ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາຈະພາທ່ານໄປພົບກັບ ຍານາງອະນາສອນ ສີຣິວົງໄຊ ອາຈານສອນປະຫວັດສາດໂລກ ປະຫວັດສາດສະຫະລັດ ແລະພູມີສາດທາງອອນລາຍ ພ້ອມດ້ວຍຄວາມຄິດເຫັນຂອງນັກວິຊາການແລະ ຜູ້ປົກຄອງນັກຮຽນ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ອະນາສອນ ສີລິວົງໄຊ
Your browser doesn’t support HTML5
ເຊີນຟັງລາຍການຊີວິດຊາວລາວ
ຍານາງອະນາສອນ ສີຣິວົງໄຊ ແມ່ນອາຈານສອນຢູ່ໃນຫ້ອງຮຽນ ສອນປະຫວັດສາດໂລກ ປະຫວັດສາດສະຫະລັດ ແລະພູມີສາດ ຢູ່ໃນເຂດໂຮງຮຽນຫລວງ ຂອງນະຄອນອັດແລນຕາ ລັດຈໍເຈຍ ທາງພາກໃຕ້ໄປທາງທິດຕາເວັນອອກຂອງສະຫະລັດ. ບັດນີ້ຍານາງອະນາສອນ ໄດ້ປ່ຽນການສອນຈາກຫ້ອງຮຽນ ມາເປັນທາງອອນລາຍ ໃຫ້ແກ່ພວກນັກຮຽນຊັ້ນມັດທະຍົມປາຍ ໃນໂຮງຮຽນຫລວງຢູ່ສອງຄື ລັດເທັກຊັສ ແລະລັດຫລຸຍເຊຍນາ.
ຢູ່ໃນສະຫະລັດອາເມຣິກາ ແຕ່ລະລັດມີຫລັກສູດການສອນນັກຮຽນບໍ່ຄືກັນ ແລະຕ້ອງຜ່ານການຮັບຮູ້ຈາກກະຊວງສຶກສາປະຈຳແຕ່ລະລັດ. ການຮຽນທາງອອນລາຍ Proximity Learning ແມ່ນລະບົບການສຶກສາທີ່ຕັ້ງຂຶ້ນມາໄດ້ 10 ປີ ທີ່ຜ່ານມາ. ໂຄງການນີ້ປະກອບດ້ວຍ ກຸ່ມອະດີດຫົວໜ້າໂຮງຮຽນ ນາຍຄູ ແລະນັກວິຊາການດ້ານການສຶກສາ. ເຂົາເຈົ້າໄດ້ຕັ້ງຫລັກສູດການສອນໃຫ້ແກ່ພວກນັກຮຽນ ທີ່ກຳລັງຮຽນຢູ່ໂຮງຮຽນມັດທະຍົມ ທີ່ເປັນພວກນັກຮຽນສະຫລາດວ່ອງໄວຖືກຂັດເລືອກເຂົ້າມາຮຽນທາງອອນລາຍ ໂດຍທີ່ບໍ່ມີນາຍຄູປະຈຳຢູ່ໃນຫ້ອງຮຽນ ແຕ່ສອນຜ່ານທາງຄອມພິວເຕີຈາກບ້ານ. ຍານາງອະນະສອນ ໄດ້ອະທິບາຍກ່ຽວກັບໂຄງ ການສອນດັ່ງກ່າວສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງຍານາງອະນາສອນ ສີຣິວົງໄຊ
ລະບົບການສອນທາງອອນລາຍນີ້ ພວກນັກຮຽນຕ້ອງໄປປະຈຳຢູ່ໂຮງຮຽນເຂົາເຈົ້າ. ເມື່ອຮອດເວລາຮຽນ ເຂົາເຈົ້າພາກັນເຊັນເຂົ້າທາງຄອມພິວເຕີທີ່ເຫັນໜ້ານາຍຄູ ແລະນາຍຄູກໍເຫັນໜ້າພວກນັກຮຽນ ຊຶ່ງຍານາງອະນະສອນ ກ່າວວ່າ:
Your browser doesn’t support HTML5
ເຊີນຟັງຍານາງອະນາສອນ ສີຣິວົງໄຊ
ສ່ວນ ດຣ. ຊຳລອງ ອິນທະລີ ແມ່ນນັກວິຊາການດ້ານການສຶກສາຄົນນຶ່ງ ແລະມີປະສົບການສອນນັກຮຽນມາເປັນເວລາກວ່າສາມທົດສະວັດ. ທ່ານນາງໄດ້ອະທິບາຍເພີ້ມເຕີມກ່ຽວກັບໂຄງການສອນພິເສດທາງອອນລາຍວ່າ ນັກຮຽນພວກນີ້ ມີພອນສະຫວັນ ຮຽນເກັ່ງ ກ້າວໜ້າ ແລະຮຽນຂ້າມຫ້ອງ ຊຶ່ງທ່ານນາງກ່າວວ່າ:
Your browser doesn’t support HTML5
ເຊີນຟັງ ດຣ. ຊຳລອງ ອິນທະລີ
ທ່ານບັນດິດ ກອງມະນີເພັດ ຜູ້ປົກຄອງທີ່ພາກພູມໃຈ ມີລູກສາວສອງຄົນ ທີ່ຮຽນເກັ່ງ ແລະໄດ້ຮັບເຂົ້າຮຽນຢູ່ມະຫາວິທະຍາໄລທີ່ມີຊື່ສຽງ ແລະຄ່າຮຽນແພງ ຢູ່ທີ່ມະຫາວິທະຍາໄລ ອັອຟ ຊາວເທີນຄາລິຟໍເນຍ (University of Southern California) ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງທ່ານບັນດິດ ກອງມະນີເພັດ
ຍານາງອະນາສອນ ສີຣິວົງໄຊ ສຳເລັດປະລິນຍາຕີຝ່າຍ ປະຫວັດສາດໂລກ ພູມີສາດ ແລະພາສາອັງກິດ ຈາກມະຫາວິທະຍາໄລອິສເທີນ ນິວເມັກຊິໂກ ໃນປີ 1994 ແລະປະລິນຍາໂທຝ່າຍຜູ້ນຳການສຶກສາ (Education Leadership) ຊຶ່ງປັດຈຸບັນນີ້ ໄດ້ຖືກຄັດເລືອກເຂົ້າ ມາສອນທາງອອນລາຍ.