ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳວັນພະຫັດມື້ນີ້ ເຮົາຈະພາທ່ານໄປພົບກັບຊາວຝຣັ່ງເຊື້ອສາຍລາວຢູ່ ກາແຢນເມືອງເອກຂອງກີຢານາ ດິນແດນຂອງປະເທດຝຣັ່ງ ຢູ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອ ແຄມມະຫາສະໝຸດແອັດແລນຕິກຂອງອາເມຣິກາໃຕ້. ຄົນຝຣັ່ງເຊື້ອສາຍລາວ ທີ່ພາກັນຕັ້ງຖິ່ນຖານທຳມາຫາກິນຢູ່ທີ່ນີ້ ແມ່ນຊາວມົ້ງ ຕິດຕາມດ້ວຍລາວລຸ່ມ ແລະໄທດຳ. ຊາວຝຣັ່ງເຊື້ອສາຍລາວເຫລົ່ານີ້ ເປັນມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍການຊີວິດຊາວລາວ
ກາແຢນ (Cayenne) ແມ່ນເມືອງເອກ ຂອງກີຢານາ ຊຶ່ງເປັນດິນແດນໂພ້ນທະເລຂອງຝຣັ່ງ ຕັ້ງຢູ່ແຄມຝັ່ງມະຫາສະໝຸດອັດແລນຕິກຂອງອາເມຣິກາໃຕ້ ທີ່ເລີ້ມເປັນຫົວເມືອງຂຶ້ນແຫ່ງທຳອິດຂອງຊາວຢູໂຣບໃນຊຸມປີ 1604. ກາ
ແຢນ ປາກພາສາຝຣັ່ງ ຕົກມາເຖິງຊຸມປີ 1977 ໄດ້ເລີ້ມມີຊາວອົບພະຍົບອິນດູຈີນ ໂດຍສະເພາະຊາວມົ້ງຫລາຍຮ້ອຍຄອບຄົວກຸ່ມທຳອິດ ຈາກປະເທດລາວ ໄດ້ຖືກລັດຖະບານຝຣັ່ງ ນຳເຂົາເຈົ້າເຂົ້າມາຕັ້ງຖິ່ນຖານຢູ່ທີ່ນີ້ ເນື່ອງຈາກພູມີອາກາດທີ່ຄ້າຍຄືກັນກັບຢູ່ປະເທດລາວ. ຫລັງຈາກນັ້ນຕໍ່ມາໄດ້ມີຄອບຄົວລາວລຸ່ມຈຳນວນນຶ່ງຈາກເຂດນະຄອນຫລວງປາຣີ ໄດ້ຕິດຕາມາ ປັດຈຸບັນມີຢູ່ 40 ຄອບຄົວ ແລະຄອບຄົວໄທດຳ 3 ຄອບຄົວ. ກາແຢນ ມີພູຜາປ່າດົງ ອາກາດຮ້ອນຕະຫລອດປີ ເໝາະສົມໃນການປູກພຶດຜັກ ແລະ ໝາກໄມ້ຕ່າງໆຄືດັ່ງຢູ່ປະເທດລາວ. ເພາະສະນັ້ນການທຳມາຫາກິນສ່ວນໃຫຍ່ຂອງເຊື້ອສາຍເຜົ່າລາວເຫລົ່ານີ້ ແມ່ນເຮັດຮົ້ວສວນ ຊຶ່ງລັດຖະບານຝຣັ່ງ ໄດ້ອະນຸມັດດິນດອນ ໃຫ້ເຂົາເຈົ້າເປັນບ່ອນປູກຝັງທຳມາຫາກິນ ປຸກສ້າງເຮືອນຊານ ຢູ່ໄດ້ຕາມໃຈຊອບ ແລະບໍ່ມີກົດລະບຽບທີ່ເຄັ່ງຄັດ.
