ບັນຫາໃນການບໍລິການຂາຍປີ້ລົດໄຟຄວາມໄວສູງ ລາວ-ຈີນ ຍັງສືບຕໍ່ມີຂຶ້ນ ແລະຍັງເປັນທີ່ຈະຕ້ອງໄດ້ດໍາເນີນການແກ້ໄຂອັນຮີບດ່ວນ ຊຶ່ງກິ່ງສະຫວັນ ມີລາຍລະອຽດເລື້ອງນີ້ ຈາກນັກຂ່າວຂອງເຮົາມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານການຂາຍປີ້ລົດໄຟລາວຈີນ
ເສັ້ນທາງລົດໄຟຄວາມໄວສູງ ອັນເປັນປະຫວັດສາດຂອງລາວ ໄດ້ເປີດບໍລິການ ມາໄດ້ 10 ເດືອນແລ້ວ ແຕ່ຄວາມສະດວກໃນດ້ານການບໍລິການຂາຍປີ້ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ຜູ້ໂດຍສານ ຍັງສືບຕໍ່ເປັນບັນຫາຕົ້ນຕໍ ແມ່ນການບໍລິການຂາຍປີ້ ກໍອະນຸຍາດໃຫ້ຄົນຈອງ ແລະຊື້ປີ້ລົດໄຟໃນຈໍານວນ ຈໍາກັດ ແລະເວລາ ຫລືຕາຕະລາງເປີດຂາຍປີ້ ກໍຈໍາກັດເຊັ່ນກັນ ດັ່ງການໃຫ້ສໍາ ພາດ ຂອງພະນັກງານອາວຸໂສໃນພະແນກໂຍທາ ແລະຂົນສົ່ງທ່ານນຶ່ງ ຂອງນະຄອນຫລວງວຽງຈັນວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ເຈົ້າໜ້າທີ່ຄົນນຶ່ງ
ດັ່ງທີ່ວີໂອເອໄດ້ລາຍງານໄປໃນເດືອນກໍລະກົດນັ້ນ ທີ່ຜ່ານມາໄດ້ມີຂະບວນການເກັງກຳໄລ ຈາກການຊື້ປີ້ລົດໄຟດັ່ງກ່າວໃນລາຄາແທ້ໄວ້ແລ້ວ ບວກເພີ້ມຂຶ້ນອີກ ປະມານ 30,000 ກີບ ຫາ 50,000 ກີບ ຊຶ່ງໃນໄດ້ເຮັດໃຫ້ຫົວໜ້າກົມຕໍາຫຼວດ ຂອງລົດໄຟໃນກະຊວງໂຍທາ ແລະຂົນສົ່ງ ອອກມາດຕະການກວດກາຢ່າງເຂັ້ມງວດ ເພື່ອສະກັດກັ້ນບັນຫາດັ່ງກ່າວ ແຕ່ເນື່ອງຈາກວ່າ ທາງການຂອງບໍລິສັດ ລົດໄຟຄວາມໄວສູງຍັງບໍ່ມີວິທີຮອງຮັບ ເຊັ່ນ ການຈອງປີ້ໂດຍສານດ້ວຍລະບົບ Online ຫລື Appplication ຈຶ່ງສົ່ງຜົນກະທົບເຮັດໃຫ້ຜູ້ໂດຍສານ ທີ່ຢາກເດີນ ທາງເປັນກຸ່ມຫລາຍຄົນນັ້ນປະສົບກັບຄວາມຫຍຸ້ງຍາກດັ່ງທີ່ພະນັກງານຂັບລົດເມຂອງລັດວິສາຫະກິດແຫ່ງນຶ່ງ ທີ່ໃຫ້ບໍລິການແກ່ຜູ້ໂດຍສານທີ່ໄປຊື້ປີລົດໄຟດັ່ງ ກ່າວເປັນປະຈໍາບອກວ່າ ການບໍລິການຊື້ຂາຍປີ້ລົດໄຟຍັງເປັນໄປແບບຮູບເດີມແບບປະຖົມປະຖານ ແລະເປີດຂາຍໃນໄລຍະທີ່ຈໍາກັດຢູ່ ໂດຍບໍ່ໄດ້ ເປີດບໍລິ ການຕະຫລອດມື້ ຊຶ່ງຜູ້ກ່ຽວໃຫ້ ຄໍາເຫັນດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ຄົນຂົບລົດເມຜູ້ນຶ່ງ
“ຫົກໂມງ ແລະກະເຈັດໂມງ, ແຫລະກະຕອນທ່ຽງ ບ່າຍໂມງເຄິ່ງ ແລະກະຕອນແລງ. ທໍາມະດາໃຫ້ມີໃບອັນນັ້ນ ໃບສັກຢາ ແລະທ່ານຈ່ອງໄດ້ແຕ່ຫ້າປີ້ ກາຍນັ້ນລະໃຫ້ຄົນອື່ນ ແຫລະກະແບ່ງກັນ”
ແຕ່ຢ່າງໃດກໍຕາມການຂົນສົ່ງຄົນໂດຍສານຜ່ານທາງລົດໄຟລາວ-ຈີນ ທີ່ມີມູນຄ່າ ເກືອບຮອດ 6 ຕື້ໂດລານີ້ ຍັງບໍ່ໄດ້ເປັນແຮງກະຕຸ້ນເຮັດໃຫ້ຂະແໜງການ ທ່ອງ ທ່ຽວຂະຫຍາຍໂຕໄດ້ຫລາຍປານໃດ ທັງນີ້ກໍຍ້ອນວ່າ ການກໍານົດຄ່າໂດຍບວກກັບການບໍລິການຊັກຊ້າຂາດຄວາມໂປ່ງໃສ ລວມທັງວິທີແນວທາງທີ່ ມີການເອົາປຽບ ຈາກທີ່ຄວບຄຸມໂດຍນັກລົງທຶນຈີນ ລວມທັງອັດຕາແລກປ່ຽນ ລະຫວ່າງເງິນກີບ ແລະຢວນ ທີ່ເຮັດໃຫ້ການຂຶ້ນຄ່າໂດຍສານແບບກະທັນຫັນ. ສະພາບການນີ້ ເຮັດໃຫ້ມີການເດີນທາງຂອງຄົນໂດຍສານ ບໍ່ສະໝໍ່າສະເໝີ ແລະເຮັດໃຫ້ ບັນດາຜູ້ປະກອບການທຸລະກິດບໍລິການນັກທ່ອງທ່ຽວປະສົບບັນ ຫາດັ່ງທີ່ທ່ານ ປ.ອ. ວາລີ ເວດຊະພົງ, ສະມາຊິກສະພາປະຈໍານະຄອນຫລວງວຽງຈັນ ຍົກຂໍ້ຂ້ອງໃຈຂອງປະຊາຊົນໄປສະເໜີຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນເດືອນກໍລະກົດຜ່ານມາ.
ນອກຈາກນັ້ນ ທາງລົດໄຟທີ່ວ່ານີ້ ກໍຍັງບໍ່ທັນໄດ້ເປັນປັດໄຈອັນສໍາຄັນທີ່ນໍາເອົານັກທ່ອງທ່ຽວຕ່າງຊາດ ໂດຍສະເພາະ ແມ່ນນັກທ່ອງທ່ຽວຈາກຈີນນັ້ນ ເຂົ້າມາ ລາວຢ່າງຫລວງຫລາຍດັ່ງທີ່ລັດຖະບານລາວຄາດຫວັງໄວ້ເລີຍ. ທັງນີ້ ກໍເປັນຍ້ອນນະໂຍບາຍຈໍາກັດດ້ານພະຍາດໂຄວິດທີ່ເຂັ້ມງວດຂອງລັດຖະບານຈີນທີ່ເອີ້ນວ່າ Zero-Covid Policy ຊຶ່ງນອກຈາກການປິດເມືອງ ເຊັ່ນນະຄອນຊຽງໄຮ ແລະເມືອງອື່ນເປັນໄລຍະນຶ່ງໃນຕົ້ນເດືອນນີ້ ແລ້ວກໍຍັງຫ້າມຄົນ ເດີນທາງເຂົ້າ-ອອກປະເທດອີກ ຖ້າບໍ່ຈໍາເປັນ. ສະພາບການນີ້ເຮັດໃຫ້ການບໍລິການຂອງລົດໄຟ ບໍ່ໄດ້ຮັບຜົນຢ່າງເຕັມເມັດເຕັມໜ່ວຍດັ່ງ ພະນັກງານຂັບລົດເມລັດວິສາ ຫະກິດທີ່ກ່າວມາຂ້າງເທິງນັ້ນ ເລົ່າສູ່ຟັງຄົນໂດຍສານທີ່ມາຈາກຊາຍແດນລາວ-ຈີນ ທີ່ຢູ່ທາງເໜືອມາຫາ ແຂວງວຽງຈັນແມ່ນຍັງບໍ່ເຕັມຊຶ່ງທ່ານ ກ່າວດັ່ງນີ້:
Your browser doesn’t support HTML5
ສໍາພາດ 3 (ພະນັກງານຂັບລົດເມລັດວິສາຫະກິດ)
“ບໍ່ເຕັມບໍ່ມີຊັ້ນນະ ອ້າວຄົົນຈີນເຂົາກະວ່າຍັງບໍ່ທັນເປີດປະເທດ ບໍ່ທັນໄດ້ເຄຣຍເທື່ອ.”
ສະຫລຸບແລ້ວ ການໃຫ້ການບໍລິການຂາຍປີ້ລົດໄຟຄວາມໄວສູງລາວ-ຈີນ ຍັງມີບັນຫາຢ່າງຕໍ່ເນື່ອງຊຶ່ງທາງເຈົ້າໜ້າທີ່ບໍລິຫານລົດໄຟ ຍັງບໍ່ດໍາເນີນການແກ້ໄຂ ເທົ່າທີ່ຄວນເຮັດໃຫ້ການບໍລິການມີຄວາມວ່ອງໄວທັນການແລະມີລະບົບບໍລິການ ທີ່ທັນສະໄໝທຽບທັນກັບສາກົນເທື່ອ ເຖິງແມ່ນວ່າໄດ້ເປີດບໍລິການມາໄດ້ເກືອບຮອດປີນຶ່ງ ແລ້ວກໍຕາມ.