ກຸ່ມ​ແກັ່ງ​ອາ​ດ​​ຊະ​ຍາ​ກຳ​ຈີນ ມີ​ອິດ​ທິ​ພົນ​ຫລາຍ​ຂຶ້ນ​ນັບ​ມື້ ຍ້ອນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ​ຢູ່​ເບື້ອງ​ຫລັງ

  • ຊົງຣິດ ໂພນເງິນ

ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໄທ ອະ​ທິ​ບາຍ​ການ​ຈັບ​ກຸມ​ກຸ​່ມ​ອາດ​ຊະ​ຍາ​ກຳ

ກຸ່ມ​ແກັ່ງ​ອາ​ດຊະ​ຍາ​ກຳ​ຈີນ ມີ​ອິດ​ທິ​ພົນ​ຫລາຍ​ຂຶ້ນ​ນັບ​ມື້ ຍ້ອນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢູ່​ເບື້ອງ​ຫລັງ ໂດຍ​ບັນ​ດາ​ນັກ​ການ​ເມືອງຫລື​ຜູ້​ທີ່​ມີ​ອຳ​ນາດ ແລະ​ອິດ​ທິ​ພົນ​ທາງ​ການ​ເມືອງຂອງ​ປະ​ເທດ ໃນ​ເຂດ​ລຸ່ມແມ່​ນ້ຳ​ຂອງ ຊຶ່ງ​ຊົງ​ລິດ​ ໂພນ​ເງິນ ມີລາຍງ​ານ​ຈາກ​ບາງກອກ.

Your browser doesn’t support HTML5

ເຊີນ​ຟັງ​ລາຍ​ການ​ເມືອງ​ລາວ​ໃນ​ປັດ​ຈຸ​ບັນ

ທ່ານ​ຣັງ​ສີ​ມັນ ໂຣ​ມ ສະ​ມາ​ຊິກ​ລັດ​ຖະສະ​ພາໄທ ຖະ​ແຫລງວ່າ​ການ​ທີ່ກຸ່ມ​ແກັ່ງ​ອາດ​ຊະ​ຍາ​ກອນຈີນ ສາ​ມາດ​ສ້າງ​ເຄື່ອ​ຂ່າຍດຳ​ເນີນ​ທຸ​ລະ​ກິດ​ຜິດ​ກົດ​ໝາຍໄດ້​ຢ່າງກວ້າງ​ຂວາງ​ຢູ່​ໃນເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ໃນ​ປັດ​ຈຸ​ບັນນີ້ກໍ​ຍ້ອນ​ວ່າ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ​ຢູ່​ເບື້ອງ​ຫລັງ ໂດຍ​ບັນ​ດາ​ນັກ​ການ​ເມືອງ ຫລື​ຜູ້​ທີ່​ມີ​ອຳ​ນ​າດ ແລະ​ອິດ​ທິ​ພົນ​ທາງ​ການ​ເມືອງ​ຂ​ອງ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ເປັນ​ສຳ​ຄັນ ຊຶ່ງ​ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ດັ່ງ​ກ່າວ​ນີ້ ກໍ​ຍັງ​ເຮັດ​ໃຫ້​ແກັ່ງ​ອາດ​ຊະ​ຍາກອນ​ຈີນ​ສາ​ມາດ​ຟອກ​ເງິນ ທີ່​ໄດ້​ຈາກ​ທຸ​ລະ​ກິດ​ຜິດ​ກົດ​ໝາຍ​ໄດ້​ຢ່າງ​ງ່າຍ​ດາຍ​ອີກ​ດ້ວຍ ໂດ​ຍ​ບໍ່​ວ່າ​ຈະ​ເປັນ​ການ​ຟອກ​ເງິນ​ທີ່ໄດ້ຈາກການ​ຄ້າ​ຢາ​ເສບ​ຕິດ ການ​ຄ້​າ​ມະ​ນຸດ ການ​ຄ້າ​ຂາຍ​ໜີ​ພາ​ສີແລະ​ການ ​ທຸດ​ຈະ​ລິດ​ຕ່າງໆກໍ​ຕາມ ລ້ວນ​ແຕ່​ສາ​ມາດນຳ​ມາ​ຜ່ານ​ຂະ​ບວນ​ການ​ຟອກ​ເງິນ​ໄດ້​ດ້ວຍ ການ​ສ້າງ​ຕັ້ງ​ບໍ​ລິ​ສັດ​ຂຶ້ນ​ມາດຳ​ເນີນ​ທຸ​ລະ​ກິ​ດ​ຖືກ​ກົດ​ໝາຍ​ເຊັ່ນ ການ​ທ່ອ​ງ​ທ່ຽວ ແລະ​ສະ​ຖານ​ທີ່​ໃຫ້ບໍ​ລິ​ການ​ບັນ​ເທີງ​ຕ່າງໆ​ຢ່າງ​ຄົບ​ວົງ​ຈອນ ເພື່ອ​ປົກ​ປິດທຸ​ລະ​ກິດ​ທີ່ກົດ​ໝາຍ​ນັ້ນ ຖື​ເປັນ​ບັນ​ຫາ​ທີ່​ຮຸນ​ແຮງ​ຂຶ້ນ​ນັບ​ມື້ ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ໂດຍ​ສະ​ເພາະ​ໃນ​ປ​ະ​ເທດ​ໄທ​ນັ້ນ ແກັ່ງ​ອາດ​ຊະ​ຍາ​ກອນຈີນ​ກໍໄດ້​ເຂົ້າ​ມາ​ພົວ​ພັນເຖິງ​ພາຍ​ໃນລັດ​ຖະ​ສະ​ພາ​ໄທ​ແລ້ວ ​ໃນ​ປັດ​ຈຸ​ບັນ​ນີ້ ດັ່ງ​ທີ່​ທ່າ​ນ​ຣັງ​ສີ​ມັນ ໂຣມ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

