ທ່ານ ສະເຫຼີມໄຊ ກົມມະສິດ ຂຶ້ນກ່າວຄຳປາໄສຢູ່ກອງປະຊຸມໃຫຍ່ ສປຊ ທ່າມກາງການກ່າວປະນາມສົງຄາມ ຣັດເຊຍ ໃນ ຢູເຄຣນ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ ລາວ ຂຶ້ນກ່າວຄຳປາໄສຢູ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 77 ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນະຄອນ ນິວຢອກ, 24 ກັນຍາ 2022.

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ໄດ້​ຈັດ​ຂຶ້ນ​ເປັນ​ສະ​ໄໝ​ທີ 77 ເມື່ອບໍ່​ດົນ​ມາ​ນີ ​ຢູ່​ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ນະ​ຄອນ ນິວຢອກ ຂອງ ສະ​ຫະ​ລັດ. ກອງ​ປະ​ຊຸມ​ປີນີ້ ​ມີ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຈາກ​ປະ​ເທດ​ສະ​ມາ​ຊິກ​ເຂົ້າຮ່ວມ ລວມ​ທັງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດແຫ່ງ ສ​ປ​ປ ລາວ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ. ໃນ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ປີນີ້ ຫຼາຍ​ປະ​ເທດ​ແມ່ນ​ໄດ້​ຕຳ​ໜິ​ຕິ​ຕຽນ ຣັດ​ເຊຍ ທີ່​ໄປ​ລຸກ​ປະ​ເທດ​ຢູ​ເຄ​ຣນ ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ສອງ​ຝ່າຍ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຫາ​ວິ​ທີ​ແກ້​ໄຂ. ພຸດ​ທະ​ສອນ ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານ ທ່ານ ສະເຫຼີມໄຊ ກົມມະສິດ ຂຶ້ນກ່າວຄຳປາໄສຢູ່ກອງປະຊຸມໃຫຍ່ ສປຊ ທ່າມກາງການກ່າວປະນາມສົງຄາມ ຣັດເຊຍ ໃນ ຢູເຄຣນ

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ສະ​ໄໝ​ທີ 77 ໄດ້​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 13 ຫາ 27 ກັນ​ຍາ​ທີ່​ຜ່ານ​ມາ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນ ນິວຢອກ, ໂດຍ​ມີ​ບັນ​ດາ​ຜູ້​ນຳ​ໂລກ​ເຂົ້າ​ຮ່ວມ​ຢ່າງ​ຄຶກ​ຄື້ນ.

ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສາ​ມັກຄີ​ຂອງ​ທຸກ​ປະ​ເທດ​ເພື່ອ​ເອົາ​ຊະ​ນະ​ທຸກ​ສິ່ງ​ທ້າ​ທາຍ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ໂລກ, ໂດຍ​ສະ​ເພາະ​ແມ່ນ​ວິ​ກິດ​ການ​ອາ​ຫານ​ໂລກ, ສະ​ພາບ​ອາ​ກາດ​ປ່ຽນ​ແປງ, ໂຣກ​ລະ​ບາດ, ວິ​ກິດ​ການ​ດ້ານ​ການ​ເງິນ ແລະການ ​ບຸກ​ລຸກ ຢູ​ເຄ​ຣນ ໂດຍ ຣັດ​ເຊຍ ທີ່​ໄດ້​ເຮັດ​ໃຫ້ຫຼາຍ​ປະ​ເທດ​ໃນ​ໂລກ​ບໍ່​ຮູ້​ຊະ​ຕາ​ກຳ​ຂອງ​ຕົນ​ວ່າ​ຈະ​ເປັນ​ຈັ່ງ​ໃດ.

ສ່ວນ​ທ່ານ ໄບ​ເດັນ ໄດ້​ຂຶ້ນ​ກ່າວ​ຄຳ​ປ​າ​ໄສ​ຂອງ​ທ່ານ​ໂດຍ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ວິ​ກິດ​ການ​ທີ່​ຄ້າຍ​ຄື​ກັບ​ທ່ານ ແອນ​ໂຕ​ນີ​ໂອ, ແຕ່​ທ່ານ ໄບ​ເດັນ ໄດ້​ໂຈມ​ຕີ​ການ​ເຮັດ​ສົງ​ຄາມ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ຢ່າງ​ໜັກ ແລະ ໄດ້​ກ່າວ​ສົ່ງ​ເສີມ​ປະ​ຊາ​ທິ​ປະ​ໄຕ​ຢູ່​ໃນ​ໂລກ.

