ໃນຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບເຈົ້າຂອງຮ້ານອາ ຫານ ປາແດກ ທ່ານບຸນ ແລະຍານາງແສງ ຫລວງລາດ ທີ່ປະສົບຜົນສຳເລັດ ໃນການເຮັດທຸລະກິດຮ້ານອາຫານລາວ ຢູ່ໃນເຂດນະຄອນຫລວງວໍຊິງຕັນ ຊຶ່ງແຕ່ກ່ອນ ຮ້ານອາຫານປາແດກເປັນຮ້ານນ້ອຍໆ ບັດນີ້ ໄດ້ຂະຫຍາຍເປັນຮ້ານທີ່ໃຫຍ່ ໂອ່ໂຖງ ລົງທຶນເກີືອບນຶ່ງລ້ານໂດລາ ແລະກິ່ງສະຫວັນ ຈະນຳມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍການຊີວິດຊາວລາວ ຂອງ ວີໂອເອ
ຮ້ານອາຫານ ທີີ່ມີຊື່ເປັນສັນຍາລັກຂອງລາວໄດ້ປາກົດໃຫ້ເຫັນຂຶ້ນມາຢູ່ໃນຫຼາຍ ລັດທົ່ວສະຫະລັດອາເມຣິກາ ເພື່ອບໍລິການລູກຄ້າທີ່ສ່ວນໃຫຍ່ ບໍ່ແມ່ນຄົນລາວ. ບັນດາເຈົ້າຂອງຮ້ານອາຫານລາວ ບໍ່ມີຄວາມເປັນຫ່ວງອີກແລ້ວວ່າຈະບໍ່ມີລູກຄ້າເຂົ້າມານັ່ງຮັບປະທານ ເພາະຢ້ານວ່າລູກຄ້າຊາວຕ່າງປະເທດບໍ່ລື້ງເຄີຍ ກັບອາ ຫານ ແລະບໍ່ຮູ້ວ່າປະເທດລາວນັ້ນຢູ່ໃສ.
ຢູ່ເຂດນະຄອນຫລວງວໍຊິງຕັນ ມີຮ້ານອາຫານທີ່ມີຊື່ເປັນສັນຍາລັກຂອງລາວຢູ່ສີ່ຮ້ານຄື ຮ້ານຕິບເຂົ້າ ແລະຮ້ານລາວອິນທາວ (Lao in Town) ຕັ້ງຢູ່ໃນ ນະ ຄອນຫລວງວໍຊິງຕັນ. ຮ້ານເມັດເຂົ້າ ຢູ່ເມືອງຟອລເຊີສ ແລະຮ້ານປາແດກ ຢູ່ເມືອງອາລິງຕັນ ທາງພາກເໜືອຂອງລັດເວີຈີເນຍ ທີ່ຕິດກັບຊາຍແດນນະຄອນ ຫລວງວໍຊິງຕັນ. ຮ້ານປາແດກເຄີຍເປັນຮ້ານນ້ອຍໆ ແລະໄດ້ຮັບຄວາມນິຍົມຊົມຊອບຫລາຍທີ່ສຸດຈາກລູກຄ້າທີ່ບໍ່ແມ່ນຄົນລາວ. ບັດນີ້ຮ້ານປາແດກໄດ້ຍ້າຍຈາກສະຖານທີ່ເດີມ ແລະຂະຫຍາຍກິດຈະການ ກາຍເປັນຮ້າຍທີ່ໂອ່ໂຖງ ຊຶ່ງທ່ານບຸນ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງທ່ານບຸນ ຫລວງລາດ
ຍານາງແສງ ຫລວງລາດ ເຈົ້າຂອງຮ້ານອາຫານ ເປັນແມ່ຄົວທີ່ມີຊື່ສຽງດ້ານປຸງແຕ່ງອາຫານລາວ ແລະຮູ້ຈັກກັນດີໃນວົງການສາກົນ. ຍານາງໄດ້ຮັບໃບຍ້ອງໃນວົງການຮ້ານອາຫານ ແລະປາກົດໂຕຢູ່ໂທລະພາບເປັນປະຈຳ. ຍານາງແສງກ່າວວ່າ ມີຄວາມລຳບາກຫລາຍທີ່ຈະຊອກຫາແຮງງານຄົນລາວມາເຮັດວຽກຢູ່ໃນຮ້ານອາຫານ ເພາະມີຄົນລາວໜ້ອຍ ເປັນວຽກທີ່ບໍ່ໄດ້ຢູ່ໄດ້ເຊົາ. ເພາະສະນັ້ນຕ້ອງໄດ້ອາໄສຄົນຊາດອື່ນທີ່ຕ້ອງການເຮັດວຽກ ແລະໄດ້ສິດສອນໃຫ້ເຂົາ ເຈົ້າປະຕິບັດຕາມຫລັກສູດປຸງແຕ່ງອາຫານລາວ ຊຶ່ງຍານາງແສງ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງຍານາງແສງ ຫລວງລາດ
ຍານາງວອນ ແກ້ວບົວລາ ມີປະສົບການເຮັດທຸລະກິດຮ້ານອາຫານ ມາເປັນເວ ລາກວ່ານຶ່ງທົດສະວັດ ຢ່າງເປັນຜົນສໍາເລັດຢູ່ໃນລັດຄາໂລໄລນາເໜືອ ແລະບັດນີ້ໄດ້ມາປະກອບພາກສ່ວນຢູ່ຮ້ານຮ້ານອາຫານປາແດກ. ຍານາງວອນໄດ້ອະທິ ບາຍເຖິງການບໍລິຫານສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງຍານາງວອນ ແກ້ວບົວລາ
ການເຮັດທຸລະກິດຮ້ານອາຫານພື້ນເມືອງຂອງໂລກຢູ່ໃນສະຫະລັດ ບໍ່ໄດ້ໝາຍຄວາມວ່າ ຕ້ອງແມ່ນຄົນຊາດນັ້ນເປັນຜູ້ປຸງແຕ່ງ ແຕ່ບັດນີ້ໄດ້ກາຍມາເປັນຄົນຊາດອື່ນ ຊຶ່ງອາຫານພື້ນເມືອງລາວໄດ້ຕົກຢູ່ໃນກໍລະນີດຽວກັນ. ບັນດານັກທຸ
ລະກິດຮ້ານອາຫານກ່າວວ່າ ຈະຫລີກຫລ່ຽງການຖືກຕິຊົມລົດຊາດອາຫານນັ້ນແມ່ນບໍ່ໄດ້ເດັດຂາດ. ເຄັດລັບທີ່ເປັນຫລັກຖານຂອງຜົນສຳເລັດນັ້ນກໍຄືມີພວກລູກຄ້າມາສະໜັບສະໜູນ ນັ່ງຮັບປະທານຢູ່ເປັນປະຈຳ.