​"ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັ​ນ​ກຳ​ລັງ​ເປັນ​ບັນ​ຫາ​ຂອງ​ປະ​ເທດ​ໄທ ຂອງ​ເຮົາ​ແທ້ໆ ແລ້ວ​ມັນ​ກໍ​ເຊື່ອມ​ໂຍງ​ໄປ​ກັບ​ກຸ່ມ​ຢາ​ເສບ​ຕິດ ທີ່​ຢູ່​ຝັ່ງມຽນ​ມ​າ ເຊື່ອມ​ໂຍງ​ໄປ​ກັບ​ກຸ່ມ​ຄົນ​ຈີນ ທີີ່ເດີມທີ່​ກ່ອນ​ໜ້າ​ນີ້​ກໍ​ໄປ​ຫາ​ກິນ​ທີ​ປະ​ເທດ​ອື່ນ ແລ້ວ​ພໍ​ໄປ​ຫາ​ກິນ​ທີ່​ປະ​ເທດ​ອື່ນ​ບໍ່​ໄດ້​ກຳ​ພະ​ຍາ​ຍາມ​ບຸກ​ເຂົ້າ​ມາ​ປະ​ເທ​ດ​ໄທ ກຸ່ມ​ທຶນ​ຈີນ​ບາງ​ກຸ່ມ​ມາ​ຢ້ຽມ​ກໍ​າ​ມາ​ທິ​ການ​ Entertainment Complex ຊຶ່ງ​ເປັນກຳ​ມາ​ທິ​ການທີ່ໃຫຍ່​ຫລາຍ ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຕິດ​ວ່າ ​ມື້​ນີ້​ເຮົາ​ເຫັນ​ກຸ່ມ​ທຶນ​ຄົນ​ຈີນ​ເຂົ້າ​ມາ​ກ່ຽວ​ພັນ​ກັບ​ສະ​ພາ ກ່ຽວ​ພັນ​ກັບ​ອຳ​ນາດ​ຂອ​ງປ​ະ​ເທດ​ໄທ.”

