ວີ​ໂອ​ເອ​ລາວ ໂອ້​ລົມ​ກັບທ່ານ​ໂອດ ສີ​ຫາ​ໂນ​ຣາດ ​ເຈົ້າ​ຂອງ​ຮ້ານ​ຫຼິ້ນ​ເກມ​ ​ກາ​ຊິ​ໂນ ຂະ​ໜາດ​ນ້ອຍ

​ທ່ານ​ໂອດ ສີຫາ​ໂນ​ຣາດ

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ ​ໃນ​ຕ່າງ​ແດນ​ ຂອງວີ​ໂອ​ເອສຳ​ລັບແລງ​
ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ໂອ້​ລົມ ​ກັບທ່ານ​ໂອດ ສີ​ຫາ​ໂນ​ຣາດ ເຈົ້າ​ຂອງ​ຮ້ານຫລີ້ນ​ເກ​ມ
​ກາ​ຊິໂນຂະໜາດ​ນ້ອຍຢູ່​ເມືອງ​ອາ​ມາ​ຣິ​ລ​ໂລ ລັດ​ເທັກ​ຊັ​ສ ມາ​ສະ​ເໜີ​ທ່ານ ໂດຍ ກິ່ງ​ສະ​ຫວັນໃນ​ອັນ​
ດັບ​ຕໍ່​ໄປ.

Your browser doesn’t support HTML5

ເຊີນ​ຟັງ​ການ​ສຳ​ພາດ ທ່ານ​ໂອດ ສີ​ຫາ​ໂນ​ຣາດ

ທ່ານ​ໂອດ ສີ​ຫາ​ໂນ​ຣາດ ເກີດ​ຢູ່​ບ້ານ​ສີ​ຖານ​ເໜືອ ນະ​ຄອນ​ຫລວງວຽງ​ຈັນ ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ເມືອງ
​ອາ​ມາ​ຣິ​ລ​ໂລ ​ລັດເທັກ​ຊັສ ໃນ​ປິ 1985 ​ຊຶ່ງເວ​ລາ​ນັ້ນ​ມີ​ອາ​ຍຸ​ໄດ້ 20 ປີ. ໃນ​ການ​ຕັ້ງ​ຖິ່ນ​ຖານ​ໃໝ່​ເມື່ອ
​ສາມ​ທົດ​ສະ​ວັດ​ອກ່ອນ​ນັ້ນ ບັນ​ດາ​ອົບ​ພະ​ຍົບ​ລາວທີ່ເດີນ​ທາງມາ​ຮອດ​ໃໝ່ທຸກ​ຄົນຕ້ອງ​ໄດ້ຜ່ານການ ​ປະ​ກອບອາ​ຊີບ​ຕ່າງໆ​ນາໆ ຈາກ​ຂັ້ນ​ເລີ້ມ​ຕົ້ນ ເພື່ອ​ລ້ຽງຊີ​ບ​ຕົນ​ເອງ. ທ່ານ​ໂອດ ບໍ່​ມີ​ໂອ​ກາດ​ໄດ້ເຂົ້າ​ໂຮງ​ຮຽນ ແຕ່​ມີ​ພອນ​ສະ​ຫວັ ນ​ກ່ຽວ​ກັບ​ການ​ສ້ອມ​ແປງ. ໃນ​ຂັ້ນ​ຕົ້ນທ່ານ​ໂອດ​ໄດ້​ເລີ້ມ​ເຮັດ​ວຽກ​ເປັ​ນ​ຄົ​ນ​ລ້າ​ງ​ຖ້ວຍຢູ່​ໃນ ​ຮ້ານ​ອາ​ຫານ​ແຫ່ງ​ນຶ່ງ. ຫລັງ​ຈາກ​ນັ້ນຕໍ່​ມາ ກໍ​ໄດ້​ປ່ຽນ​ວຽກເຮັດງານທຳ​ມາ​ຕະ​ຫລອດ ພ້ອມ​ດ້ວຍ​ການ​ສ້າງ​ຄອບ​ຄົວ ແລະ​ໃນທີ່​ສຸດ​ກໍ​ມີ​ທຸ​ລະ​ກິດ​ນ້​ອຍໆ​ເປັນ​ຂອງ​ຕົນ​ເອງ ຊຶ່ງ​ທ່ານ​ໂອດ ໄດ້​ກ່າວເຖິງ​ການ​ເລີ້ມຕົ້ນ​ເຮັດ​ວຽກ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

