ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາມີການໂອ້ລົມ ກັບທ່ານສິດ ຈັນທະວິໄຊ ອາຈານສອນພາສາລາວ ສອນຟ້ອນພື້ນເມືອງລາວແລະຮຽນຫລິ້ນດົນຕີລາວເດີມ ຢູ່ວັດທັມມະສັດຈະ ເມືອງແຟຣສໂນ ລັດຄາລິຟໍເນຍ ຊຶ່ງໂຄງການນີ້ໄດ້ຕັ້ງຂຶ້ນມາແຕ່ປີ 2015 ແລະໄດ້ຖືກປິດລົງລະຫວ່າງການລະບາດຂອງພະຍາດໂຄວິດ-19 ເປັນເວລາກວ່າສອງປີ ແຕ່ບັດນີ້ການສິດສອນວັດທະນາທຳລາວໄດ້ເລີ້ມຂຶ້ນອີກແລ້ວ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ບັນດານັກຮຽນວັດທະນາທຳລາວ ທີ່ເມືອງແຟຣສໂນ ລັດຄາລິຟໍເນຍ
ເມືອງແຟຣສໂນ ຕັ້ງຢູ່ເຄິ່ງກາງຂອງລັດຄາລິຟໍເນຍ ທາງທິດຕາເວັນຕົກຂອງສະຫະລັດ. ໃນປີ 1975 ເມືອງ ແຟສໂນ ໄດ້ເລີ້ມມີຊາວອົບພະຍົບອິນດູຈີນ ເຊັ່ນລາວ ຫວຽດນາມ ແລະກຳປູເຈຍ ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນເມືອງດັ່ງກ່າວ ຊຶ່ງປັດຈຸບັນ ມີປະຊາກອນລາວອາເມຣິກັນປະມານ 600 ຄອບຄົວແລະ ມີວັດວາອາຮາມເຖິງຫ້າ ວັດດ້ວຍກັນ. ຊາວອາເມຣິກັນເຊື້ອສາຍລາວພາກັນປະກອບອາຊີບຫລາຍໆຢ່າງ ເຊັ່ນເປັນນັກທຸລະກິດ ເປີດຮ້ານຄ້າ ຮ້ານອາຫານ ເຮັດການກັບລັດຖະບານທ້ອງຖິ່ນ ແລະອື່ນໆ ໂດຍສະເພາະເປັນເຈົ້າຂອງທີ່ດິນ ປູກຜັກທີ່ຊາວເອເຊຍມັກ ແລະໝາກໄມ້ຕ່າງໆສົ່ງອອກຂາຍ.
Your browser doesn’t support HTML5
ເຊີນຟັງລາຍການຊີວິດຊາວລາວໃນຕ່າງແດນ
ວັດທັມມະສັດຈະ ແມ່ນວັດນຶ່ງທີ່ສຳຄັນ ທີ່ເປັນສູນກາງຂອງປະຊາຄົມລາວອາເມຣິກັນຢູ່ໃນຂົງເຂດນີ້ ເພາະມີໂຄງການສິດສອນພາສາລາວ ສອນຟ້ອນພື້ນເມືອງລາວ ແລະສອນວັດທະນາທຳລາວ ໃຫ້ແກ່ເຍົາວະຊົນລາວອາເມຣິກັນທຸກໆວັນອາທິດ ທີ່ໄດ້ເລີ້ມມາແຕ່ປີ 2015. ເຂົາເຈົ້າໄດ້ຮັບທຶນພິເສດນ້ອຍໆຈາກລັດຄາລິຟໍເນຍ ເພື່ອຮັກສາປະເພນີການຫລິ້ນດົນຕີ. ກິດຈະການໄດ້ຢຸດສະງັກລົງມາເປັນເວລາກວ່າສອງປີຍ້ອນການລະບາດພະຍາດໂຄວິດ-19 ແລະບັດນີ້ໄດ້ເລີ້ມເປີດຄືນໃໝ່ອີກ ຊຶ່ງທ່ານສິດ ຈັນທະວິໄຊ ປະທານຫ້ອງຮຽນວັດທະນາທຳລາວແຟຣສໂນ ໄດ້ອະທິບາຍສູ່ ວີໂອເອ ຟັງດັ່ງນີ້:
ພວກນັກຮຽນກຳລັງຮຽນຟັອນພື້ນເມືອງລາວ
Your browser doesn’t support HTML5
ເຊີນຟັງທ່ານສິດ ຈັນທະວິໄຊ
