Iຄື້ນຄວາມຮ້ອນ ໄດ້ເຄື່ອນເຂົ້າປົກຄຸມສອງລັດຂອງອິນເດຍ ທີ່ມີລາຍງານວ່າ ເຮັດໃຫ້ມີຜູ້ເສຍຊີວິດໄປຈຳນວນນຶ່ງ ໃນໄລຍະສອງສາມມື້ທີ່ຜ່ານມານີ້ ອານຈາຣາ ປາຣິສຊາ ມີລາຍງານ ຊຶ່ງທິບສຸດາ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບ ການສັນຍາຂອງລັດຖະບານອິນເດຍ ທີ່ຈະເອົາບາດກ້າວເພື່ອແກ້ໄຂບັນຫາການເສຍຊີວິດ ທີ່ພົວພັນກັບຄວາມຮ້ອນ
ໃນຂະນະທີ່ຄື້ນຄວາມຮ້ອນ ເຄື່ອນເຂົ້າປົກຄຸມສອງລັດຂອງອິນເດຍທີ່ເຮັດໃຫ້ມີຜູ້ເສຍຊີວິດໄປຈຳນວນນຶ່ງນັ້ນ ລັດຖະບານກ່າວວ່າ ຕົນຈະເອົາບາດກ້າວເພື່ອບໍ່ໃຫ້ມີຜູ້ບາດເຈັບລົ້ມຕາຍເພີ້ມຕື່ມ ຍ້ອນການອອກໄປຕາກແດດດົນໂພດທີ່ເອີ້ນວ່າ Heatstroke ແລະຊ່ວບັນເທົາຜົນກະທົບຈາກການຖີບໂຕສູງຂຶ້ນຂອງອຸນຫະພູມ.
ໃນໄລຍະສອງສາມປີທີ່ຜ່ານມານີ້ ຄື້ນຄວາມຮ້ອນທີ່ໄດ້ຮັບແຮງກົດດັນຈາກການປ່ຽນແປງຂອງດິນຟ້າອາກາດ ໄດ້ທະວີຄວາມຮ້າຍແຮງຂຶ້ນ ຢູ່ໃນບໍລິເວນສ່ວນໃຫຍ່ຂອງປະເທດອິນເດຍ ອີງຕາມພວກນັກຊ່ຽວຊານ.
ໃນອາທິດແລ້ວນີ້ ມີຫຼາຍກວ່າ 100 ຄົນລາຍງານວ່າໄດ້ເສຍຊີວິດຢູ່ໃນສອງລັດທີ່ມີພົນລະເມືອງຫຼາຍທີ່ສຸດໃນພາກເໜືອ ແລະພາກຕາເວັນອອກຂອງປະເທດ ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີສ່ວນກ່ຽວຂ້ອງກັບອຸນຫະພູມທີ່ສູງຂຶ້ນກາຍ 42 ອົງສາແຊລເຊີສຫຼືບໍ່.
ຜູ້ຄົນ ພາກັນຢືນຕໍ່ຄິວ ເພື່ອລົງຖະບຽນເຂົ້າໂຮງໝໍນອກເມືອງ Ballia, ລັດ Uttar Pradesh, ອິນເດຍ, ວັນຈັນ ທີ 19 ມິຖຸນາ 2023.
ຢູ່ລັດອຸດຕາ ປຣະເດັສ (Utta Pradesh) ເຈົ້າໜ້າທີ່ກ່າວວ່າ ເຂົາເຈົ້າພວມສືບສວນເບິ່ງວ່າ ການເສຍຊີວິດຂອງ 68 ຄົນທີ່ສົ່ງໄປປິ່ນປົວທີ່ໂຮງໝໍລັດຖະບານ ໃນເມືອງບາລລີອາ (Ballia) ມີການກ່ຽວຂ້ອງ ກັບຄື້ນຄວາມຮ້ອນ ຫຼືບໍ່. ການເສຍຊີວິດແມ່ນມີຂຶ້ນພາຍໃນໄລຍະຫ້າມື້ ແຕ່ວັນພະຫັດຫາວັນຈັນ.
ທີ່ລັດພິຫານ (Bihar) ເຈົ້າໜ້າທີ່ກ່າວວ່າ ຄວາມຮ້ອນທີ່ຖີບໂຕສູງຂຶ້ນເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ໃນຂະນະທີ່ ອີກຈຳນວນຫຼາຍຄົນ ໄດ້ຖືກສົ່ງໄປຮັກສາປິ່ນປົວຍ້ອນອາການບໍ່ສະບາຍທີ່ພົວພັນກັບຄວາມຮ້ອນ.