ກ່ອນ​ໜ້າ​ນີ້ ທ່ານ​ສຸ​ວິດ ກະມົ​ນ​ວິ​ສິດ ນັກ​ທຸ​ລະ​ກິດ​ສະ​ຖາ​ນບັນ​ເທີງ ແລະ​ອະ​ດີດ​ວຸດ​ທິ​ສະ​ມາ​ຊິກ​ໄທ ຖະ​ແຫລງວ່າບ່ອນກາ​ຊິ​ໂນ King Roman ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດສາມ​ຫລ່ຽມ​ຄຳ ເມືອງ​ຕົ້ນ​ເຜີ້ງ​ໃນ​ແຂວງ​ບໍ່​ແກ້ວ​ນັ້ນ ນອກ​ຈາກ​ຈະ​ເປັນ​ບ່ອນ​ຮອງ​ຮັບນັກ​ຫລິ້ນ​ການ​ພະ​ນັນຈາກ​ຈີນ​ແລ້ວ ກໍ​ຍັງ​ເປັນ​ບ່ອນ​ຮອງ​ຮັບ​ຢາ​ບ້າ ແລະ​ຢາ​ໄອ ທີ່​ລັກ​ລອບ​ຂົນ​ມາ​ກັບ​ເຮືອ​ສິນ​ຄ້າ​ໃນ​ແມ່​ນ້ຳ​ຂອງ​ອີກ​ດ້​ວຍ ໂດຍ​ຢາ​ເສບ​ຕິດ​ດັ່ງ​ກ່າວກໍ​ຈະ​ຖືກ​ຂົນ​ຖ່າຍ​ລົງ​ຈາກ​ເຮືອເພື່ອ​ເກັບ​ໄວ້​ທີ່​ບ່ອນກາ​ຊິ​ໂນ King Roman ຈຶ່ງ​ຖື​ວ່າ​ຜູ້​ລົງ​ທຶນ​ກໍ​ຄື ທ່ານ​ຈ້າວ ເຫວ່ຍ ນັກ​ທຸ​ລະ​ກິດຈີນ​ນັ້ນ​ ມີ​ສ່ວນ​ພົວ​ພັນ​ໂດຍ​ກົງ​ກັບ​ກາ​ນ​ຄ້າ​ຢາ​ເສບ​ຕິດ ທັງ​ຍັງ​ພວ​ພັນ​ກັບ​ແ​ກັ່ງ​ອາດ​ຊະ​ຍາ​ກອນ​ອີກ​ດ້ວຍ ຫາກ​ແຕ່​ວ່າ ທ່ານ​ຈ້າວ ເຫ​ວ່ຍ ກໍ​ໄດ້​ປະ​ຕິ​ເສດຕໍ່​ການ​ກ່າວ​ຫາ​ດັ່ງ​ກ່າວ ໂດຍ​ຢືນ​ຢັນ​ວ່າບໍ່​ມີ​ການ​ຄ້າ​ຢາ​ເສບ​ຕິດ ແລະ​ໄດ້​ມີ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ ພາຍ​ໃຕ້​ກົດ​ໝາຍ​ໃນ ​ລ​າວ​ຢ່າງ​ຄົບ​ຖ້ວນ ແຕ່​ຢ່າງ​ໃດ​ກໍ​ຕາມ​ເຂດ​ເສດຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ ກໍ​ນັບ​ເປັນ​ເຂດ​ທີ່​ມີ​ອາດ​ຊະ​ຍາ​ກຳ​ເກີດ​ຂຶ້ນ​ຫລາຍ​ທີ່​ສຸດ​ໃນ​ລາວ ໂດຍ​ສ​ະ​ເພາະ​ແມ່ນ​ອາດ​ຊະ​ຍາ​ກຳ​ກ່ຽວ​ກັບ​ການ​ຄ້າ​ຜິດ​ກົດ​ໝາຍ​ນັ້ນ ດັ່ງ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ງົບ​ໃນ​ແຂວງ​ບໍ່​ແກ້ວ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ການກວດ​ກາ ແລະ​ປະ​ຕິ​ບັດ​ມາດ​ຕະ​ການ​ຕໍ່​ຜູ້ນຳ​ເຂົ້າ​ຍານ​ພາ​ຫາ​ນະ ທີ່​ບໍ່​ຖືກ​ຕ້ອງ​ຫັ້ນ ໄດ້​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ເລີ້ມ​ແຕ່ວັນ​ທີ 18 ຕຸລາ 2021 ພວກ​ເຮົາ​ໄດ້​ແກ້​ໄຂ​ລົດທັງ​ໝົດ​ຫັ້ນ​ໄດ້ 1,557 ຄັນ ສາ​ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານ​ໄດ້​ທັງ​ໝົດ 31.9 ​ຕື້ ແລະ​ນອກ​ຈາກ​ນັ້ນ​ແລ້ວ ພວກ​ເຮົາ​ກະ​ໄດ້​ສືບ​ຕໍ່ ໃນ​ການ​ແກ້​ໄຂ​ລົດ 157 ຄັນ ຢູ່​ໃນ​ຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ ພວກ​ເຮົາ​ກະ​ໄດ້​ຮ່ວມ​ກັບ​ປະ​ເທດ​ໄກ້​ຄຽງ​ໃນ​ການ​ວາງ​ແຜນ​ວຽກ ແກ້​ໄຂ​ການ​ນຳ​ເຂົ້າ ​ສົ່ງ​ອອກ ແລະ​ການ​ແລກ​ປ່ຽນ​ສິ​ນ​ຄ້າ​ຕ່າງໆ ທັງ​ໝົດ​ໃຫ້​ຫັນ​ສູ່​ລະ​ບຽບ​ກົດ​ໝາຍ.”

ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ແຂວງ​ບໍ່​ແກ້ວ ຢືນ​ຢັນ​ດ້ວຍ​ວ່າ ຕຳ​ຫລວດ​ລາວ​ໄດ້​ໄດ້​ຈັບ​ອາດ​ຊະ​ຍາ​ກອນຈີນ​ທີ່​ກະ​ທຳ​ຄວາມ​ຜິດ​ໃນ​ລາວ ແລະ​ໄດ້​ສົ່ງ​ໂຕ​ໄປ​ໃຫ້​ຕຳ​ຫລວດ​ຈີນກວ່າ 1,600 ຄົນ ທີ່​ສໍ້​ໂກງ​ຊາວ​ຈີນ 2,500 ກວ່າ​ກໍ​ລະ​ນີ ຄິດ​ເປັນ​ມູນ​ຄ່າ​ເສຍ​ຫາຍ​ເກີນກວ່າ 2,700 ລ້ານຢວນ ສ່ວນ​ການ​ປະ​ສານ​ງານ​ລະ​ຫວ່າງ​ທາງ​ການ​ຕຳ​ຫລວດ​ຈີນ ແລະ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວ ກໍ​ສາ​ມາດ​ໃຫ້​ການ​ຊ່ວຍເຫ​ລືອ​ແມ່​ຍິງ​ລາວ ທີ່​ຕົກ​ເປັນ​ເຫຍື່ອ​ການ​ຄ້າ​ມະ​ນຸດ​ໃນ​ຈີນ​ໄດ້ 270 ກວ່າ​ຄົນ​ໃນ​ຊ່ວງ​ປີ 2020 ຫາ 2022 ທີ່​ຜ່ານ​ມາ.

ສ່ວນ​ພົນ​ຕຳ​ຫລວດ​ໂທ​ທິ​ລະ​ພົບ ພູ​ລິ​ເດດ ​ຜູ້​ບັນ​ຊາ​ການ​ຕຳ​ຫລວດ ສອບ​ສວນ​ກາງ​ຂອງ​ໄທ ກໍ​ຖະ​ແຫລງຍອມ​ຮັບ​ວ່າ​ການ​ປາບ​ປາມ​ແກັ່ງອາດ​ຊະ​ຍາ​ກອນ​ຈີນ ສາ​ມາດ​ປະ​ຕິ​ບັດການ​ໄດ້​ຢ່າງ​ຈຳ​ກັດ ​ເນື່ອງ​ຈາກ​ແກັ່ງ​ອາດ​ຊະ​ຍາ​ກອນ​ຈີນ ມີ​ເຄືອ​ຂ່າຍ​ຢ່າງ ກວ້າງ​ຂວາງ ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ຈຶ່ງ​ສາ​ມາດ​ລົບ​ໜີ​ຈາກ​ການ​ຈັບ​ກຸມ​ຈາກ​ປະ​ເທດ​ນຶ່ງ​ໄປ​ອີກ​ປະ​ເທດ​ນຶ່ງ​ໄດ້​ຕະ​ຫລອດ​ເວ​ລາ ໂດຍ​ຈະ​ເຫັນ​ໄດ້​ຈາກ​ປະ​ຕິບັດ​ການ​ຂອງ​ທາງ​ຕຳ​ຫລວດ​ໄທ ທີ່​ສາ​ມາດ​ຈັບ​ກຸມ​ໄດ້​ສະ​ເພາະ​ຄົນ​ໄທ ທີ່​ຮວມ​ກະ​ທຳ​ຜິດ​ກັບ​ແກັ່ງ​ອາດ​ຊະ​ຍາ​ກອນຈີນ ໃນ​ໄ​ລ​ຍະ​ທີ່​ຜ່ານ​ມາ.