ທ່ານຜູ້ຟັງທີ່ເຄົາລົບ ໃນໂອກາດບຸນຄຣິສມາສ ວັນອາທິດ ທີ 25 ທັນວາ ຈະມາເຖິງນີ້ ຊຶ່ງເປັນບຸນອັນຍິງໃຫຍ່ຂອງຊາວຕຄຣິສຕຽນ ທີ່ສະຫລອງກັນຢູ່ທົ່ວໂລກ. ເພາະສະນັ້ນ ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ ມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຊາວລາວຢູ່ໃນສະຫະລັດອາເມຣິກາ ນິວຊີແລນ ແລະປະເທດຝຣັ່ງ ມາສະເໜີທ່ານກ່ຽວກັບວ່າ ພວກເພີ່ນພາກັນສະຫລອງກັນຢ່າງໃດ ຊຶ່ງກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່.
Your browser doesn’t support HTML5
ສາດສະໜາຄຣິສ ແມ່ນສາດສະໜາທີ່ຍິ່ງໃຫຍ່ ແລະມີປະຊາກອນນັບຖືອັນດັບ ນຶ່ງຢູ່ໃນໂລກ. ຮອງລົງມາແມ່ນສາດສະໜາອິສລາມ ແລະຕິດຕາມກັນໄປຕາມ ລໍາດັບ. ເພາະສະນັ້ນ ໃນວັນທີ 25 ທັນວາຂອງແຕ່ລະປີ ບັນດາຜູ້ທີ່ນັບຖືສາດສະໜາຄຣິສໃນທົ່ວໂລກ ກໍພາກັນສະຫຼອງບຸນວັນເກີດພະເຍຊູເຈົ້າ ອັນເປັນບຸນໃຫຍ່ປະຈຳປີ. ພໍແຕ່ລະດູການນີ້ມາເຖິງບໍ່ວ່າຄົນທີ່ນັບຖືສາດສະໜາໃດໆກໍຕາມ ເກືອບວ່າຈະຫຼີກລ່ຽງອິດທິພົນການສະຫຼອງບຸນອັນຄຶກຄຶ້ນນີ້ບໍ່ໄດ້ເດັດຂາດເພາະ ບັນຍາກາດປົກຄຸມໄປດ້ວຍສຽງເພງ ແສງສີ ບ້ານເຮືອນ ແລະຖະໜົນຫົນທາງຖືກຕົກແຕ່ງຢ່າງງົດງາມ. ເວລານີ້ແມ່ນລະດູການ ຊື້ຂາຍ ແລກປ່ຽນຂອງຂວັນ ແລະດື່ມກັນຢ່າງຄຶກຄື້ນ. ເວລານີ້ ຜູ້ຄົນພາກັນເດີນທາງໄປຢ້ຽມຢາມຖາມຂ່າວ ຍາດຕິພີ່ນ້ອງ ເພື່ອນຝູງທີ່ຢູ່ໃກ້ ແລະໄກ. ໃນອີກນຶ່ງອາທິດຕໍ່ມາກໍຈະເປັນການສົ່ງທ້າຍປີເກົ່າ 2022 ແລະຕ້ອນຮັບປີໃໝ່ 2023 ທີ່ກໍາລັງກ້າວເຂົ້າມາ.
ບັດນີ້ເຮົາຈະພາທ່ານຟັງຄຳອະທິບາຍຂອງ ສິດຍາພິບານບຸນທະນົງສອນ ຜານມະນີວົງປະຈຳໂບດລາວແບບຕິສ (Lao Baptist Church) ທີ່ນະຄອນໂມບິລ ລັດອາລສາບາມາ ຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ ຊຶ່ງທ່ານໄດ້ກ່າວເຖິງພິທີສະຫລອງບຸນຣິສມັສ ຕໍ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ທ່ານບຸນເຫລື່ອມ ວັນນາທີ ຊາວນິວຊິແລນເຊື້ອສາຍລາວ ທີ່ນັບຖືສາດສະໜາພຸດ ຢູ່ນະຄອນອອກແລນ ປະເທດນິວຊີແລນ ໄດ້ກ່າວເຖິງການສະຫລອງບຸນ ຄຣິສມັສ ສູ່ ວີໂອເອ ຟັງວ່າ ປະຊາຄົມລາວເພີ່ນປະຕິບັດກັນຢ່າງໃດຢູ່ໃນປະເທດນິວຊິແລນ:
Your browser doesn’t support HTML5
ຍາປ້າຄຳແພງ ປ້ອງພິມຄຳ ຊາວຝຣັ່ງເຊື້ອສາຍລາວ ຢູ່ນະຄອນຫລວງປາຣີ ນັບຖືສາດສະໜາຄາໂທລິກ ໄດ້ອະທິບາຍເຖິງພິທີສະຫລອງບຸນໂນແອລ ຫລື ຄຣິສມັສ ທີ່ຊາວຝຣັ່ງປະຕິບັດກັນສູ່ ວີໂອເອ ຟັງວ່າ:
Your browser doesn’t support HTML5
ນາງຄຣິສຕີ ຜຸຍມະນີວົງ ນັບຖືສາດສະໜາພຸດ ຕັ້ງຖິ່ນຖານຢູ່ລັດເທັກຊັສ ມີຄອບຄົວໃຫຍ່ ໄດ້ລູກໄດ້ຫລານ ແລະເຫລັນ ໄດ້ໃຫ້ເຫດຜົນສູ່ ວີໂອເອ ຟັງວ່າ ເປັນຫຍັງຈຶ່ງສະຫລອງບຸນຄຣິສມັສມາບໍ່ໄດ້ຂາດ ຊຶ່ງນາງຕຣິສຕີ ໄດ້ກ່າວວ່າ:
Your browser doesn’t support HTML5
ນັ້ນແມ່ນບັນດາຊາວອາເມຣິກັນ ນິວຊີແລນ ແລະຝຣັ່ງ ທີ່ເປັນເຊື້ອສາຍລາວຢູ່ຕ່າງປະເທດ ກຳລັງຫ້າງຫາການສະຫຼອງບຸນຄຣິສມັສ ປີ 2022 ທີ່ກຳລັງຈະມາເຖິງໃນ ວັນອາທິດ ວັນທີ 25 ທັນວາ ນີ້. ສຸກສັນວັນຄຣິສມັສ ແດ່ທ່ານຜູ້ຟັງທຸກໆທ່ານ ກິ່ງສະຫວັນ ປະຖັມມະວົງ ວີໂອເອ.