ລັດຖະມົນຕີກະຊວງສາທາລະນະສຸກຂອງອິນເດຍ ທ່ານມານຊຸກ ມາດາວີຢາ ກ່າວໃນວັນອັງຄານແລ້ວນີ້ວ່າ “ຈະມີການຈັດແຈງໃນທຸກລະດັບ ເພື່ອໃຫ້ການຄຸ້ມຄອງຕໍ່ຊີວິດຂອງຄົນທົ່ວໆໄປ. ພວກເຮົາຢາກໃຫ້ມີການຄ້ຳປະກັນວ່າ ບໍ່ມີຜູ້ໃດເສຍຊີວິດຍ້ອນສະພາບອາກາດທີ່ຮ້ອນເອົ້າຈົນເກີນໄປ.”
ທ່ານກ່າວວ່າ ສະພາຄົ້ນຄວ້າການແພດອິນເດຍ ຫຼື ICMR ຈະຮ່າງແຜນການທັງໃນໄລຍະຍາວແລະໄລຍະສັ້ນ ເພື່ອຫຼຸດຜ່ອນຜົນກະທົບຈາກຄື້ນຄວາມຮ້ອນ
ໃຫ້ໜ້ອຍທີ່ສຸດ. ສະພາ ICMR ແມ່ນອົງການຄົ້ນຄວ້າແຖວໜ້າໃນດ້ານນີ້ຂອງອິນເດຍ.
ນອກນັ້ນ ຍັງມີການສົ່ງເຈົ້າໜ້າທີ່ໄປ ລັດອຸດຕາ ປຣະເດຣສ ແລະພິຫານ ເພື່ອຊ່ວຍລັດທັງສອງດ້ວຍການຮັບມືທາງດ້ານສາທາລະນະສຸກ. ເຈົ້າໜ້າທີ່ຢູ່ໃນລັດທັງສອງ ກໍໄດ້ອອກຄຳເຕືອນໃຫ້ພວກຜູ້ເຖົ້າຜູ້ແກ່ແລະພວກທີ່ມີບັນຫາສຸຂະພາບ
ຢູ່ແຕ່ໃນເຮືອນ ລະຫວ່າງຕອນກາງເວັນ.
ພວກນັກຊ່ຽວຊານເຕືອນວ່າ ອຸນຫະພູມທີ່ຖີບໂຕສູງຂຶ້ນ ຢູ່ໃນບໍລິເວນສ່ວນໃຫຍ່ຂອງອິນເດຍ ໃນຊຸມເດືອນລະດູຮ້ອນ ແຕ່ເດືອນເມສາ ຫາພຶດສະພາ ເປັນອັນຕະລາຍຕໍ່ສຸຂະພາບສຳລັບຫຼາຍໆລ້ານຄົນຢູ່ໃນປະເທດທີ່ມີພົນລະເມືອງ 1 ພັນ
400 ລ້ານຄົນ.
ປະຊາຊົນສ່ວນໃຫຍ່ຍັງບໍ່ມີເຄື່ອງປັບອາກາດ. ສ່ວນຢູ່ຕາມຫົວເມືອງທີ່ແອອັດນັ້ນ ຕຶກອາຄານທີ່ເຮັດດ້ວຍຊິເມນ ແລະຖະໜົນຫົນທາງແມ່ນເກັບຄວາມຮ້ອນ ຊຶ່ງເຮັດໃຫ້ສະພາບອຸນຫະພູມສູງຂຶ້ນນັ້ນ ຮ້າຍແຮງກວ່າເກົ່າ.
ພວກທີ່ມີຄວາມຫຼໍ່ແຫຼມຫຼາຍທີ່ສຸດແມ່ນພວກທີ່ມີລາຍໄດ້ຕ່ຳຫຼາຍໆລ້ານຄົນທີ່ເຮັດວຽກຢູ່ຂ້າງນອກ ແຮງງານກໍ່ສ້າງ ຍູ້ລໍ້ຂາຍເຄື່ອງກິນຫຼືບໍ່ກໍແກ່ລໍ້ໃນເຂດເທດສະບານ ແລະແຮງງານກະສິກຳ ຢູ່ໃນເຂດຊົນນະບົດ ທີ່ກວ້າງໃຫຍ່ຂອງປະເທດ. ອິນເດຍບໍ່ມີກົດໝາຍທີ່ຈະຈຳກັດການອອກແຮງງານໃນຍາມຕອນບບ່າຍ.