ທ່ານບັນນາວົງ ຈັນສະແຫວງ ແມ່ນຜູ້ນຶ່ງທີ່ເຄີຍໄດ້ທຳມາຫາກິນ ຢູ່ໃນເຂດນະຄອນຫລວງປາຣີ ປະເທດຝຣັ່ງ ເປັນເວລາກວ່າສິບປີ ກ່ອນໄດ້ຕັດສິນໃຈຍ້າຍມາຢູ່ ກາແຢນ ຊຶ່ງທ່ານໄດ້ເລົ່າເຫດຜົນສູ່ ວີໂອເອ ຟັງດັ່ງນີ້:
ທ່ານບັນນາວົງ ຈັນສະແຫວງ
Your browser doesn’t support HTML5
ເຊີນຟັງ ທ່ານບັນນາວົງ ຈັນຍາແສງ
ທ່ານເຕີມ ໂລວັນ ແມ່ນຊົນເຜົ່າໄທດຳ ໃນຈຳນວນສາມຄອບຄົວເທົ່ານັ້ນ ທີ່ໄດ້ຍົກຍ້າຍຈາກນະຄອນຫລວງປາຣີ ເຂົ້າມາຕັ້ງຖິ່ນຖານຢູ່ກາແຢນເປັນເວລາສິບກວ່າປີທີ່ຜ່ານມາ. ທ່ານເຕີມ ເປັນນັກທຸລະກິດຮ້ານອາຫານ ແລະ ທີ່ພັກເຊົາ ຊຶ່ງທ່ານເຕີມ ໄດ້ອະທິບາຍສູ່ຟັງດັ່ງນີ້:
ພີ້ນ້ອງເຜົ່າໄທດຳ ເຈົ້າຂອງຮ້ານອາຫານ ແລະໂຮງແຮມ
Your browser doesn’t support HTML5
ເຊີນຟັງທ່ານບຸນເຕີມ ໂລວັນ
ຍ່າປ້າດວງຈັນ ຈັນສະແຫວງ ອາຍຸ 81 ປີ ເດີນທາງຈາກະເທດຝຣັ່ງ ມາຢ້ຽມຢາມລູກຊາຍ ແລະໄດ້ຕັດສິນຢູ່ກາແຢນ ມາໄດ້ຊາວກວ່າປີແລ້ວ. ຍາປ້າດວງຈັນກ່າວວ່າ ມັກຫລາຍເພາະອາກາດບໍ່ໜາວ ທຸກຢ່າງຄືກັບຢູ່ເມືອງລາວ ແຕ່ເສຍຢ່າງດຽວທີ່ບໍ່ມີວັດວາອາຮາມ. ຄອບຄົວຄົນລາວບໍ່ຫລາຍບພໍທີ່ຈະອູ້ມຊູນຳເອົາພະສົງ ແລະສ້າງວັດວາອາຮາມ ຊຶ່ງຍາປ້າດວງຈັນ ກ່າວສູ່ຟັງດັ່ງນີ້:
ເຊີນຟັງຍ່າປ້າດວງຈັນ ຈັນສະແຫວງ
Your browser doesn’t support HTML5
ເຊີນຟັງຍ່າປ້າດວງຈັນ ຈັນສະແຫວງ
ການຕັ້ງຊີວດໃໝ່ຂອງເຊື້ອສາຍລາວຢູ່ກາແຢນ ກີຢານາ ປະກອບດ້ວຍ ເຜົ່າມົ້ງທີ່ເປັນຄົນກຸ່ມໃຫຍ່ ລອງລົງມາແມ່ນລາວລຸ່ມ ແລະໄທດຳ. ການຕັ້ງຖິ່ນຖານໃນໄລຍະ 46 ປີ ທີ່ຜ່ານມາ ໄດ້ພິສູດໃຫ້ເຫັນຜົນສຳເລັດ. ໂດຍສະເພາະສ້າງເສດຖະກິດດ້ານກະສິກຳ ໃຫ້ແກ່ທ້ອງຖິ່ນ ແລະດຳລົງຊີວິດດ້ວຍຄວາມສະຫງົບສຸກ.