Your browser doesn’t support HTML5

ເຊີນ​ຟັງ​ທ່ານ​ໂອດ ສີ​ຫາ​ໂນ​ຣາດ

ເມືອງ​ອາ​ມາ​ຣິລ​ໂລ ເປັນ​ເມືອງ​ນ້ອຍໆແຫ່ງ​ນຶ່ງ​ຕັ້ງ​ຢູ່ໃນ​ລັດ​ເທັກ​ຊັ​ສ ມີ​ປະ​ຊາ​ກອນ​ຢູ່​ປະ​ມ​ານ 199,225 ຄົນ ຮ​ວ​ມ​ທັງ​ຊາວ​ເອ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ປະ​ມານ 3,000 ຄົນ​ທີ່​ຢູ່​ປະ​ປົນກັບ​ຄົນ​ອາ​ເມ​ຣິ​ກັນຜິວ​ຂາວ
ສະ​ແປ​ນິສ ແລະ​ຄົນ​ຜິ​ວ​ດຳ. ​ເມືອງ​ອາ​ມາ​ຣິລ​ໂລ ​ເປັນ​ທີ່​ຮູ້​ກັນ​ດີທີ່ມີ​ບໍ​ລິ​ສັດ​ປາດ​ຊີ້ນ​ງົວ ບ່ອນ​ທີ່​ຊາວ​ອາ
​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ຈຳ​ນວນ​ນຶ່ງ ​ພາ​ກັນ​ປະ​ກອບ​ວິ​ຊາ​ອາ​ຊີບ​ເປັນ​ສ່ວນ​ໃຫຍ່​ຢູ່​ເຂດນີ້. ຢູ່ໃນ​ບັນ​ຍາ
ກາດ​ດັ່ງ​ກ່າວ ທ່ານ​ໂອດ ໄດ້​ເປີດ​ຮ້ານ​ຫລິ້ນ​ເກມ​ກາ​ຊິ​ໂນ​ນ້ອຍໆຊື່​ວ່າ "Oth Giftshop” ​ເພື່ອ​ທຳ​ມາ​
ຫາ​ກິນຢ່າງ​ເປັນ​ອິດ​ສະ​ຫຼະຂອງ​ຕົນ​ເອງ ຊຶ່ງ​ທ່ານ​ໂອດໄດ້​ອ​ະ​ທິ​ບາຍ​ສູ່​ຟັງ​ດັ່ງ​ນີ້:

Your browser doesn’t support HTML5

ເຊີນ​ຟັງ​ທ່ານ​ໂອດ ສີ​ຫາ​ໂນ​ຣາດ

ການ​ເຮັດ​ທຸ​ລະ​ກິດ​ຂະ​ໜາດ​ໃດ​ກໍ​ຕາມຢູ່​ໃນ​ສະ​ຫະ​ລັດ ຜູ້​ເປັນ​ເຈົ້າ​ຂອງ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ບໍ່​ໜ້ອຍ ​ກໍ່​ຫລາຍໃນ​ກ​ານປະ​ຕິ​ບັດ​ຕາມລະ​ບຽບການ​ປະຈຳເຂດ​ທ້ອງ​ຖິ່ນ ຊຶ່ງ​ທ່ານ​ໂອດ​ໄດ້​ກ່າວ​ເຖິງ​ຜົນ​ຮ້າຍ ແລະ​ຜົນ​ດີ​ສູ່​ຟັງ​ດັ່ງນີ້:

Your browser doesn’t support HTML5

ເຊີນ​ຟັງ​ທ່ານ​ໂອດ ສີ​ຫາ​ໂນ​ຣາດ

​ນັ້ນ​ແມ່ນ​ຊີ​ວິດ​ການ​ປະ​ກອບ​ວິ​ຊາ​ອາ​ຊີ​ບ​ຂອງ​ທ່ານ​ໂອດ ສີ​ຫາ​ໂນ​ຣາດ ທີ່​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ
​ສະ​ຫະ​ລັດເມື່​ອ​ສາມ​ທົດ​ສະ​ວັດ​ກ່ອນ. ​ບັດ​ນີ້​ໄດ້​ກາຍ​ມາ​ເປັນ​ສັນ​ຊາດ​ອາ​ເມ​ຣິ​ກາ ທີ່​ໄດ້​ປະ​ກອບ​ສ່ວນ ​ສ້າງ​ເສດ​ຖະ​ກິດ​ນ້ອຍໆ ໃຫ້​ແກ່​ເມືອງ​ອາ​ມາ​ຣິ​ລ​ໂລ ແລະ​ເປັນ​ພົນ​ລະ​ເມືອງ​ດີ​ຂອງ​ປະ​ເທດ.