ກຳປູເຈຍ ອິນໂດເນເຊຍ ລາວ ມາເລເຊຍ ມຽນມາ ຟີລິບປິນ ສິງກະໂປ ໄທ ແລະຫວຽດນາມ.
ASEAN Indonesia/VNA