ລາວຍັງປະເຊີນກັບບັນຫາຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງໂດຍໃນໄລຍະ 9 ເດືອນຜ່ານມາຂາດດຸນແລ້ວເກີນກວ່າ 600 ລ້ານໂດລາອັນໄດ້ສົ່ງຜົນກະທົບເຮັດໃຫ້ຂາດແຄນເງິນຕາຢ່າງຮຸນແຮງ.
Your browser doesn’t support HTML5
ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າເປີດເຜີຍວ່າການຄ້າຕ່າງປະເທດຂອງລາວ ໃນໄລຍະ 9 ເດືອນທີ່ຜ່ານມາຂອງປີ 2022 ນີ້ມີມູນຄ່າລວມ 9,383 ລ້ານໂດລາ ໃນນີ້ເປັນການສົ່ງສິນຄ້າອອກໄປຕ່າງປະເທດ 4,388 ລ້ານໂດລາ ແລະ ນຳເຂົ້າສິນຄ້າຈາກຕ່າງປະເທດ 4,995 ລ້ານໂດລາຊຶ່ງເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດ ຄິດເປັນມູນຄ່າລວມ 607 ລ້ານໂດລາ ໂດຍສະພາວະການຄ້າດັ່ງກ່າວນີ້ບໍ່ລວມເຖິງການສົ່ງອອກ ແລະ ນຳເຂົ້າພະລັງງານໄຟຟ້າແຕ່ຢ່າງໃດເພາະວ່າແຫຼ່ງຜະລິດພະລັງງານໄຟຟ້າສ່ວນໃຫຍ່ໃນລາວເປັນການລົງທຶນຂອງບັນດາບໍລິສັດຕ່າງຊາດຈຶ່ງບໍ່ໄດ້ຄິດໄລ່ເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າມາລວມກັບການຄ້າຕ່າງປະເທດ ເນື່ອງຈາກບັນດາບໍລິສັດຕ່າງຊາດຕ້ອງນຳເອົາລາຍໄດ້ໄປຊຳລະໜີ້ເງິນກູ້ຈາກຕ່າງປະເທດເປັນດ້ານຫຼັກ ຈຶ່ງບໍ່ມີສ່ວນທີ່ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວມີສະຖານະທີ່ດີຂຶ້ນແຕ່ຢ່າງໃດ.
ນອກຈາກນີ້ ການຜະລິດສິນຄ້າສົ່ງອອກຂອງລາວທີ່ບໍ່ມີຄວາມຫຼາກຫຼາຍແຕ່ວ່າກັບມີການຂຸດຄົ້ນຊັບພະຍາກອນທຳມະຊາດຢ່າງກວ້າງຂວາງ ທັງຍັງຖືເປັນລາຍໄດ້ສ່ວນໃຫຍ່ຂອງລັດຖະບານລາວດ້ວຍແລ້ວ ໃນຂະນະດຽວກັນການທີ່ລາວຍັງຄົງຕ້ອງເພິ່ງພາການນຳເຂົ້າສິນຄ້າອຸປະໂພກບໍລິໂພກຈາກຕ່າງປະເທດເປັນດ້ານຫຼັກດ້ວຍນັ້ນ ຈຶ່ງເຮັດໃຫ້ລາວຕ້ອງປະເຊີນກັບບັນຫາຂາດແຄນເງິນຕາຢ່າງໜັກໜ່ວງດັ່ງທີ່ ດຣ. ອັນ ພິສານວານິດ ຜູ້ອຳນວຍການສູນສຶກສາການຄ້າລະຫວ່າງປະເທດ ມະຫາວິທະຍາໄລຫໍການຄ້າແຫ່ງປະເທດ ໄທ ໄດ້ໃຫ້ການຢືນຢັນວ່າ
“ສປປ ລາວ ເປັນປະເທດທີ່ຕ້ອງເພິ່ງພານ້ຳມັນ, ປຸຍ, ອາຫານການກິນນີ້ 90 ເປີເຊັນຈາກຕ່າງປະເທດເວລາຊື້ສິນຄ້າຈາກຕ່າງປະເທດກໍຕ້ອງໃຊ້ເງິນຕາຕ່າງປະເທດແລ້ວກໍທີ່ສຳຄັນກໍຄືວ່າໂຄງສ້າງຂອງການສົ່ງອອກສິນຄ້າມີບໍ່ຫຼາກຫຼາຍ ລາຍໄດ້ຫຼັກໆກໍຈະເປັນຈາກໄຟຟ້າ, ແຮ່ທາດຕ່າງໆ ເຮົາບໍ່ຄ່ອຍເຫັນສິນຄ້າກະສິກຳ-ສິນຄ້າອຸດສາຫະກຳທີ່ສົ່ງໄປຕ່າງປະເທດ ເພາະສະນັ້ນພໍພົບກັບໂຄວິດເຂົ້າໄປ ພົບສົງຄາມ ຣັດເຊຍ-ຢູເຄຣນເຂົ້າໄປ ລາຍໄດ້ທີ່ເຂົ້າປະເທດມັນກໍເລີຍໜ້ອຍລົງ.”
ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນເປີດເຜີຍວ່າໜີ້ສາທາລະນະຂອງລັດຖະບານລາວຍັງຄົງມີທ່າອຽງຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ ເພາະຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການໃນຂະນະທີ່ການທຸຈະລິດໃນວົງການພະນັກງານພັກ-ລັດຍັງເກີດຂຶ້ນຢ່າງກວ້າງຂວາງ ແລະ ການປາບປາມມີປະສິດທິພາບຕ່ຳອັນເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມເງິນເພີ່ມຂຶ້ນທັງພາຍໃນ ແລະ ຕ່າງປະເທດ ໂດຍໃນທ້າຍປີ 2021 ລັດຖະບານລາວມີພາລະໜີ້ສິນລວມກວ່າ 162,625 ຕື້ກີບ ຄິດເປັນ 88 ເປີເຊັນຂອງຍອດຜະລິດຕະພັນລວມໃນປະເທດ (GDP) ໃນນີ້ແບ່ງເປັນໜີ້ຕ່າງປະເທດ 63 ເປີເຊັນ, ໜີ້ພາຍໃນປະເທດ 13 ເປີເຊັນ, ໜີ້ຄ້ຳປະກັນລັດຖະບານ 12 ເປີເຊັນຂອງ GDP ໂດຍສະເພາະກໍແມ່ນບັນດາລັດວິສາຫະກິດນັ້ນໄດ້ສ້າງໜີ້ຫຼາຍທີ່ສຸດທັງຍັງມີລັດວິສາຫະກິດຈຳນວນນຶ່ງທີ່ບໍ່ສາມາດປະຕິຮູບການບໍລິຫານໃຫ້ເປັນທຸລະກິດໄດ້ອີກດ້ວຍ ເພາະເປັນກິດຈະການທີ່ກ່ຽວກັບຄວາມໝັ້ນຄົງ ແລະ ຄວາມປອດໄພຂອງຊາດນັ້ນເອງ.
ທັງນີ້ລັດຖະບານລາວ ມີວິສາຫະກິດທັງໝົດ 178 ຫົວໜ່ວຍມີຊັບສິນລວມກັນເຖິງ 184,765 ຕື້ກີບຫຼືເທົ່າກັບ 96 ເປີເຊັນຂອງ GDP ແຕ່ລັດວິສາຫະກິດທັງ 178 ຫົວໜ່ວຍດັ່ງກ່າວກໍມີໜີ້ສິນລວມກັນເຖິງ 147,451 ຕື້ກີບຫຼືເທົ່າກັບ 76 ເປີເຊັນຂອງ GDP ທັງຍັງປະເຊີນກັບສະພາວະຂາດທຶນຢ່າງຫຼວງຫຼາຍທີ່ເກີດຈາກການທຸຈະລິດ ແລະ ການບໍລິຫານມີປະສິດທິພາບຕ່ຳ ຍ້ອນວ່າມີການຫຼິ້ນພັກຫຼິ້ນພວກ ແລະ ການສະແຫວງຫາຜົນປະໂຫຍດສ່ວນຕົວເປັນດ້ານຫຼັກ ຈຶ່ງເຮັດໃຫ້ຈະຕ້ອງດຳເນີນການປະຕິຮູບຢ່າງຮີບດ່ວນທີ່ສຸດ ດ້ວຍການເປີດໃຫ້ເອກະຊົນຮ່ວມທຶນເພີ່ມຂຶ້ນ ເພາະວ່າການຈັດຕັ້ງປະຕິບັດດັ່ງກ່າວໃນໄລຍະຜ່ານມາພົບວ່າລັດວິສາຫະກິດທີ່ເອກະຊົນຮ່ວມທຶນໃນສັດສ່ວນທີ່ສູງນັ້ນມີປະສິດທິພາບສູງທັງໃນດ້ານການບໍລິຫານ ແລະ ຜົນປະກອບການທີ່ດີຂຶ້ນດ້ວຍ.