ດຣ. ອໍາມະລາ ແຄນແທຣ​ລ ເຈົ້າຂອງຄລິນິກປິ່ນປົວຄອບຄົວ ຢູ່ເມືອງແຈັກສັນວິລ ລັດຟລໍຣິດາ

  • ກິ່ງ​ສະຫວັນ ປະ​ຖັມມະ​ວົງ

ດັອກເຕີ ອຳມະລາ ແຄນແທຣວ

ໃນລາຍການຊີວິດຊາວລາວຂອງ ວີໂອເອ ສຳລັບວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ດຣ. ອຳມະລາ ແຄນແທຣລ ນາຍໝໍປະຈຳຄອບຄົວ ແລະປິ່ນປົວຄົນທົ່ວໄປ. ດຣ. ອຳມະລາ ເປັນເຈົ້າຂອງ Cantrell Medical Clinic ຢູ່ເມືອງແຈັກເສິນວີລ ໃນລັດຟລໍຣິດາ ບໍລິການປິ່ນປົວຄົນທົ່ວໄປມາໄດ້ 15 ປີແລ້ວ. ດຣ. ອຳມະລາ ແມ່ນໃຜ ມາ ຈາກໃສ ແລະດ້ວຍເຫດໃດຈຶ່ງໄດ້ເປີດຄລິນິກ ບໍລິການດ້ານປີ່ນປົວສຸຂະພາບ ຢ່າງເປັນຜົນສຳເລັດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ.

Your browser doesn’t support HTML5

ເຊີນຟັງລາຍການຊີວິດຊາວລາວ

ດຣ. ອຳມະລາ ສໍຜາບມີໄຊ ເກີດຢູ່ເມືອງໂພນໂຮງ ແຂວງວຽຈັນ ທ່ານນາງສຳເລັດການສຶກສາ ດັອກເຕີ ຝ່າຍການແພດ ຈາກມະຫາວິທະຍາໄລ Martin Luther University ທີ່ປະເທດເຢຍຣະມັນຕາເວັນອອກ. ໃນປີ 1987 ທ່ານນາງໄດ້ເດີນທາງເຂົ້າມາສະຫະລັດ ແລະໄດ້ສ້າງຄອບຄົວກັບຄົນອາເມຣິກັນ ເພາະສະນັ້ນຈຶ່ງໄດ້ໃສ່ນາມສະກຸນ Contrell ແລະເປັນຊື່ທຸລະກິດ “Cantrell Medical Clinic” ປິ່ນປົວຄົນທົ່ວໄປຢູ່ເມືອງ Jacksonville ລັດ ຟລໍລິດາ ມາຈົນເຖິງປັດຈຸບັນ.

ເຖິງແມ່ນວ່າ ດຣ. ອຳມະລາ ສຳເລັດປະລິນຍາເອກຝ່າຍການແພດມາຈາກປະເທດເຢຍຣະມັນແລ້ວກໍຕາມ ແຕ່ເວລາມາຕົກຢູ່ໃນສະຫະລັດ ທ່ານນາງຕ້ອງໄດ້ໃຊ້ເວລາຮໍາຮຽນອີກ ເພື່ອສອບເສັງເອົາໃບປະກາດສະນີຍະບັດການແພດຂອງສະຫະລັດ. ຫລັງຈາກສອບເສັງຜ່ານ ຕ້ອງໄດ້ເຝິກອົບຮົມ ໃຊ້ເວລາ ສັງ ເກດການເຮັດວຽກ ຫລື residency ຢູ່ໂຮງໝໍມະຫາວິທະຍາໄລຟລໍລິດາ ເປັນເວລາສາມປີ ແລ້ວຈຶ່ງສາມາດປະຕິບັດໜ້າທີ່ດ້ວຍຕົນເອງ.ດັອກເຕີ ອຳມະລາ ໄດ້ກ່າວເຖິງການບໍລິຫານຄລິນິກຂອງທ່ານສູ່ ວີໂອເອ ຟັງດັ່ງນີ້:

Your browser doesn’t support HTML5

ເຊີນຟັງ ດຣ ອຳມະລາ ແຄນແທຣວ


ດັອກເຕີ ອຳມະລາ ເຖິງແມ່ນປະສົບຜົນສຳເລັດດ້ານການສຶກສາ ປະກອບອາຊີບຫາຢູ່ຫາກິນ ແລະຕັ້ງຊີວິດໃໝ່ຢູ່ໃນສະຫະລັດ ແຕ່ທ່ານນາງບໍ່ໄດ້ຫລົງລືມທີມາຂອງຕົນ ໂດຍໄດ້ເດີນທາງໄປຢ້ຽມຢາມປະເທດລາວ ແລະໃຫ້ການຊ່ວຍເຫລືອເທົ່າທີ່ຄວນຢູ່ເປັນປະຈຳ ດັ່ງທີ່ທ່ານນາງກ່າວຕໍ່າໄປວ່າ:

Your browser doesn’t support HTML5

ເຊີນຟັງ ດຣ ອຳມະລາ ແຄນແທຣວ

ທ່ານພູແກ້ວ ວົງສຸທິ ແມ່ນຜູ້ນຶ່ງທີ່ໄດ້ໄປກວດສຸຂະພາບປະຈຳປີກັບ ດຣ. ອຳມະລາ ທ່ານໄດ້ກ່າວຖິງຄວາມຊ່ຽວຊານການປິ່ນປົວຕໍ່ ວີໂອເອ ດັ່ງນີ້:

Your browser doesn’t support HTML5

ເຊີນຟັງທ່ານພູແກ້ວ ວົງສຸທິ

ຍານາງຄຣິສຕິນ ຄຸນຄຳ ກໍແມ່ນອີກຄົນນຶ່ງທີ່ໄດ້ໄປກວດສຸຂະພາບປະຈຳປີ ແລະໄດ້ຍ້ອງຍໍກວ່າເຖິງຄວາມສາມາດຂອງ ດຣ. ອຳມະລາ ດັ່ງນີ້:

Your browser doesn’t support HTML5

ເຊີນຟັງຍານາງກຣິສຕິນ ຄຸນຄຳ

ຄລິນິກຂອງ ດຣ. ອຳມະລາ ມີພະນັກງານຢູ່ຫ້າຄົນ ນາງພະຍາບານ ຮ່ວມທັງ ດຣ. ອຳມະລາ ເປັນເຈົ້າຂອງ ແລະຜູ້ອຳນວຍການ. ນອກຈາກປິ່ນປົວຄົນປ່ວຍທີ່ມາຢ້ຽມຢາມຄລິນິກແຕ່ລະວັນແລ້ວ ທີມຂອງ ດຣ ອຳມະລາ ຍັງມີໜ້າທີ່ດູແລ ປິ່ນປົວບັນດາຜູ້ເຖົ້າຢູ່ບ່ອນຟື້ນໂຕ (Rehabilitation) ແລະເຮືອນດູແລຄົນຊະລາ (Nursing Home.)