ສຳ​ລັບ ​ສ​ປ​ປ​ ລາວ, ທ່ານ ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກໍ​ໄດ້​ຂຶ້ນ​ກ່າວ​ຄຳ​ປາ​ໄສ ເຊິ່ງ​ທ່ານ​ກໍ​ໄດ້​ກ່າວ​ເຖິງ​ສິ່ງ​ທ້າ​ທາຍ​ຕ່າງໆ ແລະ ກາ​ນ​ຮ່ວມ​ມືຫຼາຍ​ຝ່າຍ​ ເພື່ອ​ແກ້​ໄຂ​ບັນ​ຫາ​ທັງຫຼາຍ, ເຊິ່ງ​ທ່ານ​ໄດ້​ກ່າວ​ວ່າ “

“ພວກ​ເຮົາ​ແມ່ນ​ຢູ່​ໃນ​ຈຸດ​ທີ່​ສຳ​ຄັນຫຼາຍ ເວ​ລາ​ທີ່​ປະ​ຊາ​ຄົມ​ສາ​ກົນ​ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ດ້ານ​ນັບ​ຈາກ​ຄວາມ​ຂັດ​ແຍ້ງ​ດ້ານອາ​ວຸດ​ເຖິງວິ​ກິດ​ການ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ທີ່​ໄດ້​ເຮັດ​ໃຫ້​ການ​ພັດ​ທະ​ນາ​ໃນ​ໂລກ​ປະ​ສົບ​ກັບ​ອຸປະ​ສັກ. ການ​ຕົກ​ລົງ​ຮ່ວມ​ກັນຫຼາຍ​ຝ່າຍ, ເຊິ່ງ​ແມ່ນ​ມັກ​ຈະ​ເປັນ​ໝາກ​ຫົວ​ໃຈ​ຂອງ​ການ​ຮ່ວມ​ມື​ສາ​ກົນ​ນັ້ນ, ແມ່ນ​ໄດ້​ຖືກ​ທຳ​ລາຍ​ໃນ​ຂະ​ນະ​ທີ່​ການ​ຕົກ​ລົງ​ຝ່າຍ​ດຽວ​ໄດ້​ຖືກ​ນຳ​ໃຊ້​ຢ່າງກວ້າງ​ຂວາງ. ມັນ​ຍິ່ງ​ໜ້າ​ຕົກ​ໃຈ​ກວ່າ​ແຕ່​ກ່ອນ​ສຳ​ລັບ​ປະ​ຊາ​ຄົມ​ສາ​ກົນ​ທີ່​ຈະ​ຊອກ​ຫາ​ຂໍ້​ແກ້​ໄຂ, ບໍ່​ແມ່ນ​ພຽງ​ແຕ່​ການ​ປ່ຽນ​ແປງ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ທາງ​ປະ​ຕິ​ບັດ, ຄວາມ​ມີ​ປະ​ສິ​ດ​ທິ​ພາບ, ການ​ດຳ​ເນີນ​ການ​ປະ​ຕິ​ບັດ, ຄວາມ​ໝັ້ນ​ຄົງ ແລະ ​ຖືກສ້າງ​ຂຶ້ນ​ເພື່ອ​ຮັບ​ໃຊ້​ຜູ້​ທີ່​ມີ​ຄວາມ​ຕ້ອງ​ການ​ທີ່​ສຸດ, ສະ​ນັ້ນ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ທີ່​ສຸດ​ຈຶ່ງບໍ່​ຖືກ​ປະ​ຖິ້ມ​ໄວ້​ຢູ່​ທາງຫຼັງ.”

ຄວາມ​ຂັດ​ແຍ້ງ​ໃນ​ປັດ​ຈຸ​ບັນ​ນີ້​ມັກ​ເກີດ​ຂຶ້ນ​ດ້ວຍ​ການ​ຕັດ​ສິນ​ໃຈ​ໂດຍ​ຝ່າຍ​ດຽວຫຼື​ປະ​ເທດ​ດຽວ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ມີ​ອຳ​ນາດ​ສູງ, ຈົນ​ເຮັດ​ໃຫ້​ບັນ​ດາ​ພັນ​ທະ​ມິດ​ໃນ​ໂລກ ​ຕ້ອງ​ໄດ້​ຮ່ວມ​ກັນ​ສະ​ກັດ​ກັ້ນ ແລະ ວາງ​ມາດ​ຕະ​ການ​ລົງ​ໂທດ​ໃສ່​ຜູ້​ກະ​ທຳ​ຜິດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ບັນ​ຫາ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.