ພວກນັກຊ່ຽວຊານ ກ່າວວ່າ ຄື້ນຄວາມຮ້ອນມີຜົນກະທົບຢ່າງຮ້າຍແຮງ ຕໍ່ສຸຂະພາບຂອງມະນຸດ. “ປະມານ 400 ລ້ານຄົນ ເປັນຖານຕ່ຳສຸດຂອງປີຣາມີດແລະສຸຂະພາບຕະຫຼອດທັງສະພາບອາຫານຂອງພວກເຂົາເຈົ້າ ແມ່ນບໍ່ເໝາະສົມ ທີ່ຈະຕ້ານທານກັບອີກລະດັບນຶ່ງຂອງສະພາບອາກາດ ທີ່ເປັນອັນຕະລາຍຕໍ່ສຸຂະພາບ. ພວກເຂົາເຈົ້າເຫຼົ່ານີ້ ແມ່ນປະຊາຊົນທີ່ຕົກຢູ່ໃນຄວາມຫຼໍ່ແຫຼມ” ອັນຈາລ ປຣາກາສ ຜູ້ຊ່ວຍສາສະດາຈານດ້ານຄລີນິກ ພ້ອມທັງເປັນຜູ້ອຳນວຍການຄົ້ນຄວ້າ ທີ່ສະຖາບັນນະໂຍບາຍສາທາລະນະ ພາດທີ.
ທ່ານຊີ້ໃຫ້ເຫັນວ່າ ການຖິ້ມໂທດໃສ່ຄວາມຮ້ອຍໃນການເສຍຊີວິດ ບໍ່ແມ່ນເລື້ອງງ່າຍເລີຍ ຍ້ອນອຸນຫະພູມທີ່ສູງຂຶ້ນມັກຈະມີຜົນກະທົບຕໍ່ພວກຜູ້ຄົນທີ່ມີບັນຫາສຸ
ຂະພາບຢູ່ແລ້ວ.
ຍັງມີຄຳຖາມຢູ່ກ່ຽວກັບສາເຫດທີ່ພາໃຫ້ມີການເສຍຊີວິດພາຍໃນໄລຍະບໍ່ເທົ່າໃດມື້ທີ່ຜ່ານມານີ້. ໃນຂະນະທີ່ເຈົ້າໜ້າທີ່ສາທາລະນະສຸກ ໃນລັດອຸດຕາ ປຣະເດສ ກ່າວຕໍ່ພວກນັກຂ່າວ ໃນວັນສຸກອາທິດແລ້ວນີ້ວ່າ ຄວາມຮ້ອນອາດຈະມີສ່ວນໃນການເສຍຊີວິດຂອງ 25 ຄົນ ແຕ່ຕໍ່ມາ ຫົວໜ້າສາທາລະນະສຸກຂອງລັດ ທ່ານ ບຣາເຈສ ປາທັກ ເອີ້ນວ່າ “ມັນເປັນຄຳເວົ້າທີ່ຂາດຄວາມລະມັດລະວັງ” ແລະເວົ້າໄປໂດຍ “ບໍ່ມີຂໍ້ມູນພຽງພໍ ແລະທ່ານກ່າວວ່າ ເຈົ້າໜ້າທີ່ກຳລັງສືບສວນກ່ຽວກັບສາເຫດຂອງການເສຍຊີວິດຢູ່. ເຈົ້າໜ້າທີ່ກ່າວວ່າ ສ່ວນໃຫຍ່ຂອງຜູ້ເສຍຊີວິດ ແມ່ນພວກຜູ້ເຖົ້າ ທີ່ມີບັນຫາດ້ານສຸຂະພາບຢູ່ແລ້ວ.
ໃນເດືອນເມສາຜ່ານມາ ມີ ໑໑ ຄົນເສຍຊີວິດຍ້ອນ Heatstroke ຫຼັງຈາກໄປຮ່ວມພິທີທີ່ຈັດຂຶ້ນຢູ່ຂ້າງນອກ ທ່າມກາງແສງແດດທີ່ຮ້ອນຈັດໃນລັດມະຫາຣາສຕຣາ.
ພວກນັກຊ່ຽວຊານກ່າວວ່າ ອຸນຫະພູມທີຮ້ອນເອົ້າ ອາດຮ້າຍແຮງຂຶ້ນຕື່ມ ໃນອີກສອງສາມປີຕໍ່ໜ້າ ຂະນະທີ່ສະພາບໂລກຮ້ອນ ໄດ້ຂັບດັນໃຫ້ເກີດໄພພິບັດຕ່າງໆ ນັບແຕ່ລົມພາຍຸໄຊໂຄຣນ ຄື້ນຄວາມຮ້ອນ ໄປຫາໄພນ້ຳຖ້ວມ.