ທຸກໆວັນອາທິດ ຈາກ 10 ໂມງເຊົ້າ ໄປຈົນຮອດ 2 ໂມງແລງ ທ່ານສິດ ແລະຄະນະອາສາສະໝັກທີ່ ບໍ່ໄດ້ຮັບຄ່າຈ້າງລາງວັນໃດໆ ພາກັນສິດສອນພວກນັກຮຽນອາຍຸແຕ່ 6 ປີ ຂຶ້ນໄປຈົນຮອດ 10 ກວ່າປີ ຊຶ່ງທ່ານສິດ ໄດ້ອະທິບາຍຕອນນີ້ວ່າ:
ທ່ານສິດ ຈັນທະວິໄຊ ກຳລັງສອນນັກຮຽນ ຫລິ້ນດົນຕີພື້ນເມືອງລາວ
Your browser doesn’t support HTML5
ເຊີນຟັງທ່ານສິດ ຈັນທະວິໄຊ
ພວກເດັກນ້ອຍລາວອາເມຣິກັນ ທີ່ເກີດໃຫຍ່ຢູ່ໃນສະຫລັດ ແນ່ນອນສາມາດປາກພາສາອັງກິດໄດ້ໝົດທຸກຄົນ ເພາະເປັນພາສາລາດຊະການ ທີ່ເຂົາເຈົ້າຕ້ອງໄດ້ເວົ້າ ໄດ້ຮຽນຢູ່ໃນໂຮງຮຽນ. ເພາະສະນັ້ນພາສາລາວໄດ້ກາຍມາເປັນພາສາທີສອງ ເຖິງແມ່ນວ່າພໍ່ແມ່ພາປາກເວົ້າພາສາລາວຢູ່ໃນເຮືອນກໍຕາມ ແຕ່ກໍຍັງບໍ່ເປັນທີ່ພຽງພໍ ຊຶ່ງທ່ານສິດ ໄດ້ອະທິບາຍເຖິງການຮຽນຂອງພວກເດັກ ນ້ອຍສູ່ຟັງດັ່ງນີ້:
ນັກຮຽນຍິງ ແລະຊາຍ ກຳລັງຮຽນຫລິ້ນດົນຕີລາວເດີມ
Your browser doesn’t support HTML5
ເຊີນຟັງທ່ານສິດ ຈັນທະວິໄຊ
ຍານາງວິກກີ ວິນສະໂລ ກໍແມ່ນອາສາສະໝັກຜູ້ນຶ່ງໃນຈຳນວນພວກພໍ່ແມ່ນັກຮຽນທີ່ພາກັນມາຮ່ວມຊ່ວຍເບິ່ງແຍງພວກເດັກນ້ອຍ ຊຶ່ງຍານາງ ໄດ້ກ່າວເຖິງກິດຈະການມາເຕົ້າໂຮມຂອງນັກຮຽນສູ່ຟັງດັ່ງນີ້:
ຫ້ອງຮຽນພາສາລາວ
Your browser doesn’t support HTML5
ເຊິນຟັງ ຍານາງມິກກິ ບັນທົງສັກ
ຢູ່ໃນສະຫະລັດອາເມຣິກາ ປັດຈຸບັນນີ້ປາກົດໃຫ້ເຫັນວ່າ ມີໂຄງການອາສາສະໝັກສອນວັດທະນາທຳລາວ ການເສບດົນຕີລາວເດີມ ການຟ້ອນພື້ນເມືອງ ແລະສອນພາສາລາວ ໃຫ້ພວກເດັກນ້ອຍ ເທົ່າທີພວກເຮົາຮູ້ ກໍມີຢູ່ສອງແຫ່ງຄື ອົງການມູນນິທິມໍລະດົກລາວ (LHF) ຢູ່ພາກເໜືອ ຂອງລັດເວີຈີເນຍ ເຂດນະຄອນຫລວງຊິງຕັນ ຢູ່ທາງພາກຕາເວັນອອກ ແລະຢູ່ທີ່ເມືອງແຟຣສໂນ ລັດຄາລິຟໍເນຍ ທາງພາກຕາເວັນຕົກຂອງສະຫະລັດ ທ່ານສິດ ໄດ້ກ່າວມ້ວນທ້າຍສູ່ວີໂອເອ ຟັງດັ່ງນີ້:
ບັນດາພໍ່ແມ່ ຄູອາຈານ
Your browser doesn’t support HTML5
ເຊີນຟັງທ່ານສິດ ຈັນທະວິໄຊ
ຫ້ອງຮຽນວັດທະນາທຳລາວຢູ່ໃນສະຫະລັດ ແມ່ນໂຄງການອາສາສະໝັກທີ່ຕ້ອງໄດ້ອາໄສການປະສານງານ ຈາກບັນດາອາສາສະໝັກ ທີ່ເປັນພໍ່ແມ່ ຜູ້ປົກຄອງ ສະລະເວລາ ແລະປັດໄຈ ເພື່ອຊ່ວຍສິດສອນໃຫ້ລູກເຕົ້າໄດ້ມີບ່ອນຮຽນຮູ້ວັດທະນາທຳລາວ.
ຫ້ອງຮຽນພາສາ ແລະວັດທະນາທຳລາວ ເມືອງແຟຣສໂນ ລັດຄາລິຟໍເນຍ