ປະ​ເທດ ຣັດ​ເຊຍ ປັດ​ຈຸ​ບັນ​ນີ້​ແມ່ນ​ຖືກ​ມາດ​ຕະ​ການ​ລົງ​ໂທດ​ໜັກ​ທີ່​ສຸດ​ໃນ​ໂລກ ຍ້ອນ​ການ​ບຸກ​ລຸກ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ເທດ ຢູ​ເຄ​ຣນ ນັບ​ຕັ້ງ​ແຕ່​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ. ສະ​ຫະ​ລັດ ແລະ ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ ແມ່ນ​ໄດ້​ລົງ​ໂທດ​ ຣັດ​ເຊຍ ຢ່າງ​ໜັກ ແລະ ຍັງ​ຈະ​ມີ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ອອກ​ມາ​ເລື້ອຍໆ ​ຕາບ​ໃດ​ທີ່​ສົງ​ຄາມ​ຍັງ​ດຳ​ເນີນ​ຢູ່. ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ຄັ້ງ​ນີ້ ຫຼາຍ​ປະ​ເທດ​ກໍ​ໄດ້​ໃຊ້​ພື້ນ​ທີ່​ດັ່ງ​ກ່າວ ຕຳ​ໜິ​ວິ​ຈານ​ການ​ກະ​ທຳ​ຂອງ ຣັດ​ເຊຍ ແຕ່​ກໍ​ມີ​ບາງ​ປະ​ເທດບໍ່​ໄດ້​ເວົ້າ​ເຖິງ​ສົງ​ຄາມ​ດັ່ງ​ກ່າວ​ເລີຍ. ​ສຳ​ລັບ​ທ່ານ ກົມ​ມະ​ສິດ ທ່ານ​ກໍ​ໄດ້​ເນັ້ນ​ຢ້ຳ​ເຖິງ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ປອດ​ໄພ​ສາ​ກົນ, ເຊິ່ງ​ທ່ານ​ໄດ້​ກ່າວ​ວ່າ

“ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຕ້ອງ​ບັ​ນ​ລຸ​ຂໍ້​ບັງ​ຄັບ​ຂອງ​ເຂົາ​ເຈົ້າ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຮັກ​ສາ​ການ​ຮ່ວມ​ມື. ​ມັນ​ແມ່ນ​ຄວາມ​ປາ​ຖະ​ໜາ​ທົ່ວ​ໄປ​ຂອງ​ພວກ​ເຮົາ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຈະ​ປ່ຽນ​ແປງ​ເພື່ອ​ຕອບ​ຮັບ​ກັບ​ສະ​ພາບ​ການ ແລະ ຄວາມ​ຕ້ອງ​ການ​ໃນ​ໂລກ​ປັດ​ຈຸ​ບັນ, ໃນ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ພວກ​ເຮົາ​ເພື່ອ​ເອົາ​ຊະ​ນະ​ສິ່ງ​ທ້າ​ທາ​ຍ​ຕ່າງໆ ​ທີ່​ເປັນ​ໄພ​ຂົ່​ມ​ຂູ່​ຕໍ່​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ໂລ​ກ. ປະ​ຊາ​ຄົມ​ສາ​ກົນ​ຕ້ອງ​ຊອກ​ຫາ​ຂໍ້​ແກ້​ໄຂ​ທີ່​ສັນ​ຕິ ແລະ ຍືນ​ຍົງ​ຕໍ່​ທຸກ​ໆ​ຄວາມ​ຂັດ​ແຍ້ງ ແລະ ການ​ຜິດ​ຖຽງ​ກັນ​ໃນ​ທົ່ວ​ໂລກ, ລວມ​ທັງ​ບັນ​ຫາພາກ​ຕາ​ເວັນ​ອອກ​ກາງ.” ທ່ານ​ ສະ​ເຫຼີມ​ໄຊ ເວົ້າ​ວ່າ​ການ​ວາງ​ມາດ​ຕະ​ການ​ໂດຍ​ພຽງ​ແຕ່​ຝ່າຍ​ດຽວ​ຕໍ່ ​ປະ​ເທດ​ອື່ນໆ​ແມ່ນບໍ່​ມີ​ປະ​ສິດ​ຜົນ, ມີ​ແຕ່​ຈະ​ເປັນ​ປະ​ໂຫຍດ​ຜູ້​ດຳ​ເນີນ​ການ ແລະ ຈະ​ສ້າງ​ຄວາມ​ທຸກ​ທໍ​ລະ​ມານ ​ຕໍ່​ທຸກ​ຄົນ​ທີ່​ຖືກ​ກະ​ທົບ​ຈາກ​ມັນ. ທ່ານ​ເວົ້າ​ວ່າ “ພວກ​ເຮົາ​ຕ້ອງ​ໃຫ້​ໂອ​ກາດ​ເພີ່ມ​ເຕີມ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​ຢ່າ​ງ​ສັນ​ຕິ ອີງ​ໃສ່​ຜົນ​ປະ​ໂຫຍດ​ຮ່ວມ​ກັນ ແລະ ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ການ​ພັດ​ທະ​ນາ ເຊັ່ນ​ດຽວ​ກັບ​ເພື່ອ​ປ້ອງ​ກັນ​ສັນ​ຕິ​ພາບ ແລະ ຄວາມ​ຈະ​ເລີນ​ຮັ່ງ​ມີ​ທີ່​ຍືນ​ຍົງ​ສຳ​ລັ​ບ​ທຸກ​ຄົນ.”

ປັດ​ຈຸ​ບັນ​ນີ້ ຣັດ​ເຊຍ ເປັນ​ປະ​ເທດ​ທີ່​ຖືກ​ມາດ​ຕະ​ການ​ລົງ​ໂທດຫຼາຍ​ທີ່​ສຸດ​ໃນ​ໂລກ ຍ້ອນ​ການ​ບຸກ​ລຸກ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ເທດ ຢູ​ເຄ​ຣນ. ມາດ​ຕະ​ການ​ລົງ​ໂທດ​ທີ່​ວ່າ​ນີ້​ແມ່ນ​ວາງ​ໂດຍ​ ສະ​ຫະ​ລັດ ແລະ ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ຕໍ່​ຕ້ານກ​ານ​ຮຸກ​ຮານ ຢູ​ເຄ​ຣນ ຂອງ ຣັດ​ເຊຍ, ໂດຍ​ມາດ​ຕະ​ການ​ລົງ​ໂທດ​ທີ່​ວ່າ​ມີ ມາດ​ຕະ​ການ​ລົງ​ໂທດ​ດ້າ​ນ​ການ​ເງິນ ເຊິ່ງ ສະ​ຫະ​ລັດ ໄດ້​ຫ້າມ ຣັ​ດ​ເຊຍ ບໍ່​ໃຫ້​ຈ່າຍ​ໜີ້​ດ້ວຍ​ເງິນ​ທີ່​ເຂົາ​ເຈົ້າ​ມີ​ໃນ ສະ​ຫະ​ລັດ, ເຮັດ​ໃຫ້​ມັນ​ຍາກ​ສຳ​ລັບ​ເຂົາ​ເຈົ້າ​ທີ່​ຈະ​ໃຊ້​ໜີ້​ເງິນ​ກູ້​ຢື​ມ​ສາ​ກົນ ແລະ ອັງ​ກິດ ໄດ້​ກີດ​ກັນ​ທະ​ນາ​ຄານ​ທີ່​ສຳ​ຄັນ​ຕ່າງໆ​ຂອງ ຣັດ​ເຊຍ ຈາກ​ລະ​ບົບ​ການ​ເງິນ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ, ຍຶດ​ຊັບ​ສິນ​ທັງ​ໝົດ​ຂອງ​ທະນາ​ຄານ ຣັດ​ເຊຍ, ຫ້າມ​ບໍ​ລິ​ສັດ ຣັດ​ເຊຍ ຢືມ​ເງິນ ແລະ​ຈຳ​ກັດ​ການ​ຊຳ​ລະ​ເງິນ​ຂອງ ຣັດ​ເຊຍ​ ຢູ່​ບັນ​ດາ​ທະ​ນາ​ຄານ​ຂອງ ອັງ​ກິດ. ພ້ອມ​ກັນ​ນັ້ນ ສະ​ຫະ​ລັດ ກໍ​ໄດ້​ຫ້າມ​ການ​ນຳ​ເຂົ້າ​ນ້ຳ​ມັນ ແລະ ແກັ​ສ​ທຳ​ມະ​ຊາດ​ຈາກ ຣັດ​ເຊຍ ທັງ​ໝົດ, ແຕ່​ສະ​ຫະ​ພາບ​ຢູ​ໂຣບ​ໄດ້ລົງ​ໂທດ ຣັດ​ເຊຍ ໃນ​ດ້ານນີ້​ໜ້ອຍກວ່າ ຍ້ອນ​ວ່າ​ເຂົາ​ເຈົ້າ​ອາ​ໄສ​ແກັ​ສ ຣັດ​ເຊຍ ປະ​ມານ 40 ເປີ​ເຊັນ.

