ພາສາອັງກິດ ແລະພາສາຈີນ ເປັນທີ່ນິຍົມສຳ​ລັບນັກຮຽນນັກສຶກສາ ໃນ ສປປ ລາວ

  • ກິ່ງ​ສະຫວັນ ປະ​ຖັມມະ​ວົງ

ເດັກນ້ອຍນັກຮຽນຢູ່ຊົນນະບົດ ບ່ອນທີ່ ນາງປ່າໃຫຍ່ມົວ ຢາກອາສາສະໝັກ ຕັ້ງສູນກາງສອນພາສາອັງກິດ

ການຮຽນພາສາອັງກິດແລະພາສາຈີນ ກຳລັງເປັນທີ່ນິຍົມສຳ​ລັບພວກຊາວໜຸ່ມຢູູ່ໃນ ສປປ ລາວ ໂດຍສະເພາະຢູ່ມະຫາວິທະຍາໄລເອກກະຊົນ ທີ່ນາງປ່າໃຫຍ່ມົວ ຊົນເຜົ່າມົ້ງ ອາຍຸ 22 ປີ ກຳລັງຮຽນຢູ່ມະຫາວິທະຍາໄລ Lao Top ປີທີສາມ ໄດ້ກ່າວກ່ຽວກັບການຮຽນພາສາອັງກິດ ສູ່ ວີໂອເອ ຟັງດັ່ງນີ້:

Your browser doesn’t support HTML5

ເຊີນຟັງນາງປ່າໃຫ່ຍມົວ

ປັດຈຸບັນນີ້ເປັນທີ່ສັງເກດໄດ້ວ່າ ພວກເດັກນ້ອຍທີ່ບັນດາພໍ່ແມ່ຜູ້ປົກຄອງມີຄວາມສາມາດດ້ານການເງິນ ແມ່ນພາກັນສົ່ງພວກລູກໆໄປເຂົ້າໂຮງຮຽນເອກກະຊົນ ທີ່ມີນາຍຄູມາຈາກຕ່າງປະເທດ ສິດສອນພາສາອັງກິດ. ພວກເດັກນ້ອຍເຫລົ່ານີ້ ສາມາດປາກພາສາອັງກິດໄດ້ດີ ແລະມີສຳນຽງຕ່າງປະເທດຢ່າງບໍ່ໜ້າເຊື່ອ.

ນາງປາໃຫຍ່ມົວ ສາມາດໂອ້ລົມກັບ ວີໂອເອ ເປັນພາສາອັງກິດ ໄດ້ດີສົມຄວນ ນາງກ່າວຕໍ່ໄປອີກວ່າ ຖ້າຫາກນາງບໍ່ສາມາດສືບຕໍ່ການສຶກສາໄດ້ ນາງຈະເປັນອາສາສະໝັກ ຕັ້ງໂຮງຮຽນຢູ່ເຂດຊົນນະບົດ ເປັນອາຈານສອນພາສາອັງກິດໃຫ້ ແກ່ພວກເດັກນ້ອຍທຸກຈົນ ທີ່ຄອບຄົວບໍ່ມີເງິນຈ້າງຮຽນພາສາອັງກິດ.