ທ່ານຜູ້ຟັງທີ່ເຄົາລົບໃນລາຍການຊີວິດຊາວລາວໃນຕ່າງແດນຂອງ ວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາໄດ້ໂອ້ລົມກັບທ່ານເອຣິກ ບິລລະໄມ ອາຊີບຊ່າງໄຟຟ້າ ທີ່ສາມາດສ້າງລາຍໄດ້ຊົ່ວໂມງນຶ່ງ 132 ໂດລາ ແລະຖ້າຫາກ ເຮັດວຽກເກີນກຳນົດຊົ່ວໂມງປະຈຳອາທິດ ລາວຈະໄດ້ເງິນເພິ້ມເຖິງສາມຫາສີ່ເທົ່າ. ຄວາມເປັນມາຂອງທ່ານເອຣິກ ຄົນອາເມຣິກາເຊື້ອສາຍລາວ ເປັນມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທ່ານເອຣິກ ກຳລັງປະຕິບັດງານ
Your browser doesn’t support HTML5
ເຊີນຟັງການໂອ້ລົມກັບ ທ່ານເອຣິກ ບິນລະໄມ
ການຮຽນໜັງສືເກັ່ງ ໄດ້ຮັບປະລິນຍາຈາກມະຫາວິທະຍາໄລນັ້ນ ເປັນທີ່ໜ້າສັນລະເສີນໃນຜົນສຳເລັດຂອງການສຶກ ສາ ແລະມີຄວາມຫວັງທີ່ຈະໄດ້ຮັບໜ້າທີ່ ວຽກງານດີ ມີກຽດ ແລະໄດ້ເງິນດີ. ແຕ່ວ່າເລື້ອງດັ່ງກ່າວນີ້ຮັບຈະປະກັນບໍ່ ໄດ້. ບັດນີ້ເຮົາມາເບິ່ງໂຕຢ່າງ ທ່ານເອຣິກ ບິລລະໄມ ຄົນອາເມຣິກັນເຊື້ອສາຍລາວ ອາຊີບຊ່າງໄຟຟ້າທີ່ສາມາດສ້າງລາຍໄດ້ປີນຶ່ງ ແສນກວ່າໂດລາ ແຕ່ວ່າ ເອຣິກ ບໍ່ໄດ້ສຳເລັດປະລິນຍາໃດໆ, ມີແຕ່ພອນສະຫວັນ ແລະເປັນຄົນໂຊກດີ. ເອຣິກ ຮັບຮູ້ຕົນເອງວ່າ ຮຽນໜັງສືບໍ່ເກັ່ງ ຫລັງຈາກຮຽນຢູ່ມະຫາວິທະຍາໄລເປັນເວລາສອງປີ ເອຣິກ ໄດ້ຕັດສິນໃຈ ລາອອກ ແລ້ວມາຮຽນວິຊາອາຊີບເປັນຊ່າງໄຟຟ້າ ຊຶ່ງທ່ານເອຣິກ ໄດ້ເລົ່າຄວາມເປັນມາເບື້ອງ ຕົ້ນສູ່ ວີໂອເອ ຟັງ ດັ່ງນີ້:
Your browser doesn’t support HTML5
ເຊີນຟັງ ທ່ານເອຣິກ ບິນລະໄມ
ເອຣິກ ເຮັດວຽກເປັນຊ່າງຕິດຕັ້ງໄຟຟ້າໃຫ້ແກ່ຫລາຍບໍລິສັດ ກ່ອນຈະໄດ້ມາເຮັດຢູ່ຢູນຽນ (Union) ຊຶ່ງເປັນບໍລິສັດໃຫຍ່ ທີ່ຈ່າຍຄາແຮງງານສູງ ພ້ອມທັງກຳໄລຕ່າງໆເຊັ່ນວ່າ ຄ່າບຳນານ ຄ່າປິ່ນປົວ ແລະທ້ອນຫອມເງິນໄວ້ໄດ້ຫຼາຍ. ຊຶ່ງເອຣິກ ໄດ້ອະທິບາຍສູ່ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງ ທ່ານເອຣິກ ບິນລະໄມ
ເອຣິກ ມີພອນສະຫວັນ ມັກແປງເຄື່ອງຈັກມາແຕ່ນ້ອຍ ເພາະສະນັ້ນ ເອຣິກ ບໍ່ມັກເຮັດວຽກນັ່ງຕັ່ງຢູ່ໃນຫ້ອງການເໝືອນຄົນທົ່ວໆໄປ ແລະເອຣິກ ໂຊກດີທີ່ເຮັດໃຫ້ແກ່ບໍລິສັດຢູນຽນ ທີ່ສ້າງລາຍໄດ້ດີເປັນພິເສດປີນຶ່ງແສນກວ່າໂດ ລາ ຊຶ່ງເອຣິກ ໄດ້ອະທິບາຍສູ່ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງ ທ່ານເອຣິກ ບິນລະໄມ
ຫລາຍໆຄັ້ງເອຣິກ ໄດ້ຖືກບໍລິສັດຮ້ອງຂໍໃຫ້ເຮັດວຽກລ່ວງເວລາ ເພາະເປັນວຽກທີ່ມີຄວາມຕ້ອງການດ່ວນ. ໂອກາດ ດັ່ງກ່າວນີ້ ເອຣິກ ໄດ້ຮັບເງິນຊົ່ວໂມງເພີ້ມເຖິງສອງຫາສາມເທົ່າເປັນພິເສດ ຊຶ່ງເອຣິກ ໄດ້ກ່າວເຖິງຕອນນີ້ວ່າ:
Your browser doesn’t support HTML5
ເຊີນຟັງ ທ່ານເອຣິກ ບິນລະໄມ
ປັດຈຸບັນນີ້ເອຣິກ ແລະຄອບຄົວຕັ້ງຖິ່ນຖານຢູ່ໃນລັດຄາລິຟໍເນຍ ມີເຮືອນສາມຫລັງ ສອງຫລັງໃຫ້ຄົນເຊົ່າ. ພັນລະຍາ ເຮັດວຽກຢູ່ບ້ານ ແລະດູແລລູກສາມຄົນທີ່ຍັງນ້ອຍຢູ່. ຄອບຄົວເອຣິກ ບິນລະໄມ ເປັນຄອບອາເມຣິກັຍເຊື້ອສາຍລາວໂຕຢ່າງຄອບຄົວນຶ່ງ ທີ່ປະສົບຜົນສຳເລັດ ຊຶ້ງເອຣິກ ໄດ້ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:
ຄອບຄົວ ທ່ານເອຣິກ ບິນລະໄມ
Your browser doesn’t support HTML5
ເຊີນຟັງ ທ່ານເອຣິກ ບິນລະໄມ
ວຽກງານຫລາຍໆຢ່າງຢູ່ໃນສະຫະລັດ ທີ່ໃຊ້ຄວາມຊຳນິຊຳນານ ເຊັ່ນວ່າເປັນນາຍຊ່າງແປງລົດ ແປງເຮືອບິນ ແປງເຄື່ອງກົນໄກຕ່າງໆເຫລົ່ານີ້ເປັນຕົ້ນ ທີ່ຈະຕ້ອງໄດ້ໃຊ້ສີມື ໃຊ້ສະຕິປັນຍາ ໄຫວ ພິກ ເພື່ອແກ້ໄຂບັນຫາດ້ານດ້ານເທັກນິກ ແລະ ຈະສາມາດສ້າງລາຍໄດ້ດີເປັນພິເສດ.