ມາດ​ຕະ​ການ​ລົງ​ໂທດ​ດັ່ງ​ກ່າວ​ຍັງ​ໄດ້​ແນ​ເປົ້າ​ໃສ່​ສ່ວນ​ບຸກ​ຄົນ​ຂອງ ຣັດ​ເຊຍ, ເຊິ່ງ ສະ​ຫະ​ລັດ, ສະ​ຫ​ະ​ພາບຢູ​ໂຣບ ແລະ ອັງ​ກິດ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃສ່​ບຸກ​ຄົນ​ສຳ​ຄັນ ແລະ ທຸ​ລະ​ກິດ​ຂອງ ຣັດ​ເຊຍ ຫຼາຍກວ່າ 1,000 ຄົນ.

ນອກ​ຈາກ​ການ​ແກ້​ໄຂ​ບັນ​ຫາ​ຄວາມ​ຂັດ​ແຍ້ງ​ສາ​ກົນ, ທ່ານ ສະ​ເຫຼີມ​ໄຊ ກໍ​ໄດ້​ກ່າວ​ເຖິງ​ຜົນ​ກະ​ທົບ​ຈາກ ໂຄວິດ-19 ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ໃນ​ປະ​ເທດ ແລະ ທົ່ວ​ໂລກ, ເຊິ່ງ​ທ່ານ​ໄດ້​ກ່າວ​ວ່າ ​ຄວາມ​ກ້າວ​ໜ້າ​ທີ່​ໄດ້​ມາ​ກ່ອນ​ໂຣກ​ລະ​ບາດ​ແມ່ນ​ຖືກ​ທຳ​ລາຍ​ຢ່າງ​ຮ້າຍ​ແຮງ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ແມ່ນ​ຖືກ​ກະ​ທົບ​ທຸກ​ດ້ານ.

ສຳ​ລັບ​ການ​ຕໍ່​ສູ້​ກັບ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ, ທ່ານ ສະ​ເຫຼີມ​ໄຊ ກໍ​ໄດ້​ກ່າວ​ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ບັນ​ຫາ​ຢ່າງ​ເຕັມ​ທີ່, ເພາະ​ວ່າ​ ສ​ປ​ປ ລາວ ກໍ​ເປັນ​ປະ​ເທດ​ນຶ່ງ​ທີ່​ຖືກ​ກະ​ທົບ​ຢ່າງຫຼວງຫຼາຍ​ຈາກ​ບັນ​ຫານີ້.

ທ່ານ ສະ​ເຫຼີມ​ໄຊ ກ່າວ​ວ່າ “ຄື​ກັບຫຼາຍ​ປະ​ເທດ​ອື່ນໆ, ສ​ປ​ປ ລາວ ຍັງ​ຄົງ​ມີ​ຄວາມ​ສ່ຽງ​ຈາກ​ຜົນ​ກະ​ທົບ​ພາຍນອກ. ໃນຫຼາຍ​ປີ​ທີ່​ຜ່ານ​ມາ ລັດ​ຖະ​ບານ​ຂອງ​ພວກ​ເຮົາ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ​ໃນ​ການ​ຕໍ່​ສູ້​ກັບ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ຜ່ານ​ການ​ປະ​ຕິ​ບັດ​ການ​ໂຄງ​ການ​ປະ​ກອບ​ສ່ວນ​ທີ່​ກະ​ຕື​ລື​ລົ້ນ​ແຫ່ງ​ຊາດ ທີ່​ໄດ້​ອະ​ທິ​ບາຍ​ຢ່າງ​ກະ​ຈ່າງ​ແຈ້ງ ກ່ຽວ​ກັບ ເປົ້າ​ໝາຍ​ທີ່​ມີ​ຄວາມ​ທະ​ເຍີ​ທະ​ຍານ​ ​ແຫ່ງ​ຊາດ​ສຳ​ລັບ​ການ​ຕໍ່​ສູ້ ແລະ ຫຼຸດ​ຜ່ອນ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ໄປ​ສູ່​ການ​ປ່ອຍ​ອາຍ​ແກັ​ສ​ພິດ​ ສູນ​ເປີ​ເຊັນພາຍ​ໃນ​ປີ 2050.”

ໃນ​ຕອນ​ທ້າຍ​ຂອງ​ຄຳ​ປາ​ໄສ, ທ່ານ ສະ​ເຫຼີມ​ໄຊ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ທຸກ​ປະ​ເທດ​ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ ສ​ປ​ປ​ລາວ ເປັນ​ສະ​ມາ​ຊິກ​ສະ​ພາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ສະ​ຫະ​ປະ​ຊາ​ຊາດ​ສຳ​ລັບ​ສົກ​ປີ 2023 ຫາ 2025, ເຊິ່ງ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ເຂົາ​ເຈົ້າ​ແມ່ນ​ສົ່ງ​ເສີມ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ການ​ພັດ​ທະ​ນາ.