ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງ ວີໂອເອ ປະຈຳວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ທ່ານຂິນຖາວອນ ບຸນພາພົມ ເຈົ້າຂອງຮ້ານຂາຍໄອສະຄຣີມ PK Sweet Home ຢູ່ເມືອງ Clear Water Beach ຕັ້ງຢູ່ແຄມອ່າວແທມປາ ລັດຟລໍຣິດາ ທີ່ໄດ້ເຮັດທຸລະກິດນີ້ມາໄດ້ກວ່າສິບປີແລ້ວ ແລະສ້າງລາຍໄດ້ດີສົມຄວນ ແລະ ການສ້າງທຸລະກິດຂອງ ທ່ານຂິນຖາວອນ ເປັນມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຮ້ານຂາຍໄອສະຄຣິມ PK Sweet Home
ທ່ານຂີນຖາວອນ ບຸນພາພົມ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນເຂດເມືອງແທມປາ ລັດຟລໍຣິດາ ສະຫະລັດອາເມຣິກາ ໃນປີ 1993 ແລະທ່ານໄດ້ເລີ້ມປະກອບອາຊີບຫລາຍໆຢ່າງກ່ອນທີ່ໄດ້ຕັດສິນໃຈມາເຮັດທຸລະກິດເປີດຮ້ານຂາຍ ໄອສະຄຣີມ ຂະໜາດນ້ອຍໃນປີ 2000 ຊຶ່ງທ່ານໄດ້ຮັບຄຳແນະນຳຈາກເພື່ອນຄົນລາວທີ່ໃກ້ສິດ. ຮ້ານໄອສະຄຣີມ ຂອງທ່ານຂິນຖາວອນ ຕັ້ງຢູ່ແຄມອ່າວແທມປາ ໃນລັດຟລໍຣິດາ ມີບັນຍາກາດດີ ແລະເປັນສະຖານທີ່ເໝາະສົມທີ່ສຸດ ເພາະມີອາກາດອົບອຸ່ນຕະຫລອດປີ ມີນັກທ່ອງທ່ຽວ ແລະຜູ້ຄົນພາກັນມາເລາະຫລິ້ນຢູ່ຕາມຫາດຊາຍ ອາບແດດ ແລະອາບນ້ຳຢູ່ບໍ່ຂາດ ຊຶ່ງທ່ານຂິນຖາວອນ ໄດ້ກ່າວຄວາມເປັນມາສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ຮ້ານຂາຍໄອສະຄຣິມ PK Sweet Home
ຮ້ານ PK Sweet Home ໄອສະຄຣີມ ມີຫລາຍລົດຊາດ ຜະລິດຈາກຫລາຍໆບໍລິສັດຢູ່ທົ່ວສະຫະລັດ ສາມາດເລືອກຊື້ມາຂາຍ ເພື່ອໃຫ້ພວກລູກຄ້າເລືອກກິນໄດ້ຕາມສະບາຍ. ໃນຂະນະດຽວກັນ ຜູ້ເປັນເຈົ້າຂອງກໍຕ້ອງຮູ້ວ່າ ໄອສະຄຣີມຊະນິດໃດແຊບ ແລະບໍ່ແຊບ ແລະນີ້ເປັນໜ້າທີ່ຂອງຜູ້ຂາຍທີ່ຈະຕ້ອງຮູ້ເຖິງຈິດໃຈຂອງພວກລູກຄ້າ ຊຶ່ງທ່ານຂິນຖາວອນ ກ່າວເຖິງຕອນນີ້ວ່າ:
Your browser doesn’t support HTML5
ຮ້ານຂາຍໄອສະຄຣິມ PK Sweet Home
ທຸລະກິດຂາຍໄອສະຄຣີມ ເປັນວຽກງ່າຍ ບໍ່ໄດ້ໃຊ້ແຮງງານຫລາຍເໝືອນດັ່ງຮ້ານອາຫານ. ຮ້ານຂາຍໄອສະຄຣີມພຽງແຕ່ກໍາກັບນຳເລັກນ້ອຍ ແລະຕັກຂາຍເທົ່ານັ້ນ. ຈຸດສຳຄັນທີ່ສຸດຂອງຮ້ານຂາຍໄອສະຄຣີມນັ້ນ ກໍຄືສະຖານທີ່ໃຫ້ເຂົ້າກັບບັນຍາກາດ ສິ່ງແວດລ້ອມບ່ອນທີ່ມີຄົນມາເຕົ້າໂຮມກັນຢູ່ສະເໝີ ດັ່ງທີ່ທ່ານຂິນຖາວອນ ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ຮ້ານຂາຍໄອສະຄຣິມ PK Sweet Home
ທ່ານຂິນຖາວອນ ບຸນພາພົມ ເປັນນັກທຸລະກິດຂະໜາດນ້ອຍທີ່ປະສົບຜົນສຳເລັດ. ທ່ານກ່າວວ່າ ທ່ານຈະດຳເນີນທຸລະກິດຂາຍໄອສະຄຣີມ ຕະຫລອດໄປ ແລະເຖິງແມ່ນວ່າທ່ານຈະບຳນານໃນອະນາຄົດ ທຸລະກິດດັ່ງກ່າວນີ້ຈະຕົກເປັນຂອງພວກລູກໆໃຫ້ພາກັນສືບທອດຕໍ